ເຊກອງ ກວດຢືດລົດຂົນໄມ້ 15 ຄັນ ບໍລິມາດຫຼາຍພັນແມັດກ້ອນ

ຜ່ານການຊີ້ນໍາ-ນໍາພາຂອງຄະນະພັກ, ຄະນະກວດກາລັດແຂວງເຊກອງບວກກັບຄວາມເປັນເຈົ້າການຂອງສະມາຊິກຊາວໜຸ່ມພາຍໃນໜ່ວຍຊາວໜຸ່ມຮາກ ຖານໄດ້ເອົາໃຈໃສ່ສຸມສະຕິປັນຍາຂອງຕົນປະກອບສ່ວນເຂົ້າໃນການປະຕິບັດວຽກງານທີ່ການຈັດຕັ້ງມອບໝາຍໃຫ້ຈົນສາມາດຍາດໄດ້ຜົນງານທີ່ເດັ່ນຫຼາຍດ້ານໜື່ງໃນນັ້ນກໍແມ່ນການແກ້ໄຂບັນຫາໄມ້ລຽບຕາມຊາຍແດນແຂວງເຊກອງ ສປປ ລາວ ແລະ ແຂວງກວາງນາມ ສສ ຫວຽດນາມ.

ທ່ານ ອ່ອນມະນີວັນ ຈັນດາວົງ ຮອງປະທານອົງການກວດກາລັດ, ທັງເປັນເລຂາໜ່ວຍຮາກຖານຊາວໜຸ່ມໄດ້ລາຍງານໃນກອງປະຊຸໃຫຍ່ຄັ້ງທີ III ຂອງ ໜ່ວຍຮາກຖານຊາວໜຸ່ມຄະນະກວດກາພັກແຂວງທີ່ຈັດຂຶ້ນບໍ່ດົນມານີ້ໃຫ້ຮູ້ວ່າ: ໃນໄລຍະ 4 ປີຜ່ານມາ ( ປີ 2016- 2019 ) ໄດ້ຕິຕາມ, ກວດກາການປັບປຸງ, ກໍ່ສ້າງພັກ ແລະພິທີການຕ່າງໆເປັນປົກກະຕິ ແລະຜ່ານການສ່ອງແສງລາຍງານການດໍາເນີນຊີວິດການເມືອງບັນດາຮາກຖານພັກອ້ອມຂ້າງແຂວງ ໄດ້ຮັບການສ່ອງແສງລາຍງານຫຼາຍກວ່າ 820 ຄັ້ງ, ການແກ້ໄຂຜົນຂອງການດໍາເນີນຊີວິດການເມືອງປັບປຸງປົວແປງພັກ ປີ 2017 ລວມທັງໝົດ 20 ເປົ້າ ໝາຍຕີລາຄາໄດ້ວ່າການຈັດຕັ້ງພັກແຕ່ລະຂັ້ນໄດ້ປັບປຸງ, ກໍ່ສ້າງນັບມື້ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະເຕີບໃຫຍ່ຂະຫຍາຍຕົວຮັບປະກັນດ້ານປະລິມານ ແລະຄຸນນະພາບສູງຂຶ້ນ.

ປີ 2018 ທົ່ວແຂວງມີສະມາຊິກພັກທັງໝົດ 8.666 ສະຫາຍເພີ່ມຂຶ້ນ 1.973 ສະຫາຍ (ທຽບໃສ່ປີ 2016 ຈໍານວນ 6.729 ສະຫາຍ) ເທົ່າກັບ 29, 32%, ມີໜ່ວຍພັກທັງໝົດ 424 ໜ່ວຍ ເພີ່ມຂຶ້ນ 45 ໜ່ວຍ ( ທຽບໃສ່ປີ 2016 ຈໍານວນ 379 ໜ່ວຍ ) ເທົ່າກັບ 11,87%, ໜ່ວຍປອດໃສ,ເຂັ້ມແຂງ, ໜັກແໜ້ນມີ 312 ໜ່ວຍ ເພີ່ມຂຶ້ນ 111 ໜ່ວຍ ( ທຽບໃສ່ປີ 2016 ຈໍານວນ 201 ໜ່ວຍ ) ເທົ່າກັບ 35,57%.

ນອກນີ້ຍັງໄດ້ຕິດຕາມ,ຊຸກຍູ້ການຈັດຕັ້ງປະຕິບັດພາລະບົດບາດ, ໜ້າທີ່ຂອງຂະແໜງກວດກາລັດບັນດາພະແນກການອ້ອມຂ້າງແຂວງເປັນແຕ່ລະໄລຍະ, ໃນນັ້ນໄດ້ຮັບການສ່ອງແສງລາຍງານປະຈໍາເດືອນຫຼາຍກວ່າ 87 ຄັ້ງ, ຕິດຕາມ, ກວດກາ ແລະ ຊຸກຍູ້ຈັດຕັ້ງປະຕິບັດຄໍາສັ່ງ 15/ນຍ ສາມາດແກ້ໄຂບັນຫາໄມ້ລຽບຕາມຊາຍແດນແຂວງເຊກອງ ສປປ ລາວ ແລະ ແຂວງກວາງນາມ ສສ ຫວຽດນາມໃນນັ້ນຢຶດພາຫະນະ ຈໍານວນ 15 ຄັນ ແລ້ວປັບໄໝ 555 ລ້ານກວ່າກີບ, ຢຶດໄມ້ 3.835 ທ່ອນ, ບໍລິມາດ 7.728 ແມັດ ກ້ອນ, ໄມ້ຕັບ 267 ຕັບ, ດໍາເນີນກ່າວເຕືອນຄວາມຜິດຕໍ່ພະນັກງານລັດ, ນັກທຸລະກິດທີ່ມີສ່ວນກ່ຽວຂ້ອງ 32 ເປົ້າ ໝາຍ, ຢຶດໄມ້ທີ່ບັນດາໂຮງງານຄອບຄອງຜິດກົດໝາຍ 5 ໂຮງງານ, ບໍລິມາດ 1.169 ແມັດກ້ອນ.

ຕິດຕາມ, ກວດກາ ແລະຊຸກຍູ້ການດັດສົມໂຮງງານປຸງແຕ່ງໄມ້ໄດ້ທັງໝົດ 106 ໂຮງງານ ໃນນັ້ນສະເໜີຮັກສາໄວ້ 23 ໂຮງງານ, ຈັດຕັ້ງປະຕິບັດການເລັງ ທວງໜີ້ສິນຄ່າພັນທະໄມ້ໃຫ້ຖືກຕ້ອງ, ສອດຄ່ອງຕາມກົດໝາຍ ແລະລະບຽບ ການຂອງລັດກໍານົດໄວ້ຢ່າງເຂັ້ມງວດ; ຮ່ວມເຮັດວຽກກັບຄະນະກວດສອບປະ ຈໍາພາກໃຕ້ ແລະຄະນະກວດກາສູນກາງໃນແຕ່ລະປີເປັນປົກກະຕິ, ຕິດຕາມ, ກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີຈໍານວນ 12 ໂຄງການ ແລະເຂົ້າຮ່ວມເຄື່ອນໄຫວກັບຄະນະກໍາມະການຕ່າງໆຫຼາຍກວ່າ 30 ຄັ້ງ/ປີ ໄດ້ຮັບຄໍາຮ້ອງ-ຄໍາສະເໜີຂອງພົນລະເມືອງທັງໝົດ 21 ເລື່ອງໃນນັ້ນໄດ້ຄົ້ນຄວ້າແກ້ ໄຂຕາມພາລະບົດບາດ, ໜ້າທີ່ຂອງຕົນ 8 ເລື່ອງ, ແກ້ ໄຂສໍາເລັດ 5 ເລື່ອງ, ກໍາລັງດໍາເນີນການແກ້ໄຂ 3 ເລື່ອງ, ສົ່ງໃຫ້ພາກສ່ວນອື່ນແກ້ໄຂ 10 ເລື່ອງ, ບໍ່ຮັບຄົ້ນຄວ້າ 2 ເລື່ອງ ແລະຢຸດຕິການຄົ້ນຄວ້າ 1 ເລື່ອງ, ຄໍາຮ້ອງສ່ວນຫຼາຍແມ່ນກ່ຽວກັບການຂໍ້ຂັດແຍ່ງທີ່ດິນ ແລະການປະຕິບັດໜ້າທີ່ຂອງພະນັກງານອົງການຈັດຕັ້ງລັດ.

ພາບ ແລະ ຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ

Comments