ຄັກສຸດ!!! ປະເທດສິງກະໂປ ມີຕູ້ສູບຢານອກສະຖານ ບໍ່ທຳລາຍສິ່ງແວດລ້ອມ ແລະ ຄົນອ້ອມຂ້າງ

ຕາມແຫຼ່ງຂ່າວ ສິງກະໂປ, ເມື່ອບໍ່ດົນມານີ້, ບໍລິສັດ ເຊົາເທີຣນໂກລບ ຈຳກັດ (ເອສຊີຈີ) ເປັນຜູ້ໃຫ້ບໍລິການ ດ້ານໂລຈີສຕິກຂອງ ສິງກະໂປ ໄດ້ຕິດຕັ້ງ ຕູ້ສູບຢາຢູ່ສາທາລະນະ ເປັນແຫ່ງທຳອິດ ໃນພື້ນທ່ີ ຍ່ານວັນ-ນອດຊຶ່ງ ເປັນໃຈກາງ ທຸລະກິດຂອງ ສິງກະໂປ ເພື່ອອຳນວຍ ຄວາມສະດວກ ໃຫ້ແກ່ຜູ້ທີ່ ຕ້ອງການສູບຢາ, ທັງເປັນການຮັກສາສິ່ງແວດລ້ອມ ແລະ ຮັກສາສຸຂະພາບໃຫ້ແກ່ຜູ້ທ່ີບໍ່ໄດ້ສູບຢາ ແຕ່ມີຄວາມສ່ຽງໄດ້ຮັບອັນຕະລາຍ ແລະ ເປັນພະຍາດຮ້າຍແຮງ ຈາກການສູບ ເອົາຄວັນຢາສູບ. ສິງກະໂປເປັນ ປະເທດໜຶ່ງ ທ່ີມີກົດໝາຍກ່ຽວກັບ ການສູບຢາ ຢ່າງເຂັ້ມງວດທ່ີສຸດ ຂອງໂລກ ໂດຍລັດຖະບານ ແກ້ໄຂກົດ​​ໝາຍ ກຳນົດອາຍຸ ຂັ້ນຕ່ຳ ຂອງຜູ້ສູບຢາ ໃຫ້ເພີ່ມຂຶ້ນເປັນ 19 ປີ ໂດຍມີຜົນ ບັງຄັບໃຊ້ ນັບແຕ່ວັນທີ 1 ມັງກອນຜ່ານມາ. ນອກນັ້ນ ຖ້າເຈົ້າໜ້າທ່ີ ພົບຜູ້ໃດຝ່າຝືນ ດ້ວຍການອອກມາສູບ ຢາຢູ່ນອກພື້ນທ່ີ ກຳນົດໄວ້ ຢູ່ຕາມຖະໜົນ ຈະບໍ່ມີການຕັກເຕືອນອີກ ແຕ່ຈະຖືກຈັບ ແລະ ປັບໄໝຂັ້ນຕ່ຳ 200 ໂດລາສິງ ກະໂປ ຫຼື ສູງສຸດ 1.000 ໂດລາສິງກະໂປ ແລະ ອື່ນໆ.

ທີ່ມາ: ຂ່າວສານປະເທດລາວ

Comments