ລາວ ໄດ້ຮັບການຊ່ວຍເຫຼືອ ເຮືອກູ້ໄພລຸຍນໍ້າລຸຍບົກ ຈາກລັດຖະບານ ຕູລະກີ ແລະ ຢູເອັນດີພີ ຈໍານວນ 2 ລໍາ

ລາຍງານຈາກ ອົງການ UNDP ປະຈໍາ ສປປລາວ ໃຫ້ຮູ້ວ່າ ໄດ້ມີການມອບ ອຸປະກອນກູ້ໄພ ຈາກລັດຖະບານ ຕູລະກີ ເພື່ອນໍາໃຊ້ໃນການຄົ້ນຫາຜູ້ປະສົບໄພ. ຈາກບົດຮຽນນໍ້າຖ້ວມປີກາຍນີ້ໄດ້ຢໍ້າເຕືອນພວກເຮົາຢ່າງເຈັບປວດວ່າ: ການກຽມພ້ອມຮັບມືກັບໄພພິບັດນັ້ນ ມີຄວາມສຳຄັນແນວໃດ.ເພື່ອແນໃສ່ຮັບປະກັນວ່າ ສູນປະຕິບັດງານການສຸກເສີນ ເຊິ່ງຕັ້ງຢູ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ມີອຸປະກອນ ແລະ ຄວາມຮູ້ທີ່ຈຳເປັນສຳລັບການດຳເນີນພາລະກິດຄົ້ນຫາ ແລະ ກູ້ໄພ ໄດ້ທັງທາງບົກ ແລະ ທາງນໍ້າ.

ລັດຖະບານແຫ່ງ ປະເທດຕູລະກີ ແລະ ອົງການສະຫະປະຊາຊາດ ເພື່ອການພັດທະນາ ໄດ້ສະໜອງການຊ່ວຍເຫຼືອ ໂດຍມອບເຮືອ ໂຮເວີຄຣາຟ 2 ລໍາ ເຊິ່ງເປັນເຮືອທີ່ແລ່ນໄດ້ທັງທາງບົກ ແລະ ທາງນໍ້າ ໃຫ້ແກ່ສູນປະຕິບັດງານການສຸກເສີນ. ສອງສາມມື້ທີ່ຜ່ານ, ກົມຊ່າງແສງ ກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ແລະ ພະນັກງານ ຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຮັບການເຝິກອົບຮົມກ່ຽວກັບການນໍາໃຊ້ເຮືອດັ່ງກ່າວ. ໃນກໍລະນີເກີດມີໄພພິບັດ, ສູນປະຕິບັດງານສຸກເສີນ ຈະປະສານງານທີມງານທີ່ໄດ້ຮັບການເຝິກອົບຮົມເຫຼົ່ານີ້.

Posted by UNDP Lao PDR on Thursday, May 23, 2019

Posted by UNDP Lao PDR on Thursday, May 23, 2019

Comments