ໂຄງການປັບປຸງກໍ່ສ້າງ ສະໜາມບິນແຂວງບໍ່ແກ້ວ ຄືບໜ້າເກືອບ 35% ແລ້ວ

ອັບເດດຂ່າວລ່າສຸດ 21/05/2019: ຂອງໂຄງການ ກໍ່ສ້າງປັບປຸງຍົກລະດັບ ສະໜາມບິນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.
ໂຄງການນີ້ ແມ່ນໂຄງການບຸລິມະສິດຂອງລັດຖະບານແຫ່ງ ສ.ປ.ປ ລາວ . ການກໍ່ສ້າງແມ່ນ ເລີ່ມຕົ້ນລົງມືມາຕັ້ງແຕ່ທ້າຍເດືອນກັນຍາ ປີ2018 ; ປັດຈຸບັນແມ່ນມີຄວາມຄືບໜ້າເກືອບ 35% ໂດຍແມ່ນ ບໍລິສັດ ດວງຈະເລີນພັດທະນາກໍ່ສ້າງ ຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ ໃນມູນຄ່າ 149 ກວ່າຕື້ກີບ ເຊິ່ງແມ່ນງົບປະມານແຫ່ງລັດ ແລະ ຄາດການຈະໃຫ້ແລ້ວເສັດ ພ້ອມເປີດນຳໃຊ້ ແມ່ນປະມານຕົ້ນເດືອນ ທັນວາປີ 2020 ຕາມຄຳບອກກ່າວຂອງ ທ່ານຄຳປ່ຽນ ລ້ານນາ ຫົວຫນ້າຮັບຜິດຊອບໂຄງການ
ເຊິ່ງການກໍ່ສ້າງນີ້ ແມ່ນໄດ້ມາດຕະຖານຂອງກົມການບິນພົນລະເຮືອນ ແລະ ມີຄວາມປອດໄພຕາມມາດຕະຖານສາກົນ ພ້ອມທັງສາມາດຮອງຮັບເຮືອບິນຂະຫນາດໃຫຍ່ໄດ້.

ຂອບໃຈ ພາບ ແລະ ຂ່າວຈາກ : ໂທລະພາບແຂວງບໍ່ແກ້ວ

ກົດເບິ່ງ ວີດີໂອ :

ໂຄງການ ປັບປຸງຍົກລະດັບ ສະໜາມບິນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ,ມີຄວາມຄືບໜ້າ 34 ກວ່າ%ຂ່າວ:ເງິນຫຼົງ ຈິດພູວົງ)(ພາບ:ສາຍສາໜອນ ແກ້ວວິສິດ)

Posted by ໂທລະພາບແຂວງບໍ່ແກ້ວ ຂ່າວ on Monday, May 20, 2019

Comments