ຕັກກະແຕນລະບາດໜັກ ກວມຫຼາຍພື້ນທີ່ທົ່ວແຂວງຫົວພັນ

ຕັກແຕນທີ່ວ່ານີ້ ມີສີແດງອົມສົ້ມ ກິ່ນຂິວແລະແຂງ ອາດຈະແມ່ນສາຍພັນຈາກພູມມີພາກອື່ນ ແລະຂະຫຍາຍຕົວໄວ ເຊິ່ງກຳລັງລະບາດຢູ່ 10 ເມືອງທົ່ວແຂວງຫົວພັນ.

ແຫຼ່ງຂ່າວໃຫ້ຮູ້ວ່າ: ການລະບາດຂອງຕັກແຕນຝູງໄມ້ປ່ອງຢູ່ແຂວງຫົວພັນນີ້, ທໍາອິດແມ່ນເລີ່ມລະບາດຢູ່ເຂດພູປອນ ເມືອງຊ່ອນ ໃນປີ 2014 , ມາເຖິງປັດຈຸບັນແມ່ນໄດ້ແຜ່ລະບາດໃນ 10 ເມືອງທົ່ວແຂວງ, ສໍາລັບປີ 2019 ຕັກແຕນໄດ້ເລີ່ມລະບາດນັບແຕ່ກາງເດຶອນເມສາເປັນຕົ້ນມາ, ເມືອງທີ່ໄດ້ຮັບຜົນກະທົບຫຼາຍກວ່າໝູ່ແມ່ນ ມີ 4 ເມືອງຄື: ເມືອງວຽງໄຊມີ ຈໍານວນ 19 ບ້ານ,​ 20 ຈຸດ, ມີເນື້ອທີ່ການລະບາດ 2 ເຮັກຕາ, ເມືອງຊໍາເໜືອ ມີ 7 ບ້ານ, ມີ 20 ຈຸດ, ເນື້ອທີ່ລະບາດ 3 ເຮັກຕາ ແລະ ເມືອງສົບເບົາ ມີ 9 ບ້ານ, 19 ຈຸດ, ເນື້ອທີ່ລະບາດ 8 ເຮັກຕາ. ສໍາລັບເມືອງຊຽງຄໍ້ ຈໍານວນບ້ານທີ່ມີການລະບາດ 7 ບ້ານ, ມີ 22 ຈຸດ,ເນື້ອທີ່ການລະບາດ 8 ເຮັກຕາ, ລະບາດໜັກກວ່າໝູ່ ແມ່ນ ບ້ານສົບວັ້ນ, ເຊິ່ງມີເນື້ອທີ່ການລະບາດ 4 ເຮັກຕາ.

ໃນເບື້ອງຕົ້ນ, ພາກສ່ວນທີ່ກ່ຽວຂ້ອງກໍຄືພະແນກກະສິກໍາ ແລະ ປ່າໄມ້ແຂວງໄດ້ປະສານສົມທົບກັບຫ້ອງການກະສິກໍາ ແລະ ປ່າໄມ້ເມືອງລົງຊູ້ຍູ້, ຕິດຕາມ ແລະ ແນະນໍາວິທີການກໍາຈັດ, ວິທີການປະສົມຢາ, ການປ້ອງກັນຕົວເອງໃນເວລາສີດຢາຂ້າຕັກແຕນ, ວິທີການໃຊ້ເຄື່ອງຈັກ, ພ້ອມທັງສະໜອງຢາສີດຂ້າຕັກແຕນໃຫ້ບ້ານດັ່ງກ່າວແລ້ວ, ພ້ອມທັງສີດຢາຂ້າຕັກແຕນໄດ້ຈໍານວນໜຶ່ງ, ສ່ວນແຕ່ລະເມືອງທາງພະແນກກະສິກໍາ ແລະ ປ່າໄມ້ແຂວງໄດ້ ສະໜອງຢາ ແລະ ເຄື່ອງຈັກໃຫ້ແຕ່ລະເມືອງທີ່ມີການລະບາດຂອງຕັກແຕນຝຸງໄມ້ປ່ອງ, ເພື່ອຄວບຄຸມ ແລະ ກໍາຈັດການລະບາດຂອງຕັກແຕນຝຸ່ງໄມ້ປ່ອງ ເພື່ອບໍ່ໃຫ້ລະບາດໄປໃນເນື້ອທີ່ກວ້າງ ແລະ ບໍ່ໃຫ້ເຂົ້າທໍາລາຍຜົນລະປູກຂອງປະຊາຊົນ.

ພື້ນທີ່ ທີ່ມີການລະບາດ ສ່ວນຫຼາຍຈະເປັນເຂດທີ່ເປັນຫ້ວຍເລິກພູສູງຊັນ, ບໍ່ມີທາງລົດເຂົ້າເຖິງ, ສະນັ້ນຈິ່ງເຮັດໃຫ້ການກໍາຈັດ ແລະ ການສະກັດກັ້ນການລະບາດຂອງຕັກແຕນຝຸງໄມ້ປ່ອງພົບຄວາມຫຍຸ້ງຍາກ. ມາຮອດປັດຈຸບັນນີ້ສາມາດສີດພົ່ນຢາແລ້ວ 11 ບ້ານ, 13 ຈຸດມີເນື້ອທີ 38 ເຮັກຕາ

ທີ່ມາ: ຂ່າວສານປະເທດລາວ.

Comments