ລັດຖະບານອອກມາຢືນຢັນແລ້ວ!!! ຈີນຈະຮັບຜິດຊອບຕໍ່ຜົນເສຍຫາຍຈາກສິ້ນສ່ວນການບິນອາວະກາດຕົກໃສ່ລາວ

ພາຍຫຼັງທີ່ຫ້ອງການກະຊວງໂຍທາທິການ ແລະຂົນສົ່ງ (ຍທຂ) ໄດ້ອອກ ໜັງສືແຈ້ງການສະບັບເລກທີ 10896/ຍທຂ.ຫກ ເພື່ອແຈ້ງເຖິງບັນດາຫົວໜ້າຫ້ອງ ວ່າການແຂວງຈຳປາສັກ, ສາລະວັນ, ອັດຕະປື, ເຊກອງ ແລະສະຫວັນນະເຂດ ວ່າຈະມີສິ້ນສ່ວນການບິນອາວະກາດ ຕົກໃນວັນທີ 23 ພຶດສະພາ ໃນເຂດບໍລິເວນດັ່ງກ່າວ, ຕໍ່ກັບແຈ້ງການດັ່ງກ່າວ ຫ້ອງການກະຊວງ ຍທຂ ໄດ້ຢືນຢັນວ່າຫາກເຫດການເກີດຂຶ້ນຈິງ ແລະມີຄວາມເສຍຫາຍແທ້ທາງຝ່າຍຈີນຈະເປັນຜູ້ຮັບຜິດຊອບທັງໝົດ.

ທ່ານ ບຸນຈັນ ສິນຣາຊະວົງ ຫົວໜ້າຫ້ອງການກະຊວງ ຍທຂ ໃຫ້ສຳພາດກັບທີມຂ່າວເສດຖະກິດ-ສັງຄົມຜ່ານທາງໂທລະສັບໃນວັນທີ 23 ພຶດສະພາຜ່ານ ມາວ່າ: ຫຼັງຈາກຫ້ອງການກະຊວງໂຍທາທິການ ແລະຂົນສົ່ງ (ຍທຂ) ໄດ້ອອກໜັງສືແຈ້ງການສະບັບເລກທີ 10896/ຍທຂ.ຫກ, ລົງວັນທີ 21 ພຶດ ສະພາ 2019 ເພື່ອແຈ້ງເຖິງບັນດາຫົວໜ້າຫ້ອງວ່າການແຂວງຈຳປາສັກ, ສາລະວັນ, ອັດຕະປື, ເຊກອງ ແລະສະຫວັນນະເຂດກ່ຽວກັບການເຄື່ອນໄຫວກິດຈະການໆບິນອາວະກາດຂອງ ສປ ຈີນ ໃນເຂດນ່ານຟ້າຂອງ ສປປ ລາວ, ສະນັ້ນຂ່າວສານການບິນຂອງ ສປ ຈີນ ຈຶ່ງໄດ້ແຈ້ງວ່າຈະມີກິດຈະການໆບິນອາວະກາດ.

ໃນວັນທີ 23 ພຶດສະພາ 2019 ກົງກັບເວລາທ້ອງຖິ່ນ 5:57 ໂມງ ຫາ 6:33 ໂມງ ຊຶ່ງອາດຈະມີສິ້ນສ່ວນໃນການເຮັດກິດຈະກຳດັ່ງກ່າວຕົກລົງບໍລິເວນແຂວງຈຳປາສັກ, ສາລະວັນ, ອັດຕະປື, ເຊກອງ ແລະສະຫວັນນະເຂດ, ພໍຕົກມາຮອດເຊົ້າວັນທີ 23 ພຶດສະພາ ທາງຫ້ອງການກະຊວງກໍໄດ້ຮັບແຈ້ງທີ່ຍັງບໍ່ເປັນທາງການ ແລະຈາກສື່ສັງຄົມອອນລາຍວ່າມີສິ້ນສ່ວນດັ່ງກ່າວຕົກໃສ່ຫຼັງຄາເຮືອນຂອງປະຊາຊົນ, ຕາມເດີ່ນບ້ານ, ບ້ານທົ່ງເສັດ, ເມືອງປາກຊ່ອງແຂວງຈຳ ປາສັກ ແລະອີກຈຸດໜຶ່ງແມ່ນຕົກຢູ່ເດີ່ນໂຮງຮຽນບ້ານໜອງຕົມເມືອງເລົ່າງາມ ແຂວງສາລະວັນໃນເວລາປະມານ 6 ໂມງເຊົ້າຂອງວັນທີ 23.

 

ຕໍ່ກັບຂ່າວດັ່ງກ່າວປະຈຸບັນຫ້ອງການກະຊວງກໍໄດ້ອອກແຈ້ງການເຖິງອົງການປົກຄອງແຂວງສົມທົບກັບພະແນກ ຍທຂ ແຂວງ, ຫ້ອງການ ຍທຂ ເມືອງລົງເກັບກຳສະພາບຕົວຈິງເພື່ອສັງລວມຄວາມເສຍຫາຍເພື່ອຈະໄດ້ລາຍງານໃຫ້ລັດຖະມົນຕີກະຊວງ, ພ້ອມໃຫ້ລັດຖະມົນຕີກະຊວງລາຍງານຕໍ່ລັດຖະບານ ແລະລັດຖະບານຈະໄດ້ລາຍງານຕໍ່ໃຫ້ປະເທດເຈົ້າຂອງສິ້ນສ່ວນດັ່ງກ່າວ, ຖ້າຫາກເປັນຄວາມຈິງແທ້, ແຕ່ທັງນີ້ທັງນັ້ນກະຊວງກໍຍັງບໍ່ທັນໄດ້ຮັບການຢັ້ງຢືນຢ່າງເປັນທາງການຈາກທ້ອງຖິ່ນເທື່ອ.
ຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ

Comments