News

ອຸດສາຫະກໍາແຜ່ນແພ – ເຄື່ອງນຸ່ງຮົ່ມຂອງລາວ ແມ່ນອີກທ່າແຮງອັນໜຶ່ງ ທີ່ສ້າງລາຍຮັບໃຫ້ແກ່ປະເທດ / ແຮງງານລາວ

ອຸດສາຫະກໍາແຜ່ນແພ ແລະ ເຄື່ອງນຸ່ງຮົ່ມ ຖືໄດ້ວ່າເປັນອີກຂະແໜງການທີ່ໂດດເດັ່ນ ໃນການສ້າງລາຍຮັບໃຫ້ແກ່ ປະເທດລາວ ໂດຍລວມ ກໍ່ຄືສ້າງວຽກເຮັດງານທໍາ ແລະ ລາຍຮັບໃຫ້ຄົນທ້ອງຖີ່ນ ໂດຍສະເພາະຄົນລາວ. ອີງຕາມບົດລາຍງານຂອງ ກົມອຸດສາຫະກໍາ ແລະ ຫັດຖະກໍາ ໃນປີ 2018 ທີ່ຜ່ານມາ ສະແດງໃຫ້ເຫັນວ່າຂະແໜງການດັ່ງກ່າວສາມາດສ້າງວຽກເຮັດງານທໍາໄດ້ 145.400 ຄົນ, ມີຫົວໜ່ວຍການຜະລິດ 182 ແຫ່ງ ເຊິ່ງໄດ້ແບ່ງອອກເປັນ ໂຮງງານຕັດຫຍິບເຄື່ອງນຸ່ງຫົົ່ມ 82 ແຫ່ງ, ໂຮງຕໍ່າຫູກ ແລະ ແພເສື້ອ 191 ແຫ່ງ ແລະ ໂຮງງານປັກແສ່ວ 8 ແຫ່ງ. ນອກຈາກນັ້ນ, ສະເພາະມູນຄ່າການສົ່ງອອກປະເພດເຄື່ອງນຸ່ງຮົ່ມ ໃນທ້າຍປີ 2019 ແມ່ນມີມູນຄ່າປະມານ 212 ລ້ານໂດລາສະຫະລັດ.        ອຸດສາຫະກໍາແຜ່ນແພ ແລະ ເຄື່ອງນຸ່ງຮົ່ມ ແມ່ນຂະແໜງການໜຶ່ງ ທີ່ ສປປ ລາວ ສົ່ງອອກໄປຫຼາຍປະເທດທົ່ວໂລກ ແລະ ຖືໄດ້ວ່າເປັນຂະແໜງການທີ່ສ້າງວຽກເຮັດງານທໍາໄດ້ຫຼາຍແສນຄົນ ເຊິ່ງກວມເອົາ ກໍາມະກອນ (ຜູ້ຜະລິດ) ...

Read More »

ທ່ານ ສີຈິ້ນຜິງ ຢືນຢັນວ່າ ຈີນມີຄວາມໝັ້ນໃຈ ແລະ ຄວາມສາມາດຄວບຄຸມພະຍາດ ໂຄໂຣນາ ໄດ້

ເຫດການລະບາດຂອງພະຍາດອັກເສບປອດ ໂຄໂຣນາໄວຣັສ ໄດ້ສ້າງຄວາມສູນເສຍທາງດ້ານຊີວິດຂອງປະຊາຊົນຊາວຈີນຈໍານວນຫຼາຍ ຂະນະດຽວກັນ ກໍສ້າງຄວາມຢ້ານກົວ, ຄວາມວິຕົກກັງວົນການແຜ່ລະບາດໄປຍັງປະເທດອື່ນໃນໂລກ, ຫຼ້າສຸດ ທ່ານ ສີຈິ້ນຜິງ ປະທານປະເທດ ແຫ່ງ ສປ ຈີນ ຢືນຢັນໜັກແໜ້ນ ຕໍ່ຜູ້ອໍານວຍການໃຫຍ່ອົງການອະນາໄມໂລກ ວ່າຈະສາມາດຄວບຄຸມພະຍາດດັ່ງກ່າວໄດ້ແນ່ນອນ. ວັນທີ 28 ມັງກອນນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານເທັດຣົສ ອັດຣະໂນມ ເກເບຣເຢຊຸສ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກຢູ່ນະຄອນຫຼວງປັກກິ່ງ. ທ່ານສີຈິ້ນຜິງເນັ້ນໜັກວ່າ, ຈີນມີຄວາມໝັ້ນໃຈຢ່າງເຕັມປ່ຽມ ແລະ ມີຄວາມສາມາດທີ່ຈະເອົາຊະນະໃນບັ້ນປ້ອງກັນ ແລະ ຄວບຄຸມພະຍາດໃນຄັ້ງນີ້. ພ້ອມກັນນັ້ນທ່ານໄດ້ຊີ້ໃຫ້ເຫັນວ່າ, ຈີນໄດ້ແຈ້ງສະພາບການຕໍ່ພາຍນອກຕາມຫຼັກການທີ່ເປີດເຜີຍ, ໂປ່ງໃສແລະມີຄວາມຮັບຜິດຊອບຕະຫຼອດມາ, ຍິນດີຮ່ວມກັນກັບອົງການອະນາໄມໂລກກໍຄືປະຊາຄົມໂລກ, ຮ່ວມກັນປົກປັກຮັກສາຄວາມປອດໄພສາທາລະນະສຸກຂອງພາກພື້ນກໍຄືຂອງໂລກໃຫ້ດີ. ທ່ານ ເທັດຣົສ ກ່າວວ່າ, ຈີນໃຊ້ມາດຕະການຕອບໂຕ້ຢ່າງວ່ອງໄວແລະດຳເນີນໃນບໍລິເວນກວ້າງຂວາງຢ່າງແຂງແຮງເຊິ່ງໄດ້ສະແດງໃຫ້ເຫັນຄວາມໄວແລະຄວາມກວ້າງໃຫຍ່ໃນການຕອບໂຕ້ຂອງຈີນ, ອົງການອະນາໄມໂລກສະແດງຄວາມຊົມເຊີຍຢ່າງສູງຕໍ່ເລື່ອງນີ້. ນີ້ແມ່ນຄວາມດີເລີດດ້ານລະບຽບການຂອງຈີນ, ບົດຮຽນທີ່ກ່ຽວຂ້ອງມີຄວາມໝາຍເປັນສິ່ງທີ່ໜ້າຖອດຖອນຮ່ຳຮຽນສຳລັບປະເທດອື່ນໆ. ຂ້າພະເຈົ້າເຊື່ອວ່າ, ມາດຕະການທີ່ຈີນປະຕິບັດນັ້ນຈະສາມາດຄວບຄຸມການແຜ່ລະບາດຂອງພະຍາດແລະເອົາຊະນະໃນທີ່ສຸດ. ອົງການອະນາໄມໂລກສະໜັບສະໜູນຈີນໃນການໃຊ້ມາດຕະການສະກັດກັ້ນການແຜ່ລະບາດຂອງພະຍາດຢ່າງເດັດດ່ຽວ, ແລະຍຶດໝັ້ນວິນິດໄສຕາມວິທະຍາສາດແລະຄວາມຈິງ, ຄັດຄ້ານການມີປະຕິກິລິຍາເກີນຂອບເຂດແລະກ່າວຖ້ອຍຄວາມທີ່ບໍ່ມີມູນຄວາມຈິງ. ອົງການອະນາໄມໂລກຊົມເຊີຍຢ່າງສູງຕໍ່ຈີນທີ່ໄດ້ເສີມຂະຫຍາຍບົດບາດແລະປະກອບສ່ວນອັນສຳຄັນເພື່ອພາລະກິດສາທາລະນະສຸກຂອງໂລກ, ຍິນດີສືບຕໍ່ດຳເນີນການຮ່ວມມືທາງຍຸດທະສາດກັບຈີນ. ທີ່ມາ: CRI- FM93

Read More »

ສັກກາຍະພາບໃໝ່ໃນໂຮງໝໍລາວທີ່ 150 ຕຽງ

ເມື່ອເກີດມີພະຍາດຂຶ້ນ ຫຼາຍຄົນກໍ່ຮູ້ສຶກເປັນຫ່ວງປະເທດເຮົາເດເປັນແນວໃດ ມື້ນີ້ເຮົາມາອັບເດດສັກກາຍະພາບໃໝ່ຂອງໂຮງໝໍລາວ ເຖິງວ່າໂດຍລວມເຮົາຍັງຂາດເຂີນ ແຕ່ພວກເຮົາຄົງຫາຍໃຈໂລ່ງຂຶ້ນຖ້າຮູ້ຂໍ້ມູນເວດວົງການແພດຫຼາຍຂຶ້ນ ມື້ນີ້ເລີຍຈະພາມາແນະນຳສິ່ງໃໝ່ໆທີ່ຫຼາຍຄົນອາດບໍ່ທັນຮູ້ຢູ່ໂຮງໝໍມິດຕະພາບ(150 ຕຽງ). ທ່ານຮູ້ຫຼືບໍໂຮງໝໍ ມິດຕະພາບຫຼັງໃໝ່ ມາດຕະຖານຢູໂຣບ ຊັ້ນ 1 ມີລະບົບ ປອດເຊື້ອມາດຕະຖານສູງ, ໂຮງໝໍແຫ່ງນີ້ເປັນໂຮງໝໍທີ່ ນຳໃຊ້ເຕັກໂນໂລຊີ ແລະ ອຸປະກອນການແພດທີ່ທັນສະໄໝຫຼ້າສຸດ ໃນນະຄອນຫຼວງວຽງຈັນ. ດຳເນີນການກໍ່ສ້າງ ໂດຍບໍລິສັດວາເມັດ (vamed) ຈາກປະເທດໂອຕຣິດ, ເປັນອາຄານຕຶກ 4 ຊັ້ນ ມີເນື້ອທີ່ທັງໝົດ 21.229 ຕາແມັດ. ໃນນັ້ນ ເນື້ອທີ່ການປຸກສ້າງ 17.660 ຕາແມັດ, ລວມມູນຄ່າການກໍ່ສ້າງ ແລະ ຕິດຕັ້ງເຄື່ອງຈັກ 112.880.000 ເອີໂຣ ໂດຍແມ່ນທຶນກູ້ຢືມດອກເບ້ຍຕໍ່າຈາກລັດຖະບານປະເທດໂອຕຣິດ. ໂຄງການດັ່ງກ່າວແມ່ນດຳເນີນໃນຮູບແບບບໍລິສັດເປັນຜູ້ຮັບຜິດຊອບທັງໝົດໃນການອອກແບບກໍ່ສ້າງຕິດຕັ້ງລະບົບຕ່າງໆລວມທັງອຸປະກອນການແພດ ແລະ ເຄື່ອງກົນຈັກລະບົບສະໜັບສະໜູນການແພດຄົບຕາມມາດຕະຖານເຝີກອົບຮົມບຸກຄະລາກອນ ແລະ ຊ່ວຍເຫຼືອ ເຝິກການບຳລຸງຮັກສາໃນໄລຍະ 24 ເດືອນ ຫຼັງຈາກການມອບຮັບ. ອາຄານໂຮງໝໍເປັນໂຮງໝໍທົ່ວໄປ ປະກອບມີຕຶກນອນ ກວດເຂດນອກ ຫ້ອງຜ່າຕັດສູນລວມເສັ້ນເລືອດຫົວໃຈ, ສູນສ່ອງກະເພາະລຳໄສ້, ຜ່າຕັດຜົ້ງທ້ອງຜ່ານທໍ່, ພະແນກສຸກເສີນ ຊຶ່ງມີຕຽງຕິດຕາມອຸປະກອນເຊີດຊູທີ່ທັນສະໄໝຄົບຊຸດ ມີຫ້ອງຜ່າຕັດກຽມຕະຫຼອດເວລາ ແລະ ມີອາຄານຕຶກນອນພິເສດ. ທີ່ມາ: Lao ...

Read More »

ກະຊວງການຕ່າງປະເທດ ຖະແຫຼງຂ່າວກ່ຽວກັບການແຜ່ລະບາດຂອງ ພະຍາດອັກເສບປອດ “ໂຄໂຣນາ”

ທີ່ກະຊວງການຕ່າງປະເທດ ໃນມື້ວານນີ້ ວັນທີ 28 ມັງກອນ 2020 ທ່ານ ທອງສະຫວັນ ພົມວິຫານ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບບັນຫາການລະບາດພະຍາດອັກເສບປອດ ຈາກເຊື້ອຈຸລະໂຣກສາຍພັນໃໝ່ ກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະ ບັນດາສໍານັກງານຜູ້ຕາງໜ້າ ແຫ່ງສປປ ລາວ ປະຈໍາຢູ່ຕ່າງປະເທດ ໄດ້ຕິດຕາມສະພາບການລະບາດພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ຢູ່ຕ່າງປະເທດ ຢ່າງໃກ້ຊິດ ແລະ ໄດ້ປະສານງານກັບບັນດາພາກສ່ວນກ່ຽວຂ້ອງຂອງປະເທດທີ່ມີການ ລະບາດພະຍາດດັ່ງກ່າວ ເພື່ອອໍານວຍຄວາມສະດວກ ແລະ ຊ່ວຍເຫຼືອພົນລະເມືອງລາວ, ນັກທ່ອງທ່ຽວ, ນັກທຸລະກິດ ແລະ ນັກສຶກສາລາວທີ່ກໍາລັງດໍາລົງຊີວິດ ແລະ ສຶກສາຮໍ່າຮຽນຢູ່ບັນດາປະເທດທີ່ມີການລະບາດພະຍາດດັ່ງກ່າວ, ພ້ອມທັງໄດ້ມີການລາຍງານກ່ຽວກັບສະພາບການດັ່ງກ່າວຢ່າງເປັນປະຈໍາ. ພ້ອມນີ້, ກະຊວງການຕ່າງປະເທດ ຍັງໄດ້ເປັນເຈົ້າການປະສານງານ ແລະ ແລກປ່ຽນຂໍ້ມູນຂ່າວສານກັບບັນດາປະເທດຕ່າງໆໃນພາກພື້ນ ກໍ່ຄື ສາກົນ, ລວມທັງ ອົງການອະນາໂມໂລກ ຢ່າງໃກ້ຊິດ ເພື່ອຕິດຕາມທ່າອ່ຽງຂອງການລະບາດ ພະຍາດດັ່ງກ່າວ ແລະ ເພື່ອຍາດແຍ່ງການຊ່ວຍເຫຼືອ, ໂດຍສະເພາະ ການສົ່ງຄະນະຜູ້ຊ່ຽວຊານດ້ານການແພດ ພ້ອມດ້ວຍອຸປະກອນເຄື່ອງມື, ຢາ, ແລະ ວັກຊິນປ້ອງກັນໃນກໍລະນີທີ່ມີການລະບາດໃຫຍ່. ນອກນີ້, ກະຊວງການຕ່າງປະເທດ ຂໍແນະນໍາໃຫ້ພົນລະເມືອງລາວຢູ່ຕ່າງປະເທດ ຈົ່ງຕິດຕາມສະພາບການລະບາດພະຍາດດັ່ງກ່າວຢ່າງເປັນປົກກະຕິ ...

Read More »

ທົ່ວປະເທດລາວ!!! ມີເຂື່ອນໄຟຟ້າທີ່ດໍາເນີນການຜະລິດແລ້ວ 75 ແຫ່ງ

ກອງປະຊຸມຖອດຖອນບົດຮຽນການຄຸ້ມຄອງ ແລະ ດຳເນີນທຸລະກິດ ບໍລິການກໍ່ສ້າງ ແລະ ຕິດຕັ້ງໄຟຟ້າປະຈຳປີ 2019 ໃນວັນທີ 28 ມັງກອນ 2020 ນີ້, ພ້ອມທັງຊີ້ໃຫ້ເຫັນ ປັດຈຸບັນ ສປປ ລາວ ມີເຂື່ອນໄຟຟ້າທີ່ໄດ້ດຳເນີນການຜະລິດແລ້ວ ທັງໝົດ 75 ໂຄງການໃນທົ່ວປະເທດ, ລວມກຳລັງຕິດຕັ້ງໄຟຟ້າ ທັງໝົດ 9.549,45MW, ລວມກຳລັງການຜະລິດ 50.563,26 GWh/ປີ.  ໃນຂະນະທີ່ ໂຄງການທີ່ກຳລັງກໍ່ສ້າງມີທັງໝົດ 21 ໂຄງການ, ລວມກຳລັງຕິດຕັ້ງທັງໝົດ 3.243,5 MW; ກຳລັງສຶກສາ (ຂັ້ນ PDA) 38 ໂຄງການ, ລວມກຳລັງຕິດຕັ້ງທັງໝົດ 11.791 MW, ລວມພະລັງງານ ໄຟຟ້າທີ່ຜະລິດໄດ້ GWh/ປີ 60.934 ແລະ ກະກຽມສຶກສາ(ຂັ້ນ MOU) 55 ໂຄງການ, ລວມກຳລັງຕິດຕັ້ງທັງໝົດ 10.806 MW, ລວມພະລັງງານໄຟຟ້າທີ່ຜະລິດໄດ້ 47.625 GWh/ປີ. ທ່ານ ບົວເທບ ມາໄລຄໍາ ວ່າການຫົວໜ້າກົມຄຸ້ມຄອງພະລັງງານ ...

Read More »

ປີ 2019 ສປປ ລາວ ສົ່ງອອກເຫຍື້ອໄມ້ ແລະ ເສດເຈ້ຍມູນຄ່າ 251 ລ້ານໂດລາສະຫະລັດ

ເຫຍື້ອໄມ້ ແລະ ເສດເຈ້ຍ ແມ່ນໜຶ່ງໃນຜະລິດຕະພັນ ທີ່ມີການສົ່ງອອກຫຼາຍໃນປີ 2019 ຜ່ານມາ ບັນລຸໄດ້ 251 ລ້ານໂດລາສະຫະລັດ ເຊິ່ງເປັນອັບດັບທີ່ 4 ຮອງຈາກ ການສົ່ງອອກໄຟຟ້າ ເຖິງ 1,066 ລ້ານໂດລາສະຫະລັດ (ສະຖິຕິແຕ່ເດືອນ ມັງກອນ ເຖິງຕຸລາ 2019) , ແຮ່ທອງ ປະມານ 550 ລ້ານໂດລາສະຫະລັດ, ທອງແດງມູນຄ່າປະມານ 401 ລ້ານໂດລາສະຫະລັດ. ໃນນີ້, ການສົ່ງອອກ ເຫຍື້ອໄມ້ ແລະ ເສດເຈ້ຍ ແມ່ນເປັນສິນຄ້າປະເພດໜຶ່ງທີ່ມີວັດຖຸດິບຫຼັກແມ່ນໄມ້ວິກ ເຊິ່ງລັດຖະບານ ສົ່ງເສີມ ໃຫ້ມີການຜະລິດ ຫຼື ປູກໄມ້ວິກ ຢ່າງເປັນລະບົບ ໄປພ້ອມກັບວຽກງານປົກປັກຮັກສາສິ່ງແວດລ້ອມ ໂດຍສົ່ງເສີມຊາວກະສິກອນຫັນມາປູກໄມ້ວິກ ສະໜອງໃຫ້ພຽງພໍກັບຄວາມຕ້ອງການຂອງໂຮງງານ ເພື່ອຫຼຸດຜ່ອນການນໍາເຂົ້າວັດຖຸດິບ ທີ່ ສປປ ລາວ ມີທ່າແຮງໃນການຜະລິດ.        ໃນການຜະລິດ ເຫຍື້ອໄມ້ ແລະ ເສດເຈ້ຍ ແມ່ນມາຈາກສອງແຫຼ່ງວັດຖຸດິບຫຼັກ ກໍຄື: ສໍາລັບເຫຍື້ອໄມ້ ແມ່ນມີແຫຼ່ງວັດຖຸດິບຫຼັກໆມາຈາກຕົ້ນວິກ ...

Read More »

ເທສະການດອກງິ້ວບານ ທີ່ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ເລື່ອນໄປໂດຍບໍ່ມີກຳນົດ

ແຈ້ງການຂອງ ເຂດເສດຖະກິດພິເສດສາມຫຼຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຂໍເລື່ອນການຈັດງານບຸນປະເພນີດອກງິ້ວບານ ຄັ້ງທີ 20 ປະຈຳປີ 2020 ທີຈະມີການຈັດຂຶ້ນໃນລະຫວ່າງ ວັນທີ 14-16 ກຸມພາ 2020  ໂດຍບໍ່ມີກຳນົດ, ທັງນີ້ກໍເພື່ອຄວາມປອດໄພ ແລະ ປ້ອງກັນການແຜ່ລະບາດຂອງໂຣຄໄວຣັສ ອັກເສບປອດສາຍພັນໃຫມ່ (Corona Virus) ຈາກ ປະເທດຈີນ.

Read More »

ອາລິອັນສ໌ ປະກັນໄພ ປັບປຸງການບໍລິການຮອບດ້ານ  ພ້ອມເປີດໂຕປະກັນຊີວິດແບບໃໝ່

ໃນຕອນບ່າຍຂອງວັນຈັນ, ວັນທີ 27 ມັງກອນ 2020,ທີ່ສໍານັກງານໃຫ່ຍຂອງບໍລິສັດ ອາລິອັນສ໌ ປະກັນໄພລາວ  ໄດ້ຈັດງານຖະແຫຼງຂ່າວເຖິງການປັບປຸງການບໍລິການຢ່າງຮອບດ້ານຂອງບໍລິສັດ ພ້ອມທັງເປິດໂຕຜະລິດຕະພັນປະກັນຊີວິດແບບໃໝ່ “ປະກັນຊີວິດອຸ່ນໃຈຫາຍຫວ່ງ” (AGL Life Protection Insurance). ໃຫ້ກຽດເຂົ້າຮ່ວມງານໂດຍ ທ່ານ ປ.ອ. ບຸນເຫຼືອ ສີນໄຊວໍລະວົງ ປະທານສະພາບໍລິຫານ ບໍລິສັດ ອາລິອັນສ໌ ປະກັນໄພລາວ, ທ່ານ ປ.ອ. ນາງ ພິລານີ ພິດສະໄໝ ກຳມະການສະພາບໍລິຫານ ບໍລິສັດ ອາລິອັນສ໌ ປະກັນໄພລາວ, ທ່ານ ກີ ອາໂປວີ ຜູ້ອຳນວຍການ ແລະ ທ່ານ ບຸນຖົມ ລໍມະນີ ຮອງຜູ້ອໍານວຍການ ບໍລິສັດ ອາລິອັນສ໌ ປະກັນໄພລາວ ພ້ອມດ້ວຍແຂກຖືກເຊີນຈາກຫຼາກຫຼາຍບໍລິສັດ ແລະ ນັກຂ່າວສື່ມວນຊົນ. ຜະລິດຕະພັນປະກັນຊີວິດແບບໃໝ່, ປະກັນຊີວິດອຸ່ນໃຈຫາຍຫວ່ງ AGL Life Protection Insurance.  ເຊີ່ງເປັນຜະລິດຕະພັນປະກັນຊີວິດຮູບແບບໃໝ່ ທີ່ຖືກພັດທະນາຂຶ້ນເພື່ອຮອງຮັບບຸກຄົນທົ່ວໄປ ແລະ ກຸ່ມບໍລິສັດ ຫຼື ອົງກອນທີ່ຕ້ອງການຊື້ປະກັນຊີວິດໃຫ້ກັບຕົນເອງ ແລະ ...

Read More »

ດ່ານພາສີສາກົນ ຂົວມິດຕະພາບ ເກັບລາຍຮັບບໍ່ໄດ້ຕາມແຜນ

ດ່ານພາສີສາກົນ ຂົວມິດຕະພາບ I ໄດ້ຮັບຕົວເລກໃນການຈັດເກັບລາຍຮັບ 3.302 ຕື້ກວ່າກີບ ຜ່ານການຈັດເກັບລາຍຮັບຕົວຈິງ ປະຕິບັດໄດ້ 2.942 ຕື້ ກວ່າກີບ ຫຼຸດຕົວເລກຄາດໝາຍ 10,91%. ປັດໄຈເກີດຈາກການນຳເຂົ້ານໍ້າມັນເຊື້ອໄຟ, ກຳລັງຊື້ພາຫະນະພາຍໃນຫຼຸດລົງ, ຕະຫຼາດອີ່ມຕົວ, ການນຳເຂົ້າສິນຄ້າເຄື່ອງຂອງບາງໂຄງການເຄື່ອນຍ້າຍ ລວມທັງການຫຼຸດຜ່ອນອັດຕາພາສີເຫຼືອ 0%. ທ່ານ ບຸນແອງ ພັນທະວົງ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ I ໃຫ້ສຳພາດກັບຂ່າວການເງິນ ວ່າ: ປີ 2019 ດ່ານພາສີສາກົນ ຂົວມິດຕະພາບ I ໄດ້ຮັບຕົວເລກແຜນການ 3.302 ຕື້ກວ່າກີບ, ແຕ່ຖ້າທຽບໃສ່ແຜນການປີ 2018 ຜ່ານມາ ( ຕົວເລກແຜນການ 2.793 ຕື້ກວ່າກີບ ) ເພີ່ມຂຶ້ນ 5,33% ຄິດເປັນເງິນປະມານ 149 ຕື້ກວ່າກີບ, ຜ່ານການຈັດຕັ້ງປະຕິບັດຕົວຈິງໝົດປີ 2019 ສາມາດປະຕິບັດໄດ້ 2.942 ຕື້ກວ່າກີບ ເທົ່າກັບ 89,09% ຂອງແຜນການປີ ເຊິ່ງບໍ່ສາມາດປະຕິບັດລາຍຮັບບັນລຸໄດ້ຕາມລະດັບຄາດໝາຍ. ສໍາລັບສາເຫດ ແລະ ປັດໄຈເຮັດໃຫ້ການເກັບລາຍຮັບເຂົ້າງົບປະມານແຫ່ງລັດຂອງດ່ານພາສີສາກົນ ຂົວມິດຕະພາບ ...

Read More »

ຈຳປາສັກ ແຈ້ງການ!!! ຍົກເລິກການເກັບປີ້ເຂົ້ານໍ້າຕົກຕາດຄອນພະເພັງ ແລະ ນໍ້າຕົກຕາດ ຫຼີຜີ

ຂ່າວດ່ວນ !!! ແຈ້ງການ ຢຸດຕິການເກັບປີ້ເຂົ້າຊົມສະຖານທີ່ທ່ອງທ່ຽວນໍ້າຕົກຕາດຄອນພະເພັງ ແລະ ສົມພະມິດ  ຕັ້ງແຕ່ວັນທີ 23 ມັງ2020 ເປັນຕົ້ນໄປ !    

Read More »