ສະຖານທູດອາເມຣິກາ ມອບມຸ້ງກັນຍຸງເຄືອບຢາຫຼາຍກວ່າ 174.000 ດາງ ໃຫ້ກັບຄອບຄົວຢູ່ຊົນນະບົດ

ຂ່າວດີຂ່າວດີ! ຕອນນີ້ມຸ້ງກັນຍຸງຈຳນວນຫຼາຍ ກຳລັງເດີນທາງໄປຫາຫຼາຍໆຄອບຄົວທີ່ຢູ່ໃນຊຸມຊົນ ເພື່ອເປັນການປ້ອງກັນພວກເຂົາຈາກໄຂ້ຍຸງ. ໃນວັນທີ່ 9 ກໍລະກົດ, ທ່ານທູດ ຣີນາ ບິດເຕີ ໄດ້ຕາງໜ້າ ມອບມຸ້ງກັນຍຸງເຄືອບຢາຫຼາຍກວ່າ 174.000ດາງ ໃຫ້ກັບທ່ານ ຄຳພອນ ພຸດທະວົງ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ທີ່ນະຄອນຫຼວງວຽງຈັນ.

ມຸ້ງກັນຍຸງດັ່ງກ່າວ ແມ່ນຈະໄດ້ແຈກຢາຍໃຫ້ກັບບັນດາຄອບຄົວທີ່ອາໄສຢູ່ເຂດຊົນນະບົນຂອງແຂວງຈຳປາສັກ ເຊິ່ງສະຖິຕິ ຜູ້ຕິດເຊື້ອມາໄຂ້ຍຸງຍັງຄົງຢູ່ໃນລະດັບສູງ. ອົງການ USAID ໂດຍຜ່ານ President’s Malaria Initiative ໄດ້ໃຫ້ການຊ່ວຍເຫຼືອຫຼາຍກວ່າ 1.9 ລ້ານໂດລາ ໃນຂົງເຂດທາງດ້ານເຕັກນິກ ແລະ ເຄື່ອງມືຕ່າງໆ ພ້ອມທັງແຈກຢາຍມຸ້ງກັນຍຸງຫຼາຍກວ່າ 600.000ດາງ ໃຫ້ກັບລັດຖະບານແຫ່ງ ສປປ ລາວ ເພື່ອຕໍ່ສູ້ກັບມາເລເລຍ ແລະ ພະຍາດຕ່າງໆທີ່ເກີດຈາກຍຸງ.

ການມີສ່ວນຮ່ວມດັ່ງກ່າວຈະຊ່ວຍໃຫ້ ສປປ ລາວ ໄປເຖິງເປົ້າໝາຍໃນການປາບປາມມາເລເລຍໃຫ້ໝົດໄປໃນລາວພາຍໃນປີ 2030.

Great news! More mosquito nets are coming to families in rural communities to protect them from mosquitoes.
#AmbBitter presented more than 174000 mosquito nets on July 9 to Mr. Khamphone Phoutthavong, Deputy Minister of Health, during a handover ceremony in Vientiane. These mosquito nets will be distributed to families in rural areas of Champasak province, where the number of mosquito-transmitted malaria cases remains high. USAID via the President’s Malaria Initiative has contributed more than $1.9 million in technical assistance and supplies to provide and distribute more than 600,000 mosquito nets to support the Lao government in its fight against malaria and other mosquito-transmitted diseases. This contribution will help the Lao government meet its goal of eliminating malaria by 2030.

#USAIDTransforms USAID Asia

ທີ່ມາ: U.S. Embassy Vientiane

Comments