ໃຊ້ມາດຕະການເດັດຂາດແລ້ວ!!! ຕໍ່ກັບ ຮ້ານບັນເທີງ,ຮ້ານກິນດື່ມທີ່ເມີນເສີຍ

ຄະນະສະເພາະກິດຈາກພະ ແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ, ຈາກກອງ ບັນຊາການ ປກສ ແຂວງ, ນະຄອນໄກສອນ ພົມວິຫານ ແລະ ຫ້ອງການ ຖວທ ນະຄອນໄກ ສອນພົມວິຫານ ໄດ້ລົງກວດກາ ແລະ ບັງຄັບໃຊ້ມາດຕະການທີ່ ເດັດຂາດແລ້ວຕໍ່ກັບຮ້ານບັນເທີງ, ຮ້ານອາຫານ ແລະ ຮ້ານກິນດື່ມ-ປີ້ງແກ້ມ ທີ່ບໍ່ປະຕິບັດຕາມລະບຽບການ ຫຼື ວ່າເມີນເສີຍ ກັບຄໍາແຈ້ງການເລກທີ 0749/ຖວທ, ລົງວັນທີ 6 ພຶດ ສະພາ 2019 ຊຶ່ງກໍໄດ້ຮັບສະແດງຄວາມຊື່ນຊົມຈາກສັງຄົມເປັນຈໍານວນຫຫຼວງຫຼາຍ ໃນນີ້ຄໍາແຈ້ງການດັ່ງກ່າວແມ່ນມີຜົນບັງຄັບໃຊ້ເລີ່ມແຕ່ວັນທີ 1 ກໍລະກົດ 2019 ເປັນຕົ້ນໄປ.

ຊຶ່ງໃນວັນທີ 5 ກໍລະກົດ 2019 ເລີ່ມແຕ່ເວລາ 20 ໂມງ 30 ນາທີ ຄະນະສະເພາະ ພະແແນກ ຖວທ ແຂວງ, ປະກອບມີ: ຫ້ອງການບໍລິຫານພະແນກ, ຂະແໜງວັດທະນະທໍາ, ທ່ອງທ່ຽວ, ກວດກາ, ເຈົ້າໜ້າທີ່ ປກສ ແຂວງ, ຫ້ອງ ການ ຖວທ ນະຄອນໄກສອນ ພົມວິຫານ ແລະສື່ມວນຊົນຈໍານວນໜຶ່ງໄດ້ລົງກວດກາ ແລະ ບັງຄັບໃຊ້ມາດຕະການຕໍ່ກັບຮ້ານບັນເທີງ, ຮ້ານອາຫານ, ຮ້ານກິນດື່ມ-ປີ້ງແກ້ມ ໃນນີ້ມີ ຮ້ານໂຮມເບຍ ຂອງທ້າວອັກຄະລະ ຢູ່ບ່້ານນາເລົ່າ, ຮ້ານສຸກສະຫວັນ ຂອງນາງມະນີສອນ ຢູ່ບ້ານໄຊຍະພູມ ແລະ ຮ້ານ ລາວຈະເລີນບາ ຢູ່ບ້ານໄຊຍະພູມ ຊຶ່ງທັງສາມຮ້ານດັ່ງກ່າວແມ່ນ ເຄື່ອນໄຫວບໍ່ສອດຄ່ອງກັບລະບຽບຫຼັກການ:

ເປັນຕົ້ນແມ່ນທາງການບໍ່ອະນຸຍາດໃຫ້ເປີດບໍລິການເຄື່ອງສຽງ ແລະ ເຄື່ອງດົນຕີທຸກປະເພດເສບຢູ່ຂ້າງນອກອາຄານເກີດມີສຽງດັງ ເກີນຂອບເຂດ, ມີການນໍາໃຊ້ຈໍ LCD ເຄື່ອງສາຍໂປຣເຈັກເຕີ, ຮ້ອງເພງຄາລາໂອເກະ ແລະ ມີການເສບໂຟັກຊ໋ອງອື່ນໆ ເຫັນ ວ່າດໍາເນີນກິດຈະການລັກສະນະນີ້ແມ່ນບໍ່ສອດຄ່ອງກັບລະບຽບກົດໝາຍ ຊຶ່ງທາງພາກ ສ່ວນກ່ຽວໄດ້ມີການກວດກາ ແລະຕິດຕາມທັງເຮັດບົດບັນທຶກ ຜ່ານ​ມາກໍ່ໄດ້ມີການຮ້ອງຟ້ອງຈາກສັງຄົມບໍ່ຈັກວ່າເທົ່າໃດແລ້ວ.

ໃນໂອກາດລົງກວດກາຊຸກ ຍູ້ການບັງຄັບໃຊ້ລະບຽບກົດໝາຍ ເພື່ອກະກຽມໃຫ້ແກ່ການອາຍັດເຄື່ອງສຽງປະເພດ ຕ່າງໆຢູ່ບັນດາຮ້ານບັນເທີງ, ຮ້ານອາຫານປະກົດວ່າໄດ້ຮັບການຮ່ວມມືຈາກຜູ້ປະກອບ ການທຸລະກິດບັນເທີງເປັນຢ່າງດີ ເປັນຕົ້ນໃຫ້ການຮ່ວມມືໃນການເລີກຮື້ປະເພດເຄື່ອງສຽງ, ເຄື່ອງເສບດົນຕີ, ເຄື່ອງສາຍໂປຣເຈັກເຕີ ແລະ ຈໍແອວ ຊີດີກະທັ້ງໂຟ໋ກຊ໋ອງທັງໝົດເອງ ພ້ອມທັງປະກາດໂຕວ່າ: ຈະຖືເອົາຮ້ານອາຫານດາວຮຸ່ງ, ຮ້ານອາຫານລາວເດີມ ແລະ ຮ້ານອາຫານພູນສຸກ ເປັນຕົວແບບທີ່ມີການເປີດສຽງຄ່ອຍໆເບົາໆ.. ທັງນີ້ກໍ່ເພື່ອບໍ່ ຢາກໃຫ້ທາງການອາຍັດ ແລະ ຮ້ານຖືກໂຈະການບໍລິການ.

ຄະນະສະເພາະກິດກ່ຽວ ກັບການແກ້ໄຂປະກົດການຫຍໍ້ ທໍ້ທາງດ້ານບັນເທີງໃຫ້ສໍາພາດຕໍ່ທິມຂ່າວໜັງສືພິມວ່າ: ທິມງານຈະສືບຕໍ່ລົງເຄື່ອນ ໄຫວ ຢ່າງແຂງແຮງ ຕໍ່ກັບຮ້ານບັນເທີງ, ຮ້ານອາຫານ, ຮ້ານປີ້ງແກ້ມຕ່າງໆພາຍໃນນະ ຄອນໄກສອນ ພົມວິຫານ ເຖິງ ວ່າມີບາງຄັ້ງບາງຄາວອໍານາດການປົກຄອງທ້ອງຖິ່ນ ແລະເຈົ້າໜ້າທີ່ຕໍາຫຼວດກຸ່ມບ້ານ ຍັງບໍ່ທັນໃຫ້ການຮ່ວມ ໄມ້ຮ່ວມມືພໍປານໃດແຕ່ວ່າ ວຽກງານກວດກາກໍ່ໄດ້ຖືກຈັດ ຕັ້ງປະຕິບັດເປັນຂັ້ນເປັນ ຕອນ.

ຂໍ້ມູນຈາກ: ນສພ ສະຫວັນພັດທະນາ

Comments