ເຂົ້າສານ ໃນຕະຫຼາດລາຄາແພງຂຶ້ນ ເຂົ້າບາງປະເພດເລີ່ມຂາດຕະຫຼາດ ຍ້ອນ…

ເຂົ້າບາງປະເພດເລີ່ມຂາດຕະຫຼາດເຮັດໃຫ້ລາຄາເຂົ້າແພງຂຶ້ນ ໂດຍສະເພາະແມ່ນເຂົ້າເປືອກທີ່ໂຮງສີຊື້ຈາກຊາວນາໃນໄລຍະຕົ້ນປີຢູ່ທີ່ລະດັບ 2.500 ກີບ ຫາ 2.800 ກີບຕໍ່ກິໂລ ຕົກມາຮອດປັດຈຸບັນປັບຂຶ້ນເປັນ 3.500 ກີບ ຫາ 3.800 ກີບຕໍ່ກິໂລ ສ່ວນເຂົ້າສານຂາຍຍ່ອຍຢູ່ຕາມທ້ອງຕະຫຼາດ 90 ພັນກີບຕໍ່ໝື່ນ ປັບຂຶ້ນຈາກຕົ້ນປີ 10.000 ກີບ.

ຈາກການລົງຕິດຕາມຮ້ານຂາຍເຂົ້າເຂດຕະຫຼາດຫົວຂົວ ເມືອງໄຊເສດຖາ ນະຄອນຫຼວງຈັນ ຂອງທີມຂ່າວເຫັນວ່າລາຄາເຂົ້າປະເພດຕ່າງໆທີ່ຕິດລາຄາຂາຍຕາມໜ້າຮ້ານນັ້ນແມ່ປັບຕົວຂຶ້ນສູງຫຼາຍຖ້າທຽບໃສ່ຕົ້ນປີ ເຊັ່ນ: ເຂົ້າໜຽວບ້ານໂດນ ລາຄາ 90.000 ຫາ 110.000 ກີບຕໍ່ໝື່ນ, ເຂົ້າໄກ່ນ້ອຍ ລາຄາ 110.000 ກີບຕໍ່ໝື່ນ, ເຂົ້າຈ້າວ ລາຄາ 100.000 ຫາ 110.000 ກີບຕໍ່ໝື່ນ.

ແມ່ ຈັນມະລິ ຂາຍເຂົ້າສານສົ່ງ ແລະ ຂາຍຍ່ອຍ ກ່າວວ່າ: ລາຄາເຂົ້າປີນີ້ແມ່ນສູງຂຶ້ນຫຼາຍ ຂາຍເຂົ້າຍາກ, ມີກຳໄລໜ້ອຍ ເພາະຊື້ມາໃນລາຄາແພງ ເຊັ່ນ: ເຂົ້າສານໜຽວບ້ານໂດນ ລາຄາປັດຈຸບັນຊື້ 380.000 ກີບຕໍ່ເປົາ ນຳມາຂາຍຍ່ອຍໄດ້ກຳໄລພຽງໝື່ນລະ 2.000 ຫາ 3.000 ກີບເທົ່ານັ້ນ, ເຂົ້າໄກ່ນ້ອຍຊຽງຂວາງ ແມ່ນເລີ່ມຂາດຕະຫຼາດແລ້ວ ສັ່ງຊື້ຢູ່ຊຽງຂວາງກໍບໍ່ມີ. ຫາກມາທຽບລາຄາເຂົ້າໃນຕົ້ນປີກັບປັດຈຸບັນຄື ເຂົ້າໜຽວບ້ານໂດນ ຕົ້ນປີລາຄາ 80.000 ກີບຕໍ່ໝື່ນ ມາຮອດປັດຈຸບັນຂຶ້ນເປັນ 110.000 ກີບຕໍ່ໝື່ນ ເຊິ່ງຂຶ້ນເຖິງ 30.000 ກີບຕໍ່ໝື່ນ.

ສ່ວນແມ່ຄ້າທ່ານໜຶ່ງບໍ່ປະສົງອອກນາມໃຫ້ຮູ້ວ່າ: ຕົນເອງກໍເປີດຮ້ານຂາຍເຂົ້າມາ 7 – 8 ປີແລ້ວ ນໍາເອົາເຂົ້າມາຂາຍຈາກທົ່ວທຸກພາກຂອງປະເທດ, ຜ່ານມາກໍຍັງບໍ່ເຫັນລາຄາເຂົ້າຂຶ້ນຫຼາຍເທົ່າປີນີ້ ແລະ ດັ່ງທີ່ຮູ້ກັນແລ້ວວ່າປີຜ່ານມາຫຼາຍເຂດແມ່ນໄດ້ຖືກນ້ຳຖ້ວມເຂົ້ານາເສຍຫາຍ ບໍ່ວ່າຈະເປັນພາກໃຕ້, ພາກເໜືອ ເຮັດໃຫ້ປະຊາຊົນບໍ່ມີເຂົ້າຂາຍໃຫ້, ເຂົ້າເມັດໃຫຍ່, ເຂົ້າໄກ່ນ້ອຍ ເຂດຊຳເໜືອ, ຊຽງຂວາງ ຕອນນີ້ແມ່ນຂາດຕະຫຼາດແລ້ວ ສ່ວນລາຄາເຂົ້າໃນແຕ່ລະມື້ກໍບໍ່ເປັນປົກກະຕິມີປັບຂຶ້ນ – ລົງຢູ່ຕະຫຼອດ.

ເອື້ອຍ ກາ ສີປະເສີດ ຮ້ານຂາຍຂອງກິນສຸກ ບ້ານຄຳສະຫວາດ ເມືອງໄຊເສດຖາ ກ່າວວ່າ: ລາຄາເຂົ້າທີ່ສູງຂຶ້ນການຂາຍເຂົ້າສຸກກໍບໍ່ໄດ້ມີກຳໄລຫຍັງ ມີແຕ່ອາໄສຂາຍຂອງກິນທັບຖົມກັນໄປ ເພາະເຂົ້າທີ່ຊື້ມາໃນລາຄາ 90.000 ກີບຕໍ່ໝື່ນ ຖ້າເອົາມາໜຶ່ງກໍຈະໄດ້ປະມານ 14 ກິໂລ ແລະ ຂາຍ 10.000 ກີບຕໍ່ກິໂລ ຖ້າບວກຄ່າຖ່ານ, ຄ່ານ້ຳ ແລະ ຄ່າແຮງງານ ກໍຖືວ່າບໍ່ມີກຳໄລເລີຍ.

ໃນຂະນະທີ່ ທ່ານ ນາງ ບຸນຮຽງ ພົມມີໄຊ ເຈົ້າຂອງໂຮງສີເຂົ້າ ນາງ ບຸນຮຽງ ບ້ານດອນໜູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ລາຄາເຂົ້າປັບໂຕຂຶ້ນສູງ ເພາະປັດຈຸບັນລາຄາເຂົ້າເປືອກແມ່ນສູງກວ່າທຸກປີ ເຂົ້າເປືອກໜຽວ ລາຄາ 3.500 – 3.800 ກີບຕໍ່ກິໂລ ແລະ ເຂົ້າເປືອກຈ້າວ 4.000 – 4.200 ກີບຕໍ່ກິໂລ ເຊິ່ງໃນແຕ່ລະປີລາຄາເຂົ້າເປືອກຈະຢູ່ທີ່ 3.000 ຫາ 3.400 ກີບຕໍ່ກິໂລ, ໃນຂະນະທີ່ລາຄາຕົ້ນປີແມ່ນ 2.500 ຫາ 2.800 ກີບຕໍ່ກິໂລ. ພວກເຮົາໃນນາມເຈົ້າຂອງໂຮງສີເຂົ້າກໍໄດ້ຮັບຜົນກະທົບໜັກຈາກລາຄາເຂົ້າທີ່ແພງຂຶ້ນ ເພາະໄດ້ເຮັດສັນຍາສະໜອງແກ່ກົມກອງທະຫານ. ສ່ວນການແກ້ໄຂລາຄາເຂົ້າແພງ ທ່ານເຈົ້າຂອງໂຮງສີເຂົ້າໃຫ້ທັດສະນະວ່າ: ລັດຈະຕ້ອງປ່ອຍເຂົ້າຄັງແຮອອກມາ ເພື່ອສະໜອງໃຫ້ພຽງພໍກັບຄວາມຕ້ອງການຂອງຕະຫຼາດຈຶ່ງຈະສາມາດຍູ້ລາຄາເຂົ້າໃຫ້ຖືກລົງ.

( ຂ່າວ: ສັນຕິ )

ທີ່ມາ: ຂ່າວເສດຖະກິດ-ການຄ້າ

Comments