ສປປ ລາວ ເປີດນຳໃຊ້ ວີຊາອອນລາຍ (eVisa) ຢ່າງເປັນທາງການ ຢູ່ 2 ດ່ານ

ພາຍຫຼັງລັດຖະບານໄດ້ອະນຸມັດໃຫ້ກະຊວງການຕ່າງປະເທດ ດຳເນີນໂຄງການອອກວີຊາຜ່ານລະບົບອີເລັກໂຕຣນິກ ຫຼື eVisa ເພື່ອຄວາມສະດວກ ແລະ ວ່ອງໄວໃຫ້ແກ່ນັກທ່ອງທ່ຽວທີ່ມີຄວາມປະສົງຂໍວີຊາເຂົ້າ ສປປ ລາວ.


ຫຼ້າສຸດ, ໃນວັນທີ 9 ກໍລະກົດ 2019 ກະຊວງການຕ່າງປະເທດ ໂດຍສົມທົບກັບບັນດາພາກສ່ວນທີ່ກ່ຽວຂ້ອງ ໄດ້ຈັດພິທີເປີດການບໍລິການນຳໃຊ້ວີຊາອອນລາຍ (eVisa) ຢ່າງເປັນທາງການ ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ.


ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດໄດ້ກ່າວວ່າ: ມາເຖິງປັດຈຸບັນ ສປປ ລາວ ​ໄດ້​ມີ​ຂໍ້ຕົກລົງ​ຍົກເວັ້ນວີ​ຊາປະ​ເພດ​ຕ່າງໆແບບສອງ​ຝ່າຍ ແລະ ຍົກ​ເວັ້ນຝ່າຍ​ດຽວ ກັບ 46 ປະ​ເທດໃນທົ່ວໂລກ. ພ້ອມ​ດຽວ​ກັນ​ນັ້ນ, ກໍ​ຍັງ​ໄດ້​ບໍລິການ​ອອກ​ວີ​ຊາ​ໃຫ້​ແກ່​ຄົນ​ຕ່າງປະ​ເທດ ທີ່​ມີ​ຈຸດປະສົງ​ເຂົ້າມາ ສປປ ລາວ ຜ່ານ​ ບັນ​ດາສະ​ຖານ​ທູດ, ສະ​ຖານ​ກົ​ງ​ສຸນ​ໃຫຍ່ ​ແລະ ຫ້ອງ​ການ​ກົງ​ສຸນຂອງ​ ສປປ ລາວ ຢູ່​​ຕ່າງ​ປະ​ເທດ​ ກໍຄື​ຜ່ານ​ໜ່ວຍ​ງານອອກ​ວີ​ຊາປະ​ຈຳ​ຢູ່​ດ່າ​ນ​ສາ​ກົນ​ຕ່າງໆ​ 21 ດ່ານ ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ເພື່ອ​ເປັນ​ທາງ​ເລືອກ​ສຳ​ລັບການ​ຂໍ​ວີ​ຊາ ​ເຂົ້າສ​ປ​ປ ລາວ ຕື່ມ​ອີກ.


ແຕ່​ການ​ບໍລິການ​ອອກ​ວີ​ຊາ​​ໃຫ້ແກ່​ຄົນ​ຕ່າງປະ​ເທດ ຍັງ​ມີ​ຂີດ​ຈຳກັດ ​ແລະ ບໍ່​ທົ່ວ​ເຖິງ, ທັງ​ນີ້ ກໍ​ຍ້ອນ​ຈຳນວນ​ສຳນັກງານ​ຜູ້ຕາງໜ້າ ກໍ​ຄືສະຖານກົງສຸນ​ ແຫ່ງ ສປປ ລາວ ຢູ່​ຕ່າງປະ​ເທດ ຍັງມີຈຳນວນ​ຈຳກັດ, ອັນ​ໄດ້​ເຮັດ​ໃຫ້​ຂະ​ບວນການ​ຂໍ​ວີ​ຊາ​ເຂົ້າ ສປປ ລາວ ພົບຄວາມ​ຫຍຸ້ງຍາກ, ໂດຍສະເພາະແມ່ນຢູ່ໃນບັນດາປະເທດທີ່ບໍ່ມີສຳນັກງານຕາງໜ້າການທູດລາວເຮົາຕັ້ງຢູ່. ໂດຍ​ປະ​ຕິ​ບັດ​ນະ​ໂຍ​ບາຍເປີດກ​ວ້າງ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ຕ່າງ​ປະ​ເທດ​ໃນ​ການ​ຍົກ​ລະ​ດັບ​ລະບົບ​ການ​ອອກວີ​ຊາເຂົ້າ ສ​ປ​ປ ລາວ ໄປ​ສູ່​ລະ​ດັບ​ທັນ​ສະ​ໄໝ​,​​ ວ່ອງໄວ, ມີປະສິດທິພາບ ແລະ ໂປ່ງໃສ ເທື່ອລະກ້າວ ລັດ​ຖະ​ບານ ແຫ່ງ ສປປ ​ລາວ ຈຶ່ງໄດ້ຕົກລົງໃຫ້ມີການພັດທະນາລະບົບອອກວີຊາອອນລາຍ ເພື່ອເປັນທາງເລືອກໃໝ່ໜຶ່ງອີກໃຫ້ແກ່ຄົນຕ່າງປະເທດ ໂດຍແນໃສ່ຊຸກຍູ້ສົ່ງເສີມການພົວພັນຮ່ວມມືໃນດ້ານຕ່າງໆ ກໍ່ຄືການໄປມາຫາສູ່ ລະຫວ່າງ ຄົນລາວ ແລະ ຄົນຕ່າງປະເທດໃຫ້ມີການຂະຫຍາຍຕົວຍິ່ງຂຶ້ນ.


ລະບົບດັ່ງກ່າວນີ້ຈະໄດ້ນຳໃຊ້ໄປຄຽງຄູ່ກັບລະບົບທີ່ປະຕິບັດຢູ່ໃນປັດຈຸບັນ. ເຊິ່ງ​ທຸກ​ຄົນສາ​ມາດສະ​ເໜີ​ຂໍວີ​ຊາ​ເຂົ້າ ສ​ປ​ປ ລາວ ​ທາງອອນ​ລາຍ​ໄດ້​ທຸກ​ເວ​ລາ ແລະ ທຸກ​ສະ​ຖານ​ທີ່ ທີ່​ມີອິນ​ເຕີ​ເນັດ. ລັດຖະບານ ​ໄດ້​ອະນຸຍາດ​ໃຫ້​ນໍາ​ໃຊ້ 7 ດ່ານ ​ຄື: ສະ​ໜາມ​ບິນ​ສາ​ກົນ​ວັດ​ໄຕ; ຂົວ​ມິດ​ຕະ​ພາບ 1; ​ຂົວ​ມິດ​ຕະ​ພາບ 2; ຂົວ​ມິດ​ຕະ​ພາບ 4; ສະ​ໜາມ​ບິນ​ສາກົນຫຼວງ​ພະ​ບາງ; ສະ​ໜາມ​ບິນ​ສາກົນປາກ​ເຊ ແລະ ດ່ານ​ບໍ່​ເຕັນ ​ເພື່ອ​ເປັນ​ດ່ານ​ໃນ​ການ​ຮອງ​ຮັບ ​ແລະ ບໍລິການ​ສຳລັບ​ຄົນ​ຕ່າງປະ​ເທດ​ທີ່​ນຳ​ໃຊ້​ວີ​ຊາອອນລາຍ ​ເຂົ້າ​ມາ ສປປ ລາວ. ​ແຕ່​ໃນ​ໃນ​ໄລຍະ​​ເລີ່​ມຕົ້ນ​ຈະ​ເລີ່​ມ​ໃຫ້​ບໍລິການຢູ່ 2 ບ່ອນ​ກ່ອນ​ຄື: ສະໜາມ​ບິນ​ສາກົນວັດ​ໄຕ ​ແລະ ຂົວ​ມິດຕະພາບ 1 ນະຄອນຫຼວງວຽງຈັນ-ໜອງຄາຍ, ຊຶ່ງ​​ໃນ​ປັດຈຸ​ບັນ ຜູ້​ທີ່​​ໃຊ້​ວີ​ຊາອອນ​ລາຍ ສາມາດ​ເຂົ້າ ສປປ ລາວ ​ໄດ້ ​ໂດຍຜ່ານ 2 ດ່ານ​ ຕາມ Website: www.laoevisa.gov.la​, ຫຼັງ​ຈາກ​ນັ້ນ, ​ໃນ​ເວລາ​ອັນ​ໃກ້​ນີ້ ຈະ​ຂະຫຍາຍລະບົບ​ໄປ​ສູ່​ດ່ານ​ອື່ນ​ທີ່​ຍັງ​ເຫຼືອ ຈົນ​ກວ່າ​ສໍາ​ເລັດທັງ​ໝົດ 7 ດ່ານ.
ສ່ວນ​ໄລຍະ​ທີ 2 ຈະ​ໄດ້​ມີ​ການ​ຄົ້ນຄວ້າ ​ແລະ ສະ​ເໜີຂໍອະນຸມັດ ຈາກ​ລັດຖະບານ ​ໃນ​ການສືບ​ຕໍ່​ພັດທະນາ ຢູ່​ດ່ານ​ສາກົນ​ອື່ນ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ​ໂດຍ​ອີງ​ໃສ່​​ເງື່ອນ​ໄຂ ​ແລະ ​ຄວາມ​ຈໍາ​ເປັນຕົວ​ຈິງໃນ​ອະນາຄົດ, ທ່ານ ສະເຫຼີມໄຊ ກົມມະສິດ ກ່າວ.

ທີ່ມາ: ຂ່າວເສດຖະກິດ-ການຄ້າ

Comments