News

ຫຼາຍແຂວງ ອາດເກັບລາຍຮັບບໍ່ບັນລຸເປົ້າໝາຍຍ້ອນສາເຫດດັ່ງນີ້….

ໄລຍະ 6 ເດືອນຕົ້ນປີ 2019 ເສດຖະກິດຂອງ ສປປ ລາວ ຍັງມີທ່າອ່ຽງທີ່ດີເຖິງແມ່ນວ່າຈະໄດ້ຮັບຜົນກະທົບເລັກໜ້ອຍຈາກສົງຄາມການຄ້າ ຈີນ – ສະຫະລັດ ລວມທັງວຽກງານການຟື້ນຟູໄພພິບັດຈາກປີຜ່ານມາ ເຊິ່ງປີ 2019 ລັດຖະບານກຳນົດຕົວເລກ GDP ໄວ້ທີ່ 6,7% ອາດຈະບໍ່ສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ ສາເຫດຍ້ອນການລະບາດຂອງຝູງບົ້ງສາລີ, ໝູອາຟຣິກາຢູ່ຫຼາຍແຂວງ ລວມທັງການບົກແຫ້ງຂອງລະດັບແມ່ນ້ຳຂອງທີ່ອາດຈະສົ່ງຜົນກະທົບຕໍ່ການຜະລິດເຂື່ອນຕ່າງໆ ທີ່ກຳລັງຈະເປີດໄລຍະທ້າຍປີນີ້ທີ່ອາດຈະເຮັດໃຫ້ຫຼາຍແຂວງບໍ່ສາມາດເກັບລາຍຮັບຂອງຕົນໄດ້ຕາມຄາດໝາຍ. ປັດຈຸບັນບັນດາແຂວງຕ່າງໆ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ກຳລັງສຸມໃສ່ການເກັບລາຍຮັບຂອງຕົນເຂົ້າໃນງົບປະມານທີ່ສະພາທ້ອງຖິ່ນ ຫຼື ສະພາແຂວງຮັບຮອງສະເພາະປີ. ຄຽງຄູ່ກັນນັ້ນ, ກໍຕ້ອງໄດ້ຄົ້ນຄວ້າເປີດກວ້າງນະໂຍບາຍການລົງທຶນໃຫ້ເປັນໄປຕາມຄຳສັ່ງເລກທີ 02/ນຍ ເພື່ອເຮັດໃຫ້ບັນຍາກາດຂອງການລົງທຶນໃຫ້ຢູ່ໃນຕົວເລກທີ່ໜ້າເພິ່ງພໍໃຈ ແນວໃດກໍດີການເກັບລາຍຮັບໄລຍະທ້າຍປີອາດຈະບໍ່ໄດ້ຕາມແຜນທີ່ກຳນົດ ເນື່ອງຈາກການລະບາດຂອງຝູງບົ້ງສາລີ, ພະຍາດອະຫິວາໝູອາຟຣິກາ ແລະ ການບົກແຫ້ງຂອງນ້ຳຂອງທີ່ຈະສົ່ງຜົນຕໍ່ການຜະລິດກະແສໄຟຟ້າຂອງບັນດາເຂື່ອນໃໝ່ 20 ກວ່າເຂື່ອນ ທີ່ກຳລັງຈະເປີດໃນໄວໆນີ້. ທ່ານ ຄຳພັນ ເຜີຍຍະວົງ ເຈົ້າແຂວງອຸດົມໄຊ ກ່າວວ່າ: ໃນໄລຍະ 6 ເດືອນຕົ້ນປີ 2019 ເສດຖະກິດອຸດົມໄຊ ຂະຫຍາຍຕົວຢ່າງໜ້າພໍໃຈໃນລະດັບ 6,78% ຫາກທຽບໃສ່ໄລຍະດຽວກັນເພີ່ມຂຶ້ນແນ່ນອນ ເຊັ່ນດຽວກັບການປະຕິບັດບັນດາຄາດໝາຍຕ່າງໆ ເຊັ່ນ: ສຶກສາ, ສາທາລະນະສຸກ ...

Read More »

ສະຫະຣາຊະອານາຈັກອັງກິດ ໄດ້ນາຍົກລັດຖະມົນຕີ ຄົນໃໝ່

ຕາມແຫຼງຂ່າວຕ່າງປະເທດ,​ຈາກປະເທດອັງກິດ , ວັນທີ 24 ກໍລະກົດ, ທ່ານ ບໍຣີສ ຈອນສັນ ອາຍຸ 55 ປີ ອະດີດເປັນລັດຖະມົນຕີ ກະຊວງການ ຕ່າງປະເທດ ແລະ ເຈົ້າຄອງນະຄອນຫຼວງ ລອນດອນຂອງ ອັງກິດ ໄດ້ຮັບເລືອກຕັ້ງ ເປັນນາຍົກລັດຖະມົນຕີ ຄົນໃໝ່ຂອງ ອັງກິດ ຫຼັງຈາກ ໄດ້ຮັບເລືອກ ເປັນຫົວໜ້າພັກອະນຸລັກນິຍົມ ຄົນໃໝ່. ຄາດວ່າ ທ່ານບໍຣິສ ຈອນສັນ ຈະມີກຳນົດ ເຂົ້າຂ່ຳນັບສົມເດດ ພະລາຊານີນາດ ເອລິ ຊາເບດ ທີ 2 ຢ່າງເປັນທາງການ ເພື່ອຈັດຕັ້ງຄະນະ ລັດຖະມົນຕີຊຸດໃໝ່ ຂຶ້ນມາເຮັດໜ້າທ່ີ ບໍລິຫານປະເທດ ແລະ ການຖອນຕົວອອກຈາກ ສະຫະພາບເອີຣົບ ຫລື EU ເພື່ອໃຫ້ທັນກັບເວລາທ່ີກຳນົດໄວ້ໃນວັນທີ 31 ຕຸລາປີນີ້. ທີ່ມາ: ຂ່າວສານປະເທດລາວ.

Read More »

ນາຍົກລັດຖະມົນຕີ ຕ້ອນຮັບ ປະທານ IFAD

ໃນວັນທີ 25 ກໍລະກົດ 2019 ທີ່ ນະຄອນຫຼວງວຽງຈັນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ກິວເບີດ ຮຸງໂບ (Gilbert F. Houngbo) ປະທານອົງການກອງທຶນສາກົນ ເພື່ອການພັດທະນາດ້ານກະສິກຳ (IFAD) ພ້ອມດ້ວຍຄະນະ ໃນໂອກາດທີ່ທ່ານມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນ ລະ ຫວ່າງ ວັນທີ 22-25 ກໍລະກົດ 2019. ທີ່ມາ: ຂ່າວສານປະເທດລາວ.

Read More »

ພິທີເປີດ ທຶນສົມທົບເພື່ອສົ່ງເສີມທຸລະກິດລາວ ຫຼື BAF ໄລຍະ 2

ໃນຕອນບ່າຍວັນທີ 23 ກໍລະກົດ 2019 ທີ່ຫ້ອງປະຊຸມໃຫຍ່ ກະຊວງອຸດສາຫະກຳ ແລະ ການຄ້າ, ໄດ້ຈັດພິທີເປີດ ທຶນສົມທົບເພື່ອສົ່ງເສີມທຸລະກິດ (ທສທ) ພາຍໃຕ້ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT)  ເຊິ່ງບໍລິສັດໜຶ່ງຈະໄດ້ຮັບທຶນຊ່ວຍເຫຼືອສູງສຸດ 200.000 ໂດລາສະຫະລັດ ຕະຫຼອດໄລຍະ 3 ປີຂອງໂຄງການ.​ ໂດຍການເຂົ້າຮ່ວມທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ), ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງ ກະຊວງ ອຄ,  ທ່ານ ຈ໋ອງ ເບີນາລ໌ ຄາຣາສໂກ ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳລາວ,​ ມີບັນດາແຂກຖືກເຊີນ ແລະ ພາກສ່ວນທີກ່ຽວຂ້ອງເຂົ້າຮ່ວມ. ພິທີເປີດໂຄງການທຶນສົມທົບເພື່ອສົ່ງເສີມທຸລະກິດ ພາຍໃຕ້ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT)  ໄດ້ເປີດຄັ້ງທຳອິດໃນວັນທີ 15 ກຸມພາ ...

Read More »

ຢືນຢັນ!!! ຈະແກ້ໄຂຢ່າງເດັດຂາດ ຕໍ່ພະນັກງານເກັບຄ່າທຳນຽມປຶ້ມສຳມະໂນຄົວສູງເກີນ

ຫາງສຽງວິພາກວິຈານຂອງສັງຄົມວ່າ: ໃນໄລຍະຜ່ານມາ, ເຈົ້າໜ້າທີ່ເກັບຄ່າທໍານຽມ ແລະ ຄ່າບໍລິການຈົດທະບຽນຂຶ້ນສໍາມະໂນຄົວແບບທັນສະໄໝສູງເກີນໄປ. ມາຮອດວັນທີ 19 ກໍລະກົດ 2019, ພົຈວ ຄໍາສາຍ ຈັນທະວົງ ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງ ປກສ ໃຫ້ສໍາພາດຕໍ່ນັກຂ່າວປ້ອງກັນຄວາມສະຫງົບ ໂດຍຢືນຢັນຈະເລັ່ງແກ້ໄຂບັນຫາດັ່ງກ່າວໃຫ້ໄດ້ໄວໆນີ້ ພ້ອມທັງຈະມີມາດຕະການເດັດຂາດຕໍ່ພະນັກງານ-ນັກຮົບ ທີ່ຍັງລະເມີດລະບຽບການເກັບຄ່າທໍານຽມ ແລະ ຄ່າບໍລິການຈົດທະບຽນ ສໍາມະໂນຄົວທີ່ກະຊວງ ປກສ ວາງອອກ. ພົຈວ ຄໍາສາຍ ຈັນທະວົງ ກ່າວວ່າ: ໃນໄລຍະຜ່ານມາ, ສັງຄົມໄດ້ວິພາກວິຈານຕໍ່ກັບການເກັບຄ່າທໍານຽມ ແລະ ຄ່າບໍລິການຈົດທະບຽນຂຶ້ນສໍາມະໂນຄົວ ແລະ ບັດປະຈໍາຕົວທີ່ສູງເກີນໄປຂອງເຈົ້າໜ້າທີ່ວິຊາສະເພາະຈໍານວນໜຶ່ງ, ເຊິ່ງເປັນການລະເມີດຕໍ່ລະບຽບກົດໝາຍ ແລະ ຂໍ້ຕົກລົງຕ່າງໆທີ່ໄດ້ກໍານົດໄວ້. ຕໍ່ກັບວຽກງານດັ່ງກ່າວນີ້, ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ລົງຕິດຕາມ, ກວດກາຢ່າງໃກ້ຊິດຕິດແທດ ແລະ ໄດ້ເອົາໃຈໃສ່ແກ້ໄຂຢ່າງຈິງຈັງໃນໄລຍະຜ່ານມາ ພ້ອມທັງໄດ້ເຜີຍແຜ່ ແລະ ຊຸກຍູ້ການຈັດຕັ້ງປະບັດຂໍ້ຕົກລົງຂອງລັດຖະມົນຕີກະຊວງ ປກສ ວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການໃນວຽກງານວິຊາສະເພາະຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານໃຫ້ພະນັກງານ-ນັກຮົບທີ່ເຮັດວຽກງານດັ່ງກ່າວຢ່າງທົ່ວເຖິງໃນຂອບເຂດທົ່ວປະເທດ. ແຕ່ຢ່າງໃດກໍຕາມ, ປັດຈຸບັນນີ້ເຫັນວ່າ ບັນຫາເຈົ້າໜ້າທີ່ເກັບຄ່າທໍານຽມແພງຍັງເກີດຂຶ້ນຢູ່, ເຊິ່ງການກະທໍາດັ່ງກ່າວເປັນການລະເມີດລະບຽບກົດໝາຍ, ...

Read More »

ເຂື່ອນໄຊຍະບູລີ ຢືນຢັນວ່າ ບໍ່ໄດ້ກັກນ້ຳ ຈົນເຮັດໃຫ້ແມ່ນ້ຳຂອງແຫ້ງເຂົ້າຂັ້ນວິກິດໃນຮອບ 50 ປີ

Thai PBS ລາຍງານໃນວັນທີ 22 ກໍລະກົດ 2019 ວ່າ: ຕົວແທນລັດຖະບານ ສປປ.ລາວ ແລະ ບໍລິສັດ CK Power ເຊິ່ງເປັນບໍລິສັດໃນເຄືອ ຊ.ການຊ່າງ (ປະເທດໄທ) ທີ່ບໍລິຫານຈັດການເຂື່ອນໄຊຍະບູລີ ຮ່ວມກັນຢືນຢັນວ່າ: ເຂື່ອນບໍ່ໄດ້ກັກນ້ຳ ຈຶ່ງບໍ່ແມ່ນຕົ້ນເຫດເຮັດໃຫ້ນ້ຳໃນແມ່ນ້ຳຂອງຫຼຸດລົງຈົນຜິດປົກກະຕິ ແຕ່ໄດ້ຕັ້ງຂໍ້ສົງໄສໄປທີ່ການລະບາຍນ້ຳຂອງເຂື່ອນຈິງຫຼົງ ໃນປະເທດຈີນ ທີ່ສົ່ງຜົນຕໍ່ລະດັບແມ່ນ້ຳຂອງຫຼາຍກວ່າ ແລະ ລາຍລະອຽດເພີ່ມເຕີມຕິດຕາມຈາກວິດີໂອລາຍງານຂ່າວຂ້າງລຸ່ມ. ທີ່ມາ: ABC Laos news ສຳນັກຂ່າວເອບີຊີລາວ ຂອບໃຈຂໍ້ມູນຈາກ Thai PBS

Read More »

ອາກາດຮ້ອນຍັງສືບຕໍ່ມີກຳລັງແຮງປົກຄຸມ ຢູ່ທົ່ວທຸກພາກຂອງປະເທດລາວ

ພະຍາກອນອາກາດຈາກກົມອຸຕຸນິຍົມ ແລະອຸທົກກະສາດ ປະຈໍາວັນທີ 19 ກໍລະກົດ 2019 ບໍລິເວນຄວາມກົດດັນຕໍ່າຂອງອາກາດຮ້ອນຍັງສືບຕໍ່ມີກຳລັງແຮງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມ, ຊື່ງຈະເຮັດໃຫ້ອາກາດ ຮ້ອນຂື້ນຢູ່ໃນແຕ່ລະພາກ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.   ທີ່ມາ: ABC Laos news ສຳນັກຂ່າວເອບີຊີລາວ

Read More »

ຫ້ອງການກະສິກຳ ແລະ ປ່າໄມ້ ໄດ້ທຳລາຍ​ຊີ້ນສ່ວນໝູທີ່ນຳເຂົ້າບໍ່ຖືກຕ້ອງ

ເພື່ອປະຕິບັດຕາມແຈ້ງການຂອງພະແນກກະສິກຳ ແລະ ປ່າໄມ້ແຂວງສະຫວັນນະເຂດ ໃນການເອົາໃຈໃສ່ສະກັດກັ້ນການນຳເຂົ້າຊີ້ນໝູ ​ທີ່ບໍ່​ຖືກ​ຕ້ອງ, ດັ່ງ​ນັ້ນ, ໃນຕອນແລງຂອງວັນທີ 15 ກໍລະກົດ 2019 ທີ່ເດີ່ນຫ້ອງການກະສິກຳ ແລະ ປ່າໄມ້ເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ຈັດພິທີທຳລາຍຊີ້ນໝູ ທີ່ນຳເຂົ້າບໍ່ຖືກຕ້ອງຈຳນວນ 92 ກິໂລ ທີ່ເຈົ້າໜ້າທີ່ສັດຕະວະແພດ ກວດກາເຫັນ ມີການຊຸກເຊື່ອງມາໃນລົດໂດຍສານສອງແຖວ ແລ່ນ ເຊໂປນ – ແຊນແດນ ໝາຍເລກທະບຽນ 3509 ເຊິ່ງພົບເຫັນ ແລະ ຢຶດເອົາຊີ້ນໝູທີ່ນຳເຂົ້າມາບໍ່ຖືກຕ້ອງເຂດບ້ານ ນາລົມ ເມືອງເຊໂປນ ແຂວງສະຫວັນນະເຂດ ສະນັ້ນເພື່ອເປັນການສະກັດກັ້ນການລະບາດຂອງພະຍາດອະຫິວາໝູອາຟຣິກາ ທີ່ກຳລັງລະບາດຢູ່ພາກກາງຂອງ ສສ ຫວຽດນາມ ເຊິ່ງພະຍາດດັ່ງກ່າວບໍ່ສາມາດຮັກສາໄດ້ ແລະ ປິ້ນປົວໄດ້ ແລະ ມີອັດຕາການຕາຍສູງເຖິງ 90%  ສະນັ້ນຈຶ່ງໄດ້ຈັດພິທີທຳລາຍຖິ້ມດ້ວຍການເຝົາ ຫຼືຝັງ ຕາມເຕັກນິກວິຊາການ ພ້ອມທັງກ່າວເຕືອນ ແລະ ເຮັດບົດບັນທຶກຢຶດສິ້ນສ່ວນດັ່ງກ່າວ ແລະ ຢາກຝາກເຕືອນມາຍັງພໍ່ແມ່ປະຊາຊົນຈົ່ງເອົາໃຈໃສ່ກ່ອນຈະຊື້ເຄື່ອງບໍລິໂພກຕ່າງໆເພື່ອລີກລ້ຽງບັນຫາຕໍ່ສຸຂະພາບຂອງບັນດາທ່ານທີ່ຈະຕາມມາ. ພາບ-ຂ່າວ: ຖວທ ເມືອງເຊໂປນ

Read More »

ລາຄາສິນຄ້ານຳເຂົ້າປັບສູງຂຶ້ນ ເຮັດໃຫ້ມີຜົນກະທົບຕໍ່ຊາວຄ້າຂາຍ ແລະ ຜູ້ບໍລະໂພກ

ປັດ­ຈຸ­ບັນ ສິນ­ຄ້າ​ນຳ​ເຂົ້າ​ຫຼາຍ​ຊະ­ນິດ​ທີ່​ຂາຍ​ຢູ່​ໃນ​ຕະ­ຫຼາດ ແລະ ຮ້ານ​ຄ້າ​ທົ່ວ​ໄປ ແມ່ນ​ໄດ້​ມີ​ການ​ປັບ​ຂຶ້ນ​ເລັກ​ໜ້ອຍ ເພາະ​ສິນ­ຄ້າ​ສ່ວນ​ໃຫຍ່​ແມ່ນ​ນຳ​ເຂົ້າ​ຈາກ​ຕ່າງ­ປະ­ເທດ ທີ່​ພົວ­ພັນ​ເຖິງ​ອັດ­ຕາ​ແລກ­ປ່ຽນ ເຊິ່ງ​ສົ່ງ​ຜົນ​ກະ­ທົບ​ໂດຍ​ກົງ​ຕໍ່​ຊາວ​ຄ້າ­ຂາຍ ແລະ ຜູ້​ບໍ­ລິ­ໂພກ. ໃນ​ວັນ​ທີ 16-17 ກໍ­ລະ­ກົດ 2019 ທີມ​ງານ​ຂ່າວ​ໜັງສືພິມວຽງຈັນໃຫມ່ ໄດ້​ລົງ​ເກັບ​ກຳ​ຂໍ້​ມູນ​ການ​ຊື້​ຂາຍ­ຂອງ​ແມ່​ຄ້າ​ຢູ່​ຕະ­ຫຼາດ​ໜອງ​ບົວ­ທອງ ເມືອງ​ສີ​ໂຄດ​ຕະ­ບອງ ແລະ ຕະ­ຫຼາດ​ຫົວ​ຂົວ ເມືອງ​ໄຊ​ເສດ​ຖາ ນະ­ຄອນ­ຫຼວງ​ວຽງ​ວັນ ເຫັນ​ວ່າ ແມ່​ຄ້າ​ຂາຍ­ເຄື່ອງ​ພົບ​ບັນ­ຫາ​ຂາຍ­ເຄື່ອງ​ບໍ່​ໄດ້​ດີ ແລະ ມີ​ຜົນ​ກຳ­ໄລ​ໜ້ອຍ​ລົງ ທຽບ­ໃສ່​ເມື່ອ​ກ່ອນ ຍ້ອນ​ສິນຄ້າ​ນຳ​ເຂົ້າ​ຈາກ​ຕ່າງ­ປະ­ເທດ​ມີ​ລາ­ຄາ​ແພງ​ຍ້ອນ​ເງິນ​ໂດ​ລາ​ສະ­ຫະ­ລັດ ແລະ ເງິນ​ບາດ​ໄທ​ສູງ ທຽບ­ໃສ່​ເງິນ​ກີບ ຜ່ານ​ການ​ສອບ​ຖາມ ນາງ ປື້ມ ວຽງ​ຄຳ​ແກ້ວ ເຈົ້າ​ຂອງ​ຮ້ານ​ຂາຍ­ເຄື່ອງ​ແຫ້ງ​ຕະ­ຫຼາດ​ໜອງ​ບົວ­ທອງ ໃຫ້​ຮູ້​ວ່າ: ການ­ຈຳ­ໜ່າຍ​ສິນ­ຄ້າ​ປະ­ເພດ​ເຄື່ອງ­ປຸງ​ແຕ່ງ­ອາ­ຫານ ເຊັ່ນ: ແປ້ງ​ນົວ ນ້ຳ­ຕານ ນ້ຳ​ປາ ນ້ຳ­ມັນ​ພືດ ແລະ ອື່ນໆ ແມ່ນ​ໄດ້​ປັບ​ລາ­ຄາ​ຂຶ້ນ​ເພີ່ມ 1.000-2.000 ກີບ ເນື່ອງ​ຈາກ​ລາ­ຄາ​ຕົ້ນ​ທຶນ​ສູງ​ຂຶ້ນ ເພາະ​ສິນ­ຄ້າ​ເຫຼົ່າ​ນີ້​ແມ່ນ​ສິນ­ຄ້າ​ນຳ​ເຂົ້າ​ຈາກ​ປະ­ເທດ​ໃກ້​ຄຽງ​ເຊັ່ນ: ແປ້ງ​ນົວ​ຖົງ​ນ້ອຍ ຈາກ​ລາ­ຄາ 6.000 ກີບ​ໃນ​ເມື່ອ​ກ່ອນ​ມາ​ເປັນ 7.000 ກີບ ນ້ຳ​ປາ 6.000 ກີບ ມາ​ເປັນ 8.000 ...

Read More »

ກອງທັບ ລາວ-ລັດເຊຍ ສຳຫຼວດພື້ນທີ່ກວດກູ້ລະເບີດທີ່ບໍ່ທັນແຕກ ຢູ່ສະໜາມບິນທົ່ງໄຫຫີນຊຽງຂວາງ

ໃນວັນທີ 17 ກໍລະກົດ 2019 ນີ້, ຄະນະເກັບກູ້ລະເບີດກອງທັບ ປະຊາຊົນລາວ ກັບ ຄະນະວິຊາ ການກອງກວດກູ້ລະເບີດກຳລັງ ປະກອບອາວຸດ ສ ລັດເຊຍ ໄດ້ລົງ ສຳຫຼວດກວດກາໃນພື້ນທີ່ຕົວຈິງ ບ່ອນຈະກວດກູ້ລະເບີດບໍ່ທັນແຕກ ຢູ່ສະໜາມບິນທົ່ງໄຫຫີນແຂວງ ຊຽງຂວາງ ຝ່າຍລາວ ນຳໂດຍ ສະຫາຍ ພັນເອກ ທົງໄຊ ບຸບຜາ ຮອງຫົວໜ້າກົມຊ່າງແສງກົມ ໃຫຍ່ເສນາທິການກອງທັບປະຊາ ຊົນລາວ, ຝ່າຍ ສ ລັດເຊຍ ນຳໂດຍ ສະຫາຍ ພັນເອກ ອາບາຣ ມົບ ເຊຣ ເກວາຊີເລວິຊ ຫົວໜ້າຈຸເກັບກູ້ ລະເບີດຂອງກົມຊ່າງແສງ ກຳລັງ ປະກອບອາວຸດ ແຫ່ງ ສ ລັດເຊຍ ພ້ອມດ້ວຍຄະນະທັງສອງຝ່າຍ ແລະ ພະນັກງານວິຊາການທີ່ກ່ຽວ ຂ້ອງເຂົ້າຮ່ວມຕິດຕາມຕົວຈິງ. ໂດຍປະຕິບັດຕາມແຜນການ ຮ່ວມມືສອງກອງທັບລາວ-ລັດ ເຊຍ ໃນການສຳຫຼວດພື້ນທີ່ກວດ ກູ້ລະເບີດທີ່ບໍ່ທັນແຕກ ໃນເນື້ອທີ່ ທັງໝົດຂອງສະໜາມບິນທົ່ງໄຫຫີນຈຳນວນ 419 ເຮັກຕາ, ໃນນີ້ ການສຳຫຼວດເບື້ອງຕົ້ນແມ່ນເນື້ອ ທີ່ສະໜາມບິນທີ່ຈະເລີ່ມລົງມືຈັດ ...

Read More »