News

ແຈ້ງເຕືອນໄພ!!! ພາຍຸເຂດຮ້ອນ ໂພດູ ພັດເຂົ້າລາວ ວັນທີ 29 ສິງຫາ-1 ກັນຍານີ້

ກົມ ອຸ​ຕຸ​ນິຍົມ​ແລະ ອຸທົກກະສາດ​ອອກແຈ້ງເຕືອນພະຍຸໝູນເຂດຮ້ອນ​ຄາດວ່າຈະພັດຜ່ານປະເທດລາວໃນວັນທີ 29 ສິງຫາ​ ຫາວັນທີ 1 ກັນຍາ​ 2019

Read More »

ຊີ້ແຈງ ! ຂັ້ນຕອນ ການຈົດທະບຽນ ເຮັດປຶ້ມສໍາມະໂນຄົວ ແລະ ມາດຕະການປະຕິບັດຕໍ່ຜູ້ລະເມີດ

ເພື່ອສືບຕໍ່ຄໍາຢືນຢັນ ຈະເລັ່ງແກ້ໄຂຫາງສຽງວິພາກວິຈານຂອງສັງຄົມ ທີ່ມີເຈົ້າໜ້າທີ່ເກັບຄ່າທໍານຽມ ແລະ ຄ່າບໍລິການຈົດທະບຽນເຮັດປຶ້ມສໍາມະໂນຄົວສູງເກີນກໍານົດທີ່ ພົຈວ ຄໍາສາຍ ຈັນທະວົງ ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງ ປກສ ໃຫ້ສໍາພາດຕໍ່ນັກຂ່າວກະຊວງປ້ອງກັນຄວາມສະຫງົບ ໃນກາງເດືອນທີ່ຜ່ານມາ; ເຊິ່ງສັງຄົມ ໄດ້ໃຫ້ຄວາມສົນໃຈຕໍ່ການແກ້ໄຂບັນຫາດັ່ງກ່າວ. ມາ ຮອດວັນທີ 26 ສິງຫາ 2019, ທ່ານໄດ້ໃຫ້ສໍາພາດເປັນຄັ້ງທີ 2 ໂດຍຢືນຢັນສືບຕໍ່ແກ້ໄຂຢ່າງເຂັ້ມງວດ ພ້ອມຊີ້ແຈງ ຂັ້ນຕອນ ການຈົດທະບຽນ ເຮັດປຶ້ມສໍາມະໂນຄົວ ແລະ ມາດຕະການຕໍ່ຜູ້ລະເມີດ. ພົຈວ ຄໍາສາຍ ຈັນທະວົງ ຢືນຢັນວ່າ: ເພື່ອສືບຕໍ່ການແກ້ໄຂຫາງສຽງວິພາກວິຈານຂອງສັງຄົມ ທີ່ມີເຈົ້າ ໜ້າທີ່ເກັບຄ່າທໍານຽມ ແລະ ຄ່າບໍລິການຈົດທະບຽນເຮັດປຶ້ມສໍາມະໂນຄົວສູງເກີນກໍານົດ ແລະ ທັງເປັນການຊຸກຍູ້ໃຫ້ບັນດາກົມກອງທ້ອງຖິ່ນ, ພະນັກງານ-ນັກຮົບທີ່ເຮັດວຽກງານດັ່ງກ່າວ ປະຕິບັດໜ້າທີ່ວຽກງານໃຫ້ມີຄວາມເຂັ້ມງວດ ແລະ ສອດຄ່ອງກັບຂໍ້ຕົກລົງຂອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 1234/ປກສ, ລົງວັນທີ 24 ມິຖຸນາ 2019 ວ່າດ້ວຍຄ່າທໍານຽມ, ຄ່າບໍລິການໃນວຽກງານວິຊາສະເພາະຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານຢ່າງເຂັ້ມງວດ, ແນ່ໃສ່ລົບລ້າງຫາງສຽງທີ່ບໍ່ດີຕໍ່ກັບການປະຕິບັດໜ້າທີ່ຂອງພະນັກງານ-ລັດຖະກອນ ໂດຍສະເພາະແມ່ນເຈົ້າໜ້າທີ່ຕໍາຫຼວດ ກະຊວງ ...

Read More »

ພາບບັນຍາກາດ ໂລະລາດນະຄອນຫຼວງພະບາງ ໃນບຸນຫໍ່ເຂົ້າປະດັບດິນ

ໃນຕອນເຊົ້າມື້ນີ້ ວັນທີ 28 ສີງຫາ, ອົງການປົກຄອງນະຄອນຫຼວງພະບາງ ໄດ້ຈັດງານລົງຕະຫຼາດນັດແບບມວນຊົນ ຫຼື ໂລະລາດ ເນື່ອງໃນໂອກາດບຸນຫໍ່ເຂົ້າປະດັບດິນ ແລະ ຊ່ວງເຮືອເດືອນເກົ້າ ປະຈຳປີ ພສ 2562 ຄສ 2019. ໂດຍມີ ທ່ານ ອາຊາງ ລາວລີ, ທ່ານ ສົມສະຫວາດ ເລັ່ງສະຫັວດ ທີ່ປຶກສາຄະນະບໍລິຫານງານສູນກາງພັກ, ພ້ອມດ້ວຍການນຳຂັ້ນແຂວງ, ຂັ້ນນະຄອນ-ເມືອງ, ມວນຊົນທັງພາຍໃນ ແລະຕ່າງປະເທດ ເຂົ້າຮ່ວມ ເປັນຈຳນວນຫຼາຍ ເຕັມໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ. ງານໂລະລາດ ຫຼື ລົງຕະຫຼາດນັດແບບມວນຊົນ ໄດ້ຈັດຂຶ້ນເປັນປະຈຳພໍຮອດມື້ແຮມ 13 ຄໍ່າ ເດືອນ 9 ຢູ່ຖະໜົນສີ ສະຫວ່າງວົງ (ເສັ້ນທາງກາງເມືອງ) ເລີ່ມແຕ່ 3 ແຍກບ້ານຈູ້ມຄ້ອງ ຫາ 3 ແຍກ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ມີ ຊາວຄ້າຂາຍ ທັງພາຍໃນ ແລະຕ່າງປະເທດ, ພ້ອມດ້ວຍປະຊາຊົນພາຍໃນແຂວງຫຼວງພະບາງ ໄດ້ນຳເອົາສິນຄ້າ ແລະຜະລິດຕະພັນ ສີໄມ້ລາຍມືຂອງຕົນ ມາວາງສະແດງຂາຍ ...

Read More »

ການແກ້ໄຂ! ບັນຫາບໍລິເວນຊາຍແດນລາວ-ກຳປູເຈຍ ບັນລຸຜົນເປັນຢ່າງດີ

ໃນວັນທີ 27 ສິງຫາ 2019, ທີ່ດ່ານປະເພນີຫາດອນຂະເໝົາ, ເມືອງໂຂງ, ແຂວງຈຳປາສັກ, ກອງປະຊຸມພົບປະສອງຝ່າຍ ລະຫວ່າງສອງກອງທັບລາວ ແລະ ກຳປູເຈຍວ່າດ້ວຍການກຳນົດການຖອນກຳລັງອອກຈາກ ບໍລິເວນໄຮ່ເຂົ້າຈຸດພິກັດ (E0523410 N1579776), ເມືອງມຸນລະປະໂມກ, ແຂວງຈຳປາສັກ, ສປປ ລາວ ໄດ້ຖືກຈັດຂຶ້ນ ຢ່າງເປັນທາງການ. ຝ່າຍລາວນຳໂດຍ ທ່ານພົນ ຈັດຕະວາ ສຸໄກ ພິມມະສານ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຈຳປາ ສັກ ເປັນຫົວໜ້າຄະນະ; ຝ່າຍກຳປູເຈຍນຳໂດຍ ທ່ານ ພົນຕີ ດວງຈັນ ຜູ້ບັນຊາການກອງພົນນ້ອຍທີ 9 ກອງທັບຣາຊະອານາຈັກກຳປູເຈຍເປັນຫົວໜ້າຄະນະ. ກອງປະຊຸມໄດ້ພ້ອມກັນຕົກລົງເປັນເອກະພາບໃນບັນຫາສຳຄັນຕ່າງໆດັ່ງນີ້: 1. ສອງຝ່າຍເຫັນດີຖອນກຳລັງທະຫານຂອງຕົນອອກຈາກບໍລິເວນໄຮ່ເຂົ້າຈຸດພິກັດ (E0523410N1579776) ກັບຄືນສູ່ຈຸດທີ່ຕັ້ງເດີມຂອງຕົນ. 2. ສອງຝ່າຍເຫັນດີເປັນເອກະພາບຈັດຕັ້ງຄະນະກຳມະການຮ່ວມເພື່ອສັງເກດການ ແລະ ກວດກາການຖອນກຳລັງທະຫານຂອງທັງສອງຝ່າຍ, ເຊິ່ງກຳນົດເອົາຝ່າຍລະ 5 ຄົນ. 3. ສອງຝ່າຍເຫັນດີກຳນົດເວລາການຈັດຕັ້ງປະຕິບັດການຖອນກຳລັງທະຫານຂອງຕົນອອກຈາກຈຸດດັ່ງກ່າວ ເລີ່ມແຕ່ ເວລາ 8:00-11:00 ໂມງ ຂອງ ວັນທີ 29 ສິງຫາ 2019 ໃຫ້ ...

Read More »

ລັດຖະບານອັງກິດ ຊ່ວຍເຫຼືອເງິນ 10 ລ້ານປອນ ຟື້ນຟູປ່າອາເມຊອນ

ອ້າງຕາມສຳນັກຂ່າວໄທ. ທ່ານ ບໍຣິສ ຈອນສັນ ນາຍົກລັດ ຖະມົນຕີ ອັງກິດ ຈະໃຫ້ເງິນສະໜັບສະໜູນ ການຟື້ນຟູປ່າ ອາເມຊອນ ທີ່ມີຂະໜາດໃຫຍ່ຂອງໂລກ ດ້ວຍມູນຄ່າ 10 ລ້ານປອນ ພາຍຫຼັງ ລັດຖະບານອັງກິດໄດ້ອອກຖະແຫຼງການ ນອກກອງປະຊຸມສຸດຍອດກຸ່ມຊາດອຸດສາຫະກຳຊັ້ນນຳ 7 ປະເທດ (ຈີ7) ຢູ່ຝຣັ່ງ ເມື່ອບໍ່ດົນມານີ້. ຂະນະທີ່ ປະຊາຄົມໂລກຈະຕ້ອງເລັ່ງແກ້ໄຂບັນຫາ ການປ່ຽນແປງສະພາບດິນຟ້າອາກາດ ຄຽງຄູ່ ເປັນກັບການແກ້ໄຂ ການສູນເສຍຄວາມຫຼາກຫຼາຍ ທາງຊີວະພາບ ເພາະທັງສອງ ບັນຫານີ້ ແຍກອອກຈາກ ກັນບໍ່ໄດ້. ນອກນີ້ ທ່ານ ບໍຣິສ ຈອນສັນ ຍັງຢືນຢັນ ການເປັນເຈົ້າພາບ ກອງ ປະຊຸມລັດ ພາຄີ ອະນຸສັນຍາ ສະຫະປະຊາຊາດ ວ່າດ້ວຍການປ່ຽນແປງ ສະພາບດິນຟ້າອາກາດ ຄັ້ງທີ່ 26 ໃນປີໜ້າ ເນື່ອງຈາກເປັນເວທີ ເນັ້ນຄົ້ນຫາທາງອອກ ເລື້ອງການປ່ຽແປງດິນ ຟ້າອາກາດ ດ້ວຍວິທີທຳມະຊາດ ໂດຍສະເພາະ ການຟື້ນຟູປ່າ. ທີ່ມາ: ຂ່າວສານປະເທດລາວ

Read More »

ຊາຍແດນລາວ-ກຳປູເຈຍ ສະຫງົບປອດໄພດີ (ບໍ່ໄດ້ເປັນດັງຂ່າວລືທີ່ສັງຄົມອອນລາຍເຜີຍແຜ່)

ປັດຈຸບັນ ສະຖານະການທົ່ວໄປຢູ່ຊາຍແດນລາວ-ກຳປູເຈຍ ຍັງມີຄວາມສະຫງົບ ແລະ ປອດໄພດີ ແລະ ບໍ່ໄດ້ເປັນດັ່ງຂ່າວລືທີ່ສື່ສັງຄົມອອນລາຍເຜີຍແຜ່ໃນອາທິດທີ່ຜ່ານມາ, ໃນຂະນະທີ່ທັງສອງຝ່າຍຢຶດໝັ້ນຢ່າງໜັກແຫນ້ນຕາມແນວທາງສັນຕິວິທີໂດຍຜ່ານການເຈລະຈາເພື່ອແກ້ໄຂບັນຫາຊາຍແດນຂອງສອງປະເທດຮ່ວມກັນ. ທ່ານ ອານຸສິນ ຂັດຕິຍະລາດ, ຮອງຫົວໜ້າຄະນະກໍາມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ ສປປ ລາວຖະແຫຼງຕໍ່ສື່ມ່ວນຊົນພາຍໃນປະເທດ ໃນຕອນເຊົ້າມື້ນີ້ ວັນທີ 27 ສິງຫາ 2019 ທີ່ກະຊວງການຕ່າງປະເທດ ນະຄອນຫຼວງວຽງຈັນວ່າ: ເນື່ອງຈາກວ່າໃນອາທິດຜ່ານມາໄດ້ມີກະແສຂ່າວປອມທີ່ແຜ່ ກະຈາຍຜ່ານສື່ອອນລາຍກ່ຽວກັບສະຖານະການຄວາມບໍ່ສະຫງົບໃນບໍລິເວນຊາຍແດນລາວ-ກຳປູເຈຍເຂດຍອດເຊລຳເພົາ ເບື້ອງລາວທີ່ຂື້ນກັບເມືອງມຸນລະປະໂມກ, ແຂວງຈຳປາສັກ, ເບື້ອງກຳປູເຈຍຂື້ນກັບເມືອງ ແສບ, ແຂວງເພຣຍວິເຮຍ. ຕໍ່ຂ່າວທີ່ເຜີຍແຜ່ຜ່ານສື່ສັງຄົມອອນລາຍດັ່ງກ່າວນີ້ ແມ່ນບໍ່ເປັນຄວາມຈິງເລີຍ ເພາະສະພາບຊາຍແດນລາວ-ກຳປູເຈຍ ຍັງປົກກະຕິດີຄືເກົ່າ.  ທ່ານຮອງຫົວຫນ້າຫ້ອງ ການຄະນະກຳມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ ໃຫ້ຮູ້ຕື່ມວ່າ: ສຳລັບການແກ້ໄຂບັນຫາລະຫວ່າງລາວ-ກຳປູເຈຍ, ທັງສອງຝ່າຍແມ່ນຢືດໝັ້ນຕາມແນວທາງສັນຕິວິທີໂດຍຜ່ານການເຈລະຈາ ເພື່ອເຮັດໃຫ້ຊາຍແດນຮ່ວມຂອງສອງປະເທດກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືຢ່າງແທ້ຈິງ. ຂ່າວ: ບຸນຕຽງ ຈັນທະວົງ ທີ່ມາ: Lao National Radio

Read More »

ໂຄງການຫຼຸດຜ່ອນຄວາມທຸກຍາກ ກຽນສ້າງເສັ້ນທາງເຂດຊົນນະບົດ ໃນປີ 2020

ໂຄງການຫຼຸດຜ່ອນຄວາມທຸກຍາກ (ທລຍ) ສຳຫຼວດເສັ້ນທາງກຽມລົງມືຈັດຕັ້ງປະຕິບັດໃນປີ 2020 ເມື່ອບໍ່ດົນມານີ້, ພະແນກກະສິກຳ ແລະ ປ່າໄມ້ແຂວງສາລະວັນ, ພ້ອມດ້ວຍວິຊາການ ໂຄງການຫຼຸດຜ່ອນຄວາມທຸກຍາກ(ທລຍ), ຫ້ອງການ ຍທຂ ເມືອງ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ຜູ້ປະສານງານກຸ່ມ ແລະ ອຳນາດການປົກຄອງບ້ານ ໄດ້ຮ່ວມກັນລົງສຳຫຼວດໂຄງການກໍ່ສ້າງເສັ້ນທາງບ້ານຖໍ້າມະລື ຫາ ບ້ານນາມະຕ້ອງ, ເມືອງຕຸ້ມລ້ານ ແຂວງສາລະວັນ ເພື່ອກະກຽມລົງມືຈັດຕັ້ງປະຕິບັດໃນປີ 2020 ທີ່ຈະມາເຖິງ. ທ່ານ ສົມຊາຍ ຈັນທະວົງ ວິຊາການ ທລຍ ແຂວງ ໄດ້ໃຫ້ຮູ້ວ່າ: ເສັ້ນທາງດັ່ງກ່າວ ໄດ້ກຳນົດເປັນແຜນບູລິມະສິດທີ 1 ທີ່ຈະລົງມື້ຈັດຕັ້ງປະຕິບັດໃນປີ 2020 ກໍຄື ຮອບວຽນທີ່ 17 ຂອງ ທລຍ, ເຊິ່ງທາງເສັ້ນນີ້ມີຄວາມຍາວທັງໝົດ 8 ກິໂລເມັດ, ກວ້າງ 4,5 ເມັດ ແລະ ມີຮ່ອງລະບາຍນໍ້າ 2 ຟາກທາງ, ເປັນທາງດິນແດງ, ມີຈຸດທີ່ຈະໃສ່ທໍ່ 2 ຈຸດ, ມີຄວາມຍາວ 6 ...

Read More »

ອາເມລິກາ ສະໜັບສະໜູນການເຝິກອົບຮົມທັກສະທາງສະດ້ານເຕັກໂນໂລຊີໃຫ້ແກ່ໄວໜຸ່ມລາວ

ໃນວັນທີ 22 ສິງຫາ 2019, ສະຫະລັດອາເມລິກາ ໄດ້ຮ່ວມກັບ ສູນບົ່ມທຸລະກິດ TOH-LAO ແລະ  ບໍລິສັດເຕັກໂນໂລຊີຊັັ້ນນໍາ ລວມທັງ ເຟສບຸກ ໄດ້ເປີດໂຄງການ AC STEM Lab ການເຝິກອົບຮົມຢ່າງເປັນທາງການ ເຊິ່ງຈັດຂຶ້ນເພື່ອສ້າງ ແລະ ຂະຫຍາຍ ຈໍານວນບຸກຄະລະກອນທີ່ມີທັກສະສູງເພື່ອຕອບສະໜອງໃຫ້ກັບການຈ້າງງານໃນຂະແໜງເຕັກໂນໂລຊີ ໃນ ສປປ ລາວ. AC STEM Lab ແມ່ນໂຄງການລິເລີ່ມເຊິ່ງມີໄລຍະການຮຽນການສອນເປັນເວລາໜຶ່ງປີຢູ່ທີ່ສູນອາເມລິກາທາດດໍາ. ໂຄງການນີ້ແມ່ນໄດ້ໃຫ້ການເຝິກອົບຮົມໃຫ້ແກ່ບັນດາຜູ້ເຂົ້າຮ່ວມໃຫ້ມີທັກສະໃນການສ້າງ ແອັບພລິເຄຊັນ ສຳລັບໄອໂຟນ ແລະ ລະບົບເອນດຮອຍ, ການຂຽນໂປຣແກມ, ການອອກແບບເວບໄຊແລະ ການພັດທະນາທຸລະກິດ ລວມໄປເຖິງການສ້າງຄວາມຮັບຮູ້ ແລະ ກະກຽມຄວາມພ້ອມໃຫ້ບັນໄວໜຸ່ມໃນການມີສ່ວນຮ່ວມໃນຂົງເຂດວິທະຍາສາດ, ເຕັກໂນໂລຢີ, ວິສະວະກຳສາດ ແລະ ຄະນິດສາດ (STEM)ໃນສປປ ລາວ. ທ່ານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ຣີນາ ບິດເຕີ ໄດ້ເປັນເຈົ້າພາບເປີດງານເພື່ອຕ້ອນຮັບແຂກພິເສດຈາກເຟສບຸກປະຈຳທີ່ອາຊີປາຊິຟິກເຊິ່ງມີຫ້ອງການໃຫ່ຍທີ່ປະເທດສິງກະໂປພ້ອມທັງບັນດາຜູ້ນຳທາງດ້ານທຸລະກິດ ແລະ ຜູ້ຕາງໜ້າຈາກບໍລິສັດເຕັກໂນໂລຢີຊັ້ນນຳ ໃນ ສປປ ລາວ. ທ່ານທູດ  ຣີນາ ...

Read More »

ແລນໂລເວີ ຈັດງານ RANGE ROVER OWNER EVENT  ຄືນກຳໄລໃຫ້ກັບລູກຄ້າ

ໃນວັນທີ 23 ສິງຫາ 2019 ຜ່ານມາ, ບໍລິສັດ ແລນໂລເວີ ໃນຈັດງານ RANGE ROVER OWNER EVENT  ເພື່ອຄືນກຳໄລໃຫ້ກັບລູກຄ້າ ຢູ່ຫ້ອງຂາຍ ລາວແລນໂລເວີ ບ້ານໂພນທັນ,​ ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານງານຂອງທ່ານ ນາງ ອຸທິດ ສີພັນດອນ ຫົວໜ້າຜູ້ບໍລິຫານຝ່າຍຂາຍ ລາວແລນໂລເວີ, ມີບັນລູກຄ້າ ແຂກຄົນພິເສດຂອງແລນໂລເວີເຂົ້າຮ່ວມງານ. ພາຍໃນການໄດ້ຮັບຟັງການນຳສະເໜີລົດ Range Rover  ປັບຮູບໂຊມໃຫມ່ທີ່ເປັນລົດ  Premium Luxury Car  ທີ່ອອກແບບໃຫ້ມີຄວາມແຂງແກ່ນ, ໂດດເດັ່ນ, ດຸດັນເໝາະສົມກັບບຸກຄົນທີ່ມັກລົດປະເພດ SUV ຂະໜາດໃຫຍ່ ຈາກທ່ານ ສຸລິຄານ ຈັກຄິນ ທີ່ປຶກສາສູນຂາຍລົດບໍລິສັດ ລາວແລນໂລເວີ. ນອກນີ້, ພາຍໃນງານຍັງໄດ້ແຈກຂອງຂວັນລາງວັນ ໃຫ້ກັບຜູ້ຮ່ວມງານກໍຄືລູກຄ້າທີ່ເຂົ້າຮ່ວມ ລາງວັນທີ 1 ສາຍຄໍຄຳ ໜັກ 2 ສະລື້ງ ແລະ ລາງວັນຂອງຂວັນອື່ນໆ ອີກຫຼາກຫຼາຍຢ່າງ.

Read More »

ເກິດເຫດໄຟໄໝ້!! ປ່າອາເມຊອນ ເສຍຫາຍຢ່າງໜັກ 3.000 ກມ

ເກີດເຫດໄຟໄໝ້ປ່າອາເມຊອນທີ່ປະເທດບຣາຊິນ ໄດ້ໄໝ້ເປັນເວລາ 3 ອາທິດແລ້ວ. ປັດຈຸບັນ, ປ່າໄມ້ໄດ້ຫາຍໄປແລ້ວປະມານ 15% ຫຼື 3.000 ກມ ແລະ  ຍັງບໍ່ສາມາດມອດໄຟປ່າແຫ່ງນີ້ໄດ້, ເຮັດໃຫ້ນະຄອນຫຼວງຂອງປະເທດ ບຣາຊິນ ເຕັມໄປດ້ວຍໝອກຄວັນ ບໍ່ມີມື້ເວັນ ມື້ຄືນ ເປັນເວລາຫຼາຍມື້ ຕິດຕໍ່ກັນ. ນັກວິທະຍາສາດຍັງວິຕົກກັງວົນວ່າ ຫາກປ່າຫາຍໄປເຖິງ 25% ປ່າຝົນທີ່ໃຫຍ່ທີ່ສຸດຂອງໂລກຜືນນີ້ຈະບໍ່ມີປ່າໄມ້ສ້າງວັດທະຈັກຂອງນ້ຳ ແລະ ໃນທີ່ສຸດປ່າທີ່ເຄີຍໜາແໜ້ນກໍຈະກາຍເປັນທົ່ງຫຍ້າຮ້ອນໆ ແລະ ການປ່ຽນແປງນີ້ຈະສົ່ງຜົນກະທົບໄປທົ່ວໂລກ ເນື່ອງຈາກປ່າອາເມຊອນເປັນແຫຼ່ງຜະລິດແກ໊ສອົກຊີແຊນແຫຼ່ງໃຫຍ່ຂອງໂລກ ທີ່ໄດ້ຊື່ວ່າ ປອດຂອງໂລກ ທັງຍັງຊ່ວຍດູດຊຶມ ແລະ ເກັບກັກແກ໊ສກາກບອນຊຶ່ງເປັນແກ໊ສເຮືອນແກ້ວໜຶ່ງໃນໂຕການຂອງພາວະໂລກຮ້ອນ. ໄຟ້ໄໝ້ຄັ້ງນີ້, ຖືເປັນຄັ້ງທີ່ຮຸນແຮງທີ່ສຸດໃນຮອບ 5 ປີ ສົ່ງຜົນໃຫ້ເກີດຄວາມເສຍຫາຍຢ່າງໜັກ ຄວາມແຮງຂອງມັນ  ສາມາດເຫັນຄວັນທີ່ໜາທຶບໄດ້ຈາກອາວະກາດ ສາມາດເຫັນໄດ້ຈາກນອກໂລກ, ອາກາດຫາຍໃຈສ່ວນໜຶ່ງຂອງເຮົາໄດ້ຈາກປ່າອາເມຊອນ 20% ນັ້ນສະແດງວ່າຖ້າບໍ່ມີປ່າອາເມຊອນ ເຮົາກໍ່ຂາດອາກາດຫາຍໃຈໄປ 20%  ສາເຫດການເກີດໄຟໄໝ້ປ່າ ໃນຄັ້ງນີ້ ຄາດວ່າ ຈະເກີດຈາກ ສະພາບການປ່ຽນແປງດິນຟ້າອາກາດ ເກີດຄວາມແຫ້ງແລ້ງ ໃນພື້ນທີ່ປ່າ ເປັນບໍລິເວນກ້ວາງ ບວກໃສ່ກັບ ການບຸກລຸກ ຖາງປ່າຈູດໄຮ່ຂອງພໍ່ແມ່ປະຊາຊົນ ອ້ອມຮອບເຂດປ່າ. ສະຖາບັນວິໄຈອະວະກາດແຫ່ງຊາດຂອງບຣາຊິນ (INPE) ເປີດເຜີຍໂຕເລກທີ່ໜ້າຕົກໃຈວ່າ ນັບແຕ່ເດືອນມັງກອນ-ສິງຫາເກີດເຫດໄຟປ່າໃນແຖບອາເມຊອນຫຼາຍກວ່າ 72.843 ...

Read More »