ເອດີບີ ອະນຸມັດງົບ 63 ລ້ານໂດລາ ເຂົ້າໃສ່ໂຄງການປ້ອງກັນນ້ຳຖ້ວມ ແລະ ຕ້ານໄພແລ້ງ

ທະນາຄານພັດທະນາອາຊີ ຫຼື ADB ໄດ້ໃຫ້ການສະໜັບສະໜູນທຶນຫຼາຍເຖິງ 63 ລ້ານໂດລາ ເຂົ້າໃນໂຄງການຄຸ້ມຄອງ ແລະ ຫຼຸດຜ່ອນຄວາມສ່ຽງຈາກນ້ຳຖ້ວມ ຫຼື ຄຖລ ໄລຍະທີ 2 ແກ່ລັດຖະບານ ເພື່ອສ້າງຄູປ້ອງກັນນ້ຳຖ້ວມ, ຊົນລະປະທານ, ສະຖານີເຕືອນໄພຢູ່ຈຸດທີ່ມີຄວາມສ່ຽງຕາມເຂດແມ່ນ້ຳຂອງ.

ກອງປະຊຸມຄະນະຊີ້ນຳໂຄງການຄຸ້ມຄອງ ແລະ ຫຼຸດຜ່ອນຄວາມສ່ຽງຈາກໄພນ້ຳຖ້ວມ ແລະ ແຫ້ງແລ້ງຄຖລ ຂັ້ນສູງກາງ ຄັ້ງທີ 5 ຈັດຂຶ້ນໃນວັນທີ 28 ສິງຫາ 2019 ທີ່ໂຮງແຮມດອນຈັນພາເລດ ໂດຍການເປັນປະທານຮ່ວມຂອງ ທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ, ປະທານຊີ້ນໍາໂຄງການ ຄຖລ; ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຫົວໜ້າກົມ, ຮອງກົມ, ຝ່າຍປະສານງານຈາກທະນາຄານພັດທະນາອາຊີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ອານຸພາບ ຕຸນາລົມ ປະທານຊີ້ນໍາໂຄງການ ຄຖລ ກ່າວວ່າ: ໂຄງການຄຸ້ມຄອງ ແລະ ຫຼຸດຜ່ອນຄວາມສ່ຽງຈາກໄພນ້ຳຖ້ວມ ແລະ ແຫ້ງແລ້ງໄດ້ຮັບທຶນສະໜັບສະໜູນຈາກທະນາຄານພັດທະນາອາຊີ ຫຼື ADB ຈຳນວນ 36,5 ລ້ານໂດລາສະຫະລັດ. ໃນນັ້ນ, ເງິນກູ້ຢືມ 24 ລ້ານໂດລາສະຫະລັດ ແລະ ເງິນຊ່ວຍເຫຼືອລ້າ 12,5 ລ້ານໂດລາສະຫະລັດ ເປັນທຶນສົມທົບຈາກລັດຖະບານລາວ 0,59 ລ້ານໂດລາ, ໂຄງການດັ່ງກ່າວສ້າງຂຶ້ນເພື່ອສະໜັບສະໜູນລັດຖະບານໃນການວາງມາດຕະການໃນການຈັດຕັ້ງປະຕິບັດ ທີ່ເປັນໂຄງສ້າງ ແລະ ບໍ່ເປັນໂຄງສ້າງເພື່ອປ້ອງກັນ ແລະ ຫຼີກລ່ຽງຜົນກະທົບຈາກໄພພິບັດທີ່ກ່ຽວຂ້ອງກັບນ້ຳ ທັງເປັນການເພີ່ມຂີດ ຄວາມສາມາດທາງດ້ານຂໍ້ມູນ – ຂ່າວສານ ແລະ ຄວາມຮູ້ກ່ຽວກັບການຄຸ້ມຄອງນ້ຳ ໂດຍການກໍ່ສ້າງຄູປ້ອງກັນນ້ຳຖ້ວມ, ປະຕູລະບາຍນ້ຳ, ຕິດຕັ້ງສະຖານີອຸຕຸນິຍົມ ແລະ ອຸທົກກະສາດ ແລະ ກໍ່ສ້າງຊົນລະປະທານ ເປັນການສ້າງ ຄວາມເຂັ້ມແຂງໃຫ້ກັບຊຸມຊົນໃນການຄຸ້ມຄອງໄພພິບັດທີ່ອາດຈະເກີດຂຶ້ນ ໂດຍຕິດພັນກັບແຜນປ້ອງກັນນ້ຳຖ້ວມຕົວເມືອງວຽງຈັນ ໂດຍໂຄງການ ຄຖລ ໄລຍະທີ 1 ແມ່ນເລີ່ມແຕ່ປີ 2013 – 2019.

ໂຄງການ ຄຖລ ໄລຍະທີ 1 ແມ່ນມີຜົນສຳເລັດຫຼາຍໜ້າວຽກ ເຊັ່ນ: ກໍ່ສ້າງ – ຕິດຕັ້ງສະຖານີອຸຕຸນິຍົມ ແລະ ອຸທົກກະສາດ ທີ່ທັນສະໄໝໃນພື້ນທີ່ແຂວງສະຫວັນນະເຂດ, ຄຳມ່ວນ ແລະ ນະຄອນຫຼວງວຽງຈັນ 27 ສະຖານີ ເຮັດໃຫ້ການພະຍາກອນອາກາດມີຄວາມແມ່ນຢຳຂຶ້ນໃນປັດຈຸບັນ. ພ້ອມກັນນີ້, ກໍມີໂຄງການພັດທະນາວຽງຈັນ ຕອນໃຕ້ທີ່ນອນໃນໂຄງການປະກອບມີ: ກໍ່ສ້າງຄູປ້ອງກັນນ້ຳຖ້ວມອະເນກປະສົງ ແລະ ເປັນເສັ້ນທາງຄົມມະນາຄົມປູດ້ວຍຢາງອັສຟານ ຈາກຂົວມິດຕະພາບ ລາວ – ໄທ ແຫ່ງທີ 1 ໄປຫາ ຫ້ວຍໝາກຮຽວ ເມືອງຫາດຊາຍຟອງ ຍາວປະມານ 30 ກວ່າກິໂລແມັດ.

ນອກນັ້ນ, ກໍມີຊົນລະປະທານຢູ່ເມືອງໄຊທານີ 2 ແຫ່ງ, ເມືອງປາກງື່ມ 1 ແຫ່ງ ແລະ ເມືອງຫາດຊາຍຟອງ 2 ແຫ່ງ ຢູ່ເຂດບ້ານນາລ້ອງ ແລະ ບ້ານຫ້ວຍໝາກຮຽວ ຍ້ອນເຫັນໄດ້ ຄວາມສຳຄັນຫຼາຍດ້ານໃນການຕ້ານແລ້ງ – ຕ້ານຖ້ວມ ADB ໄດ້ສືບຕໍ່ສະໜັບສະໜູນໂຄງການໄລຍະທີ 2 ຈຳນວນ 63 ລ້ານໂດລາສະຫະລັດ ເພື່ອຈັດຕັ້ງປະຕິບັດຈຸດທີ່ເຫັນວ່າມີຄວາມສ່ຽງໃນຂອບເຂດທົ່ວປະເທດ ເຊິ່ງຈະສືບຕໍ່ລົງມືໂຄງການໄລຍະ 2 ເມື່ອໃດນັ້ນຕ້ອງໄດ້ຫາລືອີກຄັ້ງ, ທ່ານປະທານຊີ້ນຳໂຄງການ ກ່າວ.

ກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຮູ້ຕື່ມວ່າ: ໃນປີ 2008 ພື້ນທີ່ສ່ວນໃຫຍ່ລຽບຕາມແມ່ນ້ຳຂອງໄດ້ມີເຫດການນ້ຳຖ້ວມ ເຊິ່ງມັນໄດ້ສົ່ງຜົນເສຍຫາຍຕໍ່ກັບຊີວິດ ແລະ ຊັບສິນຂອງປະຊາຊົນໃນນະຄອນຫຼວງວຽງຈັນ ຢ່າງຫຼວງຫຼາຍໃນເຂດພື້ນທີ່ກະສິກຳ, ເຂດເສດຖະກິດທີ່ໄດ້ຮັບຜົນກະທົບແມ່ນມີທ່າອ່ຽງເພີ່ມຂຶ້ນ ດ້ວຍເຫດນີ້ຈຶ່ງມີຄວາມຈຳເປັນທີ່ຈະຕ້ອງໄດ້ມີມາດຕະການທັງທີ່ເປັນໂຄງສ້າງ ແລະ ບໍ່ເປັນໂຄງສ້າງ ເພື່ອຮັບມື ແລະ ຫຼຸດຜ່ອນໄພພິບັດຈາກນ້ຳຖ້ວມ ແລະ ແຫ້ງແລ້ງທີ່ອາດຈະເກີດຂຶ້ນ, ລັດຖະບານລາວເຫັນໄດ້ເຖິງຜົນເສຍຫາຍທີ່ເກີດຂຶ້ນ ຈຶ່ງໄດ້ມີແຜນການກໍ່ສ້າງຄູປ້ອງກັນນ້ຳຖ້ວມຕາມແຄມແມ່ນ້ຳຂອງ ເພື່ອປ້ອງກັນນ້ຳຖ້ວມໃນພື້ນທີ່ການຜະລິດ, ຊຸມຊົນ, ເຂດເສດຖະກິດຕົວເມືອງວຽງຈັນໃຕ້ ຕອບສະໜອງນະໂຍບາຍຂອງລັດຖະບານກໍຄືໂຄງການ ຄຖລ.

( ຂ່າວ: ສຸລິນ )

ທີ່ມາ: ຂ່າວເສດຖະກິດ-ການຄ້າ

Comments