ລັດຖະບານອັງກິດ ຊ່ວຍເຫຼືອເງິນ 10 ລ້ານປອນ ຟື້ນຟູປ່າອາເມຊອນ

ອ້າງຕາມສຳນັກຂ່າວໄທ. ທ່ານ ບໍຣິສ ຈອນສັນ ນາຍົກລັດ ຖະມົນຕີ ອັງກິດ ຈະໃຫ້ເງິນສະໜັບສະໜູນ ການຟື້ນຟູປ່າ ອາເມຊອນ ທີ່ມີຂະໜາດໃຫຍ່ຂອງໂລກ ດ້ວຍມູນຄ່າ 10 ລ້ານປອນ ພາຍຫຼັງ ລັດຖະບານອັງກິດໄດ້ອອກຖະແຫຼງການ ນອກກອງປະຊຸມສຸດຍອດກຸ່ມຊາດອຸດສາຫະກຳຊັ້ນນຳ 7 ປະເທດ (ຈີ7) ຢູ່ຝຣັ່ງ ເມື່ອບໍ່ດົນມານີ້. ຂະນະທີ່ ປະຊາຄົມໂລກຈະຕ້ອງເລັ່ງແກ້ໄຂບັນຫາ ການປ່ຽນແປງສະພາບດິນຟ້າອາກາດ ຄຽງຄູ່ ເປັນກັບການແກ້ໄຂ ການສູນເສຍຄວາມຫຼາກຫຼາຍ ທາງຊີວະພາບ ເພາະທັງສອງ ບັນຫານີ້ ແຍກອອກຈາກ ກັນບໍ່ໄດ້. ນອກນີ້ ທ່ານ ບໍຣິສ ຈອນສັນ ຍັງຢືນຢັນ ການເປັນເຈົ້າພາບ ກອງ ປະຊຸມລັດ ພາຄີ ອະນຸສັນຍາ ສະຫະປະຊາຊາດ ວ່າດ້ວຍການປ່ຽນແປງ ສະພາບດິນຟ້າອາກາດ ຄັ້ງທີ່ 26 ໃນປີໜ້າ ເນື່ອງຈາກເປັນເວທີ ເນັ້ນຄົ້ນຫາທາງອອກ ເລື້ອງການປ່ຽແປງດິນ ຟ້າອາກາດ ດ້ວຍວິທີທຳມະຊາດ ໂດຍສະເພາະ ການຟື້ນຟູປ່າ.

ທີ່ມາ: ຂ່າວສານປະເທດລາວ

Comments