ວັນພຸດ, ວັນທີ 15 ເມສາ 2020, ທີ່ ຫສນຍ ພໍ່ແມ່ ພີ່ນ້ອງຊາວລາວ ໃນທົ່ວປະເທດ ທີ່ເຄົາລົບຮັກ ທັງຫຼາຍ. ມື້ນີ້, ວັນທີ 15 ເມສາ ປີ 2020 ກົງກັບແຮມ 8 ຄໍ່າ ເດືອນ 5 ພສ 2563 ແມ່ນມື້ເນົາຂອງປີໃໝ່ (ປີຊວດ) ຂອງຊາດລາວເຮົາ. ຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຮ່ວມກັບພີ່ນ້ອງຮ່ວມຊາດ ໃນທົ່ວປະເທດ, ຮັບເອົາພອນໄຊອັນປະເສີດ (ທີ່ເຕັມໄປດ້ວຍຄວາມສາມັກຄີ ຮັກແພງອັນອົບອຸ່ນ, ຄວາມໂອບເອື້ອອາລີ, ແລະ ຄວາມຫ່ວງໄຍ ອັນເລິກເຊິ່ງ) ຈາກ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ທີ່ເຄົາລົບຮັກ ຂອງປະຊາຊົນລາວ ທົ່ວປະເທດ. ຄຳອວຍພອນນັ້ນ ໄດ້ກາຍເປັນກຳລັງໃຈອັນແຮງກ້າ ປຸກລະດົມ ໃຫ້ແກ່ພີ່ນ້ອງຊາວລາວ, ເຊື້ອຊາດລາວທຸກໆຄົນ ທີ່ຢູ່ພາຍໃນ ແລະ ຕ່າງປະເທດ ກ້າວຂຶ້ນຜ່ານພົ້ນ ...
Read More »News
ຊົມເຊີຍ!!! ແພດຫມໍລາວ ປິ່ນປົວ ຜູ້ຕິດເຊື້ອໂຄວິດ-19 ຫາຍດີ ແລະ ໃຫ້ກັບບ້ານໄດ້ເປັນຄົນທຳອິດຂອງປະເທດ
ທ່ານ ດຣ ສະໜອງ ທອງຊະນະ ຜູ້ອຳນວຍການໂຮງໝໍມິດຕະພາບ ໄດ້ຢືນຢັນໃນວັນທີ 14 ເມສາ 2020 ນີ້ວ່າ: ຜ່ານການປິ່ນປົວ ແລະ ຕິດຕາມຄົນເຈັບທີ່ຕິດເຊື້ອທັງໝົດ 19 ຄົນນັ້ນ, ຜົນກວດວິເຄາະຜູ້ຕິດເຊື້ອ ກໍລະນີທີ 12 ນາງ ເພັດມະລີ ມົງຄົນວິໄລ ອາຍຸ 20 ປີ ຢູ່ບ້ານນາໄຊ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ອອກມາເປັນລົບທັງ 2 ຄັ້ງ ພາຍໃນ 24 ຊົ່ວໂມງ, ເຊິ່ງຖືວ່າປິ່ນປົວດີ ແລະ ສາມາດອອກຈາກໂຮງໝໍໄດ້ແລ້ວ ແຕ່ຜູ້ກ່ຽວຕ້ອງໄດ້ຕິດຕາມຕົນເອງຢູ່ບ້ານ ໂດຍປະຕິບັດຕາມມາດຕະການຄວບຄຸມການຕິດເຊື້ອ, ການໃສ່ຜ້າອັດປາກ-ດັງ, ຫຼຸດຜ່ອນການສຳຜັດກັບຄົນໃນຄອບຄົວ ແລະ ສະພາບແວດລ້ອມ ແລະ ຈຳກັດການຢູ່ຮ່ວມກັນກັບຄອບຄົວ ພາຍໃນ 14 ວັນ ແມ່ນຈະໄດ້ກັບມາກວດຢັ້ງຢືນຄືນເຊື້ອໄວຣັດທີ່ຫາຍໄປແລ້ວນັ້ນວ່າມັນຫາຍດີ 100% ແທ້, ຈາກນັ້ນແພດຈຶ່ງອະນຸຍາດໃຫ້ດໍາລົງຊີວິດແບບປົກກະຕິທົ່ວໄປ. ທ່ານ ດຣ ສະໜອງ ທອງຊະນະ ຍັງໃຫ້ຮູ້ອີກວ່າ: ສຳລັບຜູ້ຕິດເຊື້ອທີ່ເຫຼືອນັ້ນ, ມີຈຳນວນໜຶ່ງຈະໄດ້ກວດຄືນ ແລະ ພວກເຮົາອາດຈະໄດ້ຮັບຂ່າວດີໄປເລື້ອຍໆ ...
Read More »ຂ່າວດີ !!! ໄລຍະພັກບຸນປີໃໝ່ນີ້ ຫົວໜ່ວຍທຸລະກິດ ຕ້ອງຈ່າຍຄ່າແຮງງານໃຫ້ຜູ້ອອກແຮງງານເຕັມຕາມປົກກະຕິ !!!
ກະຊວງແຮງງານ ແລະ ສະຫວັດດີການ ອອກແຈ້ງການ ເລກທີ 1114/ຮສສ, ນະຄອນຫຼວງວຽງຈັນ, ວັນທີ 11 ເມສາ 2020 ເຖິງພະແນກແຮງງານ ແລະ ສະຫວັດດີການແຂວງ ແລະ ນະຄອນຫຼວງວຽງຈັນ ເລື່ອງການຈັດຕັ້ງປະຕິບັດມາດຕະການແຮງງານ ເພື່ອປ້ອງກັນແລະ ຄວມຄຸມການແຜ່ລະບາດພະຍາດໂຄວິດ-19. ໃນຊ່ວງໄລຍະພັກບຸນປີໃໝ່ລາວປີນີ້ ແຕ່ວັນທີ 13-19 ເມສາ 2020, ຫົວໜ່ວຍທຸລະກິດ, ການຜະລິດ ແລະ ການບໍລິການ ຕ້ອງຈ່າຍຄ່າແຮງງານໃຫ້ຜູ້ອອກແຮງງານເຕັມຕາມປົກກະຕິ, ຖ້າຫົວໜ່ວຍແຮງງານ ໃດມີຜູ້ອອກແຮງງານພັກເຊົາຢູ່ໃນຫໍພັກ ກໍໃຫ້ມີການຄຸ້ມຄອງຢ່າງເອົາໃຈໃສ່ ໂດຍໃຫ້ມີການແຕ່ງຕັ້ງຜູ້ຮັບຜິດຊອບຕິດຕາມດູແລ ຜູ້ອອກແຮງງານດັ່ງກ່າວ ເພື່ອໃຫ້ປະຕິບັດຕາມລະບຽບ ການຂອງຂັ້ນເທິງຢ່າງເຂັ້ມງວດ ອ່ານລາຍລະອຽດຂອງແຈ້ງການລຸ່ມນີ້
Read More »ດ່ວນທີ່ສຸດ!!! ຫ້າມຈຳໜ່າຍ ເຫຼົ້າ, ເບຍ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າ ໄລຍະບຸນປີໃໝ່ລາວ
ແຂວງບໍ່ແກ້ວ!!! ສະກັດກັ້ນສິນຄ້າພືດຜັກນຳເຂົ້າ ເພື່ອສົ່ງເສີມຜະລິດຢູ່ພາຍໃນ
ເພື່ອເປັນການຊຸກຍູ້ສົ່ງເສີມການຜະລິດພາຍໃນໃຫ້ມີຄວາມເຂັ້ມແຂງ ທັງຮັບປະກັນໃຫ້ແກ່ການບໍລິໂພກພາຍໃນແຂວງບໍ່ແກ້ວ ຫຼື ສົ່ງອອກໃຫ້ນັບມື້ນັບເພີ່ມຂຶ້ນ ຫ້ອງວ່າການແຂວງບໍ່ແກ້ວ ຈຶ່ງໄດ້ອອກແຈ້ງການແນະນຳເຖິງ ສະພາປະຊາຊົນແຂວງ, ຫົວໜ້າພະແນກອ້ອມຂ້າງແຂວງ ຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນແຂວງດັ່ງນີ້: ຫ້າມນຳເຂົ້າສິນຄ້າປະເພດພືດຜັກຕ່າງໆ ຈາກຕ່າງປະເທດ ແລ້ວຫັນມາສົ່ງເສີມ ໃຫ້ປະຊາຊົນ ແລະ ກຸ່ມການຜະລິດ ຕະຫຼອດຮອກທຸກພາກສ່ວນ ໃຫ້ພະແນກກະສິກຳ ແລະ ປ່າໄມ້ ສືບຕໍ່ຊຸກຍູ້ ສົ່ງເສີມ ທຸກພາກສ່ວນໃນການປູກ,ການລ້ຽງ, ຕິດພັນກັບການຈັດຕັ້ງກຸ່ມຜະລິດ ໃຫ້ມີຈຳນວນເພີ່ມຂຶ້ນ ມອບໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ ຈັດຕັ້ງກຸ່ມເກັບຊື້ ພ້ອມທັງຊອກຕະຫຼາດທີ່ແນ່ນອນເພື່ອຮອງຮັບຜົນຜະລິດຂອງປະຊາຊົນ ໄລຍະການປະຕິບັດວຽກງານຕົວຈິງ ຫາກມີຂໍ້ສະດວກ ຫຼື ຂໍ້ຫຍຸ້ງຍາກ ແມ່ນໃຫ້ລາຍງານ ຂໍທິດຊີ້ນຳຈາກຂັ້ນເທີງເພື່ອມີທິດທາງໃນການແກ້ໄຂຊ່ວຍ.
Read More »ລັດຖະບານ ໄດ້ອອກຂໍ້ຕົກລົງ ໃຫ້ຫຼຸດລາຄາ ແລະ ຕໍ່ເວລາການຈ່າຍຄ່ານໍ້າຄ່າໄຟ ແກ່ປະຊາຊົນ ໄດ້ຮັບປະຕິບັດກັນແລ້ວບໍ່?
ໃນໄລຍະຜ່ານມາ ມີຫາງສຽງຈາກປະຊາຊົນຈໍານນວນຫຼາຍ ກ່ຽວກັບການສະເໜີໃຫ້ລັດຖະບານຊ່ວຍພິຈາລະນາການຫຼຸດຜ່ອນລາຄາຄ່ານໍ້າ ຄ່າໄຟ ໃຫ້ແກ່ປະຊາຊົນ ໃນຊ່ວງໄລຍະທີ່ໂຄວິດ-19 ລະບາດ ເນື່ອງຈາກມັນກະທົບຕໍ່ເສດຖະກິດຂອງລາວໂດຍກົງ ເຮັດໃຫ້ຫຼາຍກິດຈະການບໍ່ສາມາດຂັບເຄື່ອນໄດ້ ປະຊາຊົນ ຫຼື ພະນັກງານທົ່ວໄປຂາດລາຍໄດ້ ບໍ່ມີລາຍຮັບເຂົ້າ. ເຊິ່ງ ກໍ່ໄດ້ມີຂໍ້ຕົກລົງຢ່າງເປັນທາງການຂອງທ່ານນາຍົກຕໍ່ກັບມາດຕະການໃນການແກ້ໄຂຜົນກະທົບຕໍ່ເສດຖະກິດລາວ ດ້ວຍນະໂຍບາຍຫຼາຍຢ່າງນໍາກັນ. ໜຶ່ງໃນນີ້ ໃນຂໍ້ ທີ 7 ແມ່ນໃຫ້ຄົ້ນຄວ້າ ຜ່ອນຜັນລາຄາ ແລະ ຕໍ່ເວລາໃນການຊໍາລະຄ່ານໍ້າຄ່າໄຟຟ້າ ຂອງຜູ້ຊົມໃຊ້ໃນຄົວເຮືອນ ແລະ ພາກທຸລະກິດ. ເຊິ່ງອີງຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີ ວ່າດ້ວຍການກໍານົດນະໂຍບາຍ ແລະ ມາດຕະການເພື່ອຫຼຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19ຕໍ່ເສດຖະກິດຂອງລາວ ສະບັບເລກທີ 31/ນຍ, ລົງວັນທີ 2 ເມສາ 2020 ມີເນື່ອໃນນະໂຍບາຍດັ່ງລຸ່ມນີ້:
Read More »5 ພາກສ່ວນ ມອບເຄື່ອງ ແລະ ເງິນຊ່ວຍເຫຼືອ ໃຫ້ລັດຖະບານ ເພື່ອແກ້ໄຂບັນຫາໂຄວິດ-19
ໃນຕອນເຊົ້າຂອງມື້ນີ້ ວັນທີ 10 ເມສາ 2020 ທີ່ ສຳນັກງານນາຍົກລັດຖະມົນຕີ, ນະຄອນຫຼວງວຽງຈັນ, ໄດ້ມີ 5 ພາກສ່ວນ ນຳເອົາເງິນ ແລະ ອຸປະກອນປ້ອງກັນພະຍາດ ມາມອບໃຫ້ລັດຖະບານ ເພື່ອປະກອບສ່ວນຮັບມື ແລະ ຄວບຄຸມການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ- 19 ໃນ ສປປ ລາວ. ກ່າວຮັບເຄື່ອງຊ່ວຍເຫຼືອດັ່ງກ່າວແມ່ນທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ- 19, ໂດຍມີລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ຕາງໜ້າກະຊວງການເງິນ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ຜູ້ຕາງໜ້າຈາກທັງ 5 ພາກສ່ວນ ແລະ ພະນັກງານທີ່ກ່ຽວ ເຂົ້າຮ່ວມ. ບັນດາພາກສ່ວນທີ່ໄດ້ປະກອບສ່ວນຊ່ວຍເຫຼືອໃນຄັ້ງນີ້ ມີ: 1) ຄອບຄົວການນຳ ແລະ ສະມາຄົມນັກທຸລະກິດຍິງໜຸ່ມ ມອບເຄື່ອງກວດອຸ່ນຫະຮ່າງກາຍ ແລະ ຜ້າອະນາໄມອັດປາກ-ດັງ ມູນຄ່າ 214.000.000 ກີບ, ຊຶ່ງຕາງໜ້າມອບໂດຍທ່ານ ນາງ ...
Read More »ເຄື່ອງວິເຄາະຫາເຊື້ອ ໂຄວິດ-19 ພ້ອມທີ່ຈະຮັບກວດຕົວຢ່າງຈາກ 4 ແຂວງພາກໃຕ້
ວັນທີ 10 ເມສາ 2020 , ໂຮງໝໍແຂວງຈຳປາສັກ ຮ່ວມກັບ ຊ່ຽວຊານທີ່ມາຈາກ ສປຈີນ ຊ່ຽວ ຊານມາຈາກສູນກາງ ກະຊວງສາທານະລະສຸກ ແລະ ຊ່ຽວ ຊານອົງການອະນາໄມໂລກ (WHO) ໄດ້ທຳການຕິດຕັ້ງປະກອບເຄື່ອງກວດ polymerase chain reaction (PCR) R (real-time) ເຄື່ອງກວດຊອກຫາເຊື້ອອັກເສບປອດ ຈາກເຊື້ອຈຸລະໂຣກສ່ຍພັນໃໝ່ (COVID-19) ເຊິ່ງພ້ອມຈະຮັບໃຊ້ໃນມໍ່ໆນີ້. ເຄື່ອງທີ່ນໍາມາຕິດຕັ້ງຄັ້ງນີ້ເປັນເຄື່ອງຂະໜາດໃຫຍ່ທີສາມາດກວດໃດ້ເຖິງ 92 ຕົວຍ່າງອ່ານຜົນໃນເວລາ 120 ນາທີ ຈະສາມາດຮອງຮັບຕົວຢ່າງທີ່ສົ່ງມາຈາກ 4 ແຂວງພາກໃຕ້ໄດ້ ເຊິ່ງມັນຈະສາມາດກວດຈຳນວນຫຼາຍ ແລະ ສະດວກໃນການສົ່ງຕົວຢ່າງນໍາອີກ. ຂໍຂອບໃຈຂ່າວ ແລະຮູບຈາກ: VBSNews
Read More »ຊົມເຊີຍ!!! ກະຊວງການເງິນ ປະຕິບັດຕາມຂໍ້ຕົກລົງຂອງນາຍົກ ນະໂຍບາຍ ຫຼຸດຜ່ອນຜົນກະທົບຈາກໂຄວິດ-19
ບັນດາອົງການສາກົນ ຮຽກຮ້ອງໂຈະການເກັບໜີ້ປະເທດທຸກຍາກ
ຕາມຂ່າວສານ ຫວຽດນາມ, ບັນດາອົງການສາກົນ ໄດ້ຮຽກຮ້ອງໃຫ້ໂຈະ ເກັບໜີ້ ບັນດາປະເທດ ທຸກຍາກ. ໃນວັນທີ 7 ເດືອນເມສາ 2020 , ມີ 140 ກຸ່ມເຄື່ອນໄຫວ ແລະ ບັນດາ ອົງການ ເມດຕາຈິດ ໄດ້ຮຽກຮ້ອງ ໃຫ້ກອງທຶນ ເງິນຕາສາກົນ (IMF), ທະນາຄານໂລກ (WB), ບັນດາ ປະເທດ ກຸ່ມພຶ້ນຖານ ເສດຖະກິດ ພັດທະນາ ເກີດໃໝ່ ແຖວໜ້າ ຂອງໂລກ (G20) ພ້ອມດ້ວຍ ບັນດາ ເຈົ້າໜີ້ ພາກເອກະຊົນ ໃຫ້ໂຈະການຊຳລະໜີ້ ກັບ ບັນດາປະເທດ ທຸກຍາກ ທີ່ສຸດໃລກ ເພື່ອສາມາດ ຜ່ານຜ່າວິກິດການ ພະຍາດໂຄວິດ-19. ຂະນະດຽວກັນ, ສະຫະພັນເອີຣົບ(EU) ໄດ້ສະເໜີບ້ວງເງິນ 15 ຕື້ເອິໂຣ (164 ຕື້ໂດລາສະຫະລັດ) ເພື່ອຊ່ວຍບັນດາປະເທດ ທຸກຍາກໃນໂລກ ຕ້ານພະຍາດ ໂຄວິດ-19 ແລະ ພວມໄດ້ຮັບຜົນກະທົບ ໃນການດຳລົງຊິວິດ. ທ່ານນາງເອີຊູລາ ວອນເດີເລເຢນ ...
Read More »