Elon Musk ຜູ້ບໍລິຫານບໍລິສັດຜະລິດລົດຍັກໃຫຍ່ Tesla ໄດ້ປັບປຸງຕາຕະລາງເວລາກ່ຽວກັບແບັດເຕີຣີໄຟຟ້າຂອງຍົນເຂົ້າສູ່ລະບົບເຄື່ອງຈັກ. ປັດຈຸບັນ, ລາວຄາດວ່າມັນຈະສາມາດສ້າງສຳເລັດໃນອີກ 3 ຫາ 4 ປີທາງໜ້າ. ຫຼາຍປີກ່ອນ, Musk ເປັນ ຜູ້ບໍລິຫານ ຂອງທັງ Tesla ແລະ SpaceX ໂດຍລາວໄດ້ກ່າວວ່າ ມີການອອກແບບຍົນ ໂດຍການລົງຈອດເປັນແບບຕັ້ງສາຍໄຟຟ້າ (VTOL), ເຖິງແມ່ນວ່າລາວຈະບໍ່ເຄີຍເວົ້າລະອຽດກ່ຽວກັບແຜນການທີ່ຜະລິດຍົນກໍຕາມ. ລາວຍັງໄດ້ເວົ້າຕື່ມອີກວ່າ ເພື່ອໃຫ້ການອອກແບບເປັນໄປໄດ້ຢ່າງມີປະສິດທິພາບ ຕ້ອງປັບປຸງຄວາມໜາແໜ້ນຂອງພະລັງງານແບດເຕີຣີ ເຊິ່ງປະມານ 400 Wh/kg ໃນຂະນະທີ່ແບັດເຕີຣີຂອງ Tesla ໃນຕອນນີ້ ບັນຈຸໄດ້ປະມານ 260 Wh/kg, ລາວເຊື່ອວ່າການປັບປຸງດັ່ງກ່າວ ຈະຕ້ອງໃຊ້ເວລາປະມານ 5 ປີ, ແຕ່ໃນປັດຈຸບັນ ລາວກຳລັງເລັ່ງກຳນົດເວລາໃຫ້ເປັນໄລຍະເວລາ 3 ຫາ 4 ປີ. ຄຳເຫັນດັ່ງກ່າວ ມີຂຶ້ນຫຼັງຈາກທີມຄົ້ນຄວ້າແບັດເຕີຣີຂອງ Tesla ນຳໂດຍ Jeff Dahn ໄດ້ເຜີຍແຜ່ເອກະສານຄົ້ນຄວ້າໃໝ່ ກ່ຽວກັບຄວາມຄືບໜ້າທີ່ເກີດຂຶ້ນໃນແບດເຕີຣີທີ່ບໍ່ມີປະສິດຕິພາບ ເພື່ອບັນຈຸລັງແບັດເຕີຣີໃໝ່ ໃນການປັບປຸງຄວາມໜາແໜ້ນຂອງພະລັງງານ. ນັກຄົ້ນຄວ້າແບດເຕີຣີກ່າວວ່າ ເຖິງຢ່າງໃດກໍຕາມ, ເຕັກໂນໂລຊີໃໝ່ ຍັງກຳລັງປັບປຸງ ...
Read More »News
ເພີ່ມເລື້ອຍໆ ຕິດເຊື້ອໂຄວິດ ທົ່ວໂລກ ຢຽບ 24 ລ້ານຄົນ!!!
ສະຖານະການລະບາດ ຂອງເຊື້ອພະຍາດໂຄວິດ-19 ຍັງໜັກ ເພາະໃນວັນທີ 21 ສິງຫາ ນີ້, ມີຜູ້ຕິດເຊື້ອມື້ດຽວເພີ່ມຂຶ້ນ 228,312 ກໍລະນີ ໂດຍມີຜູ້ຕິດເຊື້ອທັງໝົດ 24,031,316 ກໍລະນີ. ໃນຂະນະທີ່ ຍອດຜູ້ເສຍຊີວິດເພີ່ມຂຶ້ນ 5,561 ກໍລະນີ ລວມເປັນ 822,233 ກໍລະນີ ແລະ ປິ່ນປົວດີ 15,492,946 ກໍລະນີ ເຊິ່ງໃນນີ້ ປະເທດອິນເດຍ ຕິດເຊື້ອມື້ໜຶ່ງເກືອບເຄິ່ງແສນ ຫຼື ເກືອບ 50,000 ຄົນ. ສຳລັບ 5 ປະເທດທີ່ມີຜູ້ຕິດເຊື້ອຫຼາຍທີ່ສຸດຍັງເປັນປະເທດລຸ່ມນີ້: 1 ສະຫະລັດອາເມລິກາ ມີຜູ້ຕິດເຊື້ອທັງໝົດ 5,953,173 ກໍລະນີ ໂດຍເພີ່ມຂຶ້ນ 37,543, ເສຍຊີວິດ 182,283 ກໍລະນີ ເພີ່ມຂຶ້ນ 1,169 ກໍລະນີ ແລະ ປິ່ນປົວດີ 3,241,585 ກໍລະນີ. 2 ປະເທດບຣາຊິວ ມີຜູ້ຕິດເຊື້ອທັງໝົດ 3,505,097 ກໍລະນີ ໂດຍເພີ່ມຂຶ້ນ 46,959 ເສຍຊີວິດ 116,666 ...
Read More »ປີ 2020 ປະເທດລາວເສຍຊິວິດຍ້ອນຕິດເຊື້ອວໍ້ ເຖິງ 8 ຄົນ…
ພະຍາດວໍ້ເປັນພະຍາດຕິດຕໍ່່ທີ່ຮ້າຍແຮງ, ຜູ້ທີ່ຕິດເຊື້ອແລ້ວຈະບໍ່ສາມາດປິ່ນປົວໄດ້ ໂດຍຈະພົບເຊື້ອພະຍາດດັ່ງກ່າວນີ້ ຈາກສັດລ້ຽງລູກດ້ວຍນໍ້ານົມທຸກຊະນິດເຊັ່ນ: ໝາ, ແມວ,ງົວ, ຄວາຍ, ໝູ, ກະຕ່າຍ, ເຈຍ, ລີງ, ຮອກ, ກະແຕ, ເສືອ, ໝີ ແລະ ຕິດຕໍ່່ຈາກສັດສູ່ຄົນໄດ້. ພາບປະກອບເທົ່ານັ້ນ ຄວາມຮຸນແຮງຂອງພະຍາດວໍ້ຄື: ມີອາການທາງລະບົບປະສາດສະໝອງ ມີການແຜ່ເຊື້ອໃນຮ່າງກາຍສັດ ແລະ ຄົນ, ຖ້າຕິດເຊື້ອພະຍາດນີ້ແລ້ວ ແມ່ນຈະພາໃຫ້ເສຍຊີວິດ. ປັດຈຸບັນ, ພະຍາດນີ້ ຍັງບໍ່ມີຢາປິ່ນປົວ ແຕ່ສາມາດປ້ອງກັນໄດ້ ໂດຍການສັກຢາວັກຊີນກ່ອນ ຫຼືຫຼັງການສຳຜັດເຊື້ອພະຍາດນີ້. ສະເພາະປີ 2020 ມີຄົນເຈັບ ຕິດເຊື້ອພະຍາດວໍ້ທັງໝົດ 8 ກໍລະນີ ແລະ ເສຍຊີວິດທັງ 8 ກໍລະນີ. ພາບປະກອບເທົ່ານັ້ນ ສູນວິໄຈພະຍາດສັດ ກະຊວງກະສິກ ແລະ ປ່າໄມ້ ໃຫ້ຮູ້ເມື່ອບໍ່ດົນມານີ້: ພະຍາດນີ້ ເປັນພະຍາດທີ່ຮ້າຍແຮງ ເຊິ່ງສະແດງອອກໃນແຕ່ລະປີ ໃນທົ່ວໂລກ ມີຜູ້ເສຍຊີວິດຍ້ອນພະຍາດວໍ້ປະມານ 50-60 ພັນຄົນ, 95% ເກີດຂຶ້ນຢູ່ໃນປະເທດ ທີ່ກຳລັງພັດທະນາ ແລະ 95% ນັ້ນ ...
Read More »ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວປະກາດສ້າງຕັ້ງສະຫະພັນຊາວໜຸ່ມລາວ
ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ຈັດພິທີໂຮມຊຸມນຸມປະກາດສ້າງຕັ້ງສະຫະພັນຊາວໜຸ່ມລາວ ທີ່ຫໍວັດທະນະທໍາແຫ່ງຊາດ, ນະຄອນຫລວງວຽງຈັນ ໃນວັນທີ 25 ສິງຫາ 2020 ຜ່ານມາ. ໂດຍມີທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ, ມີທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ມີບັນດາຄະນະບໍລິຫານງານຊາວໝຸ່ມກະຊວງ, ອົງການ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ອາລຸນໄຊ ສູນນະລາດ ໄດ້ກ່າວບາງຕອນວ່າ:ສະ ຫະພັນຊາວໜຸ່ມລາວ ແມ່ນການຈັດຕັ້ງສັງຄົມຂອງຊາວໜຸ່ມລາວບັນດາເຜົ່າ, ໂດຍແມ່ນພັກປະຊາຊົນປະຕິວັດລາວເປັນຜູ້ສ້າງຕັ້ງ ແລະ ມອບໝາຍໃຫ້ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ເປັນຜູ້ຂົນຂວາຍສ້າງຕັ້ງ ທັງເປັນແກນນໍາໃນການເຄື່ອນໄຫວ, ສະຫະພັນຊາວໜຸ່ມລາວປະກອບດ້ວຍຊາວໜຸ່ມບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ສາຂາອາຊີບທີ່ມີຄວາມຕື່ນຕົວ, ສະໝັກໃຈປະກອບສ່ວນເຂົ້າໃນຂະບວນການລວມ ເພື່ອພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ສະຫະພັນຊາວໜຸ່ມລາວ ແມ່ນການຈັດຕັ້ງສັງຄົມທີ່ກ້ວາງຂວາງຂອງຊາວໜຸ່ມລາວບັນດາເຜົ່າ, ເຄື່ອນໄຫວພາຍໃຕ້ລັດຖະທໍາມະນູນ, ກົດໝາຍ ແລະ ລະບຽບການຕ່າງໆ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍແມ່ນ ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ເປັນແກນນຳ, ສະຫະພັນຊາວໜຸ່ມລາວ ຂຽນຫຍໍ້ວ່າ: ...
Read More »ໂຕກຽວຮ້ອນຫຼາຍ!!! ເຮັດໃຫ້ເສຍຊີວິດຈາກການເປັນລົມແດດ ຫຼືໂຣກຮີສໂຕຣກ (Heatstroke) ແລ້ວ 79 ກໍລະນີ
ເຈົ້າໜ້າທີ່ທ້ອງຖິ່ນໃຫຮູ້ວ່າ ສະເພາະ 9 ມື້ທີ່ຜານມາ ໃນນະຄອນຫຼວງໂຕກຽວ ເສຍຊີວິດຈາກການເປັນລົມແດດ ຫຼື Heatstroke ແລ້ວ 26 ກໍລະນີ ຫຼັງຈາກທີ່ຄື່ນຄວາມຮ້ອນເພີ່ມຂຶ້ນຕໍ່ເນື່ອງ, ເຊິ່ງໃນຈຳນວນ 26 ກໍລະນີ້ນັ້ນ ມີ 25 ກໍລິນີ ທີ່ເກີດຂຶ້ນໃນຮົ່ມ ແລະ ຜູ້ເສຍຊີວິດ 80% ມີອາຍຸຕັ້ງແຕ່ 70 ປີ ຂຶ້ນໄປ. ໂຕເລກຫຼ້າສຸດ ສົ່ງຜົນໃຫ້ໃນເດືອນນີ້ ມີຜູ້ເສຍຊີວິດຈາກການເປັນລົມແດດ ໃນນະຄອນຫຼວງໂຕກຽວ ລວມທັງໝົດ 79 ກໍລະນີ ກົມອຸຕຸນິຍົມວິທະຍາ ຂອງຍີ່ປຸ່ນເປີດເຜີຍວ່າ ໃນວັນທີ 17 ສິງຫາ ຜ່ານມາ ພື້ນທີ່ ເມືອງຮະມະມະສື ໃນ ແຂວງຊິສືໂອກະ ທາງພາກກາງຂອງປະເທດທີ່ມີອຸນຫະພູມສູງສຸດ ເປັນປະຫວັດສາດຢູ່ທີ່ 41,1 C ເທົ່າກັບອຸນຫະພູມ ໃນເມືອງຄຸມະງະຍະ ໃຫ້ກັບນະຄອນຫຼວງໂຕກຽວ ໃນເດືອນ ກໍລະກົດ 2018. ໄລຍະກາງອາທິດຜ່ານມາ ຍີ່ປຸ່ນຕ້ອງພົບກັບຄື່ນຄວາມຮ້ອນຮຸນແຮງ ອຸນຫະພູມໃນຫຼາຍເມືອງ,ຫຼາຍແຂວງ ຢູ່ທີ່ 40 ອົງສາ C ...
Read More »ຂ່າວດີ‼️ ຜູ້ຕິດເຊື້ອໂຄວິດ-19 ກໍລະນີ 21 ອອກໂຮງໝໍມື້ນີ້ ຫຼັງກວດຫາເຊື້ອເປັນລົບ 2 ຄັ້ງຕິດຕໍ່ກັນ
ໃນວັນທີ 25 ສິງຫາ 2020 ນີ້ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວຕໍ່ສື່ມວນຊົນວ່າ: ຕິດເຊື້ອພະຍາດໂຄວິດ-19 ກໍລະນີ 21 ແມ່ນບໍ່ພົບເຊື້ອ 2 ຄັ້ງຕິດຕໍ່ກັນ, ໃນນມື້ນີ້ຜູ້ກ່ຽວຈະໄດ້ອອກໂຮງໝໍ ແລະ ໄປຈຳກັດບໍລິເວນຢູ່ໂຮງແຮມທີ່ໄດ້ຖືກກຳນົດໄວ້ຈົນຄົບ 14 ວັນ. ສ່ວນຜູ້ຕິດເຊື້ອກໍລະນີ 22 ແມ່ນຍັງສືບຕໍ່ປີ່ນປົວຢູ່ໂຮງໝໍມິດຕະພາບ. ທັງນີ້, ວັນທີ 24 ສິງຫາ ຜ່ານມາ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 513 ຄົນ, ໃນນັ້ນ ແຮງງານລາວມາແຕ່ໄທ 72 ຕົວຢ່າງ, ແຮງງານຈີນ 396 ຕົວຢ່າງ, ແຮງງານລາວມາແຕ່ຈີນ 3 ຕົວຢ່າງ, ບຸກຄົນທົ່ວໄປທີ່ມີອາການ 3 ຕົວຢ່າງ, ບຸກຄົນທົ່ວໄປບໍ່ມີອາການ 38 ຕົວຢ່າງ, ຜູ້ຕິດເຊື້ອກໍລະນີທີ 21 ມາກວດຄືນ 1 ຕົວຢ່າງ ຜົນກວດວິເຄາະທັງໝົດແມ່ນບໍ່ພົບເຊື້ອ.ຂ່າວດີຜູ້ຕິດເຊື້ອໂຄວິດ-19 ກໍລະນີ 21 ອອກໂຮງໝໍໄດ້ມື້ນີ້ ຫຼັງກວດຫາເຊື້ອເປັນລົບ ...
Read More »ນະຄອນຫຼວງປັກກິ່ງຫຼຸດຜ່ອນມາດຕະການ Lock Down ອະນຸຍາດໃຫ້ປະຊາຊົນບໍ່ໃສ່ໜ້າກາກອະນາໄມໄດ້…
ທາງການຂອງນະຄອນຫຼວງປັກກິ່ງຜ່ອນຄາຍມາດຕະການປ້ອງກັນການແຜ່ລະບາດຂອງ ໂຄວິດ-19 ໂດຍອະນຸຍາດໃຫ້ປະຊາຊົນບໍ່ຕ້ອງໃສ່ໜ້າກາກອະນາໄມໃນເວລາອອກຈາກເຮືອນ ຫຼັງຈາກທີ່ປັກກິ່ງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ຕິດຕໍ່ກັນເປັນເວລາ 13 ມື້, ແຕ່ເຖິງຢ່າງໃດກໍຕາມ ປະຊາຊົນປັກກິ່ງສ່ວນໃຫຍ່ ຢືນຢັນວ່າຈະໃສ່ໜ້າກາກອະນາໄມຕໍໄປເພື່ອຄວາມປອດໄພ ແລະ ເຫດຜົນດ້ານແຮງກົດດັນຈາກສັງຄົມ ຖືໄດ້ວ່າເປັນຄັ້ງທີ 2 ທີ່ທາງການຂອງນະຄອນຫຼວງປັກກິ່ງຜ່ອນຄາຍຂໍ້ບັງຄັບໃຫ້ໃສ່ໜ້າກາກອະນາໄມ ຫຼັງຈາກມີຄຳສັ່ງ Lock Down ເພື່ອສະກະກັດກັ້ນການແຜ່ລະບາດຂອງ ໂຄວິດ-19 ເຖິງ 2 ຄັ້ງ ແລະ ປັດຈຸບັນ ແມ່ນເລີ່ມເຂົ້າສູ ພາວະປົກກະຕິແລ້ວ. ແຫຼ່ງຂໍ້ມູນ: https://www.posttoday.com/world/631195
Read More »ອາຄານ ຖະຫຼົ່ມໃນອິນເດຍ ມີຜູ້ຕິດຢູ່ໃຕ້ອາຄານ 200 ກວ່າຄົນ…
ວັນທີ 25 ສິງຫານີ້, ເຈົ້າໜ້າທີ່ກູ້ໄພອິນເດຍ ເລັ່ງຄົ້ນຫາຜູ້ລອດຊີວິດ ແລະ ຊ່ວຍເຫລືອ ຜູ້ທີ່ຕິດຢູ່ ໃຕ້ອາຄານ 200 ກວ່າຄົນ ຫຼັງຈາກ ອາຄານຖະຫລົ່ມລົງມາ ໃນລັດມາຮາຣ ສຕຣະ (Maharashtra) ທາງຕາເວັນຕົກ ຂອງປະເທດທ່າມກາງຝົນຕົກໜັກ. ເບື້ອງຕົ້ນ ພົບມີຜູ້ເສຍຊີວິດ 1 ຄົນ, ບາດເຈັບ 17 ຄົນ ເຊິ່ງເປັນອາຄານຫ້ອງເຊົ່າ ສູງ 5 ຊັ້ນ, ມີຫ້ອງພັກ 47 ຫ້ອງ ໂດຍມີອາຍຸກາສ້າງຫຼາຍກວ່າ 10 ປີ ຕັ້ງຢູ່ເມືອງອຸດສະຫະກຳມາຮັດ ຫ່າງຈາກ ພາກໃຕ້ຂອງມຸມໄບ ໃນລັດມາຮາຣາສຕຣະ ປະມານ 200 ກິໂລແມັດ. ເຫດອາຄານຖະຫລົ່ມເກິດຂຶ້ນເປັນປະຈຳໃນອິນເດຍ ໂດຍສະເພາະ ໃນໄລຍະລະດູຝົນ ໂດຍຕົວເລກຜູ້ເສຍຊີວິດ ຈາກຝົນຕົກໜັກໄລຍະລະດູມໍລະສຸມ ໃນອາຊີໃຕ້ ປີນີ້ ສູງເຖິງ 1.200 ຄົນ, ໃນນີ້ ຢູ່ອິນເດຍ ເສຍຊີວິດ 800 ກວ່າຄົນ, ໃນລັດເກຣລະ ທາງຕາເວັນຕົກສ່ຽງໃຕ້ ຂອງປະເທດ ...
Read More »4 ປະເທດ ກຳປູເຈຍ – ລາວ – ມຽນມາ – ຫວຽດນາມ ຮ່ວມປຶກສາຫາລືດ້ານເສດຖະກິດ
ກອງປະຊຸມ ລັດຖະມົນຕີ ເສດຖະກິດ ບັນດາປະເທດ ກຳປູເຈຍ – ລາວ – ມຽນມາ – ຫວຽດນາມ ຄັ້ງທີ 12 (CLMV EMM 12) ໄດ້ຈັດຂຶ້ນ ທາງອອນລາຍ ເມື່ອບໍ່ດົນມານີ້ ເຊິ່ງເປັນເຫດການ ສຳຄັນ ນອນໃນຂອບເຂດ ລາຍການ ຂອງກອງປະຊຸມ ລັດຖະມົນຕີ ເສດຖະກິດ ອາຊຽນ ຄັ້ງທີ 52 (AEM 52). ສຳລັບກອງປະຊຸມຄັ້ງນີ້ ໄດ້ສຸມໃສ່ ແລກປ່ຽນ ບາງບັນຫາຕົ້ນຕໍຄື: ການກວດກາຄືນໃໝ່, ຕີລາຄາ ສະພາບການ ຜັນຂະຫຍາຍ ແຜນການກະທຳ ຮ່ວມມື ເສດຖະກິດ CLMV ໄລຍະ 2019 – 2020, ຮັບຮອງເອົາ ແຜນການກະທຳ ຮ່ວມມືເສດ ຖະກິດ CLMV ໄລຍະ 2021 – 2022, ແຜນການຮັບມື ແລະ ຟື້ນຟູ ພາຍຫລັງ ໂລກລະບາດ Covid – 19 ຈາກນັ້ນ ທ່ານ ເຈິ່ນ ຕວັນແອງ ລັດຖະມົນຕີ ກະຊວງ ອຸດສາຫະກຳ – ການຄ້າ ຫວຽດນາມ ໄດ້ສະເໜີ ໃຫ້ບັນດາປະເທດ CLMV ເພີ່ມທະວີ ການສົມທົບກັນ ...
Read More »ສົງໄສຜູ້ນຳເກົາຫຼີເໜືອ Kim Jong Un ບໍ່ສະບາຍ ອາດມອບໜ້າທີ່ໃຫ້ນ້ອງສາວ…
ນັກການທູດເກົາຫຼີໃຕ້ຄົນໜຶ່ງ ກຳລັງຄາດເດົາວ່າ ຜູ້ນຳເກົາຫຼີເໜືອ ທ່ານ Kim Jong Un ກຳລັງບໍ່ສະບາຍ ແລະ ນ້ອງສາວຂອງທ່ານຄື Kim Yo Jong ກຳລັງກຽມຕົວທີ່ຈະເຂົ້າຮັບຕຳແໜ່ງແທນ. ທ່ານ Chang Song-min ຜູ້ຊ່ວຍອະດີດປະທານາທິບໍດີຄົນສຸດທ້າຍຂອງເກົາຫຼີໃຕ້ ກ່າວວ່າ ທ່ານ Kim ກຳລັງຢູ່ໃນສະພາບບໍ່ສະບາຍ ແລະ ໂຄງປະກອບການສືບທອດຕຳແໜ່ງທີ່ສົມບູນຍັງບໍ່ໄດ້ຖືກສ້າງຕັ້ງຂຶ້ນ, ການກ່າວຫາຂອງລາວ ແມ່ນເກີດຂຶ້ນພຽງແຕ່ສອງມື້ ຫຼັງຈາກອົງການສືບລັບຂອງເກົາຫຼີໃຕ້ກ່າວວ່າຜູ້ນຳ ອາຍຸ 36 ປີ ຂອງເກົາຫຼີເໜືອ ໄດ້ມອບສິດອຳນາດສ່ວນໜຶ່ງ ໃຫ້ແກ່ຜູ້ຊ່ວຍທີ່ໃກ້ຊິດຂອງລາວ, ລວມທັງນ້ອງສາວຂອງລາວ. ໃນກອງປະຊຸມສ່ວນຕົວ ກັບບັນດານັກກົດໝາຍ ໃນອາທິດຜ່ານມາ, ອົງການສືບລັບແຫ່ງຊາດຂອງເກົາຫຼີໃຕ້ກ່າວວ່າ Kim Yo-jong ຮອງຫົວໜ້າພະແນກ ຄົນທຳອິດຂອງ ຄະນະກຳມະການສູນກາງພັກກຳມະກອນ ແມ່ນກຳລັງຊີ້ນຳວຽກງານລວມຂອງລັດ ໃນຄະນະຜູ້ແທນ, ໂດຍໃຫ້ຮູ້ວ່າທ່ານ Kim Jong Un ຜູ້ເປັນອ້າຍຂອງລາວຍັງຮັກສາສິດອຳນາດທຸກຢ່າງ. ເຖິງຢ່າງໃດກໍ່ຕາມ, ຄວາມສົງໄສຍັງມີມາເລື້ອຍໆ ເພາະນີ້ບໍ່ແມ່ນຄັ້ງທຳອິດ ທີ່ທ່ານ Kim ບໍ່ໄດ້ພົບປະກັບຜູ້ຄົນໃນສາທາລະນະເປັນເວລາດົນນານ ແລະ ບໍ່ໄດ້ຊີ້ແຈງກ່ຽວກັບສຸຂະພາບຂອງລາວ. ໃນເດືອນເມສາຜ່ານມາ, ມີລາຍງານວ່າ ...
Read More »