ເພີ່ມເລື້ອຍໆ ຕິດເຊື້ອໂຄວິດ ທົ່ວໂລກ ຢຽບ 24 ລ້ານຄົນ!!!

ສະຖານະການລະບາດ ຂອງເຊື້ອພະຍາດໂຄວິດ-19 ຍັງໜັກ ເພາະໃນວັນທີ 21 ສິງຫາ ນີ້, ມີຜູ້ຕິດເຊື້ອມື້ດຽວເພີ່ມຂຶ້ນ 228,312 ກໍລະນີ ໂດຍມີຜູ້ຕິດເຊື້ອທັງໝົດ 24,031,316 ກໍລະນີ. ໃນຂະນະທີ່ ຍອດຜູ້ເສຍຊີວິດເພີ່ມຂຶ້ນ 5,561 ກໍລະນີ ລວມເປັນ 822,233  ກໍລະນີ ແລະ ປິ່ນປົວດີ 15,492,946 ກໍລະນີ ເຊິ່ງໃນນີ້ ປະເທດອິນເດຍ ຕິດເຊື້ອມື້ໜຶ່ງເກືອບເຄິ່ງແສນ ຫຼື ເກືອບ 50,000 ຄົນ. ສຳລັບ 5 ປະເທດທີ່ມີຜູ້ຕິດເຊື້ອຫຼາຍທີ່ສຸດຍັງເປັນປະເທດລຸ່ມນີ້:

1 ສະຫະລັດອາເມລິກາ ມີຜູ້ຕິດເຊື້ອທັງໝົດ 5,953,173 ກໍລະນີ ໂດຍເພີ່ມຂຶ້ນ  37,543, ເສຍຊີວິດ 182,283 ກໍລະນີ ເພີ່ມຂຶ້ນ 1,169 ກໍລະນີ ແລະ ປິ່ນປົວດີ 3,241,585 ກໍລະນີ.

2 ປະເທດບຣາຊິວ ມີຜູ້ຕິດເຊື້ອທັງໝົດ 3,505,097 ກໍລະນີ ໂດຍເພີ່ມຂຶ້ນ 46,959 ເສຍຊີວິດ 116,666 ກໍລະນີ ເພີ່ມຂຶ້ນ 1,215 ກໍລະນີ ແລະ ປິ່ນປົວດີ 2,848,395 ກໍລະນີ.

3 ປະເທດອິນເດຍ ມີຜູ້ຕິດເຊື້ອທັງໝົດ 3,231,754 ກໍລະນີ ໂດຍເພີ່ມຂຶ້ນ 66,873 ເສຍຊີວິດ 59,612  ກໍລະນີ ເພີ່ມຂຶ້ນ 1,066 ກໍລະນີ ແລະ ປິ່ນປົວດີ 2,467,252  ກໍລະນີ.

4 ປະເທດລັດເຊຍ ມີຜູ້ຕິດເຊື້ອທັງໝົດ 966,189 ກໍລະນີ ໂດຍເພີ່ມຂຶ້ນ 4,696 ເສຍຊີວິດ 16,568 ກໍລະນີ ເພີ່ມຂຶ້ນ 120 ກໍລະນີ ແລະ ປິ່ນປົວດີ 779,747  ກໍລະນີ.

5 ປະເທດອາຟຣີກາໃຕ້ ມີຜູ້ຕິດເຊື້ອທັງໝົດ 613,017 ກໍລະນີ ໂດຍເພີ່ມຂຶ້ນ 1,567 ເສຍຊີວິດ 13,308 ກໍລະນີ ເພີ່ມຂຶ້ນ 149 ກໍລະນີ ແລະ ປິ່ນປົວດີ 520,381 ກໍລະນີ.

ແຫຼ່ງຂໍ້ມູນ: https://www.posttoday.com/world/631486

Comments