News

ສາທາ ເປັນຫ່ວງພຶດຕິກຳການໃຊ້ຊີວິດ ຂອງປະຊາຊົນ ຫວັ່ນໂຄວິດ-19 ກັບມາລະບາດຮອບສອງ

ການທີ່ ສປປ ລາວ ບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ ຕິດຕໍ່ກັນເປັນເວລາ 93 ວັນ ປະຊາຊົນໃນຂອບເຂດທົ່ວປະເທດ ຈຳນວນບໍ່ໜ້ອຍເຫັນວ່າປ່ອຍປະລະເລີຍ ກັບບາງມາດຕະການ ທີ່ຄະ ນະສະເພາະກິດວາງອອກ ເຊັ່ນ: ການປະຕິບັດຫລັກການອະນາໄມ, ການທຳຄວາມສະອາດຂ້າເຊື້ອພະຍາດ ຢູ່ສະຖານທີ່ບໍລິການ, ເວລາອອກໄປທີ່ຊຸມຊົນຍັງບໍ່ໃສ່ຜ້າປິດປາກ-ດັງ, ບໍ່ປະຕິບັດຮັກສາໄລຍະຫ່າງ ແລະ ອື່ນໆ ຫາກປະຊາຊົນຍັງບໍ່ປ່ຽນພຶດຕິກຳການໃຊ້ຊີວິດ ລາວອາດເກີດການລະບາດຮອບໃໝ່. ທ່ານ ນາງ ຣັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ໃນວັນທີ 14 ກໍລະກົດ 2020 ນີ້ວ່າ: ສປປ ລາວ ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ 93 ວັນຕິດຕໍ່ກັນ, ເຊິ່ງມື້ວານນີ້ ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ 315 ຕົວຢ່າງ ໃນນັ້ນແຮງງານລາວ ທີ່ກັບມາແຕ່ໄທ 293 ຄົນ ແລະ ກໍລະນີສົງໄສ 22 ຄົນ ຜົນກວດທັງໝົດແມ່ນບໍ່ພົບເຊື້ອ. ສັງລວມຜົນການວິເຄາະ ນັບແຕ່ເດືອນມັງກອນ ມາເຖິງ ວັນທີ 13 ກໍລະກົດ ...

Read More »

ມາຮູ້ຈັກ ເຕັກໂນໂລຊີ Visualizing ຂອງ Amazon ຮ້ານຂາຍຍ່ອຍທີ່ມີມູນຄ່າທີ່ສຸດໃນໂລກ…

ຜົນກະທົບຈາກ COVID-19 ເຮັດໃຫ້ເກີດການປ່ຽນແປງຢ່າງກະທັນຫັນ ເຊິ່ງໄດ້ເຮັດໃຫ້ຮ້ານຂາຍເຄື່ອງຍ່ອຍ ຈໍານວນຫລາຍເຊັ່ນ: Neiman Marcus, JCPenney, ແລະ J.Crew ຕົກຢູ່ໃນວິກິດລົ້ມລະລາຍ ຍ້ອນວ່າການໃຊ້ຈ່າຍຂອງຜູ້ບໍລິໂພກໄດ້ຜັນປ່ຽນມາທາງ online ຫຼາຍຂຶ້ນ. ໃນຄວາມເປັນຈິງ, ມີໂຄງການຄາດຄະເນວ່າ ຢ່າງໜ້ອຍ 25,000 ຮ້ານຂອງສະຫະລັດອາເມລິກາຈະດີຂື້ນໃນປີໜ້າ. ເຖິງຢ່າງໃດກໍ່ຕາມ, ຍ້ອນວ່າຄວາມທ້າທາຍຂອງລະບົບຕ່ອງໂສ້ຄວາມປອດໄພ ແລະ ການສະ ໜອງທີ່ເພີ່ມຂື້ນ ດ້ວຍຄ່າໃຊ້ຈ່າຍທີ່ກ່ຽວຂ້ອງກັບການປ້ອງກັນ ການແຜ່ລະບາດຂອງ Covid-19 ໃນຫຼາຍພັນຕື້ໂດລາສະຫະລັດ ຈຶ່ງເຮັດໃຫ້ເກີດຂໍ້ຫຍຸ້ງຍາກ. ເກືອບ 39% ສ່ວນແບ່ງຂອງການຂາຍຍ່ອຍດ້ານການຄ້າເອເລັກໂທຣນິກຂອງສະຫະລັດອາເມລິກາ, ຕະຫຼາດຂອງ Amazon ໄດ້ເພີ່ມຂຶ້ນ 2.830% ໃນທົດສະວັດທີ່ຜ່ານມາ. ຮູບແບບທຸລະກິດ ເປັນການເລັ່ງໃສ່ການຄອບຄອງຕະຫຼາດແທນທີ່ຈະສຸມໃສ່ ຜົນກຳໄລໃນໄລຍະສັ້ນ ສິ່ງເຫຼົ່ານີ້ເປັນປັດໃຈໜຶ່ງ ທີ່ເຮັດໃຫ້ Amazon ມີການຂະຫຍາຍຕົວໄວຂື້ນ. ການຄາດຄະເນໃນປີທີ່ຜ່ານມາ ໂດຍ The Economist ໄດ້ຕັດການປະຕິບັດການຂາຍຍ່ອຍຂອງ Amazon ຢູ່ທີ່ -1%. ນັກວິເຄາະອີກຄົນໜຶ່ງ ໄດ້ແນະນຳວ່າບໍລິສັດມີຈຸດປະສົງຂາຍສິນຄ້າຂາຍຍ່ອຍໂດຍຂາດທຶນ. ວິທີທີ່ Amazon ປະຕິບັດໄດ້ ສຳຫຼັບການດຳເນີນງານນີ້ແມ່ນຜ່ານການບໍລິການທີ່ສ້າງລາຍໄດ້ຈາກ Amazon Web ...

Read More »

ຜູ້ຜະລິດຢາປິ່ນປົວໂຄວິດ-19 ຂອງຈີນ ເຜີຍກຳໄລເຄີ່ງປີທໍາອິດເພີ່ມຂຶ້ນ 50 ສ່ວນຮ້ອຍ

ສຳນັກຂ່າວຊິນຫົວລາຍງານເມື່ອວັນທີ 14 ກໍລະກົດ 2020 ວ່າ ບໍລິສັດ ສືເຈຍຈວງ ອີ໋ຫລິ່ງ ຟາຣມາຊູຕິຄອລ ຈຳກັດ ຜູ້ຜະລິດຢາແຄັບຊູນຫຼຽນຮວາຊິງເວິນ ຊື່ງເປັນຢາທີ່ຄະນະກຳມະການສຸຂະພາບແຫ່ງຊາດຈີນ ແນະນຳວ່າມີປະສິດທິພາບໃນການປິ່ນປົວພະຍາດໂຄວິດ-19 ລາຍງານການເຕີບໂຕຂອງຜົນກຳໄລທີ່ເພີ່ມຂຶ້ນຢ່າງເຫັນໄດ້ຊັດເຈນໃນຊ່ວງເຄີ່ງປີ 2020. ການປະເມີນການລາຍໄດ້ເບື້ອງຕົ້ນຂອງບໍລິສັດ ທີ່ຍື່ນຕໍ່ຕະຫລາດຫລັກຊັບເຊິນເຈິ້ນ ລະບຸວ່າກຳໄລສຸດທິຂອງກຸ່ມຜູ້ຖືຫຸ້ນໄດ້ເພີ່ມຂື້ນລະຫວ່າງ 50-60 ສ່ວນຮ້ອຍ ເມື່ອທຽບປີຕໍ່ປີ ຢູ່ທີ່ລະຫວ່າງ 682-728 ລ້ານຢວນ (ປະມານ 100 ລ້ານໂດລາ). ໃນຊ່ວງເຄີ່ງປີທຳອິດ ບໍລິສັດເຜີຍວ່າຍອດຈຳຫນ່າຍຢາແຄັບຊູນຫຼຽນຮວາຊິງເວິນເຕີບໂຕຢ່າງວ່ອງໄວໃນຊ່ວງເຄີ່ງປີທຳອິດ ໂດຍສະເພາະຢ່າງຍິ່ງໃນໄຕມາດ 2 ເນື່ອງຈາກແພດແຜນຈີນ ໄດ້ຮັບການຍອມຮັບຫລາຍຂື້ນທັງໃນແລະຕ່າງປະເທດ ຊື່ງຊ່ວຍກະຕຸ້ນຍອດຈຳຫນ່າຍເພີ່ມສູງຕາມໄປ. ທັງນີ້ ຢາແຄັບຊູນຫຼຽນຮວາຊິງເວິນໄດ້ຮັບການອະນຸມັດໃຫ້ວາງຈຳຫນ່າຍໃນສິງກະໂປ ຫລັງຂື້ນທະບຽນເປັນຢາຈີນທີ່ມີສິດທິບັດ ໂດຍສຳນັກງານວິທະຍາສາດສຸຂະພາບ ຂອງສິງກະໂປຢ່າງເປັນທາງການ ເມື່ອເດືອນພຶດສະພາທີ່ຜ່ານມາ. ຂະນະດຽວກັນມູນຄ່າຫຸ້ນຂອງສື່ເຈຍຈວງ ອີ໋ຫລິ່ງ ຟາຣມາຊູຕິຄອລ ຊື່ງເປັນບໍລິສັດຜູ້ຜະລິດຢາທີ່ຈົດທະບຽນໃນຕະຫລາດຫລັກຊັບເຊິນເຈິ້ນເພີ່ມຂື້ນ 4.49 ສ່ວນຮ້ອຍ ປິດທີ່ 35.89 ຢວນ (ປະມານ 50,000 ກີບ) ຕໍ່ຫນ່ວຍເມື່ອວັນສຸກ (10 ກໍລະກົດ) ທີ່ຜ່ານມາ.

Read More »

ປີ 2030 ຄາດວ່າ ສປປ ລາວ ຈະມີປະຊາກອນຫລາຍກ່ວາ 8 ລ້ານຄົນ

ທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ກ່າວ ໃນພິທີສະເຫລີມສະຫລອງ ວັນປະຊາກອນໂລກ ຄົບຮອບ 33 ປີ ໃນວັນທີ 10 ກໍລະກົດ 2020 ນີ້​ວ່າ: ລັດຖະບານ ສປປ ລາວ ໄດ້ສຸມໃສ່ການຟື້ນຟູ ຜົນກະທົບຈາກການແຜ່ ລະບາດຂອງພະຍາດ ໂຄວິດ-19 ຄຽງຄູ່ກັນກັບການວາງແຜນ ພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ແລະ ໄດ້ເຮັດບົດລາຍງານການຄາດຄະເນ ປະຊາກອນລາວ ໃນປີ 2030 ເຊິ່ງເຫັນວ່າປະຊາກອນ ສປປ ລາວ ຈະເພີ່ມຂຶ້ນເຖິງ 8.1 ລ້ານຄົນ. ສະນັ້ນ, ຈິ່ງຈຳເປັນຈະຕ້ອງໄດ້ເພີ່ມທະວີ ການລົງທຶນໃສ່ການປັບປຸງ ການສຶກສາລະດັບມັດທະ ຍົມ ໂດຍໃຫ້ມີໂຮງຮຽນ ແລະ ຄູສອນທີ່ມີທັກສະພຽງພໍ ເພື່ອຮັບຮອງນັກຮຽນເຖິງ 1 ລ້ານ​ກວ່າ​ຄົນທີ່ຈະບັນຈຸເຂົ້າ ໃນການສຶກສາລະດັບ ມັດທະຍົມໃນຕໍ່ໜ້າ; ພາຍໃນປີ 2030 ຕ້ອງມີວຽກຮອງຮັບຊາວໜຸ່ມ 87.000 ຄົນ ...

Read More »

ສ່ວນແບ່ງຕະຫລາດອຸປະກອນ 5G ຂອງ Huawei ມີອັດຕາສ່ວນເຖິງ 35.7%, ການຄາດຄະເນຂອງ Dell’Oro

ສຳນັກຂ່າວເຕັກໂນໂລຊີຂອງເກົາຫຼີລາຍງານກ່ຽວກັບການຄາດຄະເນຂອງບໍລິສັດ Dell’Oro ຄົ້ນຄ້ວາໂຄງປະກອບຂອງຕະຫຼາດອຸປະກອນ 5G ໃນໄຕມາດທຳອິດຂອງ ປີ 2020. ບໍລິສັດ Huawei ຂອງຈີນ ໄດ້ຮັບສ່ວນແບ່ງຍອດລາຍຮັບທົ່ວໂລກໃນຂະແໜງນີ້ 35,7%, ກ່ອນໜ້າ Ericsson (24.6%), Nokia (15,8%) ແລະ Samsung (13,2%). ບໍລິສັດ Huawei ໄດ້ພັດທະນາເຕັກໂນໂລຊີໃນຂົງເຂດເຄືອຂ່າຍໂທລະຄົມມະນາຄົມທົ່ວໂລກ ນັບແຕ່ປີ 2016 ເປັນຕົ້ນມາ ແລະ ໄດ້ຮັບຜົນປະໂຫຍດທີ່ໝັ້ນຄົງໃນຂະແໜງການນີ້. ແຫຼ່ງຂໍ້ມູນ: https://equalocean.com/briefing/20200705230002319

Read More »

Elon Musk ແຈ້ງລົດບໍ່ຕ້ອງໃຊ້ຄົນຂັບ ມີໂອກາດພັດທະນາສົມບູນແບບໃນທ້າຍປີນີ້…

ລົດທີ່ບໍ່ຕ້ອງມີຄົນຂັບ ກາຍເປັນເຕັກໂນໂລຊີ ທີ່ຫຼາຍຄົນໃຫ້ຄວາມສົນໃຈ ໂດຍສະເພາະເມື່ອເຕັກໂນໂລຊີ AI ຮວມເຂົ້າກັບການຮັບສົ່ງຂໍ້ມູນດ້ວຍຄວາມໄວສູງໃນລະດັບ 5G ຊ່ວຍໃຫ້ລົດທີ່ບໍ່ຕ້ອງມີຄົນຂັບມີປະສິດທິພາບຫຼາຍຂຶ້ນ ສິ່ງທີ່ສຳຄັນມີຄວາມຖືກຕ້ອງສູງໃນການກວດຈັບສະພາບການຈະລາຈອນໃນຖະໜົນໄດ້ແບບ Real Time ເຊິ່ງຈະຊ່ວຍເພີ່ມຄວາມປອດໄພໃຫ້ກັບການເດີນທາງໃນທ້ອງຖະໜົນ. ເປັນທີຮູ້ກັນດີຢູ່ແລ້ວວ່າ Tesla ຄ່າຍລົດໄຟຟ້າທີ່ສ້າງຂຶ້ນມາຫຼັງປີ 2000 ເປັນຄ່າຍທຳອິດທີ່ໃຫ້ຄວາມສຳຄັນກັບການໃຊ້ເຕັກໂນໂລຊີລົດໃຫຍ່ທີ່ບໍ່ຕ້ອງມີຄົນຂັບ ໂດຍສະເພາະ Fuction Autopilot ທີ່ຊ່ວຍໃຫ້ລົດຢູ່ໃນເລນ ໂດຍໃນປະເທດທີ່ Tesla ເຂົ້າໄປເຮັດການຕະຫຼາດຢ່າງຈິງຈັງ Fuction Autopilot ຈະເຮັດວຽກກ່ຽວກັບລະບົບ  GPS ໃນການຄົ້ນຫາເສັ້ນທາງ ແລະ ເຮັດການເດີນທາງໄປຕາມເສັ້ນທາງທີ່ GPS ກຳນົດໂດຍອັດຕະໂນມັດ. ໂດຍກ່ອນໜ່ານີ້ Tesla ຫາກໍເປີດໂຕ Fuction ໃໝ່ ຄື: “Smart Summon” ໃນການສັ່ງໃຫ້ລົດ Tesla ອອກຈາກບ່ອນຈອດລົດມາຫາເຈົ້າຂອງລົດແບບບໍ່ຕ້ອງມີຄົນຂັບ ເປັນສິ່ງທີ່ຊ່ວຍຢືນຢັນໃນການພັດທະນາເຕັກໂນໂລຊີຂອງ Tesla ສົ່ງຜົນໃຫ້ເມື່ອບໍ່ດົນມານີ້ຄ່າຍລົດ Tesla ມີມູນຄ່າສູງກວ່າຄ່າຍລົດຍົນໃຫຍ່ຍີ່ປຸ່ນເຊັ່ນ TOYOTA ແລະ ສົ່ງຜົນໃຫ້ Elon Musk ມີສັບສິນຫຼາຍກ່ວາ Warren Buffett  ແລ້ວເຮັດໃຫ້ Elon Musk ກາຍເປັນເສດຖີອັບດັບທີ 7 ຂອງໂລກ. ນອກຈາກນີ້, Elon Musk  ຍັງຊີ້ໃຫ້ເຫັນວ່າ ລົດທີ່ມີເຕັກໂນໂລຊີໃນລະດັບ 5​G ເຊິ່ງໝາຍເຖິງລົດທີ່ຂັບໄດ້ເອງ ໂດຍບໍ່ຕ້ອງມີການແຊກແຊງຂອງມະນຸດ 100% ຫຼື ...

Read More »

ອັດຕາເງິນກີບຜັນຜວນໃນຮອບ 4 ປີ ແລະ ອ່ອນຄ່າຕໍ່ເນື້ອງ…

ການຄ້າຊາຍແດນໄທ-ລາວຕັ້ງຮັບ ຄ່າເງິນກີບຫຼຸດ-Lockdown ກົດສົ່ງອອກ-ນໍາເຂົ້າໃນຮອບ 5 ເດືອນຫຼຸດທຶນຫຼາຍ ຫໍການຄ້າສະເໜີໃຫ້ໜອງຄາຍໂມເດລ ເປີດດ່ານເພີ່ມຮັບພໍ່ຄ້າຊາຍແດນເຂົ້າມາຊື້ຂາຍມື້ລະ 250 ຄົນ. ສຳນັກງານສົ່ງເສີມການຄ້າໃນຕ່າງປະເທດນະຄອນຫຼວງວຽງຈັນ ລາຍງານສັນຍານ ສປປ.ລາວ ກັງວົນ ບັນຫາເງິນກີບຜັນຜວນທີ່ສຸດໃນຮອບ 4 ປີ ແລະ ອ່ອນຄ່າຕໍ່ເນື້ອງ ໂດຍມີອັດຕາແລກປ່ຽນກັບ 1 ບາດໄທ ທີ່ເລດ 301.99 ກີບ  ໃນຕົ້ນປີ ວັນທີ 2 ມັງກອນ 2020 ທີ່ຜ່ານມາ ແລະ ອ່ອນຄ່າໄປຢູ່ທີ່ 312.73 ໃນວັນທີ 17 ມິຖຸນາ 2020 ລ່າສຸດລົງໄປທີ 314.74  ກີບ ໃນ ວັນທີ 2 ກໍລະກົດນີ້. ນັກເສດຖະສາດ ສປປ.ລາວແຈ້ງໃຫ້ຮູ້ວ່າ ເສດຖະກິດລາວໃນໄລຍະໂຄວິດ-19 ບວກກັບຍັງມີມາດຕະການ Lockdown ເຮັດໃຫ້ບັນດາດ່ານ ແລະ ຊາຍແດນຕ່າງໆປິດຊົ່ວຄາວ ເຊິ່ງເຮັດໃຫ້ຄວາມຕ້ອງການສິນຄ້າອຸປະໂພກທີ່ຕ້ອງນໍາເຂົ້າມີເພີ່ມຂຶ້ນ ລວມໄປເຖິງອັດຕາການແລກປ່ຽນເງິນຕານອກລະບົບມີລາຄາທີ່ສູງຫຼາຍ ເຊິ່ງຕ່າງອັດຕາແລກປ່ຽນໃນລະບົບທະນາຄານ ນີ້ຈຶ່ງເປັນສາເຫດທີ່ເຮັດໃຫ້ອັດຕາເງິນກີບຫຼຸດລົງໜັກ ແລະ ຮຽກຮ້ອງໃຫ້ສົ່ງເສີມການຜະລິດພາຍໃນຫຼາຍຂຶ້ນ. ອັດຕາເງິນກີບຫຼຸດລົງເລື້ອຍໆ ຕັ້ງແຕ່ຕົ້ນປີ 2020 ເປັນຕົ້ນມາ ຫຼາຍກວ່າ 20%  ແລ້ວ ...

Read More »

ຄະນະສະເພາະກິດດ້ານເສດຖະກິດ ຕີລາຄາຄືນຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19…

ວັນທີ 13 ກໍລະກົດ 2020, ຄະນະສະເພາະກິດດ້ານເສດຖະກິດ ເພື່ອແກ້ໄຂຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ໄດ້ຈັດກອງປະຊຸມເພື່ອຕີລາຄາຄືນຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ແລະ ສະພາບການຜັນຂະຫຍາຍນະໂຍບາຍ ແລະ ມາດຕະການທີ່ລັດຖະບານໄດ້ແຈ້ງອອກເພື່ອຫລຸດຜ່ອນຜົນກະທົບຕໍ່ເສດຖະກິດຂອງລາວ ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທັງເປັນຫົວໜ້າຄະນະສະເພາະກິດດ້ານເສດຖະກິດ ເພື່ອແກ້ໄຂຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ໂດຍການເຂົ້າຮ່ວມຂອງທຸກຂະແໜງການທີ່ກ່ຽວຂ້ອງ. ທ່ານ ສອນໄຊ ສີພັນດອນ ກ່າວວ່າ: ກອງປະຊຸມໃນມື້ນີ້ ແມ່ນຈະໄດ້ສຸມໃສ່ການຕີລາຄາການປະເມີນຜົນກະທົບໃນໄລຍະຜ່ານມາວ່າ ໄດ້ມີການແກ້ໄຂຄືແນວໃດ ເພື່ອພ້ອມກັນຄົ້ນຄວ້າ ກຳນົດທິດທາງວຽກງານຈຸດສຸມ ໃນການຟື້ນຟູເສດຖະກິດຂອງ ສປປ ລາວ ໃນ 6 ເດືອນທ້າຍປີ ແລະ ໃນຕໍ່ໜ້າ. ພ້ອມກັນນັ້ນ, ກໍໄດ້ເນັ້ນໃຫ້ບັນດາຂະແໜງການຕ່າງໆ ໃຫ້ເອົາໃຈໃສ່ຄົ້ນຄວ້າປຶກສາຫາລືຕໍ່ບັນດານະໂຍບາຍ ແລະ ມາດຕະການຜ່ອນຜັນຕ່າງໆ ເພື່ອຫລຸດຜ່ອນຜົນກະທົບ, ຄວາມຫຍຸ້ງຍາກໃນການດຳລົງຊີວິດ ແລະ ການດຳເນີນທຸລະກິດຢູ່ພາຍໃນປະເທດ ເປັນຕົ້ນແມ່ນ: ການຊຳລະສະສາງພັນທະຕ່າງໆ, ການຫລຸດຜ່ອນຄ່າບໍລິການພາກສັງຄົມ ແລະ ປະຊາຊົນ, ການສະໜອງທຶນໃຫ້ແກ່ການດໍາເນີນທຸລະກິດຂະໜາດນ້ອຍ ແລະ ກາງ, ການຊຸກຍູ້ການຜະລິດກະສິກຳ, ການສົ່ງເສີມການຊົມໃຊ້ຜະລິດຕະພັນພາຍໃນ, ບັນຫາແຮງງານທີ່ກັບມາແຕ່ໄທ, ...

Read More »

ເປີດນຳໃຊ້ຫໍມູນເຊື້ອ ແລະ ພ້ອມເປີດນຳໃຊ້ແອັບພິເຄເຊິນ ຂອງແນວລາວສ້າງຊາດ…

ໃນວັນທີ 13 ກໍລະກົດ 2020 ສູນກາງແນວລາວສ້າງຊາດ ໄດ້ເປີດນຳໃຊ້ຫໍມູນເຊື້ອ ແນວລາວສ້າງຊາດຢ່າງເປັນທາງການ ພ້ອມເປີດນຳໃຊ້ແອັບພິເຄເຊິນ ຫລືແອັບ ໃນໂທລະສັບມືຖື ຂອງ ແນວລາວສ້າງຊາດ ເນື່ອງໃນໂອກາດສະເຫລີມສະຫລອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ ແລະ ວັນສຳຄັນຕ່າງໆຂອງຊາດ. ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ໄຊສົມພອນ ພົມວິຫານ ປະທານສູນ ກາງແນວລາວສ້າງຊາດ, ມີພັນລະຍາການນຳ ພ້ອມດ້ວຍພະນັກງານຫລັກແຫລ່ງ, ພະນັກງານບຳນານ ເຂົ້າຮ່ວມ. ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ກ່າວວ່າ: ຫໍ ມູນເຊື້ອແນວລາວສ້າງຊາດ ເປັນຕຶກເກົ່າແກ່ທີ່ມີຮູບຊົງສວຍງາມ ສ້າງຂຶ້ນໃນປີ 1902-1904 ເຊິ່ງ ໃນອາ ດີດເຄີຍເປັນທີ່ພັກອາໄສຂອງ ຄະນະນຳໃນເມື່ອກ່ອນ. ປັດຈຸບັນໄດ້ຮັບການປັບປຸງ, ສ້ອມແປງ ແຕ່ຮັກ ສາຮູບຊົງເດີ່ມ ພາຍໃນຫໍມູນເຊື້ອດັ່ງກ່າວ, ໄດ້ນຳເອົາວັດຖຸພັນຕ່າງໆ, ຮູບພາບ ແລະ ວິດີໂອ ການ ເຄື່ອນໄຫວຂອງການນຳ ໃນເມື່ອກ່ອນມາວາງສະແດງ. ນອກຈາກນີ້, ຍັງມີຫ້ອງອ່ານ, ຫ້ອງສາຍຮູບເງົາ ແລະ ອື່ນໆ ...

Read More »

ຮ່ວມກັນປະກອບສ່ວນ ເພີ່ມຈໍານວນ ສັດນໍ້າ-ສັດປ່າ ໃຫ້ອຸດົມສົມບູນ ດ້ານຊີວະນາໆພັນ…

ການປົກປັກຮັກສາສັດນໍ້າ-ສັດປ່າ ມັນແມ່ນພັນທະ ແລະ ໜ້າທີ່ຂອງໝົດທຸກຄົນ ຊຶ່ງໃນມື້ນີ້ ກໍ່ຄືກັນກັບທຸກປີຜ່ານມາ, ການນໍາພັກ-ລັດ ແລະ ປວງຊົນລາວທັງຊາດ ກໍ່ໄດ້ຮ່ວມໃຈກັນປ່ອຍສັດນໍ້າ, ໂດຍສະເພາະ ແມ່ນປາຊະນິດພັນຕ່າງໆ ແລະ ສັດປະເພດອື່ນໆ ທີ່ໄດ້ຈາກການເພາະພັນ, ຢຶດໄດ້ຈາກການຄ້າ-ຂາຍທີ່ຜິດກົດໝາຍ ຄືນສູ່ທຳມະຊາດ ເພື່ອເພີ່ມຈໍານວນຂອງສັດນໍ້າ ແລະ ສັດປ່າ ສ້າງຄວາມອຸດົມສົມບູນທາງດ້ານຊະນິດພັນ ທີ່ເປັນມໍລະດົກທາງທໍາມະຊາດອັນລໍ້າຄ່າຂອງຊາດ ໃຫ້ໄດ້ຮັບການປົກປັກຮັກສາ ແລະ ຊົມໃຊ້ຢ່າງຍືນຍົງ ຊຶ່ງປີນີ້ ຕາມແຜນຂອງກະຊວງກະສິກຳ ແລະ ປ່າໄມ້ ແມ່ນຈະປ່ອຍປາໃຫ້ໄດ້ 55 ລ້ານໂຕ ລົງສູ່ແຫລ່ງນໍ້າທຳມະຊາດ, ໜອງ, ບຶງ, ອ່າງເກັບນໍ້າຕ່າງໆ ໃນຂອບເຂດທົ່ວປະເທດ. ຕະຫລອດໄລຍະຜ່ານມາ, ພັກ ແລະ ລັດຖະບານ ຍາມໃດກໍ່ໄດ້ຖືສຳຄັນຕໍ່ວຽກງານປົກປັກຮັກຊັບ ພະຍາກອນ ທຳມະຊາດ, ໂດຍສະເພາະຕໍ່ວຽກງານປົກປັກຮັກສາ ແລະ ອະນຸລັກສັດນໍ້າ ແລະ ສັດປາ ເພື່ອໃຫ້ທຳມະຊາດມີຄວາມອຸດົມສົມບູນ ແລະ ບໍ່ມີວັນບົກແຫ້ງ. ການກຳນົດເອົາວັນທີ 13 ກໍລະກົດ ເປັນວັນອະນຸລັກສັດນໍ້າ ແລະ ສັດປ່າ ຂອງ ສປປ ...

Read More »