ຕາມແຫລ່ງຂ່າວຈາກ ນີວຢອກ,ວັນທີ 27ສິງຫານີ້, ຜົນການສຶກສາຂອງສະຫະປະຊາຊາດ(ສປຊ)ວ່າ: ມີເດັກນ້ອຍ 463 ລ້ານຄົນ ທົ່ວໂລກຂາດແຄນອຸປະກອນການຮຽນ ເພື່ອໃຊ້ໃນການຮຽນແບບປົກກະຕິ ຫຼັງຈາກ ໂຮງຮຽນປິດໄລຍະ ໂຄວິດ-19 ແຜ່ລະບາດ ພາຍຫລັງ ທ່ານ ນາງ ເຮັນ ເຣຍຕາ ໂຟຣ, ຜູ້ອຳນວຍການ ບໍລິຫານ ກອງທຶນເພື່ອເດັກແຫ່ງ ສປຊ ຖະແຫລງວ່າ: ມີເດັກຫລາຍຄົນ ໄດ້ຮັບຜົນກະທົບຈາກການຮຽນ ມາເປັນເວລາຍາວນານຫລາຍເດືອນ ທີ່ຖືເປັນສະຖານະການສຸກເສີນທາງການສຶກສາທົ່ວໂລກ ແລະ ອາດສົ່ງຜົນ ກະທົບຕໍ່ເສດຖະກິດ ແລະ ສັງຄົມ ໃນອີກຫລາຍສິບປີຕໍ່ໜ້າ. ພາບປະກອບເທົ່ານັ້ນ ຄວາມແຕກຕ່າງກັນ ທາງພູມສາດສ້າງໃຫ້ເກີດຄວາມແຕກຕ່າງ ໃນການເຂົ້າເຖິງການຮຽນທາງໄກຂອງເດັກນ້ອຍ ໃນທະວີບອາຟຣິກາ ແລະ ບາງພື້ນທີ່ຂອງທະວີບອາຊີຫລາຍກວ່າໃນທະວີບ ເອີຣົບ. ພາບປະກອບເທົ່ານັ້ນ ທັງນີ້ ສປຊ ໄດ້ເກັບຂໍ້ມູນ ເຮັດການສຶກສາຈາກ 100 ປະເທດ ທົ່ວໂລກ ໂດຍປະເມີນຈາກ ການເຂົ້າເຖິງອິນເຕີເນັດ, ໂທລະພາບ ແລະ ວິທະຍຸສາທາລະນະ. ນອກຈາກນີ້, ຍັງເຕືອນລັດຖະບານ ປະເທດຕ່າງໆ ໃຫ້ຄວາມສຳຄັນເຖິງຄວາມປອດໄພເປັນອັນດັບແຖວໜ້າ ໃນການຕັດສິນໃຈ ...
Read More »News
ທ່ານຮູ້ບໍ່? ເຟສບຸກສົ່ງຂໍ້ມູນຜູ້ໃຊ້ໃຫ້ລັດຖະບານສະຫະລັດອາເມລິກາ…
ປັດຈຸບັນ, ເຟສບຸກຖືເປັນເຄື່ອງມີສື່ສານອີກອັນໜຶ່ງ ເພາະເປັນແອັບທີ່ຄົນເຮົາສາມາດບອກເລົ່າເລື່ອງລາວສ່ວນຕົວ ແລະ ສົນທະນາກັບຫຼາຍຄົນໃນໂລກອອນລາຍ ແຕ່ທ່ານຮູ້ບໍວ່າ ເຟສບຸກສົ່ງຂໍ້ມູນຜູ້ໃຊ້ໃຫ້ລັດຖະບານສະຫະລັດອາເມລິກາ ແລະ ລັດຖະບານສະຫະລັດອາເມລິກາ ກໍເປັນປະເທດທີ່ຂໍໃຫ້ເຟສບຸກສົ່ງຂໍ້ມູນຜູ້ໃຊ້ໃຫ້ຫຼາຍທີ່ສຸດໃນໂລກ. ແນ່ນອນວ່າ ບັນດາບໍລິສັດເຕັກໂນໂລຊີຍັກໃຫຍ່ ເຊັ່ນ: Google, Facebook ແລະ Twiter ເກັບຂໍ້ມູນສ່ວນຕົວຂອງຜູ້ໃຊ້ໄວ້ໃໃນປະລິມານມະຫາສານ ແລະ ຫາກຈະເວົ້າວ່າ ບໍລິສັດເຫຼົ່ານີ້ ມີຂໍ້ມູນຢູ່ໃນມືຖືຫຼາຍກວ່າລະບົບສອດແນມອື່ນໆຂອງລັດຖະບານກໍບໍ່ຜິດ. ດ້ວຍເຫດນີ້, ຈຶ່ງບໍ່ແປກທີ່ລັດຖະບານ ຈະຂໍຄວາມຮ່ວມມືກັບບໍລິສັດເຕັກໂນໂລຊີ ສົ່ງມອບຂໍ້ມູນສ່ວນຕົວຂອງຜູ້ໃຊ້ໃຫ້ ທັງທີ່ຜູ້ໃຫ້ຂໍ້ມູນອາດຈະອະນຸຍາດພຽງໃຫ້ Google, Facebook ໃຊ້ຂໍ້ມູນຂອງຕົນເອງເພື່ອປະໂຫຍດໃນການໂຄສະນາເທົ່ານັ້ນ ແຕ່ອາດຈະບໍ່ຮູ້ວ່າສຸດທ້າຍແລ້ວ ລັດຖະບານກໍອາດຈະເຂົ້າເຖິງຂໍ້ມູນຂອງຕົນເອງເຊັ່ນກັນ. President Donald Trump speaks during a Cabinet Meeting in the East Room of the White House, Tuesday, May 19, 2020, in Washington. (AP Photo/Evan Vucci) ເພື່ອສະແດງຄວາມບໍລິສຸດໃຈກັບຜູ້ໃຊ້ ຫຼັງມີການເປີດເຜີຍວ່າ ທາງການສະຫະລັດມີໂຄງການເກັບຂໍ້ມູນຂອງຄົນອາເມລິກາຈາກສື່ງສັງຄົມອອນລາຍຕ່າງໆ ...
Read More »ນະຄອນຫຼວງພະບາງ ຂາດງົບປະມານໃນການບູລະນະອາຄານ, ວັດ, ເຮືອນ ທີ່ຂຶ້ນບັນຊີເປັນມໍລະດົກໂລກ
ຫ້ອງການມໍລະດົກໂລກນະຄອນຫລວງພະບາງ ແຈ້ງໃຫ້ຮູ້ວ່າ: ການຄຸ້ມຄອງມໍລະດົກໂລກຫລວງພະບາງມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍ ໂດຍສະເພາະແມ່ນ ອາຄານ, ວັດທີ່ໂດດເດັ່ນ ແລະ ເຮືອນເກົ່າແກ່ຈຳນວນໜຶ່ງ ທີ່ໄດ້ຂຶ້ນບັນຊີເປັນມໍລະດົກໂລກໄດ້ເປ່ເພ ແລະ ຊຸດໂຊມ ຍ້ອນເຈົ້າຂອງເຮືອນ ແລະ ພາກສ່ວນທີ່ກ່ຽວຂ້ອງຂາດເຂີນງົບປະມານໃນການບູລະນະສ້ອມແປງ. ນອກຈາກນີ້, ເຂດສະຫງວນ ທີ່ນອນໃນເຂດປ້ອງກັນມໍລະດົກບາງຈຸດຖືກບຸກລຸກ ແລະ ໜອງນໍ້າທີ່ຂຶ້ນບັນຊີມໍລະດົກໂລກ ຈໍານວນໜຶ່ງຂາດການບົວລະບັດຮັກສາເຮັດໃຫ້ໜອງຈໍານວນໜຶ່ງຖືກຖົມ ແລະ ຈຳນວນໜຶ່ງຖືກປະປ່ອຍ. ທ່ານ ແສງທອງ ລືຢ່າງ ຮອງຫົວໜ້າຫ້ອງການມໍລະດົກໂລກ ນະຄອນຫຼວງພະບາງ ໄດ້ກ່າວເມື່ອບໍ່ດົນມານີ້ວ່າ: ທາງພາກສ່ວນທີ່ກ່ຽວຂ້ອງຈະຈັດກອງປະຊຸມເພື່ອປຶກສາຫາລືລາຍລະອຽດກ່ຽວກັບການຈັດເກັບລາຍຮັບເຂົ້າໃສ່ກອງທຶນ ເພື່ອບູລະນະ ບັນດາອາຄານ, ວັດ ແລະ ເຮືອນເກົ່າແກ່ທີ່ຂຶ້ນບັນຊີເປັນມໍລະດົກໂລກ. ນອກນັ້ນຈະສືບຕໍ່ສຶກສາອົບຮົມ ແລະ ໂຄສະນາ ກ່ຽວກັບວຽກງານມໍລະດົກໂລກໃຫ້ແກ່ປະຊາຊົນ, ພະສົງ ແລະ ພະແນກການອ້ອມຂ້າງແຂວງ, ຈະສືບຕໍ່ຄຸ້ມຄອງການປຸກສ້າງສ້ອມແປງ ໃຫ້ສອດຄ່ອງຕາມລະບຽບການ, ພ້ອມທັງສົມທົບກັບຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງໃນການຄຸ້ມຄອງເຂດປ້ອງກັນ, ຂຶ້ນແຜນສໍາຫຼວດອອກແບບເພື່ອບູລະນະອາຄານທີ່ເກົ່າແກ່, ປັບປຸງເຂດສົດຊື່ນ, ທາງຍ່າງ, ທາງຮ່ອມ ແລະ ສວນສາທາລະນະ ຕາມແຜນພັດທະນາ ຂອງຫ້ອງການມໍລະດົກໂລກ. ແຫຼ່ງຂໍ້ມູນ: ວຽງຈັນທາຍ
Read More »ປັດຈຸບັນ Jeff Bezos ມີຊັບສິນຫຼາຍກ່ວາ 200 ຕື້ໂດລາສະຫະລັດ…
ທ່ານ Jeff Bezos ຜູ້ບໍລິຫານຂອງບໍລິສັດ Amazon ມີຊັບສິນຫຼາຍກວ່າ 202 ຕື້ໂດລາສະຫະລັດ, ອີງຕາມດັດຊະນີ Bloomberg Billionaires Index ລາວເປັນຄົນທຳອິດທີ່ມີມູນຄ່າຊັບສິນເກີນ 200 ຕື້ໂດລາສະຫະລັດ ແລະ ກາຍເປັນເສດຖີຄົນທຳອິດທີ່ລວຍທີ່ສຸດໃນໂລກ ຂອງປະຫວັດສາດທີ່ຜ່ານມາ ນັບແຕ່ປີ 2018 ເປັນຕົ້ນມາເມື່ອຄວາມຮັ່ງມີສ່ວນຕົວຂອງລາວ ໄດ້ເພີ່ມຂຶ້ນຫຼາຍກວ່າ 150 ຕື້ໂດລາສະຫະລັດ. ປັດຈຸບັນ, ລາວມີຊັບສິນຫຼາຍກວ່າ Bill Gates ຈາກການເປັນຜູ້ຮ່ວມກໍ່ຕັ້ງ Microsoft ມູນຄ່າ 78 ພັນລ້ານໂດລາສະຫະລັດ ແລະ ຄວາມຮັ່ງມີສ່ວນຕົວຂອງລາວສ່ວນໃຫຍ່ແມ່ນຢູ່ໃນຫຸ້ນ Amazon ເຊິ່ງໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍໃນຊຸມປີຜ່ານມາ. ຫຸ້ນ Amazon ໄດ້ສູງເຖິງລະດັບສູງສຸດໃນເດືອນເມສາຜ່ານມາ ຍ້ອນຄວາມຕ້ອງການທີ່ບໍ່ເຄີຍມີມາກ່ອນຈາກຜູ້ບໍລິໂພກ, ແລະ ຫຸ້ນດັ່ງກ່າວໄດ້ສືບຕໍ່ເພີ່ມຂື້ນເປັນມູນຄ່າຫຼາຍຮ້ອຍຕື້ ເຮັດໃຫ້ນັກລົງທຶນໄດ້ກຳໄລຫຼາຍກ່ວາ 86% ໃນປີນີ້. ວັນທີ 26 ສິງຫາ ບໍລິສັດມີມູນຄ່າຫຼາຍກ່ວາ 1,7 ພັນຕື້ໂດລາສະຫະລັດ ເຊິ່ງເຮັດໃຫ້ມັນກາຍເປັນບໍລິສັດທີ່ມີມູນຄ່າຫຼາຍທີ່ສຸດ ອັນດັບ 2 ໃນສະຫະລັດອາເມລິກາ. ການແຜ່ລະບາດຂອງໂຄວິດ-19 ໄດ້ຊ່ວຍກະຕຸ້ນການເຕີບໂຕດັ່ງກ່າວ ຍ້ອນວ່າຜູ້ບໍລິໂພກຫັນໄປຫາຜູ້ຂາຍຍ່ອຍທາງອິນເຕີເນັດ ໃນການຊື້ສິ່ງທີ່ຈຳເປັນເຊັ່ນ: ...
Read More »ພາຍຸເຮີຣິເຄນ Laura ຮ້າຍແຮງທີ່ສຸດໃນປີນີ້
ສູນພາຍຸເຮີຣິເຄນແຫ່ງຊາດກ່າວວ່າ "ພາຍຸເຮີຣິເຄນ Laura ອັນຕະລາຍຮ້າຍແຮງທີ່ສຸດໄດ້ເກີດຂື້ນໃນຕອນເຊົ້າວັນທີ 27 ສິງຫານີ້ ໃກ້ກັບເມືອງ Cameron, ລັດ Louisiana, ເຊິ່ງເຮັດໃຫ້ເກີດພາຍຸຮຸນແຮງ, ລົມພັດແຮງແລະ ນໍ້າຖ້ວມກະທັນຫັນ". ພາຍຸໜ່ວຍນີ້ ໄດ້ພັດເຂົ້າມາເປັນພາຍຸເຮີຣິເຄນປະເພດ 4 ໃນຂະນະທີ່ມັນພັດເຂົ້າໄປຫາແຄມຝັ່ງລັດ Louisiana ແລະ Texas ແລະ ກຳ ລັງຈະກາຍມາເປັນປະເພດ 5 ໂດຍເປັນປະເພດທີ່ມີພະລັງທີ່ສຸດຂອງສູນພະຍຸເຮີລິເຄນ ເມື່ອມັນພັດເຂົ້າສູ່ພື້ນດິນ. ແຕ່ຄາດວ່າມັນຈະຜ່ອນລົງເມື່ອມັນເຄື່ອນເຂົ້າໄປໃນເຂດນໍ້າ. ກຳລັງລົມມີຄວາມແຮງເຖິງ 150 mph (ໄມຕໍ່ຊົ່ວໂມງ) ເຊິ່ງມັນອາດຈະກາຍເປັນປະເພດ 5 ຢູ່ທີ່ຄວາມແຮງ 157 mph. ແຕ່ວ່າໃນເວລາ 3 ໂມງເຊົ້າຜ່ານມາ ໄດ້ມີລົມແຮງສູງສຸດ 140 mph ທາງທິດຕາເວັນຕົກສຽງໃຕ້ຂອງ Lake Charles, Louisiana ແລະ ທິດຕາເວັນອອກຂອງ Port Arthur, Texas ເຊິ່ງປັດຈຸບັນ ມັນກຳລັງເຄື່ອນໄປທາງທິດເໜືອ. ຄາດວ່າຈະເປັນພະຍຸເຮີລິເຄນທີ່ແຮງທີ່ສຸດທີ່ຈະພັດເຂົ້າສະຫະລັດອາເມລິກາໃນປີນີ້ ສົ່ງຜົນໃຫ້ປະຊາຊົນ ຫຼາຍກວ່າເຄິ່ງລ້ານຄົນໄດ້ຖືກສັ່ງໃຫ້ອົບພະຍົບ. ແຫຼ່ງຂໍ້ມູນ: https://www.cbsnews.com
Read More »ເກີດນ້ຳຖ້ວມກະທັນຫັ່ນ ຢູ່ອັບການິດສະຖານ ເສຍຊີວິດຫຼາຍກວ່າ 100 ຄົນ
ສຳນັກຂ່າວ BBC ລາຍງານວ່າ: ວັນທີ 26 ສິງຫາ 2020 ທີ່ຜ່ານມາ, ເກີດຝົນຕົກໜັກເປັນເວລາຫລາຍວັນ ເຮັດໃຫ້ນ້ຳຖ້ວມ ຢູ່ເມືອງເອກຂອງ ແຂວງ ພາວັນ (Parwan) ທາງພາກເໜືອ ນະຄອນຫລວງ ກາບູນ ຂອງປະເທດອັບການິດສະຖານ ເຮັດໃຫ້ມີຜູ້ເສຍຊີວິດ 100 ຄົນ ແລະ ມີຜູ້ບາດເຈັບຫຼາຍກວ່າ 10 ຄົນ, ຮືອນຊານປະຊາຊົນ 500 ຫລັງຄາ ໄດ້ຮັບຜົນກະທົບຢ່າງໜັກ. ປັດຈຸບັນ ໜ້ວຍກູ້ໄພ ພວມເລັ່ງໃຫ້ການ ຊ່ວຍເຫລືອກັບຜູ້ທີ່ປະສົບເຄາະຮ້າຍ ໃນຄັ້ງນີ້ຢ່າງຮີບດ່ວນ. ແຫຼ່ງຂໍ້ມູນ: FM 90
Read More »ສະຖິຕິຜູ້ຕິດເຊື້ອໂຄວິດ-19 ໃນມຽນມາເພີ່ມຂຶ້ນເປັນ 500 ກວ່າຄົນ
ຕາມແຫລ່ງຂ່າວຈາກ ຢ່າງກຸ້ງ, ວັນທີ 26 ສິງຫານີ້, ລັດຖະບານ ມຽນມາ ລາຍງານສະຖິຕິ ຜູ້ຕິດເຊື້ອ ພະຍາດ ໂຄວິດ-19 ເພີ່ມຂຶ້ນ ຢ່າງວ່ອງໄວ 504 ຄົນແລ້ວ.ໃນນີ້ ພຽງ 5ວັນມີຜູ້ຕິດເຊື້ອລາຍໃໝ່ ເກືອບ 100 ຄົນ. ປັດຈຸບັນນີ້ ປິ່ນປົວດີແລ້ວ 341 ຄົນ ແລະ ເສຍຊີວິດ ຢ່າງໜ້ອຍ 6 ຄົນ ໂດຍສະຖານະການ ໃນລັດຍະໄຂ່ ວິກິດທີ່ສຸດ ພົບຜູ້ຕິດເຊື້ອ ຕໍ່ເນື່ອງ. ຫຼ້າສຸດ ມີການຢືນຢັນ ພົບຜູ້ຕິດເຊື້ອ 30 ຄົນ ເປັນສະຖິຕິ ລາຍວັນ ສູງທີ່ສຸດ ນັບແຕ່ເດືອນມີນາ ເປັນຕົ້ນມາ.ໃນນີ້ 29 ຄົນ ຮັບເຊື້ອຢູ່ພາຍໃນປະເທດ ແລະ ອີກ 1 ຄົນ ເດີນທາງ ມາຈາກ ສະຫາລັດອາເມລິກາ. ແຫຼ່ງຂໍ້ມູນ: https://www.facebook.com/plugins/post.php?
Read More »ກອງປະຊຸມພົບປະ ອົງການກາແດງລາວ ຮ່ວມກັບບັນດາສື່ມວນຊົນທຸກພາກສ່ວນ
ໃນວັນທີ 26 ສິງຫາ 2020 ທີ່ໂຮງແຮມເສດຖາປຣັດ ນະຄອນຫລວງວຽງຈັນ, ໄດ້ມີກອງປະຊຸມ ກ່ຽວກັບວຽກງານກາແດງ ແລະ ກົດໝາຍວ່າດ້ວຍກາແດງ ໃຫ້ແກ່ບັນດາສື່ມວນຊົນລາວອ້ອມຂ້າງສູນກາງ, ໂດຍການເປັນປະທານຂອງ ທ່ານ ຄໍາຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ, ມີ ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ), ທັງເປັນປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ, ພ້ອມດ້ວຍບັນດາຫົວໜ້າອົງ ການສື່ມວນຊົນ ຈາກໜັງສືພິມ, ວິທະຍຸ, ໂທລະພາບ ແລະ ຂະແໜງການຈໍານວນໜຶ່ງເຂົ້າຮ່ວມ. ທ່ານ ຄໍາຮຸ່ງ ເຮືອງວົງສີ ກ່າວວ່າ: ກອງປະຊຸມຄັ້ງນີ້, ຈັດຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະ ປວງຊົນລາວທັງຊາດ ພວມອອກແຮງແຂ່ງຂັນ ສ້າງຂະບວນການຕ່າງໆ ເພື່ອຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆຂອງຊາດ ແລະ ຂອງພັກ ກໍຄືວັນສ້າງຕັ້ງສື່ມວນຊົນລາວຄົບຮອບ 70 ປີ(13/08/ 1950-13/08/2020) ດ້ວຍບັນຍາກາດຟົດຟື້ນ ແລະ ຖືໂອກາດສໍາຄັນນີ້ ສະແດງຄວາມຂອບໃຈຕໍ່ບັນດາສື່ມວນຊົນທຸກພາກສ່ວນ ທີ່ໄດ້ເອົາໃຈໃສ່ປະກອບສ່ວນໂຄສະນາເຜີຍແຜ່ ຂໍ້ມູນຂ່າວສານວຽກງານກາແດງ ແລະ ການເຄື່ອນໄຫວຂອງອົງການກາແດງ ...
Read More »ອາເມລິກາແອລາຍ ຈະປັບຫລຸດພະນັກງານຄັ້ງໃຫຍ່ ຫຼາຍກວ່າ 19.000 ຕຳແໜ່ງ
ຕາມແຫລ່ງຂ່າວຈາກ ວໍຊີງຕັນ, ວັນທີ 26 ສິງຫານີ້, ສາຍການບິນ ອາເມລິກາ ແອລາຍ ຈະປັບຫລຸດ ພະນັກງານ 30% ຫລື 40.000 ຕຳແໜ່ງ ໃນເດືອນຕຸລາ ໂດຍ 19.000 ຕຳແໜ່ງ ຈະຖືກເຊົາຈ້າງ ໂດຍບໍ່ສະໝັກໃຈ ເວັ້ນແຕ່ວ່າລັດຖະບານຈະໃຫ້ຄວາມຊ່ວຍເຫລືອ ກ່ຽວກັບການຈ້າງ ພະນັກງານ ເນື່ອງຈາກການລະບາດຂອງ ໂຄວິດ-19 ຍັງມີຜົນຕໍ່ການເດີນທາງ ທາງອາກາດ. ສາຍການບິນຕ່າງໆ ໄດ້ຮັບເງິນສະໜັບສະໜູນ ຕາມມາດຕະການກະຕຸ້ນເສດຖະກິດຂອງລັດຖະບານ ສ.ອາເມລິກາ ຈຳນວນ 25 ຕື້ໂດລາສະຫະລັດ ເພື່ອຊ່ວຍເຫລືອການຈ່າຍເງິນເດືອນ ແລະ ຮັກສາຕຳແໜ່ງໄປຈົນເຖິງເດືອນກັນຍານີ້, ແຕ່ເມື່ອເງິນໝົດລົງ ໂດຍທີ່ການເດີນທາງຍັງບໍ່ມີການຟື້ນຕົວ ບັນດາສາຍການບິນ ແລະ ສະຫະພາບແຮງງານ ຈຶ່ງຮ້ອງຂໍເງິນອີກ 25 ຕື້ໂດລາສະຫະລັດ ປັດຈຸບັນ ໃນຂັ້ນຕອນການເຈລະຈາທັງສອງຝ່າຍ. ການປັບຫລຸດຕຳແໜ່ງງານ ຕາມແຜນຂອງອາເມລິກາແອລາຍ ປະກອບດ້ວຍພະນັກງານໃນຕຳແໜ່ງ ບໍລິຫານ 1.500 ຕຳແໜ່ງ ແລະ ພະນັກງານ ສະຫະພາບແຮງງານ 17.500 ຕຳແໜ່ງ ລວມມີ ພະນັກງານ ...
Read More »ບໍ່ມີການປ່ຽນແປງ ທົ່ວປະເທດ ກຽມໄຂສົກຮຽນໃໝ່ 2020-2021 ໃນວັນທີ 1 ກັນຍານີ້…
ບັນດາໂຮງຮຽນ ແລະ ສະຖາບັນການສຶກສາ ທັງພາກລັດ ແລະ ເອກະຊົນ ໃນຂອບເຂດທົ່ວປະເທດ ໄດ້ກຽມພ້ອມເລີ່ມໄຂສົກຮຽນໃໝ່ (2020-2021) ໃນວັນທີ 1 ກັນຍາ ທີ່ຈະມາເຖິງນີ້ ແລະ ພ້ອມກັນສືບຕໍ່ປະຕິບັດມາດຕະການປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການລະບາດຂອງເຊື້ອພະຍາດ ໂຄວິດ-19 ຢ່າງເຂັ້ມງວດ. ດ້ານກະຊວງສຶກສາທິການ ແລະ ກິລາ ໄດ້ຮຽກຮ້ອງໃຫ້ສະຖານການສຶກສາທຸກແຫ່ງ ຈົ່ງກຽມຄວາມພ້ອມຂອງບຸກຄະລາກອນ, ຈັດການສຸຂະສຶກສາໃຫ້ຄວາມຮູ້ແກ່ຜູ້ບໍລິຫານ-ຄູອາຈານ ແລະ ນັກຮຽນ-ນັກສຶກສາ ເປັນຕົ້ນ ການປະຕິບັດມາດຕະການຮັກສາໄລຍະຫ່າງ, ໃສ່ຜ້າອັດປາກ-ອັດດັງ, ສົ່ງເສີມການລ້າງມືໃສ່ສະບູເປັນປົກກະຕິ ໃຫ້ກາຍເປັນວັດທະນາທຳ. ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ ໄດ້ຖະແຫລງ ຂ່າວຕໍ່ສື່ມວນຊົນ ໃນວັນທີ 26 ສິງຫາ 2020 ນີ້ວ່າ: ປະຕິທິນການຈັດການຮຽນ-ການສອນ ສຳລັບສົກຮຽນ 2020-2021 ແມ່ນຈະໄດ້ດຳເນີນໄປເປັນປົກ ກະຕິຄ້າຍກັບທຸກປີ ຄືວັນທີ 1 ກັນຍາ 2020 ເປັນມື້ໄຂສົກຮຽນໃໝ່ໃນຂອບເຂດທົ່ວປະເທດ. ປີນີ້ພວກເຮົາໄດ້ຮັບຜົນກະທົບ ...
Read More »