News

ໄຂກອງປະຊຸມໃຫຍ່ ຄັ້ງທີ VII ໜ່ວຍພັກຮາກຖານ ຮສສ ນະຄອນຫລວງວຽງຈັນ

ກອງປະຊຸມໃຫຍ່ ຄັ້ງທີ VII ຂອງໜ່ວຍພັກຮາກຖານ ພະແນກແຮງງານ ແລະ ສະຫວັດດີການສັງຄົມ(ຮສສ) ນະຄອນຫລວງວຽງຈັນ ໄດ້ໄຂຂຶ້ນໃນວັນທີ 21 ສິງຫາ 2020 ເພື່ອສະຫລຸບຕີລາຄາການ ຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ວາງທິດທາງໃນຕໍ່ໜ້າ ແລະ ຜ່ານມະຕິຕົກລົງບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກຮາກຖານຊຸດໃໝ່. ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ລຳພອຍ ສີອັກຄະຈັນ ກຳມະການພັກ, ຫົວໜ້າພະແນກພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫລວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ສີຫຸນ ສິດທີລືໄຊ ຮອງເລຂາຄະນະພັກ, ຮອງເຈົ້າຄອງນະຄອນ ຫລວງວຽງຈັນ ພ້ອມດ້ວຍຜູ້ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ, ສະມາຊິກພັກ ແລະ ພາກສ່ວນທີ່ກ່ຽວຂ້ອງ. ກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄໍາເຫັນໃສ່ຮ່າງບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນພັດທະນາຂະແໜງການ ແລະ ບົດສໍາຫລວດການນໍາພາລວມຂອງຄະນະພັກຊຸດເກົ່າ, ພ້ອມໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການຊີ້ນໍາ-ນຳພາ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ໃນ 5 ປີຜ່ານມາ, ທັງໄດ້ເປັນເອກະສັນກັນຮັບ ຮອງເອົາທິດທາງແຜນການ 5 ...

Read More »

ຜົນກອງປະຊຸມລັດຖະບານ ສະໄໝສາມັນປະຈຳ ເດືອນສິງຫາ 2020

ກອງປະຊຸມລັດຖະບານສະໄໝສາມັນປະຈຳ ເດືອນສິງຫາ 2020 ໄດ້ເປີດໃນຕອນເຊົ້າວັນທີ 20 ແລະ ປິດລົງໃນວັນທີ 21 ສິງຫາ 2020 ທີ່ສຳນັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານ ຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ໄດ້ພ້ອມກັນຄົ້ນຄວ້າພິຈາລະນາ ແລະ ປະກອບຄຳຄິດເຫັນ ຕໍ່ບັນດາເອກະສານສໍາຄັນ ດັ່ງນີ້: ຮັບຟັງການລາຍງານຈາກຂະແໜງການກ່ຽວຂ້ອງ ກ່ຽວກັບສະພາບພົ້ນເດັ່ນພາຍໃນ, ຕ່າງປະເທດ ແລະ ສະພາບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19. ຕໍ່ກັບສະພາບການພາຍໃນ, ກອງປະຊຸມໄດ້ຊີ້ນໍາໃຫ້ທຸກພາກສ່ວນ ມີສະຕິລະວັງຕົວຕໍ່ກົນອຸບາຍມ້າງເພຂອງຄົນບໍ່ຫວັງດີ, ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ໍໃນສັງຄົມ, ແກ້ໄຂບັນຫາອຸບັດເຫດຕາມທ້ອງຖະໜົນ, ຈັດຕັ້ງປະຕິບັດມາດຕະການປະຢັດຕ້ານການຟູມເຟືອຍ ກ້າວໄປສູ່ການກຸ້ມຕົນເອງ. ກ່ຽວກັບສະພາບການຂອງສາກົນໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ຕິດຕາມຢ່າງໃກ້ຊິດ, ມີການວິເຄາະວິໄຈຢ່າງລະອຽດຜົນກະທົບທີ່ອາດເກີດມີຕໍ່ໍປະເທດເຮົາ, ພ້ອມກັນນີ້ ໃຫ້ກະກຽມຄວາມພ້ອມໃນການເປັນເຈົ້າພາບຈັດກອງປະຊຸມສາກົນທາງໄກ ເປັນຕົ້ນ ກອງປະຊຸມແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ. ສຳລັບການປ້ອງກັນ, ຄວບຄຸມ, ສະກັດກັ້ນແລະແກ້ໄຂການແຜ່ລະບາດຂອງພະໂຄວິດ-19 ໃຫ້ເອົາໃຈໃສ່ຕິດຕາມເຝົ້າລະວັງຢ່າງໃກ້ຊິດ, ຈັດຕັ້ງປະຕິບັດມາດຕະການຢ່າງເຄັ່ງຄັດ ເພື່ອຮັບປະກັນບໍ່ໃຫ້ເຊື້ອພະຍາດດັ່ງ ກ່າວແຜ່ລາມ ສ້າງຄວາມເສຍຫາຍໃຫ້ແກ່ສຸຂະພາບ ແລະ ຊີວິດຂອງພົນລະເມືອງລາວ, ແກ້ໄຂພະຍາດໄຂ້ເລືອດອອກໃຫ້ທັນການ; ຮ່າງນະໂຍບາຍ, ...

Read More »

ຈີນ ສ້າງເຮືອນໃຫ້ປະຊາຊົນຜູ້ທີ່ມີລາຍຮັບຕໍ່າ ເພື່ອແກ້ໄຂຄວາມທຸກຍາກ…

ວິທະຍຸສາກົນແຫ່ງປະເທດຈີນ CRI ລາຍງານວ່າ: ຄະນະກຳມະການພັດທະນາ ແລະ ປະຕິຮູບແຫ່ງຊາດຈີນ ໄດ້ຖະແຫຼງວ່າ ໂຄງການສ້າງເຮືອນຫຼັງໃໝ່ ເພື່ອແກ້ໄຂບັນຫາຜູ້ທີ່ມີລາຍຮັບຕໍ່າ ຕາມແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 13 ໄດ້ສຳເລັດເປັນທີ່ຮຽບຮ້ອຍແລ້ວ ໂຍມີປະຊາຊົນຜູ້ມີລາຍຮັບຕໍ່າມາຈົດທະບຽນຂໍຍົກຍ້າຍທີ່ຢູ່ອາໄສ ເຊິ່ງສ່ວນໃຫຍ່ຊ່ວຍພັກໃນອາຄານ ແລະ ເຮືອນຫຼັງໃໝ່ແລ້ວ. ປັດຈະບັນ, ສປ ຈີນ ໄດ້ສ້າງທີ່ຢູ່ອາໄສໃໝ່ ຈຳນວນ 35,000 ແຫ່ງ, ສ້າງອາຄານ ແລະ ເຮືອນໃໝ່ກວ່າ 2,6 ລ້ານຫຼັງ ແລະ ຍັງອອກນະໂຍບາຍຕ່າງໆ ກ່ຽວກັບການພັດທະນາທຸລະກິດ, ການຊ່ວຍໃຫ້ມີວຽກເຮັດງານທໍາ, ການບໍລິຫາຊຸມຊົນ ແລະ ການຈົດທະບຽນອະສັງຫາລິມະຊັບ ໂດຍຈະມີການຂະຫຍາຍໂຄງການດັ່ງກ່າວນີ້ ເພື່ອຊ່ວຍເຫຼືອປະຊາຊົນຜູ້ທຸກຍາກຢ່າງຕໍ່ເນື່ອງ. ແຫຼ່ງຂໍ້ມູນ:​ https://l.facebook.com/l.php?

Read More »

​ຝົນຕົກໜັກ ເຮັດໃຫ້ 7 ບ້ານຂອງເມືອງພຽງ ຖືກນໍ້າຖ້ວມ

ວັນທີ 20 ສິງຫາ ຝົນຕົກໜັກຕະຫຼອດຄືນຈົນເຖິງຕອນເຊົ້າ ວັນທີ 21 ສິງຫາ ໄດ້ສົ່ງຜົນໃຫ້ປະລິມານນ້ຳຝົນ ແລະ ແມ່ນ້ຳຫຼາຍສາຍມີລະດັບນ້ຳສູງຂື້ນໂດຍສະເພາະແມ່ນ ນ້ຳຕອມ, ນ້ຳຕານ ແລະ ນ້ຳລວກ ໄດ້ໄຫຼເຂົ້າຖ້ວມບ້ານເຮືອນ ໄຮ່ນາຮົ້ວສວນເສັ້ນທາງການສັນຈອນ ແລະ ຂົ້ວຂ້າມທາງເຂົ້າບ້ານຂອງປະຊາຊົນ 7 ບ້ານຄື: ບ້ານນາແຄມ, ນາຊີງ, ນາກອກ ບ້ານກາງ, ຫຼວຍຊາກ, ປາກຊອງ, ນາມໍ້,​ ເມືອງພຽງ,​ແຂວງໄຊຍະບູລີ ໂດຍສະເພາະ ແມ່ນເຂດບ່ອນຮາບພຽງ, ຈຸດຮັບນ້ຳຂອບເຂດທີ່ຕໍ່າສົ່ງຜົນເຮັດໃຫ້ສັດລ້ຽງ, ເຄຶ່ອງໃຊ້ສອຍ, ເຮືອນຊານບ້ານຊ່ອງ, ໄຮ່ນາຮົ້ວສວນ ແລະ ຖະໜົນຫົນທາງໄດ້ຮັບຄວາມເສຍຫາຍຈຳນວນໜຶ່ງ. ຕໍ່ກັບສະພາບການດັ່ງກ່າວທາງຄະນະພັກອຳນາດການປົກຄອງເມືອງເຊິ່ງນຳໂດຍ ທ່ານ ເສິດ ແສງສຸລິນ ເຈົ້າເມືອງໆພຽງ ພ້ອມທັງທີມງານຂອງ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ່ 7 ແຂວງໄຊຍະບູລີ ຄະນະສະເພາະກິດຕ້ານໄພພິບັດຂັ້ນເມືອງ ເຈົ້າໜ້າທີ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ລົງຕິດຕາມເຝົ້າລະວັງ ໃຫ້ການຊ່ວຍເຫຼືອພໍ່ແມ່ປະຊາຊົນທີ່ຖືກຜົນກະທົບດ້ວຍການຂົນຍ້າຍເຄື່ອງຂອງ ແລະ ສັດລ້ຽງອອກໄປໄວ້ເຂດທີ່ປອດໄພພ້ອມທັງເກັບກຳຂໍ້ມູນຄວາມເສຍຫາຍ ເພຶ່ອໃຫ້ການຊ່ວຍເຫຼືອໃນເບື້ອງຕົ້ນ.​ ແຫຼ່ງຂໍ້ມູນ:​ FM 90 ແລະ Cr: ຂ່າວເມືອງພຽງ

Read More »

ຫາລືກຽມຂໍ້ມູນໃຫ້ກອງປະຊຸມກະກຽມເຈລະຈາ ຄັ້ງທີ 4 ການຄ້າໄມ້ແບສະໝັກໃຈ ລະຫວ່າງລັດຖະບານລາວກັບສະຫະພາບເອີຣົບ..

ທີ່ທ່າລາດນະຄອນຫຼວງວຽງຈັນ, ອົງການຈັດຕັ້ງທາງສັງຄົມລາວ (CSOs) ໃນການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ຫຼື Lao CSO FLEGT ໄດ້ຈັດກອງປະຊຸມດ້ານວິຊາການເພື່ອທົບທວນຜົນໄດ້ຮັບຂອງການມີສ່ວນຮ່ວມຂອງເຄືອຂ່າຍ ຂອງອົງການຈັດຕັ້ງທາງສັງຄົມລາວ ( Lao CSO FLEGT Network ) ໃນຂະບວນການຈັດຕັ້ງປະຕິບັດກົດໝາຍປ່າໄມ້,​ ການຄຸ້ມຄອງ ແລະ ການຄ້າໄມ້ແບບສະໝັກໃຈ ( FLEGT VPA ) ໂດຍການເປັນປະທານຂອງທ່ານ ບຸນເກື້ອ ວົງສາລາດ ຄະນະກຳມະການເຄືອຂ່າຍ ( Lao CSO FLEGT Network ). ກອງປະຊຸມມີຂຶ້ນພື່ອສະໜັບສະໜູນກອງປະຊຸມເຈລະຈາ ຄັ້ງທີ 4 ຂອງແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ແບບສະໝັກໃຈ ລະຫວ່າງລັດຖະບານລາວ ແລະ ສະຫະພາບເອີຣົບ ທີ່ຈະຈັດຂຶ້ນໃນທ້າຍເດືອນສິງຫາ 2020 ນີ້, ພາຍໃຕ້ການດຳເນີນງານຂອງໂຄງການ V4MF ໂດຍຮ່ວມມືກັບ FREN ແລະ ສະໜັບສະໜູນທຶນ ໂດຍສະຫະພາບເອີຣົບ. ຕາງໜ້າອົງການຈັດຕັ້ງທາງສັງຄົມ ຈຳນວນ 23 ...

Read More »

ຫ້ອງການມໍລະດົກໂລກໄຫຫີນ ຊຽງຂວາງ ຍັງຂາດ ບຸກຄະລາກອນ ທີ່ມີຄວາມຊຳນານ

ຫ້ອງການມໍລະດົກໂລກໄຫຫີນ ແຂວງຊຽງຂວາງ ໄດ້ຮັບການສ້າງຕັ້ງຂຶ້ນ ໃນທ້າຍປີ 2019 ຜ່ານມານີ້, ພາຍຫລັງ ທົ່ງໄຫຫີນແຂວງຊຽງຂວາງ ໄດ້ຮັບຮອງຈາກອົງການອຸຍແນັສໂກ ເຂົ້າເປັນມໍລະດົກໂລກ ທາງວັດທະນະທຳ ແລະ ປະຫວັດສາດ ແຫ່ງທີ 3 ຂອງ ສປປ ລາວ ເຊິ່ງທຸກພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ສຸມທຸກກຳລັງໃສ່ ເພື່ອຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຮູບຮ່າງຫລາຍຂຶ້ນ. ຮອດປັດຈຸບັນນີ້ ຫ້ອງການດັ່ງກ່າວມີພະນັກງານທັງໝົດ 10 ຄົນ, ຍິງ 3 ຄົນ ເຊິ່ງເຫັນວ່າຍັງມີໜ້ອຍ, ດ້ານປະສົບການກ່ຽວກັບວຽກງານມໍລະດົກກໍຍັງບໍ່ຫລາຍ ເຮັດໃຫ້ບັນຫາການຈັດຕັ້ງຫ້ອງການຄຸ້ມຄອງມໍລະດົກໂລກ, ບັນຫາບຸກຄະລາກອນ, ກົນໄກໃນການປົກປັກຮັກສາ ແລະ ຄຸ້ມຄອງມໍລະດົກໂລກທົ່ງໄຫຫີນແຂວງຊຽງຂວາງ ມີຄວາມຫຍຸ້ງຍາກໃນການປະຕິບັດວຽກງານຕົວຈິງ. ທ່ານ ເພັດສະໝອນ ສຸລິຍະແສງ ຫົວໜ້າຫ້ອງການ ມໍລະດົກໂລກໄຫຫີນຊຽງຂວາງ ກ່າວໃນກອງປະຊຸມ ຄະນະກຳມະການລະດັບຊາດ ເພື່ອມໍລະດົກໂລກ ຄັ້ງທີ 9 ເຊິ່ງໄດ້ຈັດຂຶ້ນໃນວັນທີ 20 ສິງຫາ 2020 ທີ່ຫໍວັດທະນະທຳແຫ່ງຊາດ, ນະຄອນຫລວງວຽງຈັນຜ່ານມາ ໂດຍລະບຸວ່າ: ແຂວງຊຽງຂວາງ ມີໄຫຫີນ ທັງໝົດ 80 ແຫ່ງ ທີ່ກະຈາຍຢູ່ໃນ 5 ...

Read More »

ຜູ້ຕິດເຊື້ອ ໂຄວິດ ຄົນທີ 20 ກວດບໍ່ພົບເຊື້ອ ແລະ ອອກໂຮງໝໍແລ້ວ!!!

ປະຈຸບັນ, ຜູ້ຕິດເຊື້ອໂຄວິດ-19 ນ້ຳເບີ 20 (ຄົນສັນຊາດ ເກົາຫຼີ) ຜົນກວດວິເຄາະ ແມ່ນບໍ່ພົບເຊື້ອ 2 ເທື່ອ ຕິດຕໍ່ກັນ, ສະນັ້ນ ໃນມື້ນີ້ ຜູ້ກ່ຽວຈະໄດ້ອອກໂຮງໝໍ ແລະ ໄປຈຳກັດບໍລິເວນຢູ່ໂຮງແຮມທີ່ໄດ້ຖືກກຳນົດໄວ້ຈົນຄົບ 14 ວັນ. ສຳລັບ ຄົນເຈັບຕິດເຊື້ອພະຍາດ COVID-19 ນ້ຳເບີ 21 ແລະ 22 ແມ່ນຍັງສືບຕໍ່ປີ່ນປົວຢູ່ໂຮງໝໍມິດຕະພາບ ແຫຼ່ງຂໍ້ມູນ:​ https://www.facebook.com/plugins/post.php

Read More »

ຈີນ ເປີດເຜີຍລາຄາວັກແຊັງ ແພງທີ່ສຸດໃນໂລກ ລາຄາຢຽບລ້ານກີບ…

ບໍລິສັດຜະລິດຢາເຈົ້າໃຫຍ່ ເຊິ່ງລັດຖະບານຈີນເປັນເຈົ້າຂອງ ແລະ ກຳລັງພັດທະນາວັກແຊັງໂຄວິດ-19 2 ຢ່າງ ໂດຍຕັ້ງລາຄາວັກແຊັງຂອງຕົນເອງສູງກວ່າວັກແຊັງຂອງພາກອື່ນໆ ແລະ ແພງທີ່ສຸດໃນໂລກ. ທ່ານ ຫຼິວຈິ້ງເຈິນ ຜູ້ອຳນວຍການບໍລິສັດຜະລິດຢາ ຊິໂນຟຣາມ (Sinopharm) ເປີດເຜີຍກັບໜັງສືພິມກວງໝິງ ເລື່ອງເປົ້າໝາຍຂອງຈີນວ່າ ລາຄາວັກຊີນ 2 ຢ່າງ ທີ່ບໍລິສັດກຳລັງພັດທະນາຢູ່ປະມານ 145 ໂດລາສະຫະລັດ ເປັນເງິນກີບລາຄາ 1,319,935 ກີບ ຫຼື ປະມານ 1,320,000 ກີບ (ອັດຕາແລກປ່ຽນ 9,103) ເຊິ່ງວັງແຊັງດັ່ງກ່າວຈະອອກສູ່ຕະຫຼາດໃນ ເດືອນ ທັນວາ ນີ້. ແນວໃດກໍຕາມ ຍັງບໍ່ແນ່ໃຈວ່າ ລາຄາທີ່ຫຼິວຈິ້ງເຈິນເວົ້າເປັນລາຄາຈາຍຍ່ອຍ ຫຼື ລາຄາສົ່ງ ແຕ່ເຖິງຢ່າງໃດ ກໍຍັງເປັນລາຄາທີ່ສູງທີ່ສຸດໃນໂລກ ໃນບັນດາວັກແຊັງທີ່ເປີດເຜີຍໃນໄລຍະນີ້. ໃນປັດຈຸບັນ,​ ລາຄາວັກແຊັງ ໂຄວິດ-19 ທີ່ຖືກທີ່ສຸດ ແມ່ນວັກແຊັງທີ່ພັດທະນາໂດຍມະຫາວິທະຍາໄລ Oxford ແລະ ບໍລິສັດ AstraZeneca ເຊິ່ງກຳລັງຢູ່ໃນຂັ້ນການທົດສອບຄັ້ງສຸດທ້າຍ ປະເມີນລາຄາຢູ່ທີ່ 4 ໂດລາສະຫະລັດ ຫຼື ປະມານ 37,000 ກີບ ...

Read More »

ທົ່ວໂລກຍັງລະບາດໜັກ ກໍລະນີຕິດເຊື້ອ ເກືອບ 23 ລ້ານ ກໍລະນີ ເສຍຊີວິດ ເກືອບ 8 ແສນກໍລະນີ…

ສະຖານະການລະບາດ ຂອງເຊື້ອພະຍາດໂຄວິດ-19 ຍັງໜັກ ເພາະໃນວັນທີ 21 ສິງຫາ ນີ້ ມີຜູ້ຕິດເຊື້ອມື້ດຽວເພີ່ມຂຶ້ນ 251,860 ກໍລະນີ ໂດຍມີຜູ້ຕິດເຊື້ອທັງໝົດ 22,821,458 ກໍລະນີ ໃນຂະນະທີ່ຍອດຜູ້ເສຍຊີວິດເພີ່ມຂຶ້ນ 5,857 ກໍລະນີ ລວມເປັນ 796,047 ກໍລະນີ ແລະ ປິ່ນປົວດີ 15,492,946 ກໍລະນີ ແລະ ອີກ 10 ປະເທດທີ່ມີຜູ້ຕິດເຊື້ອຫຼາຍທີ່ສຸດຍັງເປັນປະເທດລຸ່ມນີ້: 1 ສະຫະລັດອາເມລິກາ ມີຜູ້ຕິດເຊື້ອທັງໝົດ 5,744,138 ກໍລະນີ ໂດຍເພີ່ມຂຶ້ນ 43,207, ເສຍຊີວິດ 177,328 ກໍລະນີ ເພີ່ມຂຶ້ນ 994 ກໍລະນີ ແລະ ປິ່ນປົວດີ 3,085,206 ກໍລະນີ. 2 ປະເທດບຣາຊິວ ມີຜູ້ຕິດເຊື້ອທັງໝົດ 3,505,097 ກໍລະນີ ໂດຍເພີ່ມຂຶ້ນ 44,684 ເສຍຊີວິດ 112,423 ກໍລະນີ ເພີ່ມຂຶ້ນ 1,234 ກໍລະນີ ແລະ ປິ່ນປົວດີ 2,653,407 ...

Read More »

ສປປ ລາວ ຈະເປັນເຈົ້າພາບ ຈັດກອງປະຊຸມຜູ້ນໍາ ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 3

ສປປ ລາວ ຈະເປັນເຈົ້າພາບຈັດກອງປະຊຸມຜູ້ນໍາ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 3 ໃນຮູບແບບກອງປະຊຸມທາງໄກ, ໃນວັນທີ 24 ສິງຫາ 2020 ໂດຍການເປັນປະທານຮ່ວມ ລະຫວ່າງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຫລີ ເຄີ້ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ແລະ ບັນດາຜູ້ນໍາຈາກ 4 ປະເທດສະມາຊິກ ຄື: ກໍາປູເຈຍ, ມຽນມາ, ໄທ ແລະ ຫວຽດນາມ ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ ພາຍໃຕ້ຄໍາຂວັນ: “ເພີ່ມທະວີການຮ່ວມມື ເພື່ອຄວາມສົມບູນພູນສຸກຮ່ວມກັນ” (Enhancing Partnership for Shared Prosperity). ກອງປະຊຸມຄັ້ງນີ້, ຈະໄດ້ທົບທວນຄືນໝາກຜົນຂອງການຮ່ວມມືໃນໄລຍະຜ່ານມາ ແລະ ວາງທິດທາງໃນຕໍ່ໜ້າ ຂອງຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ. ພ້ອມດຽວກັນນັ້ນ, ກໍຈະໄດ້ປຶກສາຫາລື ແລະ ຮັບຮອງເອົາເອກະສານສໍາຄັນຈໍານວນໜຶ່ງ ເພື່ອເປັນພື້ນຖານໃຫ້ແກ່ການຈັດຕັ້ງຜັນຂະຫຍາຍຂອບການຮ່ວມມືດັ່ງກ່າວ. ນອກຈາກນັ້ນ, ຍັງຈະໄດ້ມີພິທີມອບ-ຮັບໜ້າທີ່ ການເປັນປະທານຮ່ວມໃນນາມປະ ...

Read More »