ວັນທີ 25 ສິງຫານີ້, ເຈົ້າໜ້າທີ່ກູ້ໄພອິນເດຍ ເລັ່ງຄົ້ນຫາຜູ້ລອດຊີວິດ ແລະ ຊ່ວຍເຫລືອ ຜູ້ທີ່ຕິດຢູ່ ໃຕ້ອາຄານ 200 ກວ່າຄົນ ຫຼັງຈາກ ອາຄານຖະຫລົ່ມລົງມາ ໃນລັດມາຮາຣ ສຕຣະ (Maharashtra) ທາງຕາເວັນຕົກ ຂອງປະເທດທ່າມກາງຝົນຕົກໜັກ.


ເບື້ອງຕົ້ນ ພົບມີຜູ້ເສຍຊີວິດ 1 ຄົນ, ບາດເຈັບ 17 ຄົນ ເຊິ່ງເປັນອາຄານຫ້ອງເຊົ່າ ສູງ 5 ຊັ້ນ, ມີຫ້ອງພັກ 47 ຫ້ອງ ໂດຍມີອາຍຸກາສ້າງຫຼາຍກວ່າ 10 ປີ ຕັ້ງຢູ່ເມືອງອຸດສະຫະກຳມາຮັດ ຫ່າງຈາກ ພາກໃຕ້ຂອງມຸມໄບ ໃນລັດມາຮາຣາສຕຣະ ປະມານ 200 ກິໂລແມັດ.


ເຫດອາຄານຖະຫລົ່ມເກິດຂຶ້ນເປັນປະຈຳໃນອິນເດຍ ໂດຍສະເພາະ ໃນໄລຍະລະດູຝົນ ໂດຍຕົວເລກຜູ້ເສຍຊີວິດ ຈາກຝົນຕົກໜັກໄລຍະລະດູມໍລະສຸມ ໃນອາຊີໃຕ້ ປີນີ້ ສູງເຖິງ 1.200 ຄົນ, ໃນນີ້ ຢູ່ອິນເດຍ ເສຍຊີວິດ 800 ກວ່າຄົນ, ໃນລັດເກຣລະ ທາງຕາເວັນຕົກສ່ຽງໃຕ້ ຂອງປະເທດ ໄດ້ຮັບຄວາມເສຍຫາຍໜັກ ຈາກຝົນຕົກ ແລະ ນ້ຳຖ້ວມ ເຮັດໃຫ້ມີຜູ້ເສຍຊີວິດ ຢ່າງໜ້ອຍ 43 ຄົນ ໃນໄລຍະ ຕົ້ນເດືອນນີ້.

ແຫຼ່ງຂໍ້ມູນ: ຂປລ