ໃນຕອນເຊົ້າ ວັນທີ 31/08/2020 ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ຈຳນວນ 25.125.084 ຄົນ, ໃນນັ້ນມີ ຜູ້ເສຍຊີວິດ 845.361 ຄົນ, ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 17.343.425 ຄົນ. ອາເມລິກາຍັງຄົງແມ່ນປະເທດຖືກຮັບຜົນສະທ້ອນຢ່າງຮ້າຍແຮງທີ່ສຸດຈາກໂລກລະບາດ Covid – 19 ດ້ວຍຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 6.132.930 ຄົນ, ໃນນັ້ນມີ 186.727 ຄົນເສຍຊີວິດ.
Read More »News
ລັດເຊຍ ເປີດເຜີຍຄຣິບວີດີໂອ ທົດລອງລະເບີດນິວເຄຣຍ ທີ່ຮຸນແຮງທີ່ສຸດໃນໂລກ…
ລະເບີດ ຊາຣ໌ ບອມບາ ຫຼືຊື່ທີ່ເປັນທາງການຄື RDS-220 ເປັນລະເບີດນິວເຄຣຍທີ່ໃຫຍ່ທີ່ສຸດໃນໂລກ ແລະ ຖືກພັດທະນາຂຶ້ນ ໃນໄລຍະສົງຄາມເຢັນ ເພື່ອແຂ່ງກັບລະເບີດໄຮໂດຣເຈນ ຂອງສະຫະລັດອາເມລິກາ, ລະເບີດນິວເຄຣຍ ໜ່ວຍນີ້ມີນໍ້າໜັກເຖິງ 50 ລ້ານໂຕນ ໂດຍມີພະລັງທຳລາຍຮຸນແຮງກວ່າລະເບີດນິວເຄຣຍຮີໂຣຊິມະ 3,333 ເທົ່າ. ຄຣິບວີດີໂອທີ່ລັດເຊຍເກັບເປັນຄວາມລັບມາເກືອບ 6 ທົດສະວັດ ຫາກໍຖືກເປີດເຜີຍໂດຍ Rosatom ໃນວັນທີ 20 ສິງຫາ ຜ່ານມາ ໃນໂອກາດຄົບຮອບ 75 ປີ ຂອງການກໍ່ຕັ້ງໜ່ວຍງານ. Rosatom ໜ່ວຍງານດ້ານພະລັງງານນິວເຄຣຍຂອງລັດເຊຍ ເຜີຍແຜ່ຄຣິບວີດີໂອລັບສຸດຍອດທີ່ບໍ່ເຄີຍເຜີຍແຜ່ຢູ່ໃສມາກ່ອນ ໃນຂະນະທີ່ເຮັດການທົດລອງລະເບີດໄຮໂດຣເຈນ ຊາຣ໌ ບອມບາ (Tsar Bomba) ລະເບີດນິວເຄຣຍທີ່ມີອະນຸພາບທຳລາຍລ້າງສູງທີ່ນສຸດໃນໂລກ ໃນທະເລແບຣ໌ເຣນຕ໌ສ ໃນປີ 1961 ຫຼື ໃນ 59 ປີ ຜ່ານມາ. ຊ່າງພາບໂຊວຽດໃນຍຸກນັ້ນ ພະຍາຍາມຈັບພາບຫຼັງການທຳລາຍລ້າງຂອງລະເບີດໄຮໂດຣເຈນ ເຊິ່ງກ້ອງທີ່ຕັ້ງຢູ່ຫ່າງຈາກຈຸດລະເບີດຫຼາຍຮ້ອຍໄມ ຈັບພາບໄຟຂະໜາດໃຫຍ່ຂຶ້ນສູ່ທ້ອງຟ້າຕະຫຼອດເວລາ 40 ວິນາທີ ກ່ອນທີ່ຈະກະຈາຍເປັນກຸ່ມຄວັນຮູບຊົງດອກເຫັດ. ພາບອີກມຸມໜຶ່ງ ຈາກຍົນທີ່ຢູ່ຫ່າງຈາກຈຸດລະເບີດ 100 ໄມ ຫຼືປະມານ ...
Read More »ພັດທະນາຕະຫລາດເຊົ້າ ໃຫ້ເປັນສູນການຄ້າທີ່ທັນສະໄໝ…
ຕະຫລາດເຊົ້າ ແມ່ນຕະຫລາດທີ່ເປັນໃຈກາງ, ເປັນທີ່ຮູ້ຈັກຂອງປວງຊົນລາວເຮົາໃນທົ່ວປະເທດ, ເຊິ່ງປັດຈຸບັນ, ພັກ ແລະ ລັດຖະບານ ໄດ້ເອົາໃຈໃສ່ໃນການຊຸກຍູ້ ແລະ ໃຫ້ມີການພັດທະນາໃຫ້ເປັນສະຖານທີ່ອຳນວຍຄວາມສະດວກ ໃນການຄ້າຂາຍ ແລກປ່ຽນສິນຄ້າ. ມາໃນວັນທີ 28 ສິງຫາ 2020 ນີ້, ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫລວງວຽງຈັນ, ຜູ້ຊີ້ນຳຄະນະສະເພາະກິດ ຍົກຍ້າຍຊາວຄ້າ-ຂາຍ ໂຄງການພັດທະນາຕະຫລາດເຊົ້າ ໄດ້ພົບປະຊາວຄ້າຂາຍ, ຜູ້ພັດທະນາຕະ ຫລາດເຊົ້າ ກໍຄື ບໍລິສັດ ຮົວຊິນ ພັດທະນາ ຈຳກັດ ແລະ ຊີ້ນຳການຈັດຕັ້ງປະຕິບັດແຜນພັດທານາຕະຫລາດເຊົ້າໃຫ້ເປັນສູນການຄ້າທີ່ທັນສະໄໝ, ທັງນີ້ ກໍເພື່ອເປັນການສ້າງຄວາມເຂົ້າໃຈຕໍ່ທິດທາງການພັດທະນາຂອງນະຄອນຫລວງວຽງຈັນ ໂດຍສະເພາະແມ່ນຕະຫລາດເຊົ້າ ກາຍເປັນສູນການຄ້າທີ່ທັນສະ ໄໝ, ເປັນສູນລວມຂອງການຄ້າຂາຍໃນຮູບແບບທີ່ທັນສະໄໝ ສົມເປັນເມືອງຫລວງຂອງປະເທດ. ທ່ານ ພູຂົງ ບັນນະວົງ ໄດ້ກ່າວກັບຊາວຄ້າຂາຍ ແລະ ຜູ້ເຂົ້າຮ່ວມໃນພິທີຄັ້ງນີ້ວ່າ: ພວກເຮົາຕ້ອງໄດ້ເຊື່ອໝັ້ນໃນການພັດທະນາ ແລະ ຢັ້ງຢືນຕາມສັນຍາທີ່ນະຄອນຫລວງວຽງຈັນ ໄດ້ເຊັນຮັບຮອງແລ້ວ ໂດຍຂັ້ນຕອນການຄົ້ນຄວ້າແມ່ນ ຜ່ານຂະບວນການຖືກຕ້ອງ ແລະ ມີຄວາມເປັນທຳທີ່ສຸດ, ການພັດທະນາຕະຫລາດເຊົ້າ ແມ່ນໃຫ້ໄປຕາມຮູບແບບແຜນຜັງ ທີ່ລັດຖະບານຮັບຮອງ, ການປຸກສ້າງກໍໃຫ້ຖືກຕ້ອງ ແລະ ...
Read More »ເນັ້ນໃຫ້ແຂວງບໍ່ແກ້ວແກ້ໄຂ ປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານຫານ-ຕຳຫຼວດ…
ແຂວງບໍ່ແກ້ວຍັງມີຫາງສຽງອັນບໍ່ດີໃນຖັນແຖວພະນັກງານຖະຫານ-ຕຳຫຼວດ ຈາກສັງຄົມ ໂດຍສະເພາະປະກົດການຫຍໍ້ທໍ້ຕ່າງໆ ທີ່ສົ່ງຜົນກະທົບທາງລົບທີ່ວ່າມີພະນັກງານ ທະຫານ-ຕຳຫຼວດ ຈຳນວນໜຶ່ງ ພົວພັນກັບຢາເສບຕິດ. ເນື່ອງໃນໂອກາດ ທ່ານເລາຂາທິການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ທັງເປັນຮອງປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ໄດ້ໃຫ້ກຽດເປັນປະທານໃນພິທີປະກາດມະຕິຕົກລົງແຕ່ງຕັ້ງ ຮອງປະທານຜູ້ປະຈຳການ ແລະ ກຳມະການຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ທີ່ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ຫ້ອງວ່າການແຂວງບໍ່ແກ້ວ, ທ່ານໄດ້ກ່າວເນັ້ນໃຫ້ຄະນະກຳມະການປ້ອງກັນຄວາມສະຫງົບແຂວງບໍ່ແກ້ວ ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ ໃນຖັນແຖວພະນັກງານຂອງຕົນ ເພາະຍັງມີຫາງສຽງຈາກສັງຄົມວ່າ ຢາເສບຕິດຢູ່ແຂວງບໍ່ແກ້ວຍັງມີຫຼາຍ ແລະ ຍັງແກ້ໄຂບໍ່ຕົກ ຍ້ອນເກີດຈາກພະນັກງານ ທະຫານ-ຕຳຫຼວດ ຈຳນວນໜຶ່ງເຂົ້າຮ່ວມຂະບວນການ. ນອກຈາກນັ້ນ, ເມື່ອກວດພົບຢາເສບຕິດແລ້ວເອົາແຕ່ເງິນມາປັນກັນ ແລະ ປ່ອຍເຂົາໜີໄປ ແທນທີ່ຈະຈັບກຸມມາດຳເນີນຄະດີ. ສະຫາຍ ພົນໂທ ສິໄລ ໄດ້ກ່າວຕື່ມວ່າ: ຖ້າພົບເຫັນກໍລະນີພະນັກງານທະຫານ-ຕຳຫຼວດທີ່ພົວພັນກັບຢາເສບຕິດ ຈະລະດັບໃດກໍຕາມ ຫຼືຜູ້ທີ່ມີຜົນງານສໍ່າໃດກໍຕາມ ບໍ່ໃຫ້ເກີນ24 ຊົ່ວໂມງ ຕ້ອງເອົາມາປະຕິບັດວິໄນ ໂດຍອີງໃສ່ກົດໝາຍຂອງກະຊວງປ້ອງກັນຄວາມສະຫງົບ ດຳເນີນຄະດີໂລດ ຫຼືໄລ່ອອກໂລດ ທັງນີ້ ກໍເພື່ອລົບລ້າງຫາງສຽງອັນບໍ່ດີ ຈາກສັງຄົມຕໍ່ຖັນແຖງພະນັກງານ ທະຫານ-ຕຳຫຼວດ ຢູ່ແຂວງບໍ່ແກ້ວ. ແຫຼ່ງຂໍ້ມູນ: ວຽງຈັນທາຍ
Read More »ລໍຖ້າລັດຖະບານ ອະນຸມັດແຂ່ງ ງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ກຽມພ້ອມແລ້ວ 100%
ງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງເກມ ກຽມພ້ອມແລ້ວ 100% ໂດຍສະເພາະ ສະໜາມກິລາທີ່ຈະນຳໃຊ້ເຂົ້າໃນພິທີເປີດ-ປິດ ແລະ ສະຖານທີ່ພັກເຊົາຂອງຄະນະນຳ, ຄູເຝິກ ແລະ ນັກກິລາ ກໍໄດ້ມີການປັບປຸງແກ້ໄຂຄືນໃໝ່ ສຳເລັດໄປແລ້ວ 100%, ປັດຈຸບັນ ຍັງລໍຖ້າທາງລັດຖະບານ ກໍຄືກະຊວງສຶກສາທິການ ແລະ ກິລາ ອະນຸມັດເປີດການແຂ່ງຂັນຢ່າງເປັນທາງການ ໃນມື້ໃດເທົ່ານັ້ນ. ໃນໂອກາດດັ່ງກ່າວ,ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຊຍງຂວາງ ທ່ານ ບົວລີ ພັນນນາວົງ ໄດ້ລາຍງານໃນໂອກາດເຂົ້າຮ່ວມກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວປະເທດ ປະຈຳສົກຮຽນປີ 2019-2020 ໃນລະຫວ່າງວັນທີ 27-28 ສິງຫາ 2020 ທີ່ນະຄອນຫຼວງວຽງຈັນວ່າ: ສຳລັບພິທີ ເປີດ-ປິດ ແລະ ປະດັບປະດາສະໜາມກິລາປະເພດຕ່າງໆ, ຕິດຕັ້ງລະບົບອິນເຕີເນັດ, ຈັດພິມໃບຍ້ອງຍໍ ແລະ ວິທີການມອບຫຼຽນແຕ່ລະປະເພດ ແມ່ນສຳເລັດໄປແລ້ວຈຳນວນ 2,534 ບັດ ພ້ອມທັງ ກຽມຫຼຽນລາງວັນ, ສັດນຳໂຊກຕະກຸນນົກແອ່ນ ແລະ ອື່ນໆ. ພ້ອມກັນນັ້ນ, ດ້ານກຳມະການເຕັກນິກ-ຈັດການແຂ່ງຂັນ ແມ່ນໄດ້ສຳເລັດການຈັດຊື້ເຄື່ອງນຸ່ງກິລາແຕ່ລະປະເພດ ...
Read More »ເຜີຍແຜ່ການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ໃຫ້ແກ່ພາກເອກະຊົນ ແລະ ຫົວໜ່ວຍທຸລະກິດ
ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ຈັດກອງປະຊຸມເຜີຍແຜ່ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະ ນາແບບຍືນຍົງ (ປພຍ) ໃຫ້ແກ່ພາກເອກະຊົນ ແລະ ຫົວໜ່ວຍທຸລະກິດ ຢູ່ ສປປ ລາວໃນວັນທີ 28 ສິງຫາ 2020 ທີ່ສູນການຝຶກອົບຮົມ ແລະ ການຮ່ວມມືສາກົນ ນະຄອນຫລວງວຽງຈັນ ເພື່ອເປັນການໂຄສະນາ, ປູກຈິດສຳນຶກ ແລະ ການສ້າງຄວາມຮັບຮູ້-ເຂົ້າໃຈ ກ່ຽວກັບວາລະ 2030 ພ້ອມທັງສົ່ງເສີມການມີສ່ວນຮ່ວມ ຂອງພາກເອກະຊົນ ແລະ ຫົວໜ່ວຍທຸລະກິດ ເພື່ອຍົກລະດັບຄວາມເຂົ້າໃຈກ່ຽວກັບວຽກງານ ປພຍ ໃຫ້ແກ່ຂະແໜງການກ່ຽວຂ້ອງໄດ້ຮັບຮູ້ ແລະ ເຂົ້າໃຈໃຫ້ຫລາຍຂຶ້ນ. ພ້ອມນີ້, ຍັງເປັນເວທີການປຶກສາຫາລື ແລະ ແລກປ່ຽນ ລະຫວ່າງບັນດາກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ທີ່ເຮັດໜ້າທີ່ຮ່ວມກັບພາກເອກະຊົນ ແລະ ຫົວໜ່ວຍທຸລະກິດຢູ່ ສປປ ລາວ, ເພື່ອສ້າງເຄືອຂ່າຍການປະສານງານ ແລະ ຮ່ວມມືວຽກງານ ປພຍ ແນໃສ່ການແລກປ່ຽນປະສົບການ, ຂໍ້ມູນ-ຂ່າວສານ, ການສຶກສາ-ບົດຄົ້ນຄວ້າຄວາມຄິດສ້າງສັນ ແລະ ນະວັດຕະກຳໃໝ່ໆ ໃນການຈັດຕັ້ງປະຕິບັດ ປພຍ ຢູ່ຂັ້ນທ້ອງຖິ່ນ ແລະ ເປັນການແນະນຳ, ...
Read More »ມອບ-ຮັບໜ້າທີ່ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ
ສະມາຄົມມິດຕະພາບລາວ-ຫວຽດນາມ ຂັ້ນສູນກາງ ໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ສະຫາຍ ວິໄລວົງ ບຸດດາຄຳ, ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງແຂວງຈຳປາສັກ, ປະທານສະມາຄົມມິດຕະພາບລາວ-ຫວຽດນາມ ຂັ້ນສູນກາງ ຜູ້ເກົ່າ ແລະ ສະຫາຍ ຄຳໃບ ດຳລັດ ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ຜູ້ໃໝ່ ໃນວັນທີ 28 ສິງຫາ 2020 ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ນາງ ສູນທອນ ໄຊຍະຈັກ ກຳມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ. ໂອກາດດັ່ງກ່າວ ສະຫາຍ ວິໄລວົງ ບຸດດາຄຳ ໄດ້ສະຫລຸບຕີລາຄາ ໂດຍຫຍໍ້ການປະຕິບັດ ໜ້າທີ່ວຽກງານຂອງສະມາຄົມມິດຕະພາບ ໃນໄລຍະຜ່ານມາ ເຊິ່ງເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍ ມູນເຊື້ອ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຂອງສອງຊາດ ລາວ-ຫວຽດນາມ ໃຫ້ນັບໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ. ພ້ອມນັ້ນ, ສະຫາຍ ຄຳໃບ ດຳລັດ ຍັງໄດ້ສະແດງຄວາມຍິນດີ ທີ່ໄດ້ຮັບຕຳແໜ່ງປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ ຜູ້ໃໝ່ ແລະ ...
Read More »ດ່ວນ!!! ນາຍົກຍີ່ປຸ່ນກຽມລາອອກ ຍ້ອນບັນຫາທາງດ້ານສຸຂະພາບ…
ສຳນັກຂ່າວ NHK ຂອງຍີ່ປຸ່ນລາຍງານວ່າ ນາຍົກລັດຖະມົນຕີ ຊິນໂຊະ ອາເບະ ຂອງປະເທດຍີ່ປຸ່ນ ຕັດສິນໃຈລາອອກຈາກຕຳແໜ່ງ ເນື່ອງຈາກບັນຫາທາງດ້ານສະຂະພາບ ເພາະຢ້ານວ່າອາການເຈັບປ່ວຍຈະຮຸນແຮງຂຶ້ນ ແລະ ຈະເປັນອຸປະສັກໃນການບໍລິຫານປະເທດ. ທ່ານ ຊິນໂຊະ ອາເບະ ມີສະຖິຕິດຳລົງຕຳແໜ່ງ ນາຍົກລັດຖະມົນຕີ ດົນນານທີ່ສຸດໃນປະຫວັດສາດ ເຊິ່ງເປັນທີ່ຮູ້ກັນວ່າ ຜູ້ນຳຍີ່ປຸ່ນແມ່ນມີອາການລຳໄສ້ອັກເສບຊຳເຮື້ອມາຫຼາຍປີແລ້ວ. ປັດຈຸບັນ ບັນຫາສຸຂະພາບຂອງລາວ ເປັນທີ່ກັງວົນໃຈຂອງປະຊາຊົນສ່ວນຫຼາຍ ໃນໄລຍະຫຼາຍອາທິດຜ່ານມາ, ຄວາມກັງວົນເລີ່ມເພີ່ມຂຶ້ນເມື່ອບໍ່ດົນມານີ້ ຫຼັງຈາກທີ່ ທ່ານ ອາເບະ ເດີນທາງໄປໂຮງໝໍ ໃນນະຄອນຫຼວງໂຕກຽວ 2 ຄັ້ງ ໃນເວລາໃກ້ຄຽງກັນຄື ວັນທີ 17 ສິງຫາ ແລະ ຖັດມາອີິກ 1 ອາທິດ. ແຫຼ່ງຂໍ້ມູນ: https://www.posttoday.com/world/631695
Read More »ຄວາມຄືບໜ້າຂອງ ເສັ້ນທາງລົດໄຟລາວ-ຈີນ
ໂຄງການລົດໄຟ ລາວ-ຈີນ ໄດ້ເລີ່ມກໍ່ສ້າງເມື່ອເດືອນ ທັນວາ 2016 ໂດຍປັດຈຸບັນ ອຸໂມງ, ຂົວ ແລະ ຄັນທາງ ສຳເລັດແລ້ວຫຼາຍກວ່າ 90% ແລະ ມີກຳນົດເປີດໃຊ້ໃນເດືອນທັນວາ 2021 ນີ້. ສຳນັກຂ່າວຊີນຫົວໄດ້ປະມວນພາບການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ເຊິ່ງໂຄງການດັ່ງກ່າວຄືບຫນ້າໄດ້ຫລາຍກວ່າ 90% ແລ້ວ ສຳລັບໂຄງສ້າງພື້ນຖານ. ໂຄງການລົດໄຟ ລາວ-ຈີນ ແມ່ນໂຄງການລິເລີ່ມ “ໜື່ງແລວ ໜື່ງເສັ້ນທາງ” ຂອງ ສປ ຈີນ ແລະ ແຜນຍຸດທະສາດຂອງ ສປປ ລາວ ທັງນີ້, ເພື່ອເປັນໃບໜ້າໃໝ່ ຂອງປະເທດທີ່ບໍ່ມີທາງອອກສູ່ທະເລ ໃຫ້ກາຍເປັນສູນກາງການເຊື່ອມຕໍ່ທາງບົກ ແຫຼ່ງຂໍ້ມູນ: https://www.facebook.com/plugins/post.php?
Read More »ຈີນ ຈະເປີດຂົວຂ້າມທະເລຍາວທີ່ສຸດໃນໂລກທ້າຍປີນີ້
ຕາມແຫລ່ງຂ່າວຈາກ ຊິນຮວາຂອງຈີນ, ວັນທີ 27 ສິງຫານີ້, ຈີນ ຈະເປີດຂົວຂ້າມທະເລຍາວ ທີ່ສຸດໃນໂລກ ທ້າຍປີນີ້ ມີຄວາມຍາວ 88,4 ກິໂລແມັດ ເພື່ອເປີດນຳໃຊ້ ເປັນຂົວລົດແລ່ນ ແລະ ຂົວລົດໄຟ ເດີນທາງຂ້າມຊ່ອງແຄບ ຜີງຖານ ຢູ່ລະຫວ່າງ ການທົດລອງ ກຳລັງຮັບນ້ຳໜັກ ຂອງເສົາເຂັມ ໂດຍຂົວແຫ່ງນິ້ ເປັນສ່ວນສຳຄັນ ຂອງທາງລົດໄຟ ຝູໂຈວ-ຜີງຖານ ໃນມົນທົນ ຝູ້ຈຽນ ທາງຕາເວັນອອກຂອງຈີນ. ເມື່ອສ້າງສຳເລັດ ຂົວແຫ່ງນີ້ ຈະມີຄວາມຍາວທີ່ສຸດ ໃນໂລກ ແລະ ຊ່ວຍຫລຸດໄລຍະ ເວລາເດີນທາງ ເມືອງຝູໂຈວ ຂອງມົນທົນຝູຈຽນ ກັບເກາະຜີງຖານ ທີ່ຢູ່ຫ່າງຈາກ ເຂດບໍລິຫານພິເສດ ໃຕ້ຫວັນ ຂອງຈີນ ປະມານ 126 ກິໂລແມັດ. ແຫຼ່ງຂໍ້ມູນ:
Read More »