ພະຍາດວໍ້ເປັນພະຍາດຕິດຕໍ່່ທີ່ຮ້າຍແຮງ, ຜູ້ທີ່ຕິດເຊື້ອແລ້ວຈະບໍ່ສາມາດປິ່ນປົວໄດ້ ໂດຍຈະພົບເຊື້ອພະຍາດດັ່ງກ່າວນີ້ ຈາກສັດລ້ຽງລູກດ້ວຍນໍ້ານົມທຸກຊະນິດເຊັ່ນ: ໝາ, ແມວ,ງົວ, ຄວາຍ, ໝູ, ກະຕ່າຍ, ເຈຍ, ລີງ, ຮອກ, ກະແຕ, ເສືອ, ໝີ ແລະ ຕິດຕໍ່່ຈາກສັດສູ່ຄົນໄດ້.
ຄວາມຮຸນແຮງຂອງພະຍາດວໍ້ຄື: ມີອາການທາງລະບົບປະສາດສະໝອງ ມີການແຜ່ເຊື້ອໃນຮ່າງກາຍສັດ ແລະ ຄົນ, ຖ້າຕິດເຊື້ອພະຍາດນີ້ແລ້ວ ແມ່ນຈະພາໃຫ້ເສຍຊີວິດ. ປັດຈຸບັນ, ພະຍາດນີ້ ຍັງບໍ່ມີຢາປິ່ນປົວ ແຕ່ສາມາດປ້ອງກັນໄດ້ ໂດຍການສັກຢາວັກຊີນກ່ອນ ຫຼືຫຼັງການສຳຜັດເຊື້ອພະຍາດນີ້. ສະເພາະປີ 2020 ມີຄົນເຈັບ ຕິດເຊື້ອພະຍາດວໍ້ທັງໝົດ 8 ກໍລະນີ ແລະ ເສຍຊີວິດທັງ 8 ກໍລະນີ.
ສູນວິໄຈພະຍາດສັດ ກະຊວງກະສິກ ແລະ ປ່າໄມ້ ໃຫ້ຮູ້ເມື່ອບໍ່ດົນມານີ້: ພະຍາດນີ້ ເປັນພະຍາດທີ່ຮ້າຍແຮງ ເຊິ່ງສະແດງອອກໃນແຕ່ລະປີ ໃນທົ່ວໂລກ ມີຜູ້ເສຍຊີວິດຍ້ອນພະຍາດວໍ້ປະມານ 50-60 ພັນຄົນ, 95% ເກີດຂຶ້ນຢູ່ໃນປະເທດ ທີ່ກຳລັງພັດທະນາ ແລະ 95% ນັ້ນ ແມ່ນເກີດຈາກໝາກັດ.
ສຳລັບການແຜ່ລະບາດຂອງພະຍາດວໍ້ ຂອງ ສປປ ລາວ ນັບຕັ້ງແຕ່ປີ 2015 ຫາ ເດືອນ ກໍລະກົດ ປີ 2020 ທົ່ວປະເທດ ກວດພົບເຊື້ອພະຍາດວໍ້ໃນສັດທັງໝົດ 211 ຕົວຢ່າງ, ພົບການລະບາດພະຍາດວໍ້ໃນ 13 ແຂວງ ແລະ ຍັງ 5 ແຂວງ ບໍ່ໄດ້ຮັບຕົວຢ່າງ ແລະ ບໍ່ໄດ້ຮັບການລາຍງານ. ນອກຈາກນີ້, ຍັງພົບເຊື້ອພະຍາດດັ່ງກ່າວ ໃນຄົນ ແລະ ມີຄົນເຈັບຕິດເຊື້ອທັງໝົດ 283 ຄົນ, ໃນນັ້ນ ເສຍຊີວິດ 42 ຄົນ. ສະເພາະ ປິ 2020 ມີຄົນເຈັບຕິດທັງໝົດ 8 ກໍລະນີ ແລະ ເສຍຊີວິດທັງ 8 ກໍລະນີ.
ສູນວິເຄາະລະບາດວິທະຍາໃຫ້ຮູ້ຕື່ມອີກວ່າ: ຖ້າໝາຕາຍ ໃຫ້ເອົາໝານັ້ນມາກວດ ຖ້າບໍ່ຕາຍໃຫ້ຂັງໄວ້ 10 ມື້ ຕິດຕາມອາການໂດຍການໃຫ້ກິນນໍ້າ ແລະ ອາຫານປົກກະຕິ ( ໄລຍະນີ້ ແມ່ນໃຫ້ສັກຢາວັກຊີນທັນທີ ຫ້າມລໍຖ້າອາຫານສັດ) ກໍລະນີຕິດຕາມ ບໍ່ໃຫ້ຊັກວັກຊີນທັນທີເຊັ່ນ: ສັດປ່າ, ສັດຈອນຈັດ, ສັດບໍ່ມີເຈົ້າຂອງ) ແລະ ຕ້ອງໄດ້ຮັບຢາວັກຊີນປ້ອງກັນທຸກກໍລະນີ້ ທີ່ສຳຜັດກັບໝາແມວເຂັ່ນ: ຖືກກັດມີບາດແຜ, ເລືອດໄຫຼ, ບໍ່ມີບາດແຜ ( ຮອຍຊໍ້າຂຽວ, ບາດແຜທະຫຼອກ) ໝາເລຍຕາມຜິວໜັງ.
ແຫຼ່ງຂໍ້ມູນ: ວຽງຈັນທາຍ