ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວປະກາດສ້າງຕັ້ງສະຫະພັນຊາວໜຸ່ມລາວ

ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ຈັດພິທີໂຮມຊຸມນຸມປະກາດສ້າງຕັ້ງສະຫະພັນຊາວໜຸ່ມລາວ ທີ່ຫໍວັດທະນະທໍາແຫ່ງຊາດ, ນະຄອນຫລວງວຽງຈັນ ໃນວັນທີ 25 ສິງຫາ 2020 ຜ່ານມາ. ໂດຍມີທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ, ມີທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ມີບັນດາຄະນະບໍລິຫານງານຊາວໝຸ່ມກະຊວງ, ອົງການ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ອາລຸນໄຊ ສູນນະລາດ ໄດ້ກ່າວບາງຕອນວ່າ:ສະ ຫະພັນຊາວໜຸ່ມລາວ ແມ່ນການຈັດຕັ້ງສັງຄົມຂອງຊາວໜຸ່ມລາວບັນດາເຜົ່າ, ໂດຍແມ່ນພັກປະຊາຊົນປະຕິວັດລາວເປັນຜູ້ສ້າງຕັ້ງ ແລະ ມອບໝາຍໃຫ້ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ເປັນຜູ້ຂົນຂວາຍສ້າງຕັ້ງ ທັງເປັນແກນນໍາໃນການເຄື່ອນໄຫວ, ສະຫະພັນຊາວໜຸ່ມລາວປະກອບດ້ວຍຊາວໜຸ່ມບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ສາຂາອາຊີບທີ່ມີຄວາມຕື່ນຕົວ, ສະໝັກໃຈປະກອບສ່ວນເຂົ້າໃນຂະບວນການລວມ ເພື່ອພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.


ສະຫະພັນຊາວໜຸ່ມລາວ ແມ່ນການຈັດຕັ້ງສັງຄົມທີ່ກ້ວາງຂວາງຂອງຊາວໜຸ່ມລາວບັນດາເຜົ່າ, ເຄື່ອນໄຫວພາຍໃຕ້ລັດຖະທໍາມະນູນ, ກົດໝາຍ ແລະ ລະບຽບການຕ່າງໆ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍແມ່ນ ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ເປັນແກນນຳ, ສະຫະພັນຊາວໜຸ່ມລາວ ຂຽນຫຍໍ້ວ່າ: ” ສຊລ ” ຂຽນເປັນພາສາອັງກິດ: Lao Youth Federation (LYF).

ລະບົບການຈັດຕັ້ງຂອງສະຫະພັນຊາວໜຸ່ມລາວມີ 3 ຂັ້ນຄື້: 1) ຂັ້ນສູນກາງ, 2) ຂັ້ນແຂວງ, ນະຄອນຫຼວງ, 3) ຂັ້ນເມືອງ, ເທດສະບານ ແລະ ນະຄອນ.

ສະຫະພັນຊາວໜຸ່ມລາວ ແມ່ນຄະນະຊາວໜຸ່ມປະຊາຊົນປະຕິວັດລາວແຕ່ລະຂັ້ນເປັນແກນນໍາ ເພື່ອເຂົ້າຫາ, ເຕົ້າ ໂຮມເອົາຊາວໜຸ່ມ-ໄວໜຸ່ມ, ຊາວຜຸ້ອອກແຮງງານ, ຊາວ ໜຸ່ມນັກຮຽນ-ນັກສຶກສາ, ຊາວໜຸ່ມ-ໄວໜຸ່ມປັນຍາຊົນ, ຊາວໜຸ່ມຄ້າຂາຍ ແລະ ອົງການຈັດຕັ້ງທາງສັງຄົມທີ່ມີພາ ລະບົດບາດໃນການເຄື່ອນໄຫວຢູ່ໃນອາຍຸຂອງຊາວໜຸ່ມ- ໄວໜຸ່ມລາວ (15-35ປີ) ທັງພາຍໃນ ແລະ ຢູ່ຕ່າງປະເທດ.

ແຫຼ໋ງຂໍ້ມູນ:​ https://www.facebook.com/plugins/post.php?

Comments