Elon Musk ບໍ່ຢຸດ ເລັ່ງປັບປຸງຄວາມໜາແໜ້ນຂອງພະລັງງານແບດເຕີຣີ…


Elon Musk ຜູ້ບໍລິຫານບໍລິສັດຜະລິດລົດຍັກໃຫຍ່ Tesla ໄດ້ປັບປຸງຕາຕະລາງເວລາກ່ຽວກັບແບັດເຕີຣີໄຟຟ້າຂອງຍົນເຂົ້າສູ່ລະບົບເຄື່ອງຈັກ. ປັດຈຸບັນ, ລາວຄາດວ່າມັນຈະສາມາດສ້າງສຳເລັດໃນອີກ 3 ຫາ 4 ປີທາງໜ້າ. ຫຼາຍປີກ່ອນ, Musk ເປັນ ຜູ້ບໍລິຫານ ຂອງທັງ Tesla ແລະ SpaceX ໂດຍລາວໄດ້ກ່າວວ່າ ມີການອອກແບບຍົນ ໂດຍການລົງຈອດເປັນແບບຕັ້ງສາຍໄຟຟ້າ (VTOL), ເຖິງແມ່ນວ່າລາວຈະບໍ່ເຄີຍເວົ້າລະອຽດກ່ຽວກັບແຜນການທີ່ຜະລິດຍົນກໍຕາມ.

ລາວຍັງໄດ້ເວົ້າຕື່ມອີກວ່າ ເພື່ອໃຫ້ການອອກແບບເປັນໄປໄດ້ຢ່າງມີປະສິດທິພາບ ຕ້ອງປັບປຸງຄວາມໜາແໜ້ນຂອງພະລັງງານແບດເຕີຣີ ເຊິ່ງປະມານ 400 Wh/kg ໃນຂະນະທີ່ແບັດເຕີຣີຂອງ Tesla ໃນຕອນນີ້ ບັນຈຸໄດ້ປະມານ 260 Wh/kg, ລາວເຊື່ອວ່າການປັບປຸງດັ່ງກ່າວ ຈະຕ້ອງໃຊ້ເວລາປະມານ 5 ປີ, ແຕ່ໃນປັດຈຸບັນ ລາວກຳລັງເລັ່ງກຳນົດເວລາໃຫ້ເປັນໄລຍະເວລາ 3 ຫາ 4 ປີ.

ຄຳເຫັນດັ່ງກ່າວ ມີຂຶ້ນຫຼັງຈາກທີມຄົ້ນຄວ້າແບັດເຕີຣີຂອງ Tesla ນຳໂດຍ Jeff Dahn ໄດ້ເຜີຍແຜ່ເອກະສານຄົ້ນຄວ້າໃໝ່ ກ່ຽວກັບຄວາມຄືບໜ້າທີ່ເກີດຂຶ້ນໃນແບດເຕີຣີທີ່ບໍ່ມີປະສິດຕິພາບ ເພື່ອບັນຈຸລັງແບັດເຕີຣີໃໝ່ ໃນການປັບປຸງຄວາມໜາແໜ້ນຂອງພະລັງງານ. ນັກຄົ້ນຄວ້າແບດເຕີຣີກ່າວວ່າ ເຖິງຢ່າງໃດກໍຕາມ, ເຕັກໂນໂລຊີໃໝ່ ຍັງກຳລັງປັບປຸງ ແລະ ຕົ້ນແບບໃນປັດຈຸບັນ ຍັງບໍ່ບັນລຸຜົນ.

ນອກຈາກນັ້ນ, ບໍລິສັດ Tesla ຍັງມີແຜນຈະຈັດງານ “ວັນແບັດເຕີຣີ” ໃນເດືອນໜ້າ ແລະ ປະກາດແຜນການກໍ່ສ້າງໝໍ້ໄຟຂອງຕົນເອງໃນຂອບເຂດໃຫຍ່. ເຫດການດັ່ງກ່າວ ອາດຈະມີການປະກາດກ່ຽວກັບການປັບປຸງຄວາມສາມາດຂອງແບັດເຕີຣີນຳ,​ Tesla ໄດ້ເຮັດໃຫ້ມີຂ່າວລືກ່ຽວກັບຄວາມໜາແໜ້ນຂອງພະລັງງານ ທີ່ປັບປຸງໃຫ້ເປັນເຕັກໂນໂລຊີ nanowire ໃນງານປະກາດ “ວັນແບັດເຕີຣີ”.

ແຫຼ່ງຂໍ້ມູນ:

Comments