ນະຄອນຫຼວງປັກກິ່ງຫຼຸດຜ່ອນມາດຕະການ Lock Down ອະນຸຍາດໃຫ້ປະຊາຊົນບໍ່ໃສ່ໜ້າກາກອະນາໄມໄດ້…

ທາງການຂອງນະຄອນຫຼວງປັກກິ່ງຜ່ອນຄາຍມາດຕະການປ້ອງກັນການແຜ່ລະບາດຂອງ ໂຄວິດ-19 ໂດຍອະນຸຍາດໃຫ້ປະຊາຊົນບໍ່ຕ້ອງໃສ່ໜ້າກາກອະນາໄມໃນເວລາອອກຈາກເຮືອນ ຫຼັງຈາກທີ່ປັກກິ່ງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ຕິດຕໍ່ກັນເປັນເວລາ 13 ມື້, ແຕ່ເຖິງຢ່າງໃດກໍຕາມ ປະຊາຊົນປັກກິ່ງສ່ວນໃຫຍ່ ຢືນຢັນວ່າຈະໃສ່ໜ້າກາກອະນາໄມຕໍໄປເພື່ອຄວາມປອດໄພ ແລະ ເຫດຜົນດ້ານແຮງກົດດັນຈາກສັງຄົມ

ຖືໄດ້ວ່າເປັນຄັ້ງທີ 2 ທີ່ທາງການຂອງນະຄອນຫຼວງປັກກິ່ງຜ່ອນຄາຍຂໍ້ບັງຄັບໃຫ້ໃສ່ໜ້າກາກອະນາໄມ ຫຼັງຈາກມີຄຳສັ່ງ Lock Down ເພື່ອສະກະກັດກັ້ນການແຜ່ລະບາດຂອງ ໂຄວິດ-19 ເຖິງ 2 ຄັ້ງ ແລະ ປັດຈຸບັນ ແມ່ນເລີ່ມເຂົ້າສູ ພາວະປົກກະຕິແລ້ວ.

ແຫຼ່ງຂໍ້ມູນ: https://www.posttoday.com/world/631195

Comments