ໂຕກຽວຮ້ອນຫຼາຍ!!! ເຮັດໃຫ້ເສຍຊີວິດຈາກການເປັນລົມແດດ ຫຼືໂຣກຮີສໂຕຣກ (Heatstroke) ແລ້ວ 79 ກໍລະນີ

ເຈົ້າໜ້າທີ່ທ້ອງຖິ່ນໃຫຮູ້ວ່າ ສະເພາະ 9 ມື້ທີ່ຜານມາ ໃນນະຄອນຫຼວງໂຕກຽວ ເສຍຊີວິດຈາກການເປັນລົມແດດ ຫຼື Heatstroke ແລ້ວ 26 ກໍລະນີ ຫຼັງຈາກທີ່ຄື່ນຄວາມຮ້ອນເພີ່ມຂຶ້ນຕໍ່ເນື່ອງ, ເຊິ່ງໃນຈຳນວນ 26 ກໍລະນີ້ນັ້ນ ມີ 25 ກໍລິນີ ທີ່ເກີດຂຶ້ນໃນຮົ່ມ ແລະ ຜູ້ເສຍຊີວິດ 80% ມີອາຍຸຕັ້ງແຕ່ 70 ປີ ຂຶ້ນໄປ.

ໂຕເລກຫຼ້າສຸດ ສົ່ງຜົນໃຫ້ໃນເດືອນນີ້ ມີຜູ້ເສຍຊີວິດຈາກການເປັນລົມແດດ ໃນນະຄອນຫຼວງໂຕກຽວ ລວມທັງໝົດ 79 ກໍລະນີ

ກົມອຸຕຸນິຍົມວິທະຍາ ຂອງຍີ່ປຸ່ນເປີດເຜີຍວ່າ ໃນວັນທີ 17 ສິງຫາ ຜ່ານມາ ພື້ນທີ່ ເມືອງຮະມະມະສື ໃນ ແຂວງຊິສືໂອກະ ທາງພາກກາງຂອງປະເທດທີ່ມີອຸນຫະພູມສູງສຸດ ເປັນປະຫວັດສາດຢູ່ທີ່ 41,1 C ເທົ່າກັບອຸນຫະພູມ ໃນເມືອງຄຸມະງະຍະ ໃຫ້ກັບນະຄອນຫຼວງໂຕກຽວ ໃນເດືອນ ກໍລະກົດ 2018. ໄລຍະກາງອາທິດຜ່ານມາ ຍີ່ປຸ່ນຕ້ອງພົບກັບຄື່ນຄວາມຮ້ອນຮຸນແຮງ ອຸນຫະພູມໃນຫຼາຍເມືອງ,​ຫຼາຍແຂວງ ຢູ່ທີ່ 40 ອົງສາ C ຕິດຕໍ່ກັນຫຼາຍມື້.

ແຫຼ່ງຂໍ້ມູນ: https://www.posttoday.com/world/631144

Comments