ກອງປະຊຸມ ລັດຖະມົນຕີ ເສດຖະກິດ ບັນດາປະເທດ ກຳປູເຈຍ – ລາວ – ມຽນມາ – ຫວຽດນາມ ຄັ້ງທີ 12 (CLMV EMM 12) ໄດ້ຈັດຂຶ້ນ ທາງອອນລາຍ ເມື່ອບໍ່ດົນມານີ້ ເຊິ່ງເປັນເຫດການ ສຳຄັນ ນອນໃນຂອບເຂດ ລາຍການ ຂອງກອງປະຊຸມ ລັດຖະມົນຕີ ເສດຖະກິດ ອາຊຽນ ຄັ້ງທີ 52 (AEM 52).


ສຳລັບກອງປະຊຸມຄັ້ງນີ້ ໄດ້ສຸມໃສ່ ແລກປ່ຽນ ບາງບັນຫາຕົ້ນຕໍຄື: ການກວດກາຄືນໃໝ່, ຕີລາຄາ ສະພາບການ ຜັນຂະຫຍາຍ ແຜນການກະທຳ ຮ່ວມມື ເສດຖະກິດ CLMV ໄລຍະ 2019 – 2020, ຮັບຮອງເອົາ ແຜນການກະທຳ ຮ່ວມມືເສດ ຖະກິດ CLMV ໄລຍະ 2021 – 2022, ແຜນການຮັບມື ແລະ ຟື້ນຟູ ພາຍຫລັງ ໂລກລະບາດ Covid – 19

ຈາກນັ້ນ ທ່ານ ເຈິ່ນ ຕວັນແອງ ລັດຖະມົນຕີ ກະຊວງ ອຸດສາຫະກຳ – ການຄ້າ ຫວຽດນາມ ໄດ້ສະເໜີ ໃຫ້ບັນດາປະເທດ CLMV ເພີ່ມທະວີ ການສົມທົບກັນ ກ່ຽວກັບ ນະໂຍບາຍ, ມາດຕະການແກ້ໄຂ ບັນດາຄວາມຫຍຸ້ງຍາກ ຈາກໂລກລະ ບາດ ໂຄວິດ-19.

ພ້ອມທັງ ສະເໜີ ໃຫ້ບັນດາປະເທດ CLMV ຕັ້ງໜ້າ ແລະ ເປັນເຈົ້າການກ່ວາອີກ ໃນການສຳຜັດ ແລະ ສະເໜີ ໃຫ້ບັນດາ ຄູ່ຮ່ວມມື ພັດທະນາ ໜູນຊ່ວຍ ແຫລ່ງກຳລັງ ໃນການຜັນ ຂະຫຍາຍ ບັນດາການເຄື່ອນໄຫວ ລວມທັງ ໂຄງການຮ່ວມມື CLMV ໃນໄລຍະໃໝ່.

ບັນດາ ລັດຖະມົນຕີ ໄດ້ຕົກລົງ ເປັນເອກະພາບກັນ ເພີ່ມທະວີ ການສົມທົບ ເພື່ອຫລຸດຜ່ອນ ຜົນກະທົບ ຕໍ່ການ ເຄື່ອນໄຫວ ຮ່ວມມື ເສດຖະກິດ, ການຄ້າ ຂອງແຕ່ລະປະເທດ, ຮັກສາບັນດາ ກະແສການຄ້າ ແລະ ການລົງທຶນ, ພ້ອມທັງ ເພີ່ມທະວີ ກຳລັງພາຍໃນ ຂອງແຕ່ລະປະເທດ ໃນການຮັບມື ແລະ ມີການຟື້ນຟູ ຢ່າງເຂັ້ມແຂງ.
ແຫຼ່ງຂໍ້ມູນ: ຂປລ