ບໍ່ມີການປ່ຽນແປງ ທົ່ວປະເທດ ກຽມໄຂສົກຮຽນໃໝ່ 2020-2021 ໃນວັນທີ 1 ກັນຍານີ້…

ບັນດາໂຮງຮຽນ ແລະ ສະຖາບັນການສຶກສາ ທັງພາກລັດ ແລະ ເອກະຊົນ ໃນຂອບເຂດທົ່ວປະເທດ ໄດ້ກຽມພ້ອມເລີ່ມໄຂສົກຮຽນໃໝ່ (2020-2021) ໃນວັນທີ 1 ກັນຍາ ທີ່ຈະມາເຖິງນີ້ ແລະ ພ້ອມກັນສືບຕໍ່ປະຕິບັດມາດຕະການປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການລະບາດຂອງເຊື້ອພະຍາດ ໂຄວິດ-19 ຢ່າງເຂັ້ມງວດ. ດ້ານກະຊວງສຶກສາທິການ ແລະ ກິລາ ໄດ້ຮຽກຮ້ອງໃຫ້ສະຖານການສຶກສາທຸກແຫ່ງ ຈົ່ງກຽມຄວາມພ້ອມຂອງບຸກຄະລາກອນ, ຈັດການສຸຂະສຶກສາໃຫ້ຄວາມຮູ້ແກ່ຜູ້ບໍລິຫານ-ຄູອາຈານ ແລະ ນັກຮຽນ-ນັກສຶກສາ ເປັນຕົ້ນ ການປະຕິບັດມາດຕະການຮັກສາໄລຍະຫ່າງ, ໃສ່ຜ້າອັດປາກ-ອັດດັງ, ສົ່ງເສີມການລ້າງມືໃສ່ສະບູເປັນປົກກະຕິ ໃຫ້ກາຍເປັນວັດທະນາທຳ.

ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ ໄດ້ຖະແຫລງ ຂ່າວຕໍ່ສື່ມວນຊົນ ໃນວັນທີ 26 ສິງຫາ 2020 ນີ້ວ່າ: ປະຕິທິນການຈັດການຮຽນ-ການສອນ ສຳລັບສົກຮຽນ 2020-2021 ແມ່ນຈະໄດ້ດຳເນີນໄປເປັນປົກ ກະຕິຄ້າຍກັບທຸກປີ ຄືວັນທີ 1 ກັນຍາ 2020 ເປັນມື້ໄຂສົກຮຽນໃໝ່ໃນຂອບເຂດທົ່ວປະເທດ. ປີນີ້ພວກເຮົາໄດ້ຮັບຜົນກະທົບ ຈາກການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ຂະແໜງການສຶກສາ ແລະ ກິລາ ກໍຄືກັບຂະແໜງການອື່ນແມ່ນໄດ້ຮັບຜົນກະທົບໃນຫລາຍດ້ານ ເຊັ່ນ: ການຮຽນບໍ່ປົກກະຕິ, ມີຄວາມຫຍຸ້ງຍາກ ໃນການປະຕິບັດມາດຕະການຮັກສາໄລຍະຫ່າງ, ຜ້າອັດປາກ-ອັດດັງ ບໍ່ພຽງພໍ, ນັກຮຽນທີ່ສຶກສາຢູ່ຕ່າງປະເທດບໍ່ໄດ້ກັບໄປສືບຕໍ່ຮຽນ, ທຶນການສຶກສາຂອງຫລາຍປະເທດຖືກໂຈະ, ມີຄວາມສ່ຽງສູງຂອງນັກສຶກສາຈົບໃໝ່ ທີ່ຈະບໍ່ໄດ້ເຂົ້າສູ່ພາກແຮງງານ ແລະ ບັນຫາອື່ນໆ. ເຖິງຢ່າງໃດກໍຕາມ ຄະນະນຳກະຊວງສຶກສາທິການ ແລະ ກິລາ ໄດ້ມີການປຶກສາຫາລືກັບກົມວິຊາການທີ່ກ່ຽວຂ້ອງ ແລະ ປະເມີນສະພາບການເປັນປົກກະຕິ ເພື່ອສືບຕໍ່ເຮັດໃຫ້ການຈັດການຮຽນ-ການສອນ ສືບຕໍ່ດຳເນີນໄປ ທັງຮັບປະກັນຄຸນນະພາບການສຶກສາ ໃນສະພາບແວດລ້ອມໃໝ່.

ພາບປະກອບຂ່າວເທົ່ານັ້ນ


ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ແຈ້ງໃຫ້ຮູ້ຕື່ມວ່າ: ສຳລັບຜູ້ບໍລິຫານການສຶກສາ ແລະ ຄູ-ອາຈານ ຈະຕ້ອງໄດ້ທົບທວນຄືນ ກ່ຽວກັບຮູບແບບການຈັດການຮຽນ-ການສອນ ຈະປັບປ່ຽນຫຍັງແດ່ເພື່ອໃຫ້ກາຍເປັນຄວາມຊິນເຄີຍໃນການດຳລົງຊີວິດປະຈຳວັນແບບໃໝ່ (New Normal) ຈະນຳໃຊ້ເຕັກໂນໂລຊີ ເຂົ້າມາຊ່ວຍຄືແນວໃດ, ຈະນຳໃຊ້ຊ່ອງໂທລະພາບສຶກສາ ແລະ ກິລາ ໃຫ້ເກີດປະໂຫຍດສູງສຸດແກ່ການພັດທະນາວິຊາຊີບຄູ, ກຸ່ມໂຮງຮຽນ ແລະ ກຸ່ມເປົ້າໝາຍຜູ້ຮຽນ ທີ່ເຂົ້າບໍ່ເຖິງອິນເຕິເນັດແນວໃດ, ພ້ອມດຽວກັນ ກະຊວງສຶກສາທິການ ແລະ ກິລາ ຈະໄດ້ຈັດພິມ ແລະ ແຈກຢາຍປຶ້ມແບບຮຽນໃຫ້ພຽງພໍ ກັບນັກຮຽນທີ່ຢູ່ເຂດຊົນນະບົດ-ຫ່າງໄກ ຮັບປະກັນວ່ານັກຮຽນການສຶກສາກ່ອນໄວຮຽນ, ປະຖົມສຶກສາ ແລະ ມັດທະຍົມສຶກສາຕອນຕົ້ນ ຈະໄດ້ຮັບພຽງພໍ ຖ້າຫາກມີເຫດການສຸກເສີນ ທີ່ບໍ່ຄາດຄິດເກີດຂຶ້ນໃນຕໍ່ໜ້າ.

ພາບປະກອບຂ່າວເທົ່ານັ້ນ

ສ່ວນພໍ່ແມ່ຜູ້ປົກຄອງ ໃນເຂດທີ່ບໍ່ສາມາດເຂົ້າເຖິງຜ້າອັດປາກ-ອັດດັງ ຂໍໃຫ້ຊ່ວຍລູກຫລານຂອງທ່ານ ໃນການຫຍິບຜ້າອັດປາກ-ອັດດັງ ໂດຍນຳໃຊ້ຜ້າສະອາດ ແລະ ວັດຖຸທີ່ສາມາດຫາໄດ້ໃນທ້ອງຖິ່ນ ເພື່ອເປັນການຫລຸດຜ່ອນຄ່າໃຊ້ຈ່າຍຂອງຄອບຄົວ. ປັດຈຸບັນເຊິ່ງເປັນລະດູມໍລະສຸມ ມີຝົນຕົກໜັກເກືອບທຸກພາກຂອງປະເທດ ການເດີນທາງຂອງລູກຫລານ ແລະ ພໍ່ແມ່ຜູ້ປົກຄອງ ອາດພົບຄວາມບໍ່ສະດວກ ແລະ ມີຄວາມສ່ຽງທີ່ຈະເກີດໄພອັນຕະລາຍ. ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ ແຕ່ລະຂັ້ນ ແລະ ພໍ່ແມ່ຜູ້ປົກຄອງຈົ່ງຕິດຕາມແຈ້ງການພະຍາກອນອາກາດຢ່າງໃກ້ຊິດ ແລະ ໃຫ້ການແຈ້ງເຕືອນສະຖານການສຶກສາໃນຂອບເຂດຄວາມຮັບຜິດຊອບຂອງທ່ານຢ່າງຕັ້ງໜ້າ.

ພາບປະກອບຂ່າວເທົ່ານັ້ນ

ພ້ອມກັນນີ້, ສຳລັບນັກຮຽນ-ນັກສຶກສາ ແລະ ພໍ່ແມ່ຜູ້ປົກຄອງທີ່ມີລູກຫລານ ກຳລັງສຶກສາຢູ່ຕ່າງປະເທດ ຈົ່ງຕິດຕາມແຈ້ງການມາດຕະການ ແລະ ຂ່າວສານຈາກສະ ຖານເອກອັກຄະລັດຖະທູດ ສປປ ລາວ ເປັນປົກກະຕິ ພ້ອມກັນປະຕິບັດລະບຽບການຂອງປະເທດເຈົ້າ ພາບ ແລະ ມາດຕະການເຂົ້າ-ອອກ ສປປ ລາວ ດ້ວຍຄວາມຮັບຜິດຊອບສູງ. ທັງນີ້, ເພື່ອເປັນການເຊີດຊູຄຸນສົມບັດ, ປະເພນີອັນດີງາມຂອງຄົນລາວ ໃນເວທີພາກພື້ນ ແລະ ສາກົນ ຜ່ານການປະພຶດປະຕິບັດຂອງພວກເຮົາ.

ພາບປະກອບຂ່າວເທົ່ານັ້ນ

ໂອກາດດຽວກັນນີ້, ທ່ານລັດຖະມົນຕີ ກະຊວງສຶກສາຍັງ ໄດ້ຮຽກຮ້ອງມາຍັງຜູ້ບໍລິຫານ, ຄູ-ອາຈານ, ລູກຫລານ-ນັກຮຽນ-ນັກສຶກສາ ຕະຫລອດຮອດພໍ່ແມ່ຜູ້ປົກຄອງ ແລະ ທົ່ວສັງຄົມ ຈົ່ງສຸມທຸກສະຕິປັນຍາ ທ່າແຮງຂອງຕົນເພື່ອເຂົ້າຮ່ວມ ແລະ ປະກອບສ່ວນຕໍ່ວຽກງານການສຶກສາ, ສ້າງສະພາບແວດລ້ອມ ການສຶກສາຕາມທິດການຮຽນຮູ້ຕະຫລອດຊີວິດ, ມີຄຸນນະພາບ, ມີຄວາມເທົ່າທຽມ ແລະ ປະຊາຊົນບັນດາເຜົ່າ ບໍ່ວ່າເຂົາເຈົ້າຈະຢູ່ບ່ອນໃດຂອງ ສປປ ລາວ ສາມາດເຂົ້າເຖິງໄດ້.

ແຫຼ່ງຂໍ້ມູນ: ຂປລ

Comments