ຂ່າວດີ‼️ ຜູ້ຕິດເຊື້ອໂຄວິດ-19 ກໍລະນີ 21 ອອກໂຮງໝໍມື້ນີ້ ຫຼັງກວດຫາເຊື້ອເປັນລົບ 2 ຄັ້ງຕິດຕໍ່ກັນ

ໃນວັນທີ 25 ສິງຫາ 2020 ນີ້ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວຕໍ່ສື່ມວນຊົນວ່າ: ຕິດເຊື້ອພະຍາດໂຄວິດ-19 ກໍລະນີ 21 ແມ່ນບໍ່ພົບເຊື້ອ 2 ຄັ້ງຕິດຕໍ່ກັນ, ໃນນມື້ນີ້ຜູ້ກ່ຽວຈະໄດ້ອອກໂຮງໝໍ ແລະ ໄປຈຳກັດບໍລິເວນຢູ່ໂຮງແຮມທີ່ໄດ້ຖືກກຳນົດໄວ້ຈົນຄົບ 14 ວັນ. ສ່ວນຜູ້ຕິດເຊື້ອກໍລະນີ 22 ແມ່ນຍັງສືບຕໍ່ປີ່ນປົວຢູ່ໂຮງໝໍມິດຕະພາບ.

ທັງນີ້, ວັນທີ 24 ສິງຫາ ຜ່ານມາ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 513 ຄົນ, ໃນນັ້ນ ແຮງງານລາວມາແຕ່ໄທ 72 ຕົວຢ່າງ, ແຮງງານຈີນ 396 ຕົວຢ່າງ, ແຮງງານລາວມາແຕ່ຈີນ 3 ຕົວຢ່າງ, ບຸກຄົນທົ່ວໄປທີ່ມີອາການ 3 ຕົວຢ່າງ, ບຸກຄົນທົ່ວໄປບໍ່ມີອາການ 38 ຕົວຢ່າງ, ຜູ້ຕິດເຊື້ອກໍລະນີທີ 21 ມາກວດຄືນ 1 ຕົວຢ່າງ ຜົນກວດວິເຄາະທັງໝົດແມ່ນບໍ່ພົບເຊື້ອ.​ຂ່າວດີຜູ້ຕິດເຊື້ອໂຄວິດ-19 ກໍລະນີ 21 ອອກໂຮງໝໍໄດ້ມື້ນີ້ ຫຼັງກວດຫາເຊື້ອເປັນລົບ 2 ຄັ້ງຕິດຕໍ່ກັນ

Comments