ກອງປະຊຸມເປີດໂຄງການກ່ຽວກັບການປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ເພື່ອເຊື່ອມສານບົດບາດຍິງ-ຊາຍ ເຂົ້າໃນວາລະການ ພັດທະນາແຫ່ງຊາດ ຂອງ ສປປ ລາວ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ອົງການສະຫະປະຊາຊາດ ປະຈຳ ລາວ ໂດຍມີ ທ່ານນາງ ບົວຈັນ ສີຫານາດ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ທ່ານ ນາງ ແຄດເທີລີນ ເຟືອງ (Catherine Phoung) ຮອງຜູ້ຕາງໜ້າອົງການສະຫະປະຊາຊາດ ປະຈໍາລາວ, ທ່ານ ວິກເຕີ ເວລດິວີໂສ (Victor Valdivieso) ຮອງຜູ້ຕາງໜ້າອົງການສະຫະປະຊາຊາດ ກອງທຶນ ເພື່ອປະຊາກອນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ນາງ ແຄດເທີລີນ ເຟືອງ ໄດ້ກ່າວວ່າ: ໂຄງການການປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ມີຈຸດປະສົງ ເພື່ອເອົາໃຈໃສ່ການເຊື່ອມໂຍງທີ່ສຳຄັນ ລະຫວ່າງ ຄວາມຮຸນແຮງຕໍ່ບົດບາດ ຍິງ-ຊາຍ ແລະ ຜົນສໍາເລັດຂອງວາລະການພັດທະນາແຫ່ງຊາດ ແລະ ເປົ້າໝາຍການພັດທະນາແບບຍືນຍົງ (SDGs) ແລະ ຈະສະໜັບສະໜູນໃຫ້ແກ່ອຳນາດການປົກຄອງທຸກຂັ້ນ ໃນການວາງແຜນການລິເລີ່ມຂອງຂະແໜງການ ເພື່ອແກ້ໄຂ ແລະ ຫຼຸດຜ່ອນຄວາມຮຸນແຮງດັ່ງກ່າວ. ...
Read More »ຂ່າວ ພາຍໃນປະເທດ
ຍົກລະດັບ ວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ຕໍາແໜ່ງບໍລິຫານ…….
ໃນວັນທີ 14-18 ທັນວາ 2020, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ໄດ້ເປີດຊຸດຝຶກອົບຮົມການຄຸ້ມຄອງວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ສຳລັບຕຳແໜ່ງບໍລິ ຫານລະດັບກາງ (ປະເພດ 4) ຊຶ່ງມີເປົ້າໝາຍຍົກລະດັບຄວາມຮູ້ທາງດ້ານວິຊາການ ຊ່ວຍເພີ່ມພູນສ້າງຄວາມຮູ້, ສ້າງທັກສະທາງດ້ານວິຊາການ ທີ່ແຕ່ລະຄົນຮັບຜິດຊອບ ໃຫ້ເຫັນໄດ້ບົດບາດຄວາມສຳຄັນວຽກງານການຄຸ້ມຄອງ ທັງເປັນການແລກປ່ຽນບົດຮຽນ ຄວາມຮັບຮູ້ເຂົ້າໃຈ ຂອງພະນັກງານສຳລັບຕຳແໜ່ງບໍລິຫານລະດັບກາງ, ເພື່ອແນໃສ່ຕອບສະໜອງກັບຄວາມຕ້ອງການ ຂອງການປະຕິບັດໜ້າທີ່ວຽກງານກ່ຽວກັບກົນໄກການບໍລິຫານ ແລະ ຄຸ້ມຄອງວຽກງານວິທະຍາສາດ ແລະ ເຕັກໂນໂລຊີ. ຊຸດຝຶກອົບຮົມຄັ້ງນີ້ ໂດຍການເປັນປະທານຂອງ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ມີຮອງລັດຖະມົນຕີ ຊຶ່ງສຳມະກອນຈະໄດ້ຮຽນຮູ້ ກ່ຽວກັບການຄຸ້ມຄອງວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ແລະ ຄວາມປອດໄພດ້ານລັງສີ-ນິວເຄລຍ, ການຄຸ້ມຄອງວຽກງານແຜນການວິທະຍາສາດ ແລະ ເຕັກໂນໂລຊີ, ຂັ້ນຕອນ ແລະ ວິທີການເຂົ້າເຖິງກອງທຶນພັດທະນາ ວິທະຍາສາດ ແລະ ເຕັກໂນໂລຊີ, ການຄຸ້ມຄອງຊັບພະຍາກອນມະນຸດໃນຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ, ການຄຸ້ມຄອງລັດ ກ່ຽວກັບວຽກງານເຕັກໂນໂລຊີ ແລະ ...
Read More »ປິດງານບຸນມະໂຫລານຊາວໜຸ່ມ-ເຍົາວະຊົນ ທົ່ວປະເທດ…………..
ງານບຸນມະໂຫລານຊາວໜຸ່ມ-ເຍົາວະຊົນທົ່ວປະເທດ ປີ 2020 ໄດ້ປິດລົງໃນຕອນບ່າຍວັນທີ 13 ທັນວາ 2020 ພາຍຫລັງເປີດມາໄດ້ 8 ວັນ, ຢູ່ສູນການຄ້າລາວ-ໄອເຕັກ ນະຄອນ ຫລວງວຽງຈັນ, ໂດຍມີ ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະ ຊາຊົນ ປະຕິວັດລາວ, ມີບັນດາຜູ້ຕາງໜ້າຈາກອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ຊາວໜຸ່ມ, ເຍົາວະຊົນ ແລະ ມວນຊົນພາຍໃນນະຄອນຫລວງວຽງຈັນ ເຂົ້າຮ່ວມເປັນຈໍານວນຫລວງ ຫລາຍ. ໃນໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ໄດ້ກ່າວສະແດງຄວາມຍ້ອງຍໍ ຕໍ່ຄະນະຮັບຜິດ ຊອບທີ່ໄດ້ເອົາໃຈໃສ່ການຈັດງານຄັ້ງນີ້ ໃຫ້ມີຜົນສໍາເລັດຢ່າງຈົບງາມ ຮັບປະກັນໄດ້ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ມີຄວາມສາມັກຄີເຕົ້າໂຮມເອົາບັນດາເຍົາວະຊົນ-ຊາວໜຸ່ມ ເຂົ້າຮ່ວມງານຄັ້ງນີ້ ໃຫ້ມີບັນຍາກາດຟົດຟື້ນ. ພ້ອມນີ້, ຍັງສາມາດເຕົ້າໂຮມຄວາມສາມັກຄີ, ໂຄສະນາເຜີຍແຜ່ມູນເຊື້ອການສຶກສາອົບຮົມການເມືອງ-ແນວຄິດ ຄຸນສົມບັດສິນທຳປະຕິວັດ, ທີ່ສະແດງໃຫ້ເຫັນບົດບາດຂອງຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ ໃນການປະກອບສ່ວນຈັດຕັ້ງປະຕິບັດໜ້າທີ່ການ ເມືອງໃນໄລຍະຜ່ານມາ ກໍຄື ໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ພາຍໃນງານດັ່ງກ່າວ, ຍັງໄດ້ຈັດໃຫ້ມີການແຂ່ງຂັນໃນຫລາຍກິດຈະກຳ ເຊັ່ນ: ການແຂ່ງຂັນສະແດງສິລະປະ-ວັນນະຄະດີ, ແຂ່ງຂັນຮ້ອງເພງ, ຈັດເວທີສົນທະນາມູນເຊື້ອຊາວໜຸ່ມ, ...
Read More »ຮອງນາຍົກລັດຖະມົນຕີ ລົງເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນ………..
ໃນວັນທີ 14 ທັນວາ 2020, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນ ເພື່ອຊຸກຍູ້, ກວດກາ ແລະ ຕິດຕາມການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງໃນປີ 2020 ແລະ ໃຫ້ທິດຊີ້ນຳໃນການວາງທິດທາງຈຸດສຸມສຳລັບ ປີ 2021 ແນ່ໃສ່ເຮັດໃຫ້ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ. ການມາເຄື່ອນໄຫວເຮັດວຽກໃນຄັ້ງນີ້, ຈະເປັນການກະຕຸກຊຸກຍູ້ ໃຫ້ການນໍາພັກ-ລັດ, ພະນັກ ງານ-ລັດຖະກອນ ຕະຫລອດຮອດພໍ່ແມ່ປະຊາຊົນແຂວງຄຳມ່ວນ ສືບຕໍ່ປະກອບສ່ວນອັນສຳຄັນ ເຂົ້າໃນຂະບວນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄື ຂອງຄຳມ່ວນ ໃຫ້ສຳເລັດ ແລະ ບັນລຸຕາມຄາດໝາຍທີ່ວາງໄວ້. ພ້ອມນັ້ນ, ກໍຈະເປັນເຂັມຊີ້ທິດເຍືອງທາງ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງໃນຕໍ່ໜ້າ ໃນການເສີມຂະຫຍາຍຈຸດດີ, ແກ້ໄຂບັນດາຄົງຄ້າງ ແລະ ເອົາຊະນະສິ່ງທ້າທາຍຄວາມຫຍຸ້ງຍາກຕ່າງໆ ເພື່ອຮັບປະກັນເຮັດໃຫ້ການພັດທະນາ ມີການຂະຫຍາຍຕົວໃນຈັງຫວະທີ່ດີ ແລະ ຕໍ່ເນື່ອງ. ການມາຢ້ຽມຢາມເຄື່ອນໄຫວອັນສໍາຄັນໃນຄັ້ງນີ້, ຍັງສະແດງໃຫ້ເຫັນເຖິງຄວາມເປັນຫ່ວງເປັນໃຍຂອງການນຳພັກ ແລະ ລັດ ...
Read More »ສື່ຂອງລັດ ຕ້ອງເອົາໃຈໃສ່ປັບປຸງດ້ານເນື້ອໃນໃຫ້ດີຂຶ້ນກວ່າເກົ່າ………
ສື່ມວນຊົນລາວທີ່ເປັນປາກກະບອກສຽງຂອງພັກ ແລະ ລັດຖະບານ ຕ້ອງສືບຕໍ່ປັບປຸງດ້ານເນື້ອໃນໃຫ້ດີຂຶ້ນກວ່າເກົ່າ ເພື່ອສາມາດແຂ່ງຂັນກັບສື່ອອນລາຍທີ່ໄດ້ຮັບຄວາມນິຍົມສູງຈາກສັງຄົມ ເພື່ອເຮັດໃຫ້ການໂຄສະນາແນວທາງນະໂຍບາຍຂອງພັກ ແລະ ແຜນພັດທະນາເສດ ຖະກິດ-ສັງ ຄົມຂອງລັດຖະບານ ກໍຄື ການກະຈາຍຂໍ້ມູນຂ່າວສານໃຫ້ເຂົ້າເຖີງປະຊາຊົນລາວບັນດາເຜົ່າຢ່າງທົ່ວເຖີງກວ່າເກົ່າ. ທ່ານ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມໃຫຍ່ອົງຄະນະພັກກະຊວງ ຖວທ ຄັ້ງທີ V ຈັດຂຶ້ນເມື່ອບໍ່ດົນມານີ້ ວ່າ: ປັດຈຸບັນ ການອ່ານ, ຟັງ ຫລື ຊົມຂ່າວຂອງຄົນໃນສັງຄົມຜ່ານສື່ທີ່ເປັນສື່ດັ້ງເດີມຂອງລາວຫລຸດລົງ, ກົງກັນຂ້າມການບໍລິໂພກຂ່າວຜ່ານສື່ສັງຄົມອອນລາຍໄດ້ຮັບຄວາມນິຍົມສູງ ຍ້ອນສາມາດເຜີຍແຜ່ຂໍ້ ມູນຂ່າວສານໄດ້ໄວ. ນີ້ຖືເປັນຄວາມທ້າທາຍສໍາຄັນທີ່ສື່ຂອງລັດຕ້ອງແກ້ໄຂໃຫ້ໄດ້ ເພື່ອແນໃສ່ເຮັດໃຫ້ຂໍ້ມູນຂ່າວ ສານສາມາດເຂົ້າເຖີງປະຊາຊົນຢູ່ຮາກຖານ ເພາະປັດຈຸບັນ ມີວິທະຍຸກະຈາຍສຽງເທົ່ານັ້ນທີ່ສາມາດເຂົ້າເຖີງປະຊາຊົນໄດ້ກວ້າງຂວາງກວ່າໝູ່, ໃນນີ້ ພາກພາສາຊົນເຜົ່າແມ່ນໄດ້ຮັບຄວາມນິຍົມຫລາຍ. ຢ່າງໃດກໍຕາມ ລາຍການຕ່າງຯ ທີ່ອອກອາກາດຜ່ານທາງວິທະຍຸ ແລະ ໂທລະພາບ ຫລື ຜ່ານສື່ຂອງລັດ ຕ້ອງໄດ້ປັບປຸງເນື້ອໃນໃຫ້ມີສາລະທີ່ດີຂຶ້ນກວ່າເກົ່າ ເພາະເນື້ອຫາສາລະຍັງບໍ່ທັນຮັບໃຊ້ປະຊາຊົນຢ່າງໜັກແໜ້ນ, ບາງລາຍການວິທະຍຸ ແລະ ໂທລະພາບອອກອາ ກາດ 30 ນາທີ ແຕ່ເປີດເພັງເປັນສ່ວນໃຫຍ່, ເນື້ອໃນຂອງເພັງບໍ່ທັນເຊີດຊູຈິດໃຈຊາດ ເທົ່າທີ່ຄວນ ແລະ ການເອົາວຽກດີຄົນເດັ່ນ-ວຽກຈິງຄົນແທ້ເຂົ້າໃນລາຍການຍັງມີໜ້ອຍ. ທ່ານ ...
Read More »ສຸດອະລັງການ!! ງານເປີດໂຕລົດໄຟຟ້າລຸ້ນໃຫມ່ລ່າສຸດ BYD e2
ໃນວັນທີ 12 ທັນວາ 2020 ທີ່ຜ່ານມາ ບໍລິສັດລົດຍົນ BYD ໄດ້ເປີດໂຕລົດ BYD e2 ຢ່າງຍິ່ງໃຫຍ່ຂຶ້ນຢູ່ທີ່ຢູ buddyNong studio, ໂດຍການເປັນປະທານຂອງທ່ານ Mango Wan ຜູ້ອໍານວຍການບໍລິສັດລົດຍົນ ຂອງ BYD Laos , ໃຫ້ກຽດເຂົ້າຮ່ວມໂດຍທ່ານ ທ່ານ ຈັນໂທ ມີລັດຕະນະແພງ ຫົວໜ້າສະຖາບັນສົ່ງເສີມພະລັງງານທົດແທນ ພ້ອມດ້ວຍບັນດາແຂກ VIP ຈາກທາງ Commercial dept, ຄົນດັງວົງການບັນເທິງລາວ, ສື່ມວນຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. BYD ເປັນບໍລິສັດຂາຍລົດທີ່ຜະລິດ ແລະ ນໍາເຂົ້າຈາກປະເທດຈີນ, ເຊິ່ງເປີດໂຕຄັ້ງທໍາອິດໃນເດືອນ ກໍລະກົດ ປີ 2008 ຈົນເຖິງປີ 2015 ບໍລິສັດ BYD ໄດ້ຢຸດການຜະລິດລົດລຸ້ນທີ່ເຕີມນໍ້າມັນ ແລະ ຫັນມາຜະລິດລົດລຸ້ນໄຟຟ້າ ທັງນີ້ເພື່ອຫັນໄປສູ່ຄວາມທັນສະໄໝ ດັ່ງນັ້ນ, ຈຶ່ງຫັນມານໍາໃຊ້ໄຟຟ້າແທນການຈູດນໍ້າມັນ. ເຊິ່ງລົດທີ່ເປີດໂຕໃໝ່ຫຼ້າສຸດໃນຄັ້ງນີ້ແມ່ນ BYD e2 ເປັນລົດລະບົບໄຟຟ້າ ແລະ ເຊັນເຊີທີ່ອັດສະລິຍະເຊິ່ງ: ຄວບຄຸມດ້ວຍ ...
Read More »ສ້າງສື່ ໃຫ້ເປັນຊ່ອງທາງສະແດງຄວາມຄິດເຫັນ ທີ່ສ້າງສັນຂອງສັງຄົມ ຕໍ່ການບໍລິຫານຂອງລັດ………….
ທ່ານ ກິແກ້ວ ໄຂຄໍາພິທູນ ລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ໄດ້ລາຍງານຕໍ່ກອງປະຊຸມ ໃຫຍ່ອົງຄະນະພັກກະຊວງ ຖວທ ຄັ້ງທີ V ໃນວັນທີ 10 ທັນວາ 2020 ຜ່ານມານີ້ວ່າ: ການຈັດຕັ້ງປະຕິວັດວຽກງານສື່ມວນຊົນ ໃນໄລຍະ 5 ປີຜ່ານມາ ພວກເຮົາກໍຍັງມີຈຸດອ່ອນ ແລະ ຂໍ້ຄົງຄ້າງຈໍານວນໜຶ່ງ ທີ່ຕ້ອງເປັນເຈົ້າການສຸມໃສ່ແກ້ໄຂໃຫ້ຕົກໄປ ໂດຍສະເພາະ ການສ້າງກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍ ຍັງບໍ່ພຽງພໍ ໃນດ້ານຈໍານວນ ແລະ ຄຸນນະພາບບໍ່ສູງ, ການປະຕິບັດກົດໝາຍ, ລະບຽບການຄຸ້ມຄອງທີ່ມີແລ້ວ ກໍຄືມະຕິຄໍາສັ່ງບໍ່ເຂັ້ມງວດ; ການຫັນໄປສູ່ການກຸ້ມຕົນເອງດ້ານລາຍຮັບວິຊາການເທື່ອລະກ້າວ ຂອງຂະແໜງຖະແຫລງຂ່າວ-ສື່ມວນຊົນ ບໍ່ບັນລຸໄດ້ຕາມຄາດໝາຍທີ່ໄດ້ວາງໄວ້; ພື້ນຖານໂຄ່ງລ່າງ, ວັດຖຸ-ເຕັກນິກຊຸດໂຊມຫລ້າຫລັງ ຍັງບໍ່ທັນເປັນລະບົບຄົບຊຸດ ແລະ ທັນສະໄໝ, ການຫັນປ່ຽນຈາກລະບົບອານາລັອກໄປສູ່ ດີຈີຕອນຍັງບໍ່ທັນສຳເລັດ; ເນື້ອໃນ ແລະ ຮູບການໂຄສະນາ ຍັງບໍ່ຕອບສະໜອງໄດ້ຕາມຄວາມຕ້ອງການຂອງສັງຄົມ. ແນວໃດກໍຕາມ ເພື່ອເຮັດໃຫ້ຂົງເຂດວຽກງານງານ ສື່ມວນຊົນ ມີຄວາມເຂັ້ມແຂງ ແລະ ມີການພັດທະນາດ້ວຍຜົນສໍາເລັດຜົນ ໃນຊຸມປີຕໍ່ໜ້າ ກະຊວງ ຖວທ ...
Read More »ເປີດງານ ວາງສະແດງຮູບພາບ 45 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ສປປ ລາວ……….
ໃນວັນທີ 11 ທັນວາ 2020 ນີ້, ຫ້ອງວ່າການສູນກາງພັກ ໄດ້ຈັດງານວາງສະແດງຮູບພາບ 45 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງ ສປປ ລາວ ຢູ່ຫໍພິພິທະພັນໄກສອນ ພົມວິຫານ ນະຄອນຫລວງວຽງຈັນ ໂດຍມີທ່ານ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະ ນະທຳ ແລະ ທ່ອງທ່ຽວ, ມີບັນດາຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ ພ້ອມແຂກຖືກເຊີນ ເຂົ້າຮ່ວມ. ງານວາງສະແດງໃນຄັ້ງນີ້, ມີຮູບພາບທັງໝົດ 250 ກວ່າຮູບ, ທີ່ສ່ອງແສງໃຫ້ເຫັນເຖິງຜົນງານການເຄື່ອນໄຫວວຽກງານຂອງບັນດາຜູ້ນຳພັກ, ລັດ ໃນໄລຍະ 45 ປີ ຜ່ານມາ ຈົນເຖິງປັດຈຸບັນ, ເປັນຕົ້ນ ການເຕີບໃຫຍ່ຂະຫຍາຍຕົວ ແລະ ການຊີ້ນໍາ-ນໍາພາຂອງ ພັກປະຊາຊົນປະຕິວັດລາວ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຂົງເຂດການປົກຄອງ ສປປ ລາວ (ອົງການນິຕິບັນຍັດ, ບໍລິຫານ ແລະ ຕຸລາການ), ຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຂົງເຂດວຽກງານເສດຖະກິດ, ຂົງເຂດວຽກງານວັດທະນະທໍາ-ສັງຄົມ ແລະ ຂົງເຂດການພົວພັນການຕ່າງປະເທດ ...
Read More »ADB ຄາດວ່າ GDP ຂອງອາຊີ ປີໜ້າຈະເຕີບໂຕ 6,8% ແລະ ລາວ ຈະເຕີບໂຕຢູ່ທີ່………
ກິດຈະການທາງເສດຖະກິດໃນອາຊີກຳລັງພັດທະນາຄາດວ່າຈະຫົດຕົວ 0,4% ໃນປີນີ້ ກ່ອນທີ່ຈະເພີ່ມຂຶ້ນເຖິງ 6,8% ໃນປີ 2021 ເນື່ອງຈາກພູມມິພາກນີ້ ກຳລັງກ້າວໄປສູ່ການຟື້ນຕົວຈາກຜົນກະທົບຂອງການແຜ່ລະບາດຂອງໂລກໂຄວິດ-19 ຕາມລາຍງານຂອງທະນາຄານ ເພື່ອການພັດທະນາອາຊີ (ADB) ໃນວັນທີ 10 ທັນວາ 2020 ນີ້. ການຄາດການເຕີບໃໝ່ທີ່ນຳສະເໜີເປັນສ່ວນເສີມຂອງການອັບເດດ Asian Development Outlook (ADO) ປີ 2020 ເປັນການປັບປຸງຈາກການຄາດການເຕີບໂຕຂອງຜະລິດຕະພັນ ພາຍໃນ (GDP) ໃນເດືອນກັນຍາ -0,7% ໃນຂະນະທີ່ແນວໂນ້ມປີ 2021 ຍັງຄົງບໍ່ປ່ຽນແປງ ແຕ່ແນວໂນ້ມຈະແຕກຕ່າງກັນ ພາຍໃນພູມມີພາກ ໂດຍອາຊີຕາເວັນອອກມີແນວໂນ້ມທີ່ຈະເຕີບໂຕໃນປີນີ້ໃນຂະນະທີ່ພາກອື່ນໆກຳລັງຫົດຕົວ. ຄາດການເຕີບໂຕໃນປີ 2020 ໃນອາຊີຕາເວັນອອກເພີ່ມຂຶ້ນຈາກ 1,3% ເປັນ 1,6% ການເຕີບໂຕໃນປີ 2021 ຍັງຄົງຄາດການໄວ້ທີ່ 7,0% ການຄາດການກ່ອນໜ້ານີ້ ໃນອາຊີຕາເວັນອອກສຽງໃຕ້ຄາດວ່າຈະຫົດຕົວ 4,4% ໃນປີ 2020 (ຕົວເລກເກົ່າ 3, 8%) ແລະ ການເຕີບໂຕໃນປີ 2021 ຄາດວ່າຈະຢູ່ທີ່ 5,2% ແທນທີ່ຈະເປັນ 5,5%. ...
Read More »ການທ່ອງທ່ຽວລາວ ຍັງບໍ່ທັນຫັນໄປສູ່ອຸດສາຫະກໍາທີ່ແທ້ຈິງ………………..
ໂດຍປະຕິບັດຕາມຍຸດທະສາດພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ທີ່ຖືເອົາການທ່ອງ ທ່ຽວ ເປັນຕົວຂັບເຄື່ອນໃຫ້ເສດຖະກິດຂອງຊາດເຕີບໂຕ, ວຽກງານທ່ອງທ່ຽວໄດ້ຮັບການສົ່ງເສີມ ແລະ ພັດພັດທະນາທາງດ້ານໂຄງລ່າງພື້ນຖານ, ແຫລ່ງທ່ອງທ່ຽວ, ສະຖານທີ່ພັກເຊົາ, ຮ້ານອາຫານ, ຜະລິດ ຕະພັນການທ່ອງທ່ຽວໃໝ່ ແລະ ການບໍລິການ ໂດຍໄດ້ຮັບທຶນຈາກລັດຖະບານ, ເງິນກູ້ຢືມ ແລະ ຊ່ວຍ ເຫລືອລ້າຈາກທະນາຄານພັດທະນາອາຊີ ໄລຍະ 1 ແລະ 2 ເພື່ອພັດທະນາໂຄ່ງລ່າງພື້ນຖານເພື່ອຮັບໃຊ້ການທ່ອງທ່ຽວ, ການຊ່ວຍເຫລືອລ້າຈາກປະເທດນິວຊິແລນ ແລະ ຄູ່ຮ່ວມພັດທະນາອີກຈໍານວນໜຶ່ງ. ຢ່າງໃດກໍຕາມ ໃນໄລຍະຜ່ານມາ ການທ່ອງທ່ຽວຂອງລາວ ຍັງບໍ່ທັນຫັນໄປສູ່ອຸດສາຫະກໍາທີ່ແທ້ຈິງ ແລະ ພື້ນຖານໂຄງລ່າງຍັງຈໍາກັດ ເນື່ອງຈາກເສັ້ນທາງເຂົ້າເຖິງແຫລ່ງທ່ອງທ່ຽວຢູ່ເຂດຫ່າງໄກຫລາຍແຫ່ງ ຍັງພົບຄວາມຫຍຸ້ງຍາກ, ບໍ່ໄດ້ຕາມມາດຕະຖານ, ເສັ້ນທາງເຊື່ອມຕໍ່ທາງບົກ ແລະ ທາງອາກາດ ໄປສູ່ຕະຫລາດເປົ້າໝາຍທາງໄກຍັງມີໜ້ອຍ; ການໂຄສະນາການທ່ອງທ່ຽວ ບໍ່ທັນມີຄຸນນະພາບສູງ, ຍັງບໍ່ທັນເຂົ້າເຖິງທຸກຕະຫລາດເປົ້າໝາຍ, ຮູບການໂຄສະນາບໍ່ທັນດຶງດູດປະທັບໃຈ ແລະ ການຄຸ້ມຄອງການ ທ່ອງທ່ຽວຍັງຂາດປະສິດທິພາບ. ທ່ານ ກິແກ້ວ ໄຂຄໍາພິທູນ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ລາຍງານໃນກອງປະຊຸມ ໃຫຍ່ອົງຄະນະພັກກະຊວງ ຖວທ ...
Read More »