ສຸດອະລັງການ!! ງານເປີດໂຕລົດໄຟຟ້າລຸ້ນໃຫມ່ລ່າສຸດ BYD e2

ໃນວັນທີ 12 ທັນວາ 2020 ທີ່ຜ່ານມາ ບໍລິສັດລົດຍົນ BYD ໄດ້ເປີດໂຕລົດ BYD e2 ຢ່າງຍິ່ງໃຫຍ່ຂຶ້ນຢູ່ທີ່ຢູ buddyNong studio, ໂດຍການເປັນປະທານຂອງທ່ານ Mango Wan ຜູ້ອໍານວຍການບໍລິສັດລົດຍົນ ຂອງ BYD Laos , ໃຫ້ກຽດເຂົ້າຮ່ວມໂດຍທ່ານ ທ່ານ ຈັນໂທ ມີລັດຕະນະແພງ ຫົວໜ້າສະຖາບັນສົ່ງເສີມພະລັງງານທົດແທນ ພ້ອມດ້ວຍບັນດາແຂກ VIP ຈາກທາງ Commercial dept, ຄົນດັງວົງການບັນເທິງລາວ, ສື່ມວນຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ในภาพอาจจะมี 1 คน

BYD ເປັນບໍລິສັດຂາຍລົດທີ່ຜະລິດ ແລະ ນໍາເຂົ້າຈາກປະເທດຈີນ, ເຊິ່ງເປີດໂຕຄັ້ງທໍາອິດໃນເດືອນ ກໍລະກົດ ປີ 2008 ຈົນເຖິງປີ 2015 ບໍລິສັດ BYD ໄດ້ຢຸດການຜະລິດລົດລຸ້ນທີ່ເຕີມນໍ້າມັນ ແລະ ຫັນມາຜະລິດລົດລຸ້ນໄຟຟ້າ ທັງນີ້ເພື່ອຫັນໄປສູ່ຄວາມທັນສະໄໝ ດັ່ງນັ້ນ, ຈຶ່ງຫັນມານໍາໃຊ້ໄຟຟ້າແທນການຈູດນໍ້າມັນ.

ในภาพอาจจะมี 4 คน, ผู้คนกำลังยืน และข้อความ
ในภาพอาจจะมี 6 คน, ผู้คนกำลังยืน และข้อความ

ເຊິ່ງລົດທີ່ເປີດໂຕໃໝ່ຫຼ້າສຸດໃນຄັ້ງນີ້ແມ່ນ BYD e2 ເປັນລົດລະບົບໄຟຟ້າ ແລະ ເຊັນເຊີທີ່ອັດສະລິຍະເຊິ່ງ:


  • ຄວບຄຸມດ້ວຍ e-Platform ສູງ BYD e-platform ໃໝ່ທີ່ມີລະບົບມໍເຕີ ຕົວຄວບຄຸມ ແລະ ກຳລັງຄວບຄຸມເພື່ອໃຫ້ໃຊ້ພະລັງງານຕ່ຳ ແລະ ມີປະສິດທິພາບທີ່ໂດດເດັ່ນກວ່າ.
  • ທ່ານສາມາດເລືອກໃຊ້ລະດັບໄຟຟ້າສອງລະດັບຄື 305Km/405 Km.
  • ອອກແບບທີ່ທັນສະໄໝມີຄວາມຫຼາກຫຼາຍຂອງພື້ນສີ, ມີການອອກແບບພື້ນລົດໃຫ້ກວ້າງຂຶ້ນ, ມີການຕັດສັດສ່ວນສີທອງທີ່ທ້າຍລົດ ເຮັດໃຫ້ມີຄວາມສະປອຣ໌ສ ແລະ ທັນສະໄໝຂຶ້ນກວ່າເກົ່າ.
  • ບໍ່ມີການປົດປ່ອຍແກ໊ລະບົບທີ່ບໍ່ມີການຂັບຖ່າຍມົນລະຜິດ ແລະ ປົດປ່ອຍແກ໊ສລະງັບສຽງໃຫ້ເບົາລົງ.
  • ມີທັງໝົດ 4 ສີ: ສີດໍາ, ສີຂາວ, ສີແດງ ແລະ ສີຟ້າ.

ຖືໄດ້ວ່າ BYD e2 ເປັນລົດໄຟຟ້າທີ່ມີລາຄາພຽງແຕ່ $24,900 ຕອບໂຈດການໃຊ້ຊີວິດທຸກເພດທຸກໄວ, ເໝາະແກ່ນັກສຶກສາ ແລະ ໄວເຮັດວຽກ ນໍາອີກ ທີ່ສໍາຄັນປະຢັດພະລັງງານດ້ວຍອີກ.

ໃນງານດັ່ງກ່າວນອກຈາກຈະເປີດໂຕລົດ BYD e2 ຢ່າງຍິ່ງໃຫຍ່ ອະລັງການແລ້ວ ຍັງມີການຫຼີ້ນກິດຈະກຳສຸດພິເສດເພື່ອລຸ້ນຮັບລາງວັນຕ່າງໆ.

Comments