ເປີດງານ ວາງສະແດງຮູບພາບ 45 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ສປປ ລາວ……….

ໃນວັນທີ 11 ທັນວາ 2020 ນີ້, ຫ້ອງວ່າການສູນກາງພັກ ໄດ້ຈັດງານວາງສະແດງຮູບພາບ 45 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງ ສປປ ລາວ ຢູ່ຫໍພິພິທະພັນໄກສອນ ພົມວິຫານ ນະຄອນຫລວງວຽງຈັນ ໂດຍມີທ່ານ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະ ນະທຳ ແລະ ທ່ອງທ່ຽວ, ມີບັນດາຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ ພ້ອມແຂກຖືກເຊີນ ເຂົ້າຮ່ວມ.

Image may contain: 1 person, indoor

ງານວາງສະແດງໃນຄັ້ງນີ້, ມີຮູບພາບທັງໝົດ 250 ກວ່າຮູບ, ທີ່ສ່ອງແສງໃຫ້ເຫັນເຖິງຜົນງານການເຄື່ອນໄຫວວຽກງານຂອງບັນດາຜູ້ນຳພັກ, ລັດ ໃນໄລຍະ 45 ປີ ຜ່ານມາ ຈົນເຖິງປັດຈຸບັນ, ເປັນຕົ້ນ ການເຕີບໃຫຍ່ຂະຫຍາຍຕົວ ແລະ ການຊີ້ນໍາ-ນໍາພາຂອງ ພັກປະຊາຊົນປະຕິວັດລາວ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຂົງເຂດການປົກຄອງ ສປປ ລາວ (ອົງການນິຕິບັນຍັດ, ບໍລິຫານ ແລະ ຕຸລາການ), ຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຂົງເຂດວຽກງານເສດຖະກິດ, ຂົງເຂດວຽກງານວັດທະນະທໍາ-ສັງຄົມ ແລະ ຂົງເຂດການພົວພັນການຕ່າງປະເທດ ແລະ ການເຊື່ອມໂຍງສາກົນ.

ທັງນີ້, ເພື່ອເປັນການປະກອບສ່ວນສະເຫລີມ ສະຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ ແລະ ລະນຶກວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 100 ປີ, ທັງເປັນການ ສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ, ຄຸນງາມຄວາມດີອັນເລີດລໍ້າ ຂອງປະທານ ໄກສອນ ພົມວິຫານ ແລະ ບັນດາສະຫາຍຜູ້ນໍາພັກ-ລັດ, ບັນດາພະນັກງານ, ນັກຮົບ ແລະ ປະຊາຊົນບັນດາເຜົ່າ ທີ່ໄດ້ອຸທິດຊີວິດ ແລະ ເລືອດເນື້ອ ເພື່ອພາ ລະກິດປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

Image may contain: 6 people, people standing and indoor

ໂອກາດດັ່ງກ່າວ, ທ່ານ ຄໍາຜາ ພິມມະສອນ ຮອງຫົວໜ້າຫ້ອງວ່າການສູນກາງພັກ ໄດ້ຍົກໃຫ້ເຫັນເຖິງ ມູນເຊື້ອແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງ ສປປ ລາວ ໃນໄລຍະ 45 ປີຜ່ານມາ ໂດຍຕອບສະໜອງກັບຄວາມມຸ່ງມາດປາຖະໜາ ອັນແຮງກ້າຂອງທົ່ວປວງຊົນລາວທັງຊາດ, ໃນວັນທີ 2 ທັນວາ 1975, ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດໄດ້ຕົກລົງ ສະຖາປະນາ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງເປັນທາງການ ນັ້ນແມ່ນໄຊຊະນະປະຫວັດສາດທີ່ເປັນຜົນລວມຍອດແຫ່ງການຕໍ່ສູ້ປະຕິວັດ ອັນລະອິດລະອ້ຽວ ເຊິ່ງເຕັມໄປດ້ວຍການເສຍສະຫລະ ແລະ ຄວາມຍາກລໍາບາກອັນນັບບໍ່ຖ້ວນ.

Image may contain: 5 people

ຕະຫລອດຫລາຍສິບປີຂອງປະຊາຊົນລາວ ພາຍໃຕ້ການນໍາພາຂອງພັກ, ໄຊຊະນະດັ່ງກ່າວ, ໄດ້ເປັນການລຶບລ້າງຢ່າງສິ້ນເຊີງລະບອບສັກດີນາ-ຫົວເມືອງຂຶ້ນແກ່ ຍາວມາຕັ້ງຫລາຍຮ້ອຍປີ, ເປັນການໄຂສັງກາດໃໝ່ໃນປະຫວັດການຄົງຢູ່ ແລະ ຂະຫຍາຍຕົວຂອງຊາດລາວເຮົາ ເຊິ່ງປະຊາຊົນຊາວຜູ້ອອກແຮງງານບັນດາເຜົ່າ ໄດ້ກາຍມາເປັນເຈົ້າຂອງປະເທດຊາດ ທີ່ມີເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຕົນເອງ, ປະເທດຊາດຂອງພວກເຮົາໄດ້ກ້າວເຂົ້າສູ່ໄລຍະແຫ່ງການສ້າງສາພັດທະນາເພື່ອຄວາມຈະເລີນຮຸ່ງເຮືອງ ແລະ ຄວາມກ້າວໜ້າທາງສັງຄົມຢ່າງແທ້ຈິງ. ພາຍຫລັງການສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພາລະກິດການປະຕິວັດຂອງປະເທດເຮົາກໍໄດ້ກ້າວເຂົ້າສູ່ໄລຍະໃໝ່ ເຊິ່ງເປັນໄລຍະແຫ່ງການປະຕິບັດສອງໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ດໍາເນີນພາລະກິດການປ່ຽນແປງໃໝ່, ໄລຍະແຫ່ງການສືບຕໍ່ສ້າງ ແລະ ຂະຫຍາຍລະບອບປະຊາທິປະໄຕ ປະຊາຊົນ, ສ້າງບັນດາປະຖົມປັດໄຈເພື່ອກ້າວຂຶ້ນສັງຄົມນິຍົມເທື່ອລະກ້າວ.

Image may contain: 6 people, people standing and indoor

ທ່ານ ຄໍາຜາ ພິມມະສອນຍັງໄດ້ຮຽກຮ້ອງ ໃຫ້ທົ່ວສັງຄົມ ກໍຄື ປະຊາຊົນລາວ ບັນດາເຜົ່າ ຈົ່ງເຂົ້າຮ່ວມ ໃນການພັດທະນາເສດຖະກິດ-ສັງຄົມຢ່າງຕັ້ງໜ້າ, ອອກແຮງປັບປຸງຊີວິດການເປັນຢູ່ຂອງຕົນໃຫ້ດີຂຶ້ນ, ແກ້ໄຂຄວາມທຸກຍາກໃຫ້ນັບມື້ນັບຫລຸດລົງ ດ້ວຍການອອກແຮງແຂ່ງຂັນກັນເພີ່ມພູນຜະລິດຜົນ, ສ້າງໃຫ້ມີການຜະລິດສິນຄ້າ ເພື່ອໃຊ້ສອຍຢູ່ພາຍໃນປະເທດ ແລະ ເພື່ອເປັນສິນຄ້າຂາອອກໃຫ້ນັບມື້ຫລາຍກ່ວາເກົ່າ. ພ້ອມກັນນັ້ນ, ກໍຕັ້ງໜ້າປົກປັກຮັກສາ ແລະ ເສີມຂະຫຍາຍຂະນົບທໍານຽມວັດທະນະທໍາອັນດີງາມຂອງຊາດ, ປະກອບສ່ວນພັດທະນາການສຶກສາ, ສາທາລະນະສຸກ ແລະ ປັບປຸງລະບົບການເມືອງຂັ້ນຕ່າງໆ ກໍຄືເຂົ້າຮ່ວມໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງເປັນເຈົ້າການ.

ແຫຼ່ງຂໍ້ມູນ: ຂປລ

Comments