ຄຳມ່ວນ ມີຍອດຊັບສິນທັງໝົດ ເພີ່ມຂຶ້ນ 22,52% ທຽບໃສ່ 10 ເດືອນ….

ທ່ານ ສອນໄຊ ສິດພະໄຊ ກຳມະການສຳຮອງສູນກາງພັກ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ ພ້ອມຄະນະ ໄດ້ພົບປະ ແລະ ປຶກສາຫາລືວຽກງານ ກັບທ່ານ ວັນໄຊ ພອງສະຫວັນ ເລຂາຄະນະພັກ, ຮັກສາການເຈົ້າແຂວງຄໍາມ່ວນ ທີ່ຫ້ອງວ່າການປົກຄອງແຂວງດັ່ງກ່າວ ໃນວັນທີ 14 ທັນວາ 2020 ເນື່ອງໃນໂອກາດທີ່ທ່ານໄດ້ຮັບໜ້າທີ່ເປັນເລຂາຄະນະພັກແຂວງ, ຮັກສາການເຈົ້າແຂວງຄໍາມ່ວນ ແລະ ຍັງຮັບຊາບບັນຫາສຳຄັນຕ່າງໆ ໂດຍສະເພາະສະພາບການຈັດຕັ້ງປະຕິບັດການດຳເນີນທຸລະກຳການເງິນ ຂອງຂະແໜງການທະນາຄານ ແລະ ສະຖາບັນການເງິນຈຸລະພາກ ຢູ່ແຂວງດັ່ງກ່າວ.

Image may contain: 2 people, people sitting

ການພົບປະໃນຄັ້ງນີ້, ສອງຝ່າຍ ຍັງຕີລາຄາສູງ ຕໍ່ໝາກຜົນແຫ່ງການເຄື່ອນໄຫວວຽກງານໃນຜ່ານມາ ແລະ ຍັງຈະພ້ອມກັນຮ່ວມມື, ປະກອບສ່ວນເຂົ້າໃນການແກ້ໄຂບັນຫາຂໍ້ຄົງຄ້າງ ທີ່ຕິດພັນກັບວຽກງານທະນາຄານແລະ ສະຖາບັນການເງິນຈຸລະພາກ ຢູ່ແຂວງຄຳມ່ວນ ໃຫ້ດີຂຶ້ນເປັນກ້າວໆ ແນໃສ່ເພື່ອນຳໃຊ້ແຫລ່ງທຶນທະນາຄານແລະ ສະຖາບັນການເງິນຈຸລະພາກ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງຄຳມ່ວນ ເຮັດໃຫ້ຊາວແຂວງຄຳມ່ວນ ມີຊີວິດການເປັນຢູ່ດີຂຶ້ນເປັນກ້າວໆ.

ໄລຍະດຽວກັນນີ້, ທ່ານຜູ້ວ່າການທະນາຄານແຫ່ງ ສປປ ລາວ ຍັງໄດ້ພົບປະໂອ້ລົມກັບບັນດາສາຂາ/ໜ່ວຍບໍລິການທະນາຄານທີ່ດຳເນີນທຸລະກິດຢູ່ແຂວງດັ່ງກ່າວ ຊຶ່ງປັດຈຸບັນມີ 5 ສາຂາທະນາຄານ, 23 ໜ່ວຍບໍລິການ (ລວມໜ່ວຍບໍລິການ ທະນາຄານຮ່ວມພັດທະນາ, ນະໂຍບາຍ, ພັດທະນາລາວ ສາຂາຫລັກ 20 ແລະ ທະນາຄານອິນໂດຈີນ; 4 ໜ່ວຍແລກປ່ຽນ, ຕູ້ຝາກເງິນ 1 ຕູ້ ແລະ ຕູ້ ATM 51 ໜ່ວຍ; ມີຍອດຊັບສິນທັງໝົດ ເພີ່ມຂຶ້ນ 22,52% ທຽບໃສ່ 10 ເດືອນປີ 2019, ຍອດສິນເຊື່ອທັງຫມົດ 395 ຕື້ກີບ ທຽບໃສ່ປີ 2019 ເພີ່ມຂຶ້ນ 15,24%; NPLs ກວມອັດຕາສ່ວນ 2,11% ຂອງຍອດສິນເຊື່ອທັງຫມົດ ເມື່ອທຽບໃສ່ປີ 2019 ຫລຸດລົງ 69,47%; ສາຂາທະນະຄານທຸລະກິດ ສາມາດສ້າງລາຍຮັບທັງຫມົດ 351 ຕື້ກີບ, ສົ່ງຜົນໃຫ້ການດໍາເນີນທຸລະກິດກໍາໄລ ຈໍານວນ 71 ຕື້ກີບ (ເດືອນ 10 ປີ 2009 ກໍາໄລ 17,62 ຕື້ກີບ) ທຽບໃສປີ 2019 ກໍາໄລເພີ່ມຂຶ້ນ 303,46%.

Image may contain: 2 people, people sitting

ທ່ານຜູ້ວ່າການທະນາຄານແຫ່ງ ສປປ ລາວ ຍັງໃຫ້ກຽດຊີ້ນຳພະນັກງານທະນາຄານ ໃຫ້ທຸກຄົນເສີມຂະ ຫຍາຍຜົນງານທີ່ຕັ້ງໜ້າ; ແກ້ໄຂບັນຫາອ່ອນ, ຂໍ້ຄົງຄ້າງໃນຜ່ານມາ ໂດຍສະເພາະແມ່ນສະໜອງແຫລ່ງທຶນ ໃຫ້ຖືກເປົ້າໝາຍ, ຫລີກເວັ້ນການປ່ອຍສິນເຊື່ອທີ່ຂາດການວິເຄາະ-ວິໄຈ ແນໃສ່ເຮັດໃຫ້ປະຊາຊົນບັນດາເຜົ່າ ໄດ້ມີທຶນຮອນເຂົ້າໃນການຜະລິດ, ທຸລະກິດ ແລະ ການບໍລິການ ຕາມແນວທາງຂອງພັກ ແລະ ລັດຖະບານ.

ແຫຼ່ງຂໍ້ມູນ: ຂປລ

Comments