ໃນຕອນບ່າຍ ວັນທີ 10 ທັນວາ 2020, ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ), ທ່ານ ລຽນ ທີແກ້ວ, ລັດຖະມົນຕີປະຈຳສຳນັກງານນາຍົກ ຕາງໜ້າໃຫ້ ຫສນຍ ໄດ້ຮັບເຄື່ອງຊ່ວຍເຫຼືອປ້ອງກັນພະຍາດ ໂຄວິດ-19 (ຜ້າອັດປາກອະນາໄມ ຈຳນວນ 10.000 ແຜ່ນ) ຈາກບໍລິສັດ ລາວອາຊີ ພັດທະນາເສດຖະກິດ ແລະ ການລົງທຶນ ບ໊ອກ ຈຳກັດ. ໂດຍການກ່າວມອບ ຂອງ ທ່ານ ຈ້າວ ເວີນ ຢູ (ZHAO WEN YU) ທູດເສດຖະກິດ ຈາກສຳນັກງານທູດເສດຖະກິດຈີນ; ມີພະນັກງານທີ່ກ່ຽວຂ້ອງ ຂອງ ຫສນຍ ແລະ ບໍລິສັດ ທີ່ນຳເຄື່ອງມາມອບ ເຂົ້າຮ່ວມ. ໃນໂອກາດນີ້, ທ່ານ ລຽນ ທີແກ້ວ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ການຊ່ວຍເຫຼືອ ຂອງບໍລິສັດ ລາວອາຊີ ພັດທະນາເສດຖະກິດ ແລະ ການລົງທຶນ ບ໊ອກ ຈຳກັດ, ...
Read More »ຂ່າວ ພາຍໃນປະເທດ
ຈີນສັນຍາຈະສະໜອງຢາວັກຊິນພະຍາດໂຄວິດ-19 ໃຫ້ແກ່ປະເທດຕ່າງໆໃນໂລກ……..
ໃນກອງປະຊຸມສຸດຍອດ G20 ທີ່ຈັດຂຶ້ນໃນເມື່ອບໍ່ດົນມານີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ໃຫ້ຄຳເຫັນສັນຍາຕໍ່ໂລກວ່າຈະສະໜອງການຊ່ວຍເຫຼືອແລະໃຫ້ການສະໜັບສະໜູນແກ່ປະເທດພວມພັດທະນາອື່ນໆເພື່ອເຮັດໃຫ້ຢາວັກຊິນພະຍາດໂຄວິດ-19 ກາຍເປັນຜະລິດຕະພັນສາທາລະນະທີ່ປະຊາຊົນຂອງປະເທດຕ່າງໆສາມາດເຂົ້າເຖິງແລະສາມາດຊີ້ໄດ້. ຄຽງຄູ່ກັບການຊຸກຍູ້ວຽກງານຄົ້ນຄວ້າຜະລິດຢາວັກຊິນພະຍາດໂຄວິດ-19ຂອງຈີນ, ຄວາມມຸ່ງຫວັງດັ່ງກ່າວພວມໄດ້ບັນລຸຜົນເປັນຈິງ. ວັນທີ 9 ທັນວານີ້, ກະຊວງສາທາລະນະສຸກແລະປ້ອງກັນພະຍາດສະຫະລັດອາຣັບເອມີເຣດໄດ້ປະກາດວ່າ:ໄດ້ອະນຸຍາດໃຫ້ກຸ່ມບໍລິສັດການຢາແຫ່ງຊາດຈີນຂຶ້ນທະບຽນຢາວັກຊິນພະຍາດໂຄວິດ-19 ຢູ່ໃນປະເທດຕົນຢ່າງເປັນທາງການ. ກ່ອນໜ້ານີ້, ຢາວັກຊິນພະຍາດໂຄວິດ-19 1 ລ້ານຫຼອດງວດທີສອງຂອງຈີນໄດ້ຖືກສົ່ງໄປລັດຊາວປາວໂລປະເທດບຣາຊີນ; ຢາວັກຊິນພະຍາດໂຄວິດ-19 ຈຳນວນ 1,2 ລ້ານຫຼອດງວດທຳອິດຂອງຈີນໄດ້ຖືກສົ່ງໄປຮອດນະຄອນຫຼວງຈາກາຕາປະເທດອິນໂດເນເຊຍແລະອື່ນໆ. ປັດຈຸບັນນີ້, ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ໃນໂລກມີທັງໝົດເກືອບ 70 ລ້ານກໍລະນີ, ການສັກຢາວັກຊິນທີ່ມີປະສິດທິຜົນແລະມີຄວາມປອດໄພແມ່ນວິທີທີ່ບັງເກີດຜົນແລະຖືກຕ້ອງທີ່ສຸດໃນການຕ້ານກັບພະຍາດໂຄວິດ-19. ສະນັ້ນ, ການສັກຢາວັກຊິນໂດຍໄວແມ່ນຄວາມຕ້ອງການອັນຮີບດ່ວນຂອງຫຼາຍປະເທດ, ຄວາມຂັດແຍ້ງກັນດ້ານການສະໜອງແລະຄວາມຕ້ອງການຢາວັກຊິນກໍ່ໄດ້ປະກົດຂຶ້ນ. ໃນຖານະເປັນປະເທດແຖວໜ້າໃນການຄົ້ນຄວ້າຜະລິດຢາວັກຊິນໃນໂລກ,ຈີນໄດ້ປະຕິບັດຄຳເຫັນສັນຍາຂອງຕົນໃນເວລາທີ່ສຳຄັນແບບນີ້,ຈີນຈະຊຸກຍູ້ໃຫ້ສະພາບຄວາມຂັດແຍ້ງກັນດ້ານການສະໜອງແລະຄວາມຕ້ອງການຢາວັກຊິນໃນໂລກຫຼຸດໜ້ອຍລົງ,ສ້າງຄວາມຫວັງໃໝ່ໃຫ້ແກ່ໂລກໃນການຕ້ານພະຍາດໂຄວິດ-19. ຫວ່າງມໍ່ໆມານີ້, ທ່ານ ຫວາງຢີ້ ທີ່ປຶກສາແຫ່ງລັດທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນ,ຜູ້ຕາງໜ້າພິເສດຂອງທ່ານປະທານ ສີຈິ້ນຜິງໄດ້ກ່າວຄຳປາໄສຜ່ານທາງວິດີໂອໃນກອງປະຊຸມຮ່ວມສະໄໝພິເສດກ່ຽວກັບບັນຫາພະຍາດໂຄວິດ-19 ໂດຍໄດ້ກ່າວຢືນຢັນອີກຄັ້ງໜຶ່ງວ່າ: ຈີນຈະສືບຕໍ່ໃຫ້ການສະໜັບສະໜູນແລະຊ່ວຍເຫຼືອແກ່ປະເທດທີ່ມີຄວາມຕ້ອງການ,ເພື່ອປະກອບສ່ວນເຂົ້າໃນການສ້າງປະຊາຄົມຮ່ວມສາທາລະນະສຸກຂອງມວນມະນຸດ. ເຊິ່ງເປັນການສະແດງຄວາມມຸ່ງຫວັງທີ່ຈິງໃຈຂອງຈີນທີ່ມີຕໍ່ໂລກອີກຄັ້ງໃໝ່ໃນການຮ່ວມມືກັນຕ້ານກັບພະຍາດໂຄວິດ-19. ນອກຈາກສະຫະລັດອາຣັບເອມີເຣດ, ບຣາຊິນແລະອິນໂດເນເຊຍແລ້ວ, ແມັກຊິກ,ຕວກກີແລະປະເທດອື່ນໆກໍ່ໄດ້ຈອງຊື້ຢາວັກຊິນພະຍາດໂຄວິດ-19 ຈຳນວນຫຼວງຫຼາຍນຳຈີນ. ຢາວັກຊິນພະຍາດໂຄວິດ-19 ເປັນທີ່ຍອມຮັບຈາກປະເທດພາຄີກໍພໍດີເປັນການຕອບໂຕ້ຄືນທີ່ດີທີ່ສຸດຕໍ່ການປ່າວຂ່າວແລະການໃສ່ຮ້າຍປາຍສີວ່າ “ຈີນເອົາຢາວັກຊິນພະຍາດໂຄວິດ-19 ເປັນເຄື່ອງມືການເມືອງພູມິພາກ”. ແຫຼ່ງຂໍ້ມູນ: ຊີອາໄອ
Read More »ຜົນສໍາເລັດຂອງກອງປະຊຸມໃຫຍ່ ຄັ້ງທີ V ອົງຄະນະພັກກະຊວງ ຖວທ………
ກອງປະຊຸມໃຫຍ່ ຄັ້ງທີ V ອົງຄະນະພັກກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ອັດລົງຢ່າງເປັນທາງການ ດ້ວຍຜົນສໍາເລັດອັນສະຫງ່າງາມ ໃນຕອນບ່າຍ ຂອງວັນທີ 10 ທັນວາ 2020, ທີ່ຫໍວັດທະນະທຳແຫ່ງຊາດ, ນະຄອນຫລວງວຽງຈັນ, ເຊິ່ງກອງປະຊຸມໄດ້ເລືອກຕັ້ງເອົາຄະນະບໍລິຫານງານພັກກະຊວງ ຖວທ ສະໄໝທີ V ຈໍານວນ 23 ສະຫາຍ, ຍິງ 3 ສະຫາຍ ຢ່າງມີປະຊາທິປະໄຕ, ມີຄວາມຮັບຜິດຊອບສູງ ແລະ ຖືກຕ້ອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ເພື່ອເປັນຫລັກແຫລ່ງແກ່ນສານ ໃນການຊີ້ນຳ-ນຳພາວຽກງານ ຖວທ ຢ່າງຮອບດ້ານ ໃນໄລຍະ 5 ປີຕໍ່ໜ້າ. ຂະນະດຽວກັນ, ກອງປະຊຸມຄັ້ງປະຖົມມະລຶກໄດ້ເລືອກເອົາຄະນະປະຈໍາ ພັກກະຊວງ ຖວທ ສະໄໝທີ V ຈໍານວນ 7 ສະຫາຍ ພ້ອມກັນນີ້, ໄດ້ເປັນເອກະສັນເລືອກເອົາ ສະຫາຍ ກິແກ້ວ ໄຂຄຳພິທູນ ເປັນເລຂາຄະນະບໍລິຫານງານພັກກະຊວງ ຖວທ, ສະຫາຍ ວັນສີ ກົວມົວ ເປັນຮອງເລຂາ ທັງເປັນປະທານກວດກາພັກ, ...
Read More »ຜູ້ປະກອບການການຜະລິດສິນຄ້າທົ່ວປະເທດ ກຽມເຂົ້າຮ່ວມວາງສະແດງສິນຄ້າລາວ 2020…………..
ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ຮ່ວມກັບສະພາການຄ້າ ແລະ ອຸດສາຫະກຳນະຄອນຫຼວງວຽງຈັນ ແລະ ກົມສົ່ງເສີມການຄ້າກະຊວງ ອຸດສາຫະກຳ ແລະ ການຄ້າ ຖະແຫຼງຂ່າວກຽມຈັດງານສະແດງສິນຄ້າລາວປະຈໍາປີ 2020 ທີ່ສູນການຄ້າລາວ-ໄອເຕັກ ເພື່ອສົ່ງເສີມການຜະລິດ ແລະ ຊົມໃຊ້ສິນຄ້າຂອງລາວ. ພິທີຖະແຫຼງຂ່າວຈັດຂຶ້ນວັນທີ 10 ທັນວາ 2020 ທີ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ( ສຄອຊ) ເຂົ້າຮ່ວມຂອງທ່ານ ສີສັງຄົມ ໂຄດໂຍທາ ຮອງກົມສົ່ງເສີມການຄ້າ, ທ່ານ ນາງຈັນທະຈອນ ວົງໄຊ ຮອງປະທານ ສຄອຊ ມີຜູ້ປະກອບການ ພາກທຸລະກິດເຂົ້າຮ່ວມ. ທ່ານ ນາງ ຈັນທະຈອນ ວົງໄຊ ກ່າວວ່າ: ປະເທດເຮົາໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ -19 ເພື່ອເປັນການກະຕຸ້ນເສດຖະກິດພາຍໃນ, ຊຸກຍູ້ໃຫ້ມີການໃຊ້ຈ່າຍ ແລະ ການບໍລິການ ພາຍໃນປະເທດໃຫ້ຫຼາຍຂຶ້ນ ພ້ອມທັງເປັນການສົ່ງເສີມການຜະລິດພາຍໃນ ແລະ ສົ່ງເສີມສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບການ, ສຄອຊ ຮ່ວມກັບ ສຄອ ນະຄອນຫຼວງວຽງຈັນ ແລະ ສຄອ ບັນດາແຂວງ, ສະມາຄົມ, ...
Read More »ຫາລື ການປັບປຸງ ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ…….
ກະຊວງແຜນການ ແລະ ການລົງທຶນ ຈັດກອງປະຊຸມປຶກສາຫາລືລະດັບວິຊາການກ່ຽວກັບ ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ເພື່ອກະກຽມໃຫ້ແກ່ກອງປະຊຸມໂຕະມົນລະດັບສູງ, ທັງນີ້ ເພື່ອກໍແນໃສ່ຮັບປະກັນເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມໃນຕໍ່ໜ້າ ມີການຫັນປ່ຽນຢ່າງຕັ້ງໜ້າ, ຮອບດ້ານ ແລະ ເຂົ້າສູ່ລວງເລິກກວ່າເກົ່າ ແລະ ເພື່ອເລັ່ງລັດການປະຕິຮູບໂຄງສ້າງເສດຖະກິດ, ຮັບປະກັນໃຫ້ມີການຫັນປ່ຽນຢ່າງຮອບດ້ານ ກ້າວໄປສູ່ການເຕີບໂຕເສດຖະກິດທີ່ມີຄຸນນະພາບ, ຍືນຍົງ ແລະ ມີຄວາມຫລາກຫລາຍ, ທັງສືບຕໍ່ຜັນຂະຫຍາຍບັນດານະໂຍບາຍ ແລະ ຍຸດທະສາດໃນການສະໜັບສະໜູນການຫລຸດພົ້ນອອກຈາກສະຖານະປະເທດດ້ອຍພັດທະນາ, ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ແລະ ການຈັດຕັ້ງປະຕິບັດຍຸດທະສາດການເຕີບໂຕສີຂຽວ. ກອງປະຊຸມດັ່ງກ່າວ ຈັດຂຶ້ນໃນວັນ 10 ທັນວ່າ 2020 ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ນາງ ພອນວັນ ອຸທະວົງ ຫົວໜ້າກົມແຜນການ, ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ນາງ ລິຄາດາ ຣິເກີ ຜູ້ຕາງໜ້າອົງການສະຫະປະຊາຊາດປະຈຳ ສປປ ລາວ, ມີຜູ້ຕາງໜ້າຈາກບັນດາກະຊວງ, ຂະແໜງການຕ່າງໆ, ບັນດາແຂວງ, ອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ, ບັນດາທູຕານຸທູດ ແລະ ທຸກຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ. ...
Read More »ເປີດແລ້ວ ບຸນມະໂຫລານຊາວໜຸ່ມ-ເຍົາວະຊົນທົ່ວປະເທດ……
ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ສຊປລ) ເປີດບຸນມະໂຫລານຊາວໜຸ່ມ-ເຍົາ ວະຊົນ ທົ່ວປະເທດປະຈໍາປີ 2020 ໃນວັນທີ 9 ທັນວາ 2020 ຢ່າງເປັນທາງການ ຢູ່ສູນການຄ້າລາວ-ໄອເຕັກ ນະຄອນຫລວງວຽງຈັນ, ໂດຍມີ ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ມີບັນດາການນໍາພັກ-ລັດ, ຜູ້ຕາງໜ້າຈາກອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ຊາວໜຸ່ມ, ເຍົາວະຊົນ ແລະ ມວນຊົນພາຍໃນນະຄອນຫລວງວຽງຈັນເຂົ້າຮ່ວມເປັນຈໍານວນຫລວງຫລາຍ. ທ່ານ ອາລຸນໄຊ ສູນນະລາດ ໄດ້ກ່າວວ່າ: ບຸນມະໂຫລານຊາວໜຸ່ມ-ເຍົາວະຊົນ ປີ 2020 ນີ້, ຈັດ ຂຶ້ນພາຍໃຕ້ຫົວຂໍ້ “ລະນຶກເຖິງມູນເຊື້ອຊາວໜຸ່ມຮຸ່ນກ່ອນ ແລະ ເສີມຂະຫຍາຍບົດບາດຊາວໜຸ່ມຍຸກ ໃໝ່” ຊຶ່ງແມ່ນກິດຈະກໍາສໍາຄັນໜຶ່ງ ເພື່ອຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆຂອງຊາດ-ຂອງພັກ ໃຫ້ມີບັນຍາກາດຟົດຟື້ນ ແລະ ສະແດງໃຫ້ເຫັນການຫັນແບບແຜນ ແລະ ຮູບແບບການເຄື່ອນໄຫວໄປສູ່ທັນສະໄໝທີ່ມີວິທະຍາສາດ, ສົ່ງເສີມຄວາມຮູ້ຄວາມສາມາດ, ທັກສະ, ຫົວຄິດປະດິດສ້າງ, ຊອກໃຫ້ໄດ້ບຸກຄົນດີເດັ່ນ, ວຽກຈິງຄົນແທ້ ເພື່ອເປັນຕົວແບບຂອງຊາວໜຸ່ມໃນທຸກຂົງເຂດ. ພ້ອມນີ້, ຍັງເປັນການເຕົ້າໂຮມຄວາມສາມັກຄີ, ໂຄສະນາເຜີຍແຜ່ມູນເຊື້ອການສຶກສາອົບຮົມ ການເມືອງ-ແນວຄິດຄຸນສົມບັດສິນທຳປະຕິວັດ, ສະແດງໃຫ້ເຫັນບົດບາດຂອງຄະນະຊາວໜຸ່ມ ...
Read More »ສອງລັດຖະມົນຕີ ການຕ່າງປະເທດ ໂອ້ລົມ ການຮ່ວມມືທາງດ້ານເສດຖະກິດ….
ວັນທີ 10 ທັນວາ 2020 ນີ້, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໂອ້ລົມຜ່ານລະບົບທາງໄກ ກັບ ທ່ານ ນາງ ອາດາຈິຊາ ອາເບີຕີນາ ຊາເວຍ ໄຣສ ມາກໂນ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມື ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ລາວ ແລະ ຕີມໍ-ເລສເຕ. ການໂອ້ລົມຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ທີ່ໄດ້ຮັບການພັດທະນາ ແລະ ເສີມຂະຫຍາຍ ຕະຫຼອດໄລຍະຫຼາຍກວ່າ 2 ທົດສະວັດ ຜ່ານມາ, ນັບແຕ່ສອງປະເທດ ໄດ້ມີການສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 29 ກໍລະກົດ 2002, ເຊິ່ງສະແດງອອກ ໃນການແລກປ່ຽນ ການຢ້ຽມຢາມຂອງການນໍາຂັ້ນສູູງຂອງສອງປະເທດ ...
Read More »ກອງປະຊຸມໃຫຍ່ອົງຄະນະພັກກະຊວງ ຖວທ ຄັ້ງທີ V ໄຂຂຶ້ນຢ່າງເປັນທາງການ…………….
ກອງປະຊຸມໃຫຍ່ອົງຄະນະພັກກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຄັ້ງທີ V ໄຂຂຶ້ນຢ່າງເປັນທາງການ ໃນວັນຕອນເຊົ້າຂອງວັນທີ 10 ທັນວາ 2020 ທີ່ນະຄອນຫລວງວຽງຈັນ ພາຍໃຕ້ຄໍາຂວັນ “ການນໍາພາ ເຂັ້ມແຂງ, ການຄຸ້ມຄອງສັກສິດ, ຂ່າວສານທັນສະໄໝ, ວັດທະນະທໍາສີວິໄລ, ທ່ອງທ່ຽວຍືນຍົງ” ໂດຍການເປັນປະທານຂອງ ສະຫາຍ ກິແກ້ວ ໄຂຄໍາພິທູນ ເລຂາທິການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງ ຖວທ, ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ພ້ອມດ້ວຍຮອງເລຂາ ແລະ ກໍາມະການໃນຄະນະພັກກະຊວງ ຖວທ, ພະນັກງານອາວຸໂສບຳນານ ແລະ ຜູ້ແທນສົມບູນ ຈຳນວນ 204 ສະຫາຍ, ຍິງ 63 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວກະຊວງ ຖວທ ຈຳນວນ 849 ສະຫາຍ, ຍິງ 307 ສະຫາຍ ແລະ ແຂກຮັບເຊີນເຂົ້າຮ່ວມ. ກອງປະຊຸມໃຫຍ່ຄັ້ງນີ້ ...
Read More »ການພັດທະນາເສດຖະກິດ ຂອງອັດຕະປື ຂະຫຍາຍຕົວສະເລ່ຍບໍ່ຫຼຸດ 7%…………
ເຖິງວ່າການພັດທະນາເສດຖະກິດ – ສັງຄົມ ຂອງແຂວງອັດຕະປື ໃນໄລຍະ 5 ປີ 2016 – 2020 ຈະໄດ້ຮັບຜົນກະທົບຫຼາຍດ້ານ ແຕ່ຍ້ອນການເອົາໃຈໃສ່ຂອງຄະນະນຳແຂວງ ແລະ ຂະແໜງການກ່ຽວຂ້ອງ ເຮັດໃຫ້ເສດຖະກິດມີການຂະຫຍາຍຕົວສະເລ່ຍບໍ່ຫຼຸດ 7% ຕໍ່ປີ, ແຕ່ຍ້ອນມີຫຼາຍປັດໄຈທີ່ເຮັດໃຫ້ໃນໄລຍະ 2-3 ປີຫຼັງ ບັນດາທີ່ເປັນຂະແໜງການເສົາຄໍ້າຫຼັກມີການເຕີບໂຕຫຼຸດຄາດໝາຍທີ່ກຳນົດໄວ້. ທ່ານ ທະນູໄຊ ບັນຊາລິດ ຄະນະປະຈຳພັກແຂວງ ຜູ້ຊີ້ນຳວຽກງານເສດຖະກິດ ແຂວງອັດຕະປື ໄດ້ກ່າວວ່າ: ໃນໄລຍະ 5 ປີຜ່ານມາ ເສດຖະກິດຂອງແຂວງອັດຕະປື ( GDP ) ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ດ້ວຍອັດຕາສະເລ່ຍ 7,5% ຕໍ່ປີ ຫຼຸດແຜນ 0,5% ຍ້ອນໄດ້ຮັບຜົນກະທົບ 2-3 ປີຕິດຕໍ່ກັນ ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນ ບັນລຸໄດ້ 2.011 ໂດລາສະຫະລັດ ຫຼຸດແຜນ 889 ໂດລາສະຫະລັດ. ໂຄງປະກອບເສດຖະກິດ ໄດ້ຫັນປ່ຽນໄປຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝເທື່ອລະກ້າວ. ໃນນີ້, ຂະແໜງກະສິກໍາ ກວມເອົາ 23,39% ຫຼຸດແຜນ ...
Read More »ສທຄ ເລັ່ງສ້າງນັກວິຊາຊີບການເງິນ ຈຸລະພາກ ຍຸກ 4.0……
ສະຖາບັນການທະນາຄານ (ສທຄ) ເປັນສະຖາບັນການສຶກສາຂັ້ນສູງຂອງຊາດທີ່ຂຶ້ນກັບທະນາຄານແຫ່ງ ສປປລາວ(ທຫລ) ຊຶ່ງມີວິໄສທັດ ພັດທະນາການສຶກສາ ທີ່ມີຄຸນນະພາບທາງດ້ານການເງິນ-ການທະນາຄານ ເພື່ອໃຫ້ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ; ມີພາລະກິດ ນຳໃຊ້ວິທະຍາສາດການສຶກສາ ແລະ ເຕັກໂນໂລຊີທີ່ກ້າວໜ້າ ເພື່ອສ້າງ ແລະ ຍົກລະດັບບຸກຄະລາກອນດ້ານການເງິນ- ການທະນາຄານໃຫ້ມີຄຸນນະພາບ ພ້ອມນີ້, ຍັງປະຕິບັດຍຸດທະສາດໃນການພັດທະນາຄູ ແລະ ຫລັກສູດການຮຽນ- ການສອນໃຫ້ມີລັກສະນະຊາດ, ລັກສະນະວິທະຍາສາດ (ກ້າວໜ້າທັນສະໄໝ) ແລະ ລັກສະນະມະຫາຊົນ. ທ່ານ ປອ.ສັນຕິ ພົນເມືອງລາວ ຫົວໜ້າ ສທຄ ໄດ້ກ່າວໃນເວທີສົນທະນາວຽກງານການເງິນຈຸລະພາກ ໃນທ້າຍ ເດືອນພະຈິກຜ່ານມາວ່າ: ສທຄ ຮັບການສ້າງຕັ້ງຂຶ້ນໃນປີ 1979 ຊຶ່ງດຳເນີນການຮຽນ-ການສອນ ສາຂາການທະນາຄານ, ການເງິນ, ການບັນຊີ, ການເງິນຈຸລະພາກ ແລະ ສາຂາການບັນຊີ ແລະ ກວດສອບ ໂດຍມີຄູ-ອາຈານ ທີ່ມີຄວາມຮູ້-ຄວາມສາມາດໃນລະດັບທີ່ແນ່ນອນ; ມີນັກສຶກສາລະດັບຊັ້ນສູງ ແລະ ປະລິນຍາຕີໃນແຕ່ລະປີປະມານ 3.700 ຄົນ ສາມາດອອກຮັບໃຊ້ສັງຄົມປະມານ 1.200 ຄົນ; ສຳລັບຜົນການເຄື່ອນໄຫວ ແລະ ແຜນພັດທະນາຊັບພະຍາກອນມະນຸດ ...
Read More »