ສ້າງສື່ ໃຫ້ເປັນຊ່ອງທາງສະແດງຄວາມຄິດເຫັນ ທີ່ສ້າງສັນຂອງສັງຄົມ ຕໍ່ການບໍລິຫານຂອງລັດ………….

ທ່ານ ກິແກ້ວ ໄຂຄໍາພິທູນ ລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ໄດ້ລາຍງານຕໍ່ກອງປະຊຸມ ໃຫຍ່ອົງຄະນະພັກກະຊວງ ຖວທ ຄັ້ງທີ V ໃນວັນທີ 10 ທັນວາ 2020 ຜ່ານມານີ້ວ່າ: ການຈັດຕັ້ງປະຕິວັດວຽກງານສື່ມວນຊົນ ໃນໄລຍະ 5 ປີຜ່ານມາ ພວກເຮົາກໍຍັງມີຈຸດອ່ອນ ແລະ ຂໍ້ຄົງຄ້າງຈໍານວນໜຶ່ງ ທີ່ຕ້ອງເປັນເຈົ້າການສຸມໃສ່ແກ້ໄຂໃຫ້ຕົກໄປ ໂດຍສະເພາະ ການສ້າງກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍ ຍັງບໍ່ພຽງພໍ ໃນດ້ານຈໍານວນ ແລະ ຄຸນນະພາບບໍ່ສູງ, ການປະຕິບັດກົດໝາຍ, ລະບຽບການຄຸ້ມຄອງທີ່ມີແລ້ວ ກໍຄືມະຕິຄໍາສັ່ງບໍ່ເຂັ້ມງວດ; ການຫັນໄປສູ່ການກຸ້ມຕົນເອງດ້ານລາຍຮັບວິຊາການເທື່ອລະກ້າວ ຂອງຂະແໜງຖະແຫລງຂ່າວ-ສື່ມວນຊົນ ບໍ່ບັນລຸໄດ້ຕາມຄາດໝາຍທີ່ໄດ້ວາງໄວ້; ພື້ນຖານໂຄ່ງລ່າງ, ວັດຖຸ-ເຕັກນິກຊຸດໂຊມຫລ້າຫລັງ ຍັງບໍ່ທັນເປັນລະບົບຄົບຊຸດ ແລະ ທັນສະໄໝ, ການຫັນປ່ຽນຈາກລະບົບອານາລັອກໄປສູ່ ດີຈີຕອນຍັງບໍ່ທັນສຳເລັດ; ເນື້ອໃນ ແລະ ຮູບການໂຄສະນາ ຍັງບໍ່ຕອບສະໜອງໄດ້ຕາມຄວາມຕ້ອງການຂອງສັງຄົມ.

Image may contain: 2 people, flower and indoor

ແນວໃດກໍຕາມ ເພື່ອເຮັດໃຫ້ຂົງເຂດວຽກງານງານ ສື່ມວນຊົນ ມີຄວາມເຂັ້ມແຂງ ແລະ ມີການພັດທະນາດ້ວຍຜົນສໍາເລັດຜົນ ໃນຊຸມປີຕໍ່ໜ້າ ກະຊວງ ຖວທ ໄດ້ວາງຄາດໝາຍສູ້ຊົນໃນດ້ານຕ່າງໆເປັນ ຕົ້ນ ຫັນການເຄື່ອນໄຫວຂອງຂະແໜງການຖະແຫລງຂ່າວ-ສື່ມວນຊົນ ໄປຕາມທິດຂ່າວສານທັນສະໄໝ, ວ່ອງໄວທັນການ ກາຍເປັນກະບອກສຽງທີ່ແຫລມຄົມຂອງພັກ, ເປັນເວທີແຫ່ງການສະແດງອອກຄຳເຫັນທີ່ສ້າງສັນຂອງສັງຄົມ; ສ້າງພື້ນຖານນິຕິກຳໃຫ້ມີການຄຸ້ມຄອງທີ່ເຂັ້ມງວດຕາມກົດໝາຍ. ພ້ອມກັນນີ້, ສ້າງລະບົບສື່ ທີ່ຢູ່ໃນການຄຸ້ມຄອງຂອງລັດໃຫ້ມີຄວາມເຂັ້ມແຂງ, ສາມາດປະຕິບັດບົດບາດນຳສະເໜີ ການຕົກ ລົງບັນຫາສຳຄັນຕ່າງໆຂອງລັດ ໄດ້ຮັບການສື່ສານຢ່າງເປັນລະບົບຕໍ່ເນື່ອງ, ວ່ອງໄວທັນການ, ຊັດເຈນ ໄປເຖິງທຸກເປົ້າໝາຍໃນສັງຄົມ; ສ້າງສື່ໃຫ້ກາຍເປັນຊ່ອງທາງແຫ່ງການສະແດງຄວາມຄິດເຫັນ ທີ່ສ້າງສັນຂອງສັງຄົມ ຕໍ່ການບໍລິຫານຕ່າງໆຂອງລັດ ເພື່ອເສີມຂະຫຍາຍບົດບາດຕັ້ງໜ້າຂອງສື່ມວນຊົນ ແລະ ສິດເປັນເຈົ້າຂອງປະຊາຊົນບັນດາເຜົ່າ.ນອກນີ້, ຍັງຕ້ອງຍົກລະດັບຂ່າວສານເປັນທັນສະໄໝ ຕາມທິດທາງຂອງການພັດທະນາສື່ມວນຊົນລາວ ກ້າວສູ່ຄຸນນະພາບຕາມລັກສະນະ ແລະ ຈັນຍາບັນວິຊາຊີບ, ເປັນກະບອກສຽງອັນແຫລມຄົມຂອງພັກ-ລັດ ທັງລວງເລິກ ແລະ ລວງກວ້າງ, ເປັນເຄື່ອງມືຮັບໃຊ້ການຄຸ້ມຄອງ ແລະ ກວດກາລັດ ຕາມກົດໝາຍ.

ສະນັ້ນ, ສິ່ງທີ່ຈະຕ້ອງເອົາໃຈໃສ່ຕໍ່ສື່ມວນຊົນໃນຕໍ່ໜ້າ ຕ້ອງປັບປຸງສ້ອມແປງພື້ນຖານໂຄງລ່າງ, ວັດຖຸເຕັກນິກທີ່ມີຢູ່ແລ້ວ ໃຫ້ສາມາດໃຊ້ການໄດ້ປົກກະຕິ ພ້ອມທັງຂະຫຍາຍເຄືອຂ່າຍໄປສູ່ລະບົບດີຈີຕອນໃຫ້ກວມທຸກພື້ນທີ່ພາຍໃນປະເທດ ແລະ ກວ້າງໄກເຊື່ອມຈອດສາກົນ ໃຫ້ເປັນຮູບປະທໍາຫລາຍຂຶ້ນ; ເປັນແຫລ່ງກະຈາຍຂໍ້ມູນຂ່າວສານທີ່ເຊື່ອຖືໄດ້, ວ່ອງໄວ, ຊັດເຈນ ແລະ ລົງເຖິງຮາກຖານທົ່ວປະເທດ ພ້ອມທັງໃຫ້ສາລະຄວາມຮູ້ຢ່າງຮອບດ້ານ; ສ້າງຜະລິດຕະພັນສື່ມວນຊົນໃຫ້ມີຫລາຍຮູບຫລາຍແບບ, ເນື້ອໃນ ແລະ ຮູບການດູດດຶງຫລາຍຂຶ້ນ ໄດ້ຕາມມາດຕະຖານ; ເປັນເວທີສະແດງຄວາມຄິດເຫັນຂອງສັງຄົມຢ່າງສ້າງສັນ ແລະ ຮັບໃຊ້ໂຄສະນາປະຊາສໍາພັນ, ສ້າງຄວາມເຂົ້າໃຈຕໍ່ທຸກເຫດການສໍາຄັນທີ່ເກີດຂຶ້ນຢູ່ທັງພາຍໃນ ແລະ ຕ່າງປະເທດໃຫ້ທົ່ວສັງຄົມ; ພົວພັນເຊື່ອມໂຍງກັບສື່ມວນຊົນສາກົນ ປະກອບສ່ວນເຂົ້າໃນການເຄື່ອນໄຫວການທູດປະຊາຊົນ, ຮັບປະກັນຄວາມປອດໄພ ແລະ ສະຖຽນລະພາບດ້ານຂໍ້ມູນຂ່າວ ສານ; ສືບຕໍ່ເອົາໃຈໃສ່ການສ້າງຄວາມເຂັ້ມແຂງ ຫັນໄປສູ່ກຸ້ມຕົນເອງດ້ານລາຍຮັບວິຊາການ ຕາມເງື່ອນ ໄຂຕົວຈິງ ໂດຍຊຸກຍູ້ໃຫ້ມີການປັບປຸງກົນໄກ, ຂັ້ນຕອນ, ວິທີການ ແລະ ລະບຽບການຕ່າງໆ ທີ່ກ່ຽວຂ້ອງ ເພື່ອອໍານວຍຄວາມສະດວກໃຫ້ອົງການສື່ມວນຊົນ ແລະ ອົງການລັດວິຊາການ ປະຕິບັດໜ້າທີ່ຮັບໃຊ້ໜ້າທີ່ການເມືອງ ໃຫ້ທ່ວງທັນກັບວຽກງານ ແລະ ສອດຄ່ອງກັບກົນໄກເສດຖະກິດຕະຫລາດ.

Image may contain: 1 person

ທ່ານ ລັດຖະມົນຕີ ຖວທ ຢ້ຳຕື່ມວ່າ: ສິ່ງສຳຄັນ ຕ້ອງເພີ່ມທະວີການຄຸ້ມຄອງສື່ແບບໃໝ່ ໂດຍສະເພາະ ສື່ສັງຄົມອອນລາຍ ໃຫ້ໄດ້ ດ້ວຍການຂຶ້ນທະບຽນ ແລະ ຕິດຕາມເນື້ອໃນ, ທັງສຶກສາອົບຮົມຄວາມຮູ້ ກ່ຽວກັບການນໍາໃຊ້ສື່ແບບດີຈີຕອນ ໃນຍຸກອຸດສາຫະກໍາ 4.0 ໃຫ້ເຂົ້າໃຈເລິກເຊິ່ງໃນທົ່ວສັງຄົມ; ສ້າງສູນບໍລິການຂໍ້ມູນຂ່າວສານຮ່ວມກັບເອກະຊົນ ເພື່ອໂຄສະນາເຜີຍແຜ່ຂໍ້ມູນການພັດທະນາທຸກດ້ານ ລວມທັງວັດທະນະທໍາ ແລະ ການ ທ່ອງທ່ຽວ ຕິດພັນກັບການເກັບລາຍຮັບການບໍລິການຕາມລະບຽບການ; ປະສານສົມທົບກັບທຸກພາກສ່ວນກ່ຽວຂ້ອງ ໂຄສະນາເຜີຍແຜ່ ຄ່ານິຍົມ ຮັກຊາດ ຮັກລະບອບໃໝ່ ໃຊ້ຂອງລາວຜະລິດຄ່ານິຍົມກ້າວໜ້າ, ເຜິຍແຜ່ວັດທະນະທໍາລາວທີ່ດີງາມ ແລະ ໂຄສະນາການທ່ອງທ່ຽວ ໂດຍຍູ້ແຮງລາວທ່ຽວລາວ ແລະ ທ່ອງທ່ຽວກະສິກໍາ; ເອົາໃຈໃສ່ກະຈາຍໜັງສືພິມປະຊາຊົນ ໃນນາມເປັນກະບອກສຽງຂອງສູນກາງພັກ ລົງສູ່ທຸກໜ່ວຍພັກ ແລະ ຂະຫຍາຍຕາໜ່າງໂທລະໂຄ່ງ ທີ່ເປັນເຄື່ອງມືໃຫ້ກວມເອົາຫລາຍບ້ານກວ່າເກົ່າ; ສ້າງບຸກຄະລາກອນທີ່ເປັນມືອາຊີບ ມີຄວາມຮູ້ຄວາມສາມາດສົມຄູ່ກັບຄວາມຕ້ອງການຂອງວຽກງານ.

ແຫຼ່ງຂໍ້ມູນ: ຂປລ

Comments