ເມື່ອເຈົ້າໜ້າທີ່ໄດ້ຮັບລາຍງານຂອງສັງຄົມ ວ່າມີການຂຶ້ນລາຄາໄຂ່ໄກ່ ແລະ ຊີ້ນໝູ ຢູ່ຕະຫລາດຫ້ວຍຫົງ ແລະ ຕະຫລາດໂພນສະຫວ່າງ, ປກສ ນວ ຈຶ່ງໄດ້ຮີບຮ້ອນມອບໝາຍໃຫ້ພະແນກຕຳ ຫລວດປ້ອງກັນເສດຖະກິດ ຫ້ອງຕຳຫລວດ ປສກ ນວ ປະສານສົມທົບກັບພະແນກອຸດສາຫະກຳ ແລະ ການຄ້າ ນວ ສືບຕໍ່ຈັດຕັ້ງປະຕິບັດກວດກາລາຄາສິນຄ້າຢູ່ຕະຫລາດ ນັບແຕ່ເວລາ 8:00 ໂມງ ຫາ 17:00 ໂມງ ຂອງວັນທີ 25 ເມສາ 2021 ໄດ້ທັງໝົດ 7 ແຫ່ງ ຄື: ຕະຫລາດສວນມອນ, ຕະຫລາດທົ່ງພານທອງ, ຕະຫລາດໜອງຈັນ, ຕະຫລາດສີຂຽວ, ຕະຫລາດອົດຊີ, ຕະຫລາດຫ້ວຍຫົງ ແລະ ຕະຫລາດໂພນສະຫວ່າງ ຜ່ານການກວດກາເຫັນວ່າບໍ່ມີຄວາມຈິງ ຕະຫລາດອື່ນໆ ກໍ່ຍັງຂາຍລາຄາໃນເກນປົກກະຕິ. ກອງບັນຊາການ ປກສ ນະຄອນຫລວງວຽງຈັນ, ຮຽກຮ້ອງມາຍັງເຈົ້າຂອງກິດຈະການ, ຫົວໜ່ວຍທຸລະກິດຕ່າງໆ ໃຫ້ປະຕິບັດຕາມສັ່ງຂອງນາຍົກລັດຖະມົນຕີ ເລກທີ 15/ນຍ ທີ່ລະບຸໄວ້ໃນຂໍ້ທີ 6 ຫ້າມສວຍໂອກາດກັກຕຸນ ແລະ ຂຶ້ນລາຄາສິນຄ້າ ອຸປະໂພກ ແລະ ບໍລິໂພກຕ່າງໆ ...
Read More »ຂ່າວ ພາຍໃນປະເທດ
ຄະນະສະເພາະກິດດ້ານເສດຖະກິດ ປຶກສາຫາລືເພື່ອແກ້ໄຂຜົນກະທົບຈາກການລະບາດໂຄວິດ-19
ຄະນະສະເພາະກິດດ້ານເສດຖະກິດ ຕາມຂໍ້ຕົກລົງ ຂອງ ທ່ານ ນາຍົກລັດຖະມົນຕີ ເລກທີ 32/ນຍ ລົງວັນທີ 3 ເມສາ 2020 ກ່ຽວກັບການແກ້ໄຂຜົນກະທົບຂອງການລະບາດພະຍາດໂຄວິດ-19 ຕໍ່ເສດຖະກິດຂອງ ສປປ ລາວ ໄດ້ພ້ອມກັນຄົ້ນຄວ້າປຶກສາຫາລື ວຽກງານຈຸດສຸມເພື່ອແກ້ໄຂຜົນກະທົບໃນໄລຍະມີການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໃນຮອບທີ 2. ກອງປະຊຸມດັ່ງກ່າວ, ເປັນກອງປະຊຸມທາງໄກ (ວີດີໂອຄອນຟາເລັນ) ໄດ້ຈັດຂຶ້ນໃນວັນທີ 28 ເມ ສາ 2021 ທີ່ ກະຊວງແຜນການ ແລະ ການລົງທຶນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທຶນ, ທັງເປັນຫົວໜ້າຄະນະສະເພາະກິດ, ເຊິ່ງມີບັນດາທ່ານ ໃນຄະນະສະເພາະກິດດັ່ງກ່າວ ແລະ ຄະນະນໍາຈາກກະຊວງກ່ຽວຂ້ອງ ແລະ ຕາງໜ້າສະພາອຸດສາຫະກຳ ແລະ ການຄ້າເຂົ້າຮ່ວມ ຈຳນວນ 40 ກວ່າທ່ານ. ຈຸດປະສົງ ຂອງກອງປະຊຸມດັ່ງກ່າວ, ແມ່ນເພື່ອທົບທວນຄືນບາງມາດຕະການ ແລະ ...
Read More »ພາກທຸລະກິດທ່ອງທ່ຽວສະເໜີໃຫ້ລັດຖະບານ ມີນະໂຍບາຍຫລຸດຜ່ອນການຈ່າຍ ຫລື ເລື່ອນຊໍາລະເງິນກູ້ ທະນາຄານ ໄລຍະໂຄວິດ-19
ໃນວັນທີ 28 ເມສາ 2020 ທີ່ນະຄອນຫລວງວຽງຈັນ, ໄດ້ມີກອງປະຊຸມທາງໄກ ຂອງຄະ ນະສະເພາະກິດດ້ານເສດຖະກິດ ເພື່ອຫລຸດຜ່ອນຜົນກະທົບ ຂອງການລະບາດຂອງພະຍາດໂຄວິດ-19, ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ ຄະນະສະເພາະກິດດ້ານເສດຖະ ກິດຂອງກະຊວງກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ເພື່ອປຶກສາຫາລືກະກຽມແກ້ໄຂຜົນກະທົບ ການລະບາດຂອງພະຍາດໂຄວິດ-19 ໃນຮອບໃໝ່. ໃນໂອກາດດັ່ງກ່າວ, ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ລາຍງານໃຫ້ຮູ້ ກ່ຽວກັບສະພາບຜົນກະທົບລວມ ທີ່ສື່ມວນຊົນໄດ້ລົງຕິດຕາມຢູ່ເຂດຕ່າງໆ ແລະ ຈາກຫາງສຽງຂອງສັງຄົມ ໂດຍໄດ້ໃຫ້ຮູ້ວ່າ: ສະພາບຊື້ຂາຍໂດຍທົ່ວໄປ ອ່າວງຽບເຫງົາ ເນື່ອງຈາກບັນດາຮ້ານຈໍານວນໜຶ່ງປິດຕາມແຈ້ງການ ແລະ ຄໍາສັ່ງ; ເຂົາເຈົ້າຕື່ນຕົວ (ປ້ອງກັນ/ຢ້ານ), ຕະຫລາດໃຫຍ່ ຕະຫລາດສົດ ການລົງຕະຫລາດບໍ່ຫລາຍປານໃດ, ໃນຕະຫລາດກໍມີຈຸດລ້າງມື, ສອງສາມວັນມານີ້, ປະຊາຊົນປ່ຽນພຶດຕິກໍາຢູ່ເຮືອນຫລາຍ ສັງເກດຖະໜົນລົດແລ່ນບໍ່ໜາແໜ້ນ, ສ່ວນໜຶ່ງມີການສະສົມອາຫານໄວ້ແລ້ວ, ຈໍານວນໜຶ່ງອອກຕະຫລາດແຕ່ເຊົ້າ ເພື່ອຫລີກເວັ້ນການແອອັດ. ສຳລັບລາຄາສິນຄ້າໄລຍະນີ້ ...
Read More »ລັດຖະບານ ຈີນ ມອບວັກຊີນ ປ້ອງກັນໂຄວິດ-19 ໃຫ້ລາວ 300.000 ໂດສ
ລັດຖະບານ ແຫ່ງ ສປ ຈີນ ໄດ້ມອບວັກຊີນປ້ອງກັນພະຍາດໂຄວິດ-19 ຈຳນວນ 300.000 ໂດສ ພ້ອມເຊີແລັງ 300.800 ອັນ ເຊິ່ງເປັນການຊ່ວຍເຫລືອລ້າ ໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ເພື່ອນຳມາສັກໃຫ້ປະຊາຊົນລາວໃນຂອບເຂດທົ່ວປະເທດ ໂດຍສະເພາະກຸ່ມທີ່ມີຄວາມສ່ຽງສູງໃຫ້ທົ່ວເຖິງ ແນໃສ່ເພື່ອປ້ອງກັນການຕິດເຊື້ອ ແລະ ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນປະເທດ.ວັກຊີນຈຳນວນດັ່ງກ່າວ ມາຮອດສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນ ໃນເວລາ 17:17 ໂມງ ຂອງວັນທີ 26 ເມສາ 2021 . ຜ່ານມາລັດຖະບານຈີນ ກໍໄດ້ໃຫ້ການຊ່ວຍເຫລືອແກ່ ສປປ ລາວ ເປັນຈຳນວນຫລວງຫລາຍ. ຂ່າວຈາກ: ຂປລ
Read More »ໜ່ວຍສະເພາະກິດ ຕ້ານໂຄວິດ-19 ແຂວງວຽງຈັນ ເລັ່ງຄັດກອງ ແລະ ເກັບຕົວຢ່າງມາກວດຫາເຊື້ອໂຄວິດ-19
ແຫລ່ງຂ່າວຈາກແຂວງວຽງຈັນ ລາຍງານ: ວັນທີ 26 ເມສາ 2021 ນີ້, ຢູ່່ໂຮງໝໍ ແຂວງວຽງຈັນ, ໜ່ວຍສະເພາະກິດ ຕ້ານໂຄວິດ-19 ໄດ້ ເລັ່ງກວດຄັດກອງຄົນເຈັບ ແລະ ເກັບຕົວຢ່າງ ຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອໂຄວິດ-19 ມາວິເຄາະຫາເຊື້ອ ພາຍໃຕ້ສະພາບອາກາດຮ້ອນອົບເອົ້າໃນຊຸດປ້ອງກັນ( PPE). ສຳລັບຜູ້ທີ່ໄປກວດຫາເຊື້ອແລ້ວ ຕ້ອງກັກຕົວເອງເພື່ອຕິດຕາມອາການຈັນຄົບ 14 ວັນ ຂໍ້ມູນ: ແຂວງວຽງຈັນອອນລາຍ
Read More »ຄຳມ່ວນ Lock down ແລ້ວ ແຕ່ວັນທີ 25 ເມສາ ເຖິງ 10 ພຶດສະພາ 2021
ດ່ວນ ໃນວັນທີ 25 ເມສາ 2021 ແຂວງຄຳມ່ວນ ອອກຄຳສັ່ງ ເລກທີ 02/ຈຂ.ຄມ. ວ່າດ້ວຍ ການສືບຕໍ່ເພີ່ມທະວີຄວາມເຂັ້ມງວດ ໃນການຈັດຕັ້ງປະຕິບັດມາດຕະການສະກັດກັ້ນ, ຄວບຄຸມ ແລະ ປ້ອງກັນການແຜ່ລະບາດພະຍາດໂຄວິດ-19ເຈົ້າແຂວງໆຄຳມ່ວນ ອອກຄໍາສັ່ງ:1). ໃຫ້ປີດການເດີນທາງ ເຂົ້າ-ອອກ ແຂວງຄໍາມ່ວນ (Lock down) ນັບແຕ່ວັນທີ 25 ເມສາ ຫາ 10 ພຶດສະພາ 2021, ຍົກເວັ້ນຜູ້ທີ່ມີພູມລໍາເນົາ ແລະ ເຮັດວຽກປະຈຳຢູ່ແຂວງຄຳມ່ວນ ຫຼື ຜູ້ທີ່ໄດ້ຮັບອະນຸຍາດຈາກການຈັດຕັ້ງທີ່ກ່ຽວຂ້ອງຂອງລັດ.2). ໃຫ້ພະແນກການ, ອົງການທຽບເທົ່າ, ບັນດາເມືອງ, ວິສາຫະກິດ ລັດ ແລະ ເອກະຊົນ ໃນທົ່ວແຂວງຫຼຸດຜ່ອນຈຳນວນພະນັກງານ ແລະ ຈັດຕັ້ງລະບົບຜັດປ່ຽນກັນມາປະຈໍາການໃນແຕ່ລະວັນ ຕາມຄວາມເໝາະສົມ; ຍົກເວັ້ນທະຫານ, ຕຳຫຼວດ, ເຈົ້າໜ້າທີ່ດັບເພີງ, ການບໍລິການໄຟຟ້າ, ນ້ຳປະປາ, ຈັດເກັບຂີ້ເຫຍື້ອ, ທະນາຄານ, ການສື່ສານ, ຂົນສົ່ງສິນຄ້າຈຳເປັນ, ພະນັກງານສາທາລະນະສຸກ, ແພດ-ໝໍ ຜູ້ທີ່ໄດ້ຮັບການມອບໝາຍໃຫ້ໄປປະຈຳການ, ສ່ວນຜູ້ທີ່ບໍ່ໄດ້ມາປະຈໍາການ ແມ່ນໃຫ້ສືບຕໍ່ເຮັດວຽກຂອງຕົນເປັນປົກກະຕິຢູ່ເຮືອນ ຫຼື ທີ່ພັກອາໄສ ...
Read More »ຫົວໜ້າຄະນະສະເພາະກິດ ຊຸກຍູ້ການຕ້ານພະຍາດໂຄວິດ 19 ຢູ່ເມືອງສັງທອງ
ຕອນເຊົ້າວັນທີ 25 ເມສາ 2021, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະ ເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ພ້ອມດ້ວຍຄະນະ ໄດ້ເຄື່ອນ ໄຫວເຮັດວຽກ ຢູ່ເມືອງສັງທອງ ນະຄອນຫຼວງວຽງຈັນ ເພື່ອຕິດຕາມ, ກວດກາ, ຊຸກຍູ້ ແລະ ຊີ້ນຳ ການຈັດຕັ້ງປະຕິບັດ ວຽກງານ ຕ້ານພະຍາດໂຄວິດ-19 ໂດຍມີການນໍາ ຂອງເມືອງສັງທອງ ແລະ ບ້ານ ທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບ. ທ່ານ ພົງສະຫວັນ ສີລິພັນ ເຈົ້າເມືອງສັງທອງ ໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ການປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ຕໍ່ທ່ານ ຮອງນາຍົກລັດຖະມົນຕີ, ຊຶ່ງເຫັນວ່າ: ເມືອງສັງທອງ ມີ 35 ບ້ານ ມີພົນລະເມືອງ 33 ພັນກວ່າຄົນ ໄດ້ແບ່ງອອກ ເປັນ ...
Read More »ທ່ານ ນາຍົກລັດຖະມົນຕີພ້ອມດ້ວຍຄະນະລົງຢ້ຽມຢາມ ແລະ ຊີ້ນຳວຽກງານຕ້ານໂຄວິດ-19
ໃນຕອນເຊົ້າ ວັນທີ 24 ເມສາ 2021 ທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແລະ ຄະນະ ໄດ້ໄປຢ້ຽມ ຢາມ ໃຫ້ກຳລັງໃຈ ພະນັກງານແພດໝໍ ທີ່ປະຕິບັດໜ້າທີ່ ປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຢູ່ໂຮງໝໍມິດຕະພາບ 150 ຕຽງຫຼັງໃໝ່ ພ້ອມທັງ ກວດກາ-ຊີ້ນຳວຽກງານ ການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດ ຂອງພະ ຍາດໂຄວິດ-19, ໂດຍມີການນຳຂອງ ກະຊວງສາທາລະນະສຸກ, ນະຄອນຫຼວງວຽງຈັນ ແລະ ໂຮງໝໍມິດຕະພາບ 150 ຕຽງ ໃຫ້ການຕ້ອນຮັບ. ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ແລະ ຄະນະ ໄດ້ຮັບຟັງການລາຍງານ ສະພາບການແຜ່ລະບາດ ຂອງພະ ຍາດໂຄວິດ-19 ຢູ່ປະເທດເຮົາ ໃນໄລຍະ 24 ຊົ່ວໂມງທີ່ຜ່ານມາ ແລະ ສະພາບການປິ່ນປົວຜູ້ຕິດເຊື້້ອໂຄວິດ-19 ທີ່ກຳ ລັງປິ່ນປົວຢູ່ໂຮງໝໍຕ່າງໆ; ໄດ້ຮັບຟັງການລາຍງານ ກ່ຽວກັບຄວາມພ້ອມດ້ານຕ່າງໆ ໃນການຮັບມືກັບການແຜ່ລະບາດ ຂອງພະຍາດໂຄວິດ-19 ໃນຕໍ່ໜ້າ ເປັນຕົ້ນ ...
Read More »ລາວ-ຈີນຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 60 ປີ ຢູ່ນະຄອນຫຼວງປັກກິ່ງ
ລາວ-ຈີນຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດນຳກັນຄົບຮອບ 60 ປີຢູ່ນະຄອນຫຼວງປັກກິ່ງວັນທີ 21 ເມສານີ້, ທ່ານຫວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ເຂົ້າຮ່ວມ ພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດຈີນ-ລາວຄົບຮອບ 60 ປີທີ່ຈັດຂຶ້ນໂດຍສະມາຄົມມິດຕະພາບ ປະຊາຊົນຈີນກັບນານາຊາດ ແລະ ສະຖານທູດລາວປະຈຳຈີນ, ທັງໄດ້ປະກອບຄຳເຫັນ. ທ່ານຫວາງຢີ້ກ່າວວ່າ, ຕະຫຼອດໄລຍະ 60 ປີທີ່ຜ່ານມາ, ຈີນ ແລະ ລາວໄດ້ຄຽງບ່າຄຽງໄຫຼ່ໃນການຕໍ່ສູ້ຕ້ານກັບລັດທິລ່າເມືອງຂຶ້ນ ແລະ ລັດທິຈັກກະພັດ, ສອງຝ່າຍໄດ້ເກາະແຂນຊ່ວຍເຫຼືອເຊິ່ງ ກັນແລະກັນໃນພາລະກິດປະຕິຮູບ ພັດທະນາ ແລະ ພາລະກິດປ່ຽນແປງໃໝ່ ແລະ ເປີດປະຕູສູ່ພາຍນອກ, ສອງຝ່າຍໄດ້ຢືນຢູ່ຄຽງຂ້າງກັນຢ່າງເດັດດ່ຽວໃນບັນຫາທີ່ພົວພັນເຖິງຜົນປະໂຫຍດແກນກາງ ແລະ ບັນຫາທີ່ແຕ່ລະຝ່າຍໃຫ້ຄວາມສຳຄັນ. ຈີນ ແລະລາວໄດ້ຍຶດໝັ້ນການນຳພາຂອງພັກກອມມູນິດ, ຍຶດໝັ້ນການຊອກຫາເສັ້ນທາງສັງຄົມນິຍົມທີ່ສອດຄ່ອງກັບສະພາບຄວາມເປັນຈິງຂອງປະເທດຕົນ, ຍຶດໝັ້ນການປະຕິບັດຕາມທັດສະນະທີ່ຖືເອົາປະຊາຊົນເປັນໃຈກາງ. ໄດ້ສ້າງຄູ່ຮ່ວມຊາຕາກຳສອງຝ່າຍກ່ອນໝູ່, ໄດ້ເຊັນເອກະສານຮ່ວມມື ສ້າງ“ໜຶ່ງແລວໜຶ່ງເສັ້ນທາງ” ຮ່ວມກັນເປັນຊຸດທຳອິດ, ຊຸກຍູ້ການສ້າງແລວເສດຖະກິດຈີນ-ລາວຢ່າງໜັກແໜ້ນ. ເມື່ອຢືນຢູ່ຕໍ່ໜ້າກັບສິ່ງທ້າທາຍທີ່ຫຍຸ້ງຍາກຕ່າງໆ, ເຊັ່ນ: ການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ແລະອື່ນໆສອງຝ່າຍໄດ້ຮ່ວມທຸກຮ່ວມສຸກ ແລະຊ່ວຍຊູຍູ້ໜູນກັນ. ຮ່ວມກັນຮັກສາຄວາມຍຸດຕິທຳ ແລະ ຄວາມເປັນທຳຂອງສາກົນ, ຊຸກຍູ້ການພົວພັນຈີນ-ອາຊຽນໃຫ້ພັດທະນາຢ່າງປອດໃສ, ເລີ່ມເປີດການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ຮ່ວມຊາຕາກຳນຳກັນ. ທ່ານຫວາງຢີ້ກ່າວວ່າ, ເມື່ອຜະເຊີນກັບຍຸກໃໝ່ ໂອກາດໃໝ່ ແລະ ການປ່ຽນແປງອັນໃໝ່, ສອງຝ່າຍຄວນຖືເອົາຄວາມເຫັນທີ່ເປັນເອກະພາບກັນຂອງຜູ້ນຳສູງສຸດຂອງສອງພັກ ສອງລັດເປັນທິດຊີ້ນຳ, ...
Read More »ເປີດກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນເມສາ 2021 ຫາລື 7 ເອກະສານສຳຄັນ
ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນເມສາ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 22 ເມສາ 2021 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ພັນຄຳ ວິພາວັນ,ນາຍົກລັດຖະມົນຕີ; ມີບັນດາທ່ານ ສະມາຊິກລັດຖະບານ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມຄັ້ງນີ້ ຈະໄດ້ດຳເນີນເປັນເວລາ 2 ວັນ ຄື: ວັນທີ 22 ແລະ 23 ເມສາ 2021 ຊຶ່ງຈະໄດ້ພ້ອມກັນຮັບຟັງ, ຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາຮັບຮອງເອກະສານສຳຄັນຈຳນວນໜຶ່ງ ຄື:1. ບົດລາຍງານຮອບດ້ານ ການຈັດຕັ້ງປະຕິບັດວຽກງານຂອງລັດຖະບານ ປະຈໍາເດືອນເມສາ ແລະ ທິດທາງແຜນວຽກຈຸດສຸມ ເດືອນພຶດສະພາ 2021; 2. ຮ່າງເອກະສານ ການພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດພັດທະນາເສດຖະກິດດິຈຕອນ ແຫ່ງຊາດ ໄລຍະ 10 ປີ (2021-2030) ແລະ ແຜນພັດທະນາເສດ ຖະກິດດິຈີຕອນ ແຫ່ງຊາດ ໄລຍະ 5 ປີ ...
Read More »