ປິດງານບຸນມະໂຫລານຊາວໜຸ່ມ-ເຍົາວະຊົນ ທົ່ວປະເທດ…………..

ງານບຸນມະໂຫລານຊາວໜຸ່ມ-ເຍົາວະຊົນທົ່ວປະເທດ ປີ 2020 ໄດ້ປິດລົງໃນຕອນບ່າຍວັນທີ 13 ທັນວາ 2020 ພາຍຫລັງເປີດມາໄດ້ 8 ວັນ, ຢູ່ສູນການຄ້າລາວ-ໄອເຕັກ ນະຄອນ ຫລວງວຽງຈັນ, ໂດຍມີ ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະ ຊາຊົນ ປະຕິວັດລາວ, ມີບັນດາຜູ້ຕາງໜ້າຈາກອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ຊາວໜຸ່ມ, ເຍົາວະຊົນ ແລະ ມວນຊົນພາຍໃນນະຄອນຫລວງວຽງຈັນ ເຂົ້າຮ່ວມເປັນຈໍານວນຫລວງ ຫລາຍ.

Image may contain: 5 people, text

ໃນໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ໄດ້ກ່າວສະແດງຄວາມຍ້ອງຍໍ ຕໍ່ຄະນະຮັບຜິດ ຊອບທີ່ໄດ້ເອົາໃຈໃສ່ການຈັດງານຄັ້ງນີ້ ໃຫ້ມີຜົນສໍາເລັດຢ່າງຈົບງາມ ຮັບປະກັນໄດ້ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ມີຄວາມສາມັກຄີເຕົ້າໂຮມເອົາບັນດາເຍົາວະຊົນ-ຊາວໜຸ່ມ ເຂົ້າຮ່ວມງານຄັ້ງນີ້ ໃຫ້ມີບັນຍາກາດຟົດຟື້ນ. ພ້ອມນີ້, ຍັງສາມາດເຕົ້າໂຮມຄວາມສາມັກຄີ, ໂຄສະນາເຜີຍແຜ່ມູນເຊື້ອການສຶກສາອົບຮົມການເມືອງ-ແນວຄິດ ຄຸນສົມບັດສິນທຳປະຕິວັດ, ທີ່ສະແດງໃຫ້ເຫັນບົດບາດຂອງຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ ໃນການປະກອບສ່ວນຈັດຕັ້ງປະຕິບັດໜ້າທີ່ການ ເມືອງໃນໄລຍະຜ່ານມາ ກໍຄື ໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

Image may contain: one or more people and people on stage

ພາຍໃນງານດັ່ງກ່າວ, ຍັງໄດ້ຈັດໃຫ້ມີການແຂ່ງຂັນໃນຫລາຍກິດຈະກຳ ເຊັ່ນ: ການແຂ່ງຂັນສະແດງສິລະປະ-ວັນນະຄະດີ, ແຂ່ງຂັນຮ້ອງເພງ, ຈັດເວທີສົນທະນາມູນເຊື້ອຊາວໜຸ່ມ, ແຂ່ງຂັນກອງດຸລິຍາງ ແລະ ອື່ນໆ, ເຊິ່ງແມ່ນກິດຈະກໍາສໍາຄັນໜຶ່ງ ເພື່ອກະກຽມໃຫ້ແກ່ການຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆຂອງຊາດ-ຂອງພັກ ທັງເປັນການຈັດຕັ້ງປະຕິບັດຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດຄັ້ງທີ່ຜ່ານມາ ແລະ 4 ທິດທາງໃຫຍ່ 9 ຄາດໝາຍສູ້ຊົນ 7 ແຜນງານ 40 ໂຄງ ການທີ່ມະຕິກອງປະຊຸມຜຸ້ແທນຊາວໜຸ່ມໄດ້ຮັບຮອງເອົາ.

Image may contain: 12 people, people standing

ຂະບວນການທີ່ພົ້ນເດັ່ນທີ່ສຸດ ຢູ່ໃນທັນແຖວຊາວໜຸ່ມ ແມ່ນໄດ້ສໍາເລັດການສ້າງຕັ້ງສະຫະພັນຊາວໜຸ່ມ, ສໍາເລັດການສ້າງຕັ້ງວັງເຍົາວະຊົນ, ພ້ອມນັ້ນ ຍັງໄດ້ສໍາເລັດການສ້າງນິຕິກໍາ 2 ສະບັບ ຄື: ກົດໝາຍວ່າດ້ວຍຊາວໜຸ່ມ ແລະ ສໍາເລັດການສ້າງຍຸດທະສາດວິໃສທັດ ໃນການພັດທະນາຊາວໜຸ່ມ. ທັງໝົດນີ້, ແມ່ນສຸມໃສ່ກະກຽມໃຫ້ແກ່ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄາດວ່າຈະໄຂຂຶ້ນໃນມໍ່ໆນີ້, ກະກຽມໃຫ້ແກ່ການເປີດວັງເຍົາວະຊົນ, ຫໍມູນເຊື້ອ ແລະ ອື່ນໆ.

ແຫຼ່ງຂໍ້ມູນ: ຂປລ

Comments