ເປີດໂຄງການກ່ຽວກັບການປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ…..

ກອງ​ປະຊຸມ​ເປີດ​ໂຄງການ​ກ່ຽວ​ກັບ​ການ​ປ້ອງ​ກັນ ແລະ ລຶບລ້າງ​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ເພື່ອ​ເຊື່ອມ​ສານ​ບົດບາດ​ຍິງ-​ຊາຍ ເຂົ້າໃນວາລະ​ການ ພັດທະນາ​ແຫ່ງ​ຊາດ ຂອງ ສປປ ລາວ ໄດ້​ຈັດ​ຂຶ້ນ​ເມື່ອບໍ່​ດົນ​ມານີ້ ທີ່ອົງການ​ສະຫະ​ປະຊາຊາດ ປະຈຳ ລາວ ໂດຍ​ມີ ທ່ານນາງ ບົວ​ຈັນ ສີ​ຫາ​ນາດ ຮອງ​ປະທານ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ, ທ່ານ ນາງ ແຄດ​ເທີ​ລີນ ເຟືອງ (Catherine Phoung) ຮອງ​ຜູ້ຕາງໜ້າ​ອົງການ​ສະຫະ​ປະຊາຊາດ ປະ​ຈໍາ​ລາວ, ທ່ານ ວິ​ກ​ເຕີ ເວ​ລ​ດິ​ວີ​​ໂສ (Victor Valdivieso) ຮອງ​ຜູ້ຕາງໜ້າ​ອົງການ​ສະຫະ​ປະຊາຊາດ ກອງ​ທຶນ​ ເພື່ອ​ປະຊາກອນ ແລະ ພາກ​ສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

Image may contain: 3 people, people sitting, table and indoor

ທ່ານ ນາງ ແຄດ​ເທີ​ລີນ ເຟືອງ ໄດ້​ກ່າວ​ວ່າ: ໂຄງການ​ການ​ປ້ອງ​ກັນ ແລະ ລຶບ​ລ້າງ​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ມີ​ຈຸດປະສົງ ເພື່ອ​ເອົາໃຈໃສ່​ການ​ເຊື່ອມ​ໂຍງ​ທີ່​ສຳຄັນ ລະຫວ່າງ ຄວາມ​ຮຸນ​ແຮງ​ຕໍ່​ບົດບາດ ຍິງ​-​ຊາຍ ແລະ ຜົນ​ສໍາ​ເລັດ​ຂອງ​ວາລະ​ການ​ພັດທະນາ​ແຫ່ງ​ຊາດ ແລະ ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ (SDGs) ແລະ ຈະ​ສະໜັບສະໜູນ​ໃຫ້​ແກ່​ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ ໃນ​ການ​ວາງ​ແຜນການ​ລິ​ເລີ່ມ​ຂອງ​ຂະແໜງການ ເພື່ອ​ແກ້​ໄຂ ແລະ ຫຼຸດຜ່ອນ​ຄວາມ​ຮຸນ​ແຮງ​ດັ່ງ​ກ່າວ.

ໂຄງການ​ດັ່ງກ່າວ ແມ່ນ​ເພື່ອ​ສ້າງ​ຄວາມ​ເຂັ້ມແຂງ​ໃຫ້​ແກ່​ຄວາມ​ສາມາດ​ແຫ່ງ​ຊາດ ສຳລັບ​ການ​ປ້ອງ​ກັນ​ທີ່​ມີ​ປະສິດ​​ທິ​ຜົນ, ເປັນ​ລະບົບ ແລະ ມີ​ຄວາມ​ຮັບຜິດຊອບ​ຕໍ່​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ໃນ ສປປ ລາວ, ສະຫະພັນ​ແມ່ຍິງ​ລາວ ຈະ​ເຮັດ​ວຽກ​ຮ່ວມ ກັນ​ກັບ​ອົງການ​ສະຫະ​ປະຊາຊາດ ເພື່ອ​ການ​ພັດທະນາ ແລະ ອົງການ​ສະຫະ​ປະຊາຊາດ ກອງ​ທຶນ​ເພື່ອ​ປະຊາກອນ ຢູ່ ສປປ ລາວ ມີ​ງົບປະມານ​ທຶນ​ສະໜັບສະໜູນ ທັງ​ໝົດ 2,7 ລ້ານ​ໂດ​ລາ ຈາກ​ອົງ ການ​ຮ່ວມ​ມື​ສາກົນ ສ ເກົາຫຼີ (KOICA), ໄລຍະ​ເວລາ​ໃນ​ການຈັດຕັ້ງ​ປະຕິບັດ 4 ປີ ຊຶ່ງ​ເລີ່ມ​ແຕ່​ເດືອນທັນວາ 2020 ເຖິງ​ເດືອນພະຈິກ 2024.

ຍິງລາວຖືກຫຼອກແຕ່ງງານ ແອບແຝງ
ພາບປະກອບເທົ່ານັ້ນ

ທ່ານ ນາງ ບົວ​ຈັນ ສີ​ຫາ​ນາດ ໄດ້​ກ່າວ​ເນັ້ນ​ວ່າ: ໃນ​ລະດັບ​ຊາດ, ໂຄງການ​ປ້ອງ​ກັນ ແລະ ລຶບ​ລ້າງ​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ສໍາ​ລັບ​ການ​ເຊື່ອມ​ສານ​ບົດບາດ​ຍິງ​-​ຊາຍ ເຂົ້າ​ໃນ​ວາລະ​ການ​ພັດທະນາ​ແຫ່ງ​ຊາດ ໃນ ສປປ ລາວ ຈະ​ປະກອບສ່ວນ​ເຂົ້າ​ໃນ​ການຈັດຕັ້ງ​ປະຕິບັດ​ແຜນ​ພັດທະນາ​ແມ່ຍິງ​ແຫ່ງ​ຊາດ ຄັ້ງ​ທີ VIII, ແຜນ​ປະຕິບັດ​ງານ​ເພື່ອ​ການ​ປ້ອງ​ກັນ ແລະ ລຶບລ້າງ​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ແລະ ເດັກນ້ອຍ (2021-2025) ໄດ້​ຖືກ​ເຊື່ອມ​ສານ​ເຂົ້າ​ໃນ​ແຜນ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ ແຫ່ງ​ຊາດ ຄັ້ງ​ທີ IX.

ມົ້ງລາວ ຫ້ວຍນ້ຳຂາວ ຮ້ອງຂໍຕໍ່ ສປຊ
ພາບປະກອບເທົ່ານັ້ນ

ໃນ​ລະດັບ​ພາກ​ພື້ນ, ໂຄງ ການ​ນີ້​ຈະ​ປະກອບສ່ວນ​ເຂົ້າ​ໃນ​ການຈັດຕັ້ງ​ປະຕິບັດ​ແຜນ​ປະຕິບັດ​ງານ​ພາກ​ພື້ນ​ອາ​ຊຽນ ວ່າ​ດ້ວຍ ການ​ລຶບ​ລ້າງ​ຄວາມ ຮຸນ​ແຮງ​ຕໍ່​ແມ່ຍິງ ແລະ ໃນ​ລະດັບ​ສາກົນ, ມັນ​ຍັງ​ຈະ​ປະ ກອບສ່ວນ​ໂດຍ​ກົງ​ໃຫ້​ແກ່​ການ​ບັນລຸ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ SDG 5 ແລະ SDG 16 ພ້ອມ​ທັງ​ສົນທິສັນຍາ ວ່າ​ດ້ວຍ ການ​ລຶບ​ລ້າງ​ທຸກ​ຮູບ​ການ​ຈຳແນກ​ຕໍ່​ແມ່ຍິງ (CEDAW) ແລະ ICPD 25. ດ້ວຍ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ທົ່ວ​ໂລກ​ທີ່​ນັບ​ມື້​ນັບ​ຮັບ​ຮູ້​ຄວາມ​ຮຸນ​ແຮງ​ຕໍ່​ບົດບາດ​ຍິງ​-​ຊາຍ ເຊັ່ນ​ດຽວ​ກັບ​ຕໍ່ແມ່ຍິງ ຖື​ວ່າ​ເປັນ​ການ​ລະເມີດ​ສິດທິ​ມະນຸດ​ຂັ້ນ​ພື້ນຖານ​ທີ່​ຮ້າຍ​ແຮງ. ໃນ​ເວລາ​ນີ້, ບັນຫາ​ດັ່ງກ່າວ​ແມ່ນ​ໄດ້​ເພີ່ມ​ຫຼາຍ​ຂຶ້ນ ໃນ​ທຸກ​ພາກສ່ວນ​ຂອງ​ສັງຄົມ ຊຶ່ງ ສປປ ລາວ ກໍ​ບໍ່​ມີ​ຂໍ້​ຍົກ​ເວັ້ນ ໃນ​ປີ 2020, ການ​ລະ ບາດ​ຂອງ​ພະຍາດ COVID-19 ໄດ້​ເຮັດ​ໃຫ້​ຄວາມ​ບໍ່​ສະເໝີພາບ ລະຫວ່າງ ຍິງ​-​ຊາຍ ແລະ ຄວາມ​ບໍ່​ເທົ່າ​ທຽມ​ໃນ​ສັງຄົມ​ຫຼາຍ​ຂຶ້ນ, ການ​ລຶບ​ລ້າງ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ແມ່ນ​ພາກສ່ວນ​ໜຶ່ງ​ທີ່​ສຳຄັນ​ຂອງ​ຂະບວນ​ການ​ພັດ​ທະ​ນາ.

ແຫຼ່ງຂໍ້ມູນ: ປະຊາຊົນ

Comments