ສື່ຂອງລັດ ຕ້ອງເອົາໃຈໃສ່ປັບປຸງດ້ານເນື້ອໃນໃຫ້ດີຂຶ້ນກວ່າເກົ່າ………

ສື່ມວນຊົນລາວທີ່ເປັນປາກກະບອກສຽງຂອງພັກ ແລະ ລັດຖະບານ ຕ້ອງສືບຕໍ່ປັບປຸງດ້ານເນື້ອໃນໃຫ້ດີຂຶ້ນກວ່າເກົ່າ ເພື່ອສາມາດແຂ່ງຂັນກັບສື່ອອນລາຍທີ່ໄດ້ຮັບຄວາມນິຍົມສູງຈາກສັງຄົມ ເພື່ອເຮັດໃຫ້ການໂຄສະນາແນວທາງນະໂຍບາຍຂອງພັກ ແລະ ແຜນພັດທະນາເສດ ຖະກິດ-ສັງ ຄົມຂອງລັດຖະບານ ກໍຄື ການກະຈາຍຂໍ້ມູນຂ່າວສານໃຫ້ເຂົ້າເຖີງປະຊາຊົນລາວບັນດາເຜົ່າຢ່າງທົ່ວເຖີງກວ່າເກົ່າ.

Image may contain: 1 person, flower

ທ່ານ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມໃຫຍ່ອົງຄະນະພັກກະຊວງ ຖວທ ຄັ້ງທີ V ຈັດຂຶ້ນເມື່ອບໍ່ດົນມານີ້ ວ່າ: ປັດຈຸບັນ ການອ່ານ, ຟັງ ຫລື ຊົມຂ່າວຂອງຄົນໃນສັງຄົມຜ່ານສື່ທີ່ເປັນສື່ດັ້ງເດີມຂອງລາວຫລຸດລົງ, ກົງກັນຂ້າມການບໍລິໂພກຂ່າວຜ່ານສື່ສັງຄົມອອນລາຍໄດ້ຮັບຄວາມນິຍົມສູງ ຍ້ອນສາມາດເຜີຍແຜ່ຂໍ້ ມູນຂ່າວສານໄດ້ໄວ.

ນີ້ຖືເປັນຄວາມທ້າທາຍສໍາຄັນທີ່ສື່ຂອງລັດຕ້ອງແກ້ໄຂໃຫ້ໄດ້ ເພື່ອແນໃສ່ເຮັດໃຫ້ຂໍ້ມູນຂ່າວ ສານສາມາດເຂົ້າເຖີງປະຊາຊົນຢູ່ຮາກຖານ ເພາະປັດຈຸບັນ ມີວິທະຍຸກະຈາຍສຽງເທົ່ານັ້ນທີ່ສາມາດເຂົ້າເຖີງປະຊາຊົນໄດ້ກວ້າງຂວາງກວ່າໝູ່, ໃນນີ້ ພາກພາສາຊົນເຜົ່າແມ່ນໄດ້ຮັບຄວາມນິຍົມຫລາຍ.

70 ປີ ສື່ມວນຊົນ ແລະ ການພິມຈຳໜ່າຍ - Laoedaily

ຢ່າງໃດກໍຕາມ ລາຍການຕ່າງຯ ທີ່ອອກອາກາດຜ່ານທາງວິທະຍຸ ແລະ ໂທລະພາບ ຫລື ຜ່ານສື່ຂອງລັດ ຕ້ອງໄດ້ປັບປຸງເນື້ອໃນໃຫ້ມີສາລະທີ່ດີຂຶ້ນກວ່າເກົ່າ ເພາະເນື້ອຫາສາລະຍັງບໍ່ທັນຮັບໃຊ້ປະຊາຊົນຢ່າງໜັກແໜ້ນ, ບາງລາຍການວິທະຍຸ ແລະ ໂທລະພາບອອກອາ ກາດ 30 ນາທີ ແຕ່ເປີດເພັງເປັນສ່ວນໃຫຍ່, ເນື້ອໃນຂອງເພັງບໍ່ທັນເຊີດຊູຈິດໃຈຊາດ ເທົ່າທີ່ຄວນ ແລະ ການເອົາວຽກດີຄົນເດັ່ນ-ວຽກຈິງຄົນແທ້ເຂົ້າໃນລາຍການຍັງມີໜ້ອຍ.

Vientiane Mai Online - ສື່ມວນຊົນ ທັດສະນະສຶກສາແຫຼ່ງພະລັງງານໄຟຟ້າVientiane  Mai Online

ທ່ານ ນາງ ປານີ ຢາທໍ່ຕູ້ ກ່າວຢໍ້າວ່າ: ບັນຫາທີ່ເກີດຂຶ້ນທັງໝົດນີ້ ຖືເປັນສິ່ງທ້າທາຍສໍາຄັນທີ່ຂະແໜງການທີ່ກ່ຽວ ຂ້ອງຂອງກະຊວງ ຖວທ ຕ້ອງຊອກຫາວິທີແກ້ໄຂໃຫ້ໄດ້ ເພື່ອເຮັດໃຫ້ການນໍາສະເໜີຂ່າວຂອງສື່ມວນຊົນລາວທີ່ເປັນຂອງລັດມີຄວາມຫລາກຫລາຍ, ວ່ອງໄວ, ສອດຄ່ອງ, ມີເນື້ອໃນທີ່ກວ້າງຂວາງເລິກເຊີ່ງຕາມແນວທາງນະໂຍບາຍຂອງພັກ ແລະ ຕອບສະ ໜອງໄດ້ກັບຄວາມຮຽກຮ້ອງຕ້ອງ ການຂອງປະຊາຊົນຢ່າງແທ້ຈິງ.

ແຫຼ່ງຂໍ້ມູນ: ວສລ

Comments