ກິດຈະການທາງເສດຖະກິດໃນອາຊີກຳລັງພັດທະນາຄາດວ່າຈະຫົດຕົວ 0,4% ໃນປີນີ້ ກ່ອນທີ່ຈະເພີ່ມຂຶ້ນເຖິງ 6,8% ໃນປີ 2021 ເນື່ອງຈາກພູມມິພາກນີ້ ກຳລັງກ້າວໄປສູ່ການຟື້ນຕົວຈາກຜົນກະທົບຂອງການແຜ່ລະບາດຂອງໂລກໂຄວິດ-19 ຕາມລາຍງານຂອງທະນາຄານ ເພື່ອການພັດທະນາອາຊີ (ADB) ໃນວັນທີ 10 ທັນວາ 2020 ນີ້.

ການຄາດການເຕີບໃໝ່ທີ່ນຳສະເໜີເປັນສ່ວນເສີມຂອງການອັບເດດ Asian Development Outlook (ADO) ປີ 2020 ເປັນການປັບປຸງຈາກການຄາດການເຕີບໂຕຂອງຜະລິດຕະພັນ ພາຍໃນ (GDP) ໃນເດືອນກັນຍາ -0,7% ໃນຂະນະທີ່ແນວໂນ້ມປີ 2021 ຍັງຄົງບໍ່ປ່ຽນແປງ ແຕ່ແນວໂນ້ມຈະແຕກຕ່າງກັນ ພາຍໃນພູມມີພາກ ໂດຍອາຊີຕາເວັນອອກມີແນວໂນ້ມທີ່ຈະເຕີບໂຕໃນປີນີ້ໃນຂະນະທີ່ພາກອື່ນໆກຳລັງຫົດຕົວ.

ຄາດການເຕີບໂຕໃນປີ 2020 ໃນອາຊີຕາເວັນອອກເພີ່ມຂຶ້ນຈາກ 1,3% ເປັນ 1,6% ການເຕີບໂຕໃນປີ 2021 ຍັງຄົງຄາດການໄວ້ທີ່ 7,0% ການຄາດການກ່ອນໜ້ານີ້ ໃນອາຊີຕາເວັນອອກສຽງໃຕ້ຄາດວ່າຈະຫົດຕົວ 4,4% ໃນປີ 2020 (ຕົວເລກເກົ່າ 3, 8%) ແລະ ການເຕີບໂຕໃນປີ 2021 ຄາດວ່າຈະຢູ່ທີ່ 5,2% ແທນທີ່ຈະເປັນ 5,5%.

ປະເທດລາວເຮົາ ອີງຕາມບົດລາຍງານຂອງ ADB ໃນປີ 2020 ຄາດວ່າ GDP ໃນປີ 2020 ນີ້ ຈະຕິດລົບຢູ່ທີ – 2,5% ແລະ ສຳລັບປີ 2021 ຈະເຕີບໂຕຢູ່ທີ 4,5%.