ຂ່າວ ພາຍໃນປະເທດ

ລາວ ແລະ ຍີ່ປຸ່ນ ລົງນາມ ຈົດໝາຍແລກປ່ຽນ ການຮ່ວມມື…..

ໃນວັນທີ 16 ທັນວາ 2020 ຢູ່ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມຈົດໝາຍ ແລກປ່ຽນ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ (Exchange Notes) ເພື່ອຜັນຂະຫຍາຍສັນຍາວ່າດ້ວຍການຮ່ວມມື ດ້ານເຕັກນິກ-ວິຊາການ ລະຫວ່າງ ອາຊຽນ-ຍີ່ປຸນ ທີ່ໄດ້ລົງນາມກັນ ໃນເດືອນພຶດ ສະພາ ຜ່ານມາ. ຕາງໜ້າຝ່າຍລາວ ຮ່ວມລົງນາມ ຄັ້ງນີ້, ແມ່ນ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ແລະ ຕາງໜ້າຝ່າຍຍີ່ປຸ່ນ ແມ່ນ ທ່ານ ທາເກວາກະ ເຄໂຊ (TAKEWAKA Keizo) ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ມີບັນດາພະນັກງານກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ. ຈຸດປະສົງລະດັບຄາດໝາຍ ຂອງການລົງນາມຈົດໝາຍແລກປ່ຽນໃນຄັ້ງນີ້, ແມ່ນເພື່ອຜັນຂະ ຫຍາຍສັນຍາວ່າດ້ວຍ ການຮ່ວມມື ທາງດ້ານເຕັກນິກ-ວິຊາການ ລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ ...

Read More »

31 ປີ ສອຄຊ ປະກອບສ່ວນສຳຄັນໃນການພັດທະນາປະເທດ……..

ທ່ານ ດາວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ( ສຄອຊ ) ໃຫ້ສຳພາດເຖິງຜົນງານຕະຫຼອດ 31ປີ ຂອງການສ້າງຕັ້ງ ສອຄຊ ວ່າ: ສຄອຊ ສ້າງຕັ້ງຂຶ້ນໃນປີ 1989 ມາຮອດປີ 2020 ປີນີ້ຖືວ່າຄົບຮອບ 31 ປີ ໃນໄລຍະຜ່ານນມາ ໄດ້ມີການເຄື່ອນໄຫວ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ. ໃນເມື່ອກ່ອນໂຄງສ້າງການຈັດຕັ້ງແມ່ນພາຍໃຕ້ການຊີ້ນຳຂອງກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ແລະ ມາຮອດປີ 2008 ໄດ້ແຍກເປັນເອກະລາດ ເປັນອົງການຈັດຕັ້ງທີ່ເປັນຜູ້ຕາງໜ້າໃຫ້ພາກທຸລະກິດ. ມາຮອດປັດຈຸບັນ ສຄອຊ ໄດ້ສຳເລັດການສ້າງຕັ້ງສະພາການຄ້າ ແລະ ອຸດສາຫະກຳຂັ້ນແຂວງ ແລະ ນະຄອນຫຼວງວຽງຈັນ ລວມ 18 ສະພາການຄ້າທີ່ຂຶ້ນກັບ ສຄອຊ. ພ້ອມດຽວກັນ, ກໍໄດ້ສ້າງຕັ້ງສະມາຄົມທຸລະກິດ ລວມ 27 ສະມາຄົມ. ພິເສດປີ 2017 ໄດ້ສ້າງຕັ້ງສູນບໍລິການທຸລະກິດຂະໜາດນ້ອຍ ແລະ ກາງ ຫຼື SME ...

Read More »

ແຂວງວຽງຈັນ ມີສິນຄ້າ ODOP ຫຼາຍເປັນອັນດັບ 3 ຂອງປະເທດ…..

ປັດຈຸບັນ, ແຂວງວຽງຈັນ ມີຫົວໜ່ວຍທຸລະກິດສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນທີ່ໄດ້ຮັບກາໝາຍໂອດັອບ (ODOP) ແຫ່ງຊາດ ລວມທັງໝົດ 19 ຫົວໜ່ວຍ, ມີ 62 ຜະລິດຕະພັນຍ່ອຍ, ກວມ 19 ບ້ານ ທີ່ນອນຢູ່ໃນ 10 ເມືອງພາຍໃນແຂວງ, ຈັດຢູ່ໃນອັນດັບ 3 ຂອງປະເທດ ທີ່ມີສິນຄ້າໜຶ່ງເມືອງໜຶ່ງຜະລິດແຫ່ງຊາດຫລາຍກວ່າໝູ່. ທ່ານ ສົມພອນ ຈັນທະດາລາ, ຫົວໜ້າກຸ່ມ ODOP ແຂວງວຽງຈັນ ໃຫ້ສໍາພາດໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ VI ຈັດຂຶ້ນເມື່ອບໍ່ດົນມານີ້ ວ່າ: ໄລຍະຜ່ານມາ ພະແນກ ອຸດສາຫະກຳ ແລະ ການຄ້າແຂວງວຽງຈັນ ຮ່ວມກັບກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມສິນຄ້າ ODOP ຢູ່ແຂວງວຽງຈັນຢ່າງຕໍ່ເນື່ອງ ເຊີ່ງນອກຈາກການເຝິກອົບຮົມ ແລະການແນະນໍາດ້ານການຜະລິດສິນຄ້າໃຫ້ໄດ້ມາດຕະຖານ ຍັງໄດ້ສົ່ງເສີມໃຫ້ກຸ່ມໄດ້ເຄື່ອນໄຫວເຂົ້າຮ່ວມກອງປະຊຸມ ແລະ ງານວາງສະແດງສິນຄ້າ ທັງພາຍໃນ ແລະຕ່າງປະເທດຫລາຍຄັ້ງ. ສະເພາະການວາງສະແດງສິນຄ້າ: ໄດ້ສົ່ງຫົວໜ່ວຍທຸລະກິດເຂົ້າຮ່ວມງານວາງສະແດງສິນຄ້າທັງພາຍໃນ ແລະ ຕ່າງປະເທດ 245 ຄັ້ງ, ໃນນັ້ນ ຢູ່ຕ່າງປະເທດ 1 ຄັ້ງ ...

Read More »

ສປປ ລາວ ມີຈໍານວນພົນລະເມືອງ ທີ່ເປັນຄົນພິການ 160,881 ຄົນ (2.77%) ໃນກຸ່ມ……………

ນະຄອນຫຼວງວຽງຈັນ, ວັນທີ 16 ທັນວາ ປີ 2020 ນີ້ ສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນໄດ້ເຜີຍແຜ່ບົດລາຍງານໂມໂນກາບ Monograph ກ່ຽວກັບຄົນພິການໃນ ສປປ ລາວ ເຊິ່ງໄດ້ນໍາໃຊ້ຂໍ້ມູນຈາກການສໍາຫຼວດປະຊາກອນ ແລະ ທີ່ຢູ່ອາໄສ ຄັ້ງທີ 4 ປີ 2015. ໂດຍການສະໜຸນທາງດ້ານເຕັກນິກ ແລະ ການເງິນໂດຍສູນສະຖິຕິແຫ່ງຊາດ, ການສໍາຫຼວດປະຊາກອນ ແລະ ທີ່ຢູ່ອາໄສ ທີ່ໄດ້ຮັບການສະໜັບສະໜູນຈາກອົງການ UNFPA, Humanity and Inclusion (HI) ແລະ ກະຊວງການຕ່າງປະເທດນໍເວ, ເຊິ່ງຜົນຂອງການສຶກສາສະແດງໃຫ້ເຫັນຫຼັກຖານຢ່າງຈະແຈ້ງວ່າ ຄົນພິການມີສະພາບເສດຖະກິດ-ສັງຄົມທີ່ທຸກຍາກກວ່າ ແລະ ມີໂອກາດທີ່ຈໍາກັດກວ່າ ທຽບໃສ່ປະຊາກອນທີ່ບໍ່ພິການໃນ ສປປ ລາວ. ລັດຖະບານແຫ່ງ ສປປ ລາວໄດ້ໃຫ້ສັດຕະຍະບັນໃນສົນທິສັນຍາວ່າດ້ວຍສິດທິຂອງຄົນພິການ (UNCRPD), ທີ່ໄດ້ກໍານົດກ່ຽວກັບສິດທິມະນຸດຂອງຄົນພິການໃນແຕ່ລະຂະແໜງ. ບັນດາແຜນຍຸດທະສາດ, ນະໂຍບາຍ ແລະ ແຜນການປະຕິບັດງານ ທີ່ແນໃສ່ຄົນພິການ-ໜຶ່ງໃນກຸ່ມຄົນທີ່ດ້ອຍໂອກາດທີ່ສຸດ-ໄດ້ຖືກຮັບຮອງເອົາໃນຊຸມປີຜ່ານມາຢູ່ ສປປ ລາວ. ດັ່ງນັ້ນ, ບັນດາຂໍ້ມູນທີ່ຖືກຕ້ອງກ່ຽວກັບຄົນພິການ ແມ່ນມີຄວາມສໍາຄັນໃນການລາຍງານໃຫ້ກັບໜ່ວຍງານລັດທີ່ອອກນະໂຍບາຍ, ວາງແຜນໂດຍອີງໃສ່ຄວາມຕ້ອງການ ທີ່ແນໃສ່ຄົນພິການ. ...

Read More »

ຮອງປະທານປະເທດ ເຄື່ອນໄຫວເຮັດວຽກ ຢູ່ແຂວງໄຊສົມບູນ………

ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ, ຫົວໜ້າຄະນະຊີ້ນຳພັດທະນາເຂດຈຸດສຸມໃຈກາງ ແຂວງໄຊສົມບູນ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊສົມ ບູນ ໃນວັນທີ 15 ທັນວາ 2020 ໄດ້ພົບປະໂອ້ລົມກັບບັດດາການນຳແຂວງ ໂດຍ ທ່ານ ພອຍຄຳ ຮຸ່ງບຸນຍວງ ຮອງເຈົ້າແຂວງໄຊສົມບູນ ໄດ້ລາຍງານວຽກງານພົ້ນເດັ່ນ ທີ່ແຂວງໄຊສົມບູນ ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ເປັນຕົ້ນ ແມ່ນຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງ ຄັ້ງທີ I, ງານປະກວດນາງສາວອາພອນເພດ ປະຈຳປີ 2020, ງານເທດສະການອາຫານ, ງານແຂ່ງຂັນກິລາພື້ນເມືອງງົວຊົນເກັ່ງ, ງົວຊົນງາມ ແລະ ກິລາຕີໝາກຂ່າງ ປະຈຳປີ 2020 ແລະ ວຽກງານທີ່ພົ້ນເດັ່ນອື່ນໆ ອີກຈຳນວນໜຶ່ງ. ໂອກາດດັ່ງກ່າວ, ທ່ານຮອງປະທານປະເທດ ໄດ້ມີຄຳເຫັນໂອ້ລົມຕໍ່ຄະນະພັກ-ອົງການປົກຄອງ ແຂວງໄຊສົມບູນ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດອັນເປັນພື້ນຖານຫລາຍຢ່າງ ທີ່ການນຳແຂວງໄຊສົມບູນ ໄດ້ຜ່ານຜ່າທຸກຄວາມຫຍຸ້ງຍາກຍາດມາໄດ້ ໃນໄລຍະຜ່ານມາ. ພ້ອມທັງໄດ້ເນັ້ນໜັກໃຫ້ການນຳແຂວງ ຈົ່ງສືບຕໍ່ຊີ້ນຳ-ນຳພາ ພັດທະນາເສດຖະກິດ-ສັງຄົມ ຂອງແຂວງໄຊສົມບູນ ໃຫ້ມີບາດກ້າວເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານສະມາຊິກພັກ, ທະຫານ, ...

Read More »

ລັດຖະມົນຕີ ຖວທ ຕ້ອນຮັບ ຫົວໜ້າ CRI ເຂົ້າຢ້ຽມອຳລາ……

ໃນວັນທີ 15 ທັນວາ 2020 ທ່ານ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ນາງ ສຸດທິດາ ຫົວໜ້າວິທະຍຸສາ ກົນ ແຫ່ງ ປະເທດຈີນ CRI ປະຈຳ ສປປ ລາວ ເຂົ້າຢ້ຽມອຳລາ ແລະ ສະເໜີ ທ່ານ ນາງ ແສງແກ້ວ ເຂົ້າດຳລົງຕຳແໜ່ງເປັນຫົວໜ້າວິທະຍຸສາກົນ ແຫ່ງ ປະເທດຈີນ CRI ປະຈຳລາວ ຄົນໃໝ່, ພ້ອມທັງອວຍພອນ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ສາກົນ ທີ່ຈະມາເຖິງນີ້. ໃນໂອກາດນີ້, ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ສະແດງຄວາມຍີນດີຕ້ອນຮັບ ແລະ ຊົມເຊີຍຜົນ ງານການຈັດຕັ້ງປະຕິບັດໜ້າທີ່ ໃນໄລຍະຜ່ານມາຂອງ ທ່ານ ນາງ ສຸດທິດາ ຖືເປັນການປະກອບ ສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍມິດຕະພາບ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບ ດ້ານ ໝັ້ນຄົງຍາວນານ ຕາມທິດ ...

Read More »

ເສດຖະກິດໝູນວຽນ ຈະຊ່ວຍລາວ ກ້າວສູ່ການປ່ອຍທາດກາກບອນໜ້ອຍລົງ……..

ສະຖາບັນສົ່ງເສີມພະລັງງານທົດແທນ ຮ່ວມມືກັບອົງການສະຫະປະຊາຊາດ ເພື່ອການພັດທະນາ ໂດຍການສະໜັບສະໜູນ ຈາກສະຫະພາບເອີລົບ ແລະ ຜູ້ໃຫ້ທືນອື່ນໆ ໄດ້ສົມທົບກັບບັນ ດາອົງການຈັດຕັ້ງລັດ ແລະ ພາກສ່ວນເອກະຊົນ ຈັດກອງປະຊຸມສະເໜີກ່ຽວກັບເສດຖະກິດໝູນວຽນ (Circular Economy) ຄັ້ງທໍາອິດຂຶ້ນ ທີ່ ໂຮງແຮມຄຣາວພຣາຊາ ນະຄອນຫລວງວຽງຈັນ, ເມື່ອອາ ທິດຜ່ານມາ; ໂດຍການເປັນປະທານຂອງ ທ່ານ ຈັນໂທ ມິລັດຕະນະແພງ ຫົວໜ້າສະຖາບັນ ສົ່ງເສີມພະລັງງານທົດແທນ, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ນາງ ຣີກາດາ ໄຣເກີ (Ricarda Rieger) ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈຳລາວ. ທ່ານ ຈັນໂທ ມິລັດຕະນະແພງ ກ່າວວ່າ: ສປປ ລາວ ກໍເປັນປະເທດໜຶ່ງ ທີ່ຖືໄດ້ວ່າຢູ່ໃນແຖວໜ້າ ຂອງບັນດາປະເທດໃນພາກພື້ນ ທີ່ລັດຖະບານໄດ້ຖືເອົາເສດຖະກິດໝູນວຽນ ເປັນສ່ວນໜຶ່ງ ເພື່ອຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໄປຕາມທິດທາງການເຕີບໂຕສີຂຽວ ແລະ ຍືນຍົງຂອງລັດ ທີ່ໄດ້ຮັບຮອງເອົາຢ່າງເປັນທາງການ. ດັ່ງນັ້ນ, ຈຶ່ງໄດ້ລິເລີ່ມການປະເມີນທາງເລືອກ ມາແຕ່ສົກ ປີ ...

Read More »

ສ້າງຄວາມເຂັ້ມແຂງການຄຸ້ມຄອງ ໄມ້ສົ້ນເຂົ້າ-ສົ້ນອອກ ພາຍໃນໂຮງງານ……

ກົມອຸດສາຫະກຳ ແລະ ຫັດຖະກຳ ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຄຳມ່ວນ ຈັດຝຶກອົບຮົມ ສ້າງຄວາມເຂັ້ມແຂງດ້ານການຄຸ້ມຄອງ ແລະ ຕິດຕາມໄມ້ສົ້ນເຂົ້າ ແລະ ສົ້ນອອກ ຢູ່ພະແນກອຸດສາຫະກຳ ແລະ ການຄ້າແຂວງຄຳມ່ວນ. ໃນວັນທີ 15 ທັນວາ 2020 ເພື່ອສ້າງຄວາມເຂັ້ມແຂງໃນການຄຸ້ມຄອງ ແລະ ຕິດຕາມກວດກາໄມ້ ໃຫ້ແກ່ບຸກຄະລາກອນພະແນກອຸດສາຫະກຳ ແລະ ການຄ້າແຂວງ, ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ແລະ ຜູ້ປະກອບການໂຮງງານປຸງແຕ່ງໄມ້ພາຍໃນແຂວງ ເພື່ອນຳບົດຮຽນດັ່ງກ່າວໄປຈັດຕັ້ງປະຕິບັດໃຫ້ມີປະສິດທິພາບສູງ. ຊຸດອົບຮົມຄັ້ງນີ້, ໄດ້ສະເໜີຂໍ້ຕົກລົງຂອງກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 0777/ອຄ.ກອຫ ລົງວັນທີ 25 ສິງຫາ 2020 ວ່າດ້ວຍການຄຸ້ມຄອງ, ຕິດຕາມໄມ້ສົ້ນເຂົ້າ ແລະ ສົ້ນອອກ ໂດຍຂໍ້ຕົກລົງແມ່ນໄດ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ຕິດຕາມ ແລະ ກວດກາ ໄມ້ສົ້ນເຂົ້າ ແລະ ສົ້ນອອກ ...

Read More »

ຄຳມ່ວນ ມີຍອດຊັບສິນທັງໝົດ ເພີ່ມຂຶ້ນ 22,52% ທຽບໃສ່ 10 ເດືອນ….

ທ່ານ ສອນໄຊ ສິດພະໄຊ ກຳມະການສຳຮອງສູນກາງພັກ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ ພ້ອມຄະນະ ໄດ້ພົບປະ ແລະ ປຶກສາຫາລືວຽກງານ ກັບທ່ານ ວັນໄຊ ພອງສະຫວັນ ເລຂາຄະນະພັກ, ຮັກສາການເຈົ້າແຂວງຄໍາມ່ວນ ທີ່ຫ້ອງວ່າການປົກຄອງແຂວງດັ່ງກ່າວ ໃນວັນທີ 14 ທັນວາ 2020 ເນື່ອງໃນໂອກາດທີ່ທ່ານໄດ້ຮັບໜ້າທີ່ເປັນເລຂາຄະນະພັກແຂວງ, ຮັກສາການເຈົ້າແຂວງຄໍາມ່ວນ ແລະ ຍັງຮັບຊາບບັນຫາສຳຄັນຕ່າງໆ ໂດຍສະເພາະສະພາບການຈັດຕັ້ງປະຕິບັດການດຳເນີນທຸລະກຳການເງິນ ຂອງຂະແໜງການທະນາຄານ ແລະ ສະຖາບັນການເງິນຈຸລະພາກ ຢູ່ແຂວງດັ່ງກ່າວ. ການພົບປະໃນຄັ້ງນີ້, ສອງຝ່າຍ ຍັງຕີລາຄາສູງ ຕໍ່ໝາກຜົນແຫ່ງການເຄື່ອນໄຫວວຽກງານໃນຜ່ານມາ ແລະ ຍັງຈະພ້ອມກັນຮ່ວມມື, ປະກອບສ່ວນເຂົ້າໃນການແກ້ໄຂບັນຫາຂໍ້ຄົງຄ້າງ ທີ່ຕິດພັນກັບວຽກງານທະນາຄານແລະ ສະຖາບັນການເງິນຈຸລະພາກ ຢູ່ແຂວງຄຳມ່ວນ ໃຫ້ດີຂຶ້ນເປັນກ້າວໆ ແນໃສ່ເພື່ອນຳໃຊ້ແຫລ່ງທຶນທະນາຄານແລະ ສະຖາບັນການເງິນຈຸລະພາກ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງຄຳມ່ວນ ເຮັດໃຫ້ຊາວແຂວງຄຳມ່ວນ ມີຊີວິດການເປັນຢູ່ດີຂຶ້ນເປັນກ້າວໆ. ໄລຍະດຽວກັນນີ້, ທ່ານຜູ້ວ່າການທະນາຄານແຫ່ງ ສປປ ລາວ ຍັງໄດ້ພົບປະໂອ້ລົມກັບບັນດາສາຂາ/ໜ່ວຍບໍລິການທະນາຄານທີ່ດຳເນີນທຸລະກິດຢູ່ແຂວງດັ່ງກ່າວ ຊຶ່ງປັດຈຸບັນມີ 5 ສາຂາທະນາຄານ, 23 ໜ່ວຍບໍລິການ (ລວມໜ່ວຍບໍລິການ ທະນາຄານຮ່ວມພັດທະນາ, ນະໂຍບາຍ, ພັດທະນາລາວ ...

Read More »

ເປີດໂຄງການກ່ຽວກັບການປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ…..

ກອງ​ປະຊຸມ​ເປີດ​ໂຄງການ​ກ່ຽວ​ກັບ​ການ​ປ້ອງ​ກັນ ແລະ ລຶບລ້າງ​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ເພື່ອ​ເຊື່ອມ​ສານ​ບົດບາດ​ຍິງ-​ຊາຍ ເຂົ້າໃນວາລະ​ການ ພັດທະນາ​ແຫ່ງ​ຊາດ ຂອງ ສປປ ລາວ ໄດ້​ຈັດ​ຂຶ້ນ​ເມື່ອບໍ່​ດົນ​ມານີ້ ທີ່ອົງການ​ສະຫະ​ປະຊາຊາດ ປະຈຳ ລາວ ໂດຍ​ມີ ທ່ານນາງ ບົວ​ຈັນ ສີ​ຫາ​ນາດ ຮອງ​ປະທານ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ, ທ່ານ ນາງ ແຄດ​ເທີ​ລີນ ເຟືອງ (Catherine Phoung) ຮອງ​ຜູ້ຕາງໜ້າ​ອົງການ​ສະຫະ​ປະຊາຊາດ ປະ​ຈໍາ​ລາວ, ທ່ານ ວິ​ກ​ເຕີ ເວ​ລ​ດິ​ວີ​​ໂສ (Victor Valdivieso) ຮອງ​ຜູ້ຕາງໜ້າ​ອົງການ​ສະຫະ​ປະຊາຊາດ ກອງ​ທຶນ​ ເພື່ອ​ປະຊາກອນ ແລະ ພາກ​ສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ. ທ່ານ ນາງ ແຄດ​ເທີ​ລີນ ເຟືອງ ໄດ້​ກ່າວ​ວ່າ: ໂຄງການ​ການ​ປ້ອງ​ກັນ ແລະ ລຶບ​ລ້າງ​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ ມີ​ຈຸດປະສົງ ເພື່ອ​ເອົາໃຈໃສ່​ການ​ເຊື່ອມ​ໂຍງ​ທີ່​ສຳຄັນ ລະຫວ່າງ ຄວາມ​ຮຸນ​ແຮງ​ຕໍ່​ບົດບາດ ຍິງ​-​ຊາຍ ແລະ ຜົນ​ສໍາ​ເລັດ​ຂອງ​ວາລະ​ການ​ພັດທະນາ​ແຫ່ງ​ຊາດ ແລະ ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ (SDGs) ແລະ ຈະ​ສະໜັບສະໜູນ​ໃຫ້​ແກ່​ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ ໃນ​ການ​ວາງ​ແຜນການ​ລິ​ເລີ່ມ​ຂອງ​ຂະແໜງການ ເພື່ອ​ແກ້​ໄຂ ແລະ ຫຼຸດຜ່ອນ​ຄວາມ​ຮຸນ​ແຮງ​ດັ່ງ​ກ່າວ. ...

Read More »