ຂ່າວ ພາຍໃນປະເທດ

ໂຮງງານກັ່ນນໍ້າມັນແຫ່ງທຳອິດຂອງລາວ ເປີດການຜະລິດໃນທ້າຍເດືອນນີ້……….

ໂຮງງານກັ່ນນໍ້າມັນແຫ່ງທຳອິດຂອງລາວ ຄາດວ່າຈະເປີດທົດລອງການຜະລິດນ້ຳມັນເຊື້ອໄຟ ໃນວັນທີ 30 ພະຈິກ 2020 ທີ່ຈະມາເຖິງນີ້, ເພື່ອຊົມໃຊ້ຢູ່ພາຍໃນປະເທດ. ພ້ອມກັນນີ້, ເພື່ອຊ່ວຍຫລຸດຜ່ອນການນຳເຂົ້ານ້ຳມັນເຊື້ອໄຟ ຈາກຕ່າງປະເທດ, ທັງຫລຸດຜ່ອນລາຄານ້ຳມັນໃນຕະຫລາດພາຍໃນນຳອີກ, ໂດຍຈະຜະລິດ ນ້ຳມັນແອັດຊັງ, ກາຊວນ ແລະ ອາຍແກັດ ໃຫ້ໄດ້ 1 ລ້ານໂຕນຕໍ່ປີ. ທ່ານ ປານີ ພວງເພັດ ຮອງຜູ້ອຳນວຍການ ບໍລິສັດເປໂຕຣເຄມີລາວ ຈຳກັດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 24 ພະຈິກ 2020 ນີ້ວ່າ: ໂຮງງານກັ່ນນໍ້າມັນ ຂອງບໍລິສັດເປໂຕຣເຄມີລາວ ຈຳກັດ ຕັ້ງຢູ່ເຂດພັດທະນາກວມລວມໄຊເສດຖາ ນະຄອນຫລວງວຽງຈັນ, ໄດ້ເລີ່ມກໍ່ສ້າງໃນປີ 2015 ໃນເນື້ອທີ່ທັງໝົດ 280.000 ຕາແມັດ, ໂດຍໃຊ້ເງິນລົງທຶນ 179 ລ້ານໂດລາສະຫະລັດ ພາຍໃຕ້ບໍລິສັດເປໂຕຣເຄມີ ລາວ-ຈີນ ແຂວງຢຸນນານ ກັບ ກຸ່ມບໍລິສັດກໍ່ສ້າງ ແລະ ລົງທຶນແຂວງຢຸນນານ ຮຸ້ນສ່ວນຈຳກັດ ຖືຮຸ້ນ 75%, ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ຖືຫຸ້ນ 20% ແລະ ບໍລິສັດຮ່ວມທຶນລາວ-ຈີນຈຳກັດ ...

Read More »

ໂຄງການທາງລົດໄຟລາວ-ຈີນ ອາດຈະສ້າງບໍ່ທັນສຳເລັດທັນຕາມແຜນການທີ່ກຳນົດ ເນື່ອງຈາກ………

ບໍລິສັດທາງລົດໄຟລາວ-ຈີນ ໄດ້ແຈ້ງຕໍ່ສຳນັກຂາວເມື່ອບໍ່ດົນມານວ່າ: ການກໍ່ສ້າງໂຄງການທາງລົດໄຟລາວ-ຈີນ ແຕ່ຊາຍແດນລວຈີນ(ບໍ່ເຕັນ) ຫາ ນະຄອນຫຼວງວຽງຈັນ ມີຄວາມຄືບໜ້າຢ່າງຕໍ່ເນື່ອງ ແລະຕາມແຜນແມ່ນຈະເປີດນຳໃຊ້ໃນເດືອນທັນວາ 2021. ແຕ່ເນື່ອງຈາກບັນຫາການໄກ່ເກ່ຍຍົກຍ້າຍສິ່ງກີດຂວາງ ແລະ ເວນຄືນທີ່ດິນ ແຕ່ສະຖານີວຽງຈັນ ຫາ ວຽງຈັນໃຕ້ ສົ່ງຜົນກະທົບໃຫ້ແກ່ການກໍ່ສ້າງ, ຖ້າຫາກສາມາດແກ້ໄຂບັນຫາການົກຍ້າຍເວນຄືນທີ່ດິນ ແລະສາມາດສະໜອງເນື້ອທີ່ດິນກໍ່ສ້າງໄດ້ຢ່າງທັນເວລາ, ຈະເຮັດໃຫ້ເສັ້ນທາງລົດໄຟຕະຫຼອດສາຍທາງ ສາມາດກໍ່ສ້າງສຳເລັດ ແລະ ເປີດນຳໃຊ້ໄດ້ຢ່າງທັນການ ແຕ່ຖ້າຫາກຍັງບໍ່ສາມາດແກ້ໄຂບັນຫາດັ່ງກ່າວໄດ້ ຫຼື ຊັກຊ້າອາດຈະເຮັດໃຫ້ການກໍ່ສ້າງທາງລົດໄຟບໍ່ສຳເັດ ແລະ ຈະບໍ່ສາມາດເປີດນຳໃຊ້ໄດ້ຕາມແຜນທີ່ວາງໄວ້. ບໍລິສັດທາງລົດໄຟລາວ-ຈີນຈຳກັດ ແຈ້ງໃຫ້ຮູ້ຕື່ມວ່າ: ຮອດປັດຈຸບັນພື້ນຖານໂຄ່ງລ່າງຂອງເສັ້ນທາງລົດໄຟ ແມ່ນຈະສຳເລັດໂດຍພື້ນຖານ ໃນທ້າຍປີ 2020 ຊຶ່ງປະກອບມີ ການສຳເລັດການເຈາະອຸໂມງ 75 ແຫ່ງຂອງທົ່ວທົງແລວທາງ, ສຳເລັດການກໍ່ສ້າງຂົວທັງໝົດ 164 ແຫ່ງ, ຄັນທາງ 180 ຕອນໄດ້ສຳເລັດໂດຍພື້ນຖານ. ບັນດາໜ້າວຽກກໍ່ສ້າງເຊັ່ນ: ວຽກລາງລົດໄຟ, ວຽກລະບົບ ແລະ ວຽກອາຄານສະຖານີ ແມ່ນກ້າວເຂົ້າສູ່ໄລຍະທີ່ສຳຄັນ ແລະຫຍຸ້ງຍາກກທີ່ສຸດ, ໄດ້ສຳເລັດການວາງລາງ 188,8 ກິໂລແມັດ ໃນຕະຫຼອດເສັ້ນທາງ, ກວມເອົາ 44,6% ຂອງໄລຍະທາງທັງໝົດ, ທ້າຍປີນີ້ຈະວາງລາງຮອງຫຼວງພະບາງ, ທ້າຍເດືອນ ມິຖຸນາ ...

Read More »

ເຂື່ອນເຊປຽນ-ເຊນໍ້ານ້ອຍ ຕ້ອງຮັບປະກັນບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມ……….

ວັນທີ 25 ພະຈິກ 2020 ທ່ານ ສີນາວາ ສຸພານຸວົງ, ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະວິຊາການກົມຄຸ້ມຄອງພະລັງງານ ໄດ້ເຄື່ອນໄຫວຕິດຕາມ ແລະ ກວດກາໜ້າວຽກດ້ານເຕັກນິກຂອງໂຄງການເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ໂດຍໄດ້ໄປກວດກາເບິ່ງ, ພ້ອມທັງໄດ້ຮັບຟັງການອະທິບາຍຊີ້ແຈງຈາກຄະນະຮັບຜິດຊອບທີ່ກ່ຽວຂ້ອງຂອງໂຄງການດັ່ງກ່າວຢູ່ຫຼາຍຈຸດ ເປັນຕົ້ນແມ່ນ: ການກໍ່ສ້າງເຂື່ອນກັ້ນນໍ້າ D ແຫ່ງໃໝ່ ເປັນປະເພດເບຕົງອັດແໜ້ນ (RCC), ລວງສູງ 56,7 ແມັດ, ສັນຍາວ 430 ແມັດ, ມີອຸໂມງລະບາຍນໍ້າສຸກເສີນຢູ່ລະດັບກາງເຂື່ອນ 02 ປ່ອງ, ການສ້ອມແປງເຂື່ອນກັ້ນນໍ້າ E, F, ການສ້ອມແປງເຂື່ອນເຊປຽນ, ການຕິດຕາມ ແລະ ກວດກາເຂື່ອນທໍາມະຊາດ (ຂອບອ່າງເກັບນໍ້າທີ່ເປັນພູທໍາມະຊາດ), ການກະກຽມກັກເກັບນໍ້າຄືນໃໝ່, ການຕິດຕັ້ງອຸປະກອນ ແລະ ສິ່ງປະກອບສ້າງດ້ານໄຟຟ້າຢູ່ເຮືອນຈັກ, ການແລ່ນທົດສອບ-ທົດລອງເຄື່ອງຈັກ, ສາຍສົ່ງ ແລະ ສະຖານີໄຟຟ້າຂອງໂຄງການ. ຜ່ານການລົງກວດກາພາກສະໜາມເຫັນວ່າ: ໂຄງການດັ່ງກ່າວມີຄວາມເອົາໃຈໃສ່ຫຼາຍຕໍ່ກັບວຽກງານຄວາມປອດໄພ ໂດຍສະເພາະແມ່ນການກໍ່ສ້າງຄູກັ້ນນໍ້າ D ໃໝ່, ການປັບປຸງບັນດາໂຄງສ້າງຂອງເຂື່ອນຕ່າງໆ, ການບໍລິຫານຈັດການນໍ້າໃນອ່າງຂອງໂຄງການ ແລະ ອື່ນຯ ແມ່ນເຮັດໄດ້ດີ ແລະ ປະຕິບັດຕາມຄໍາເຫັນແນະນຳຂອງຊ່ຽວຊານສາກົນ (IA). ...

Read More »

ມຊ ສຸມໃສ່ປັບປຸງ ແລະ ສ້າງຫຼັກສູດໃໝ່ທີ່ມີຄວາມຈໍາເປັນ………

ທ່ານ ສຈ. ປອ. ສົມສີ ຍໍພັນໄຊ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ໄດ້ໃຫ້ສຳພາດວ່າ:ມະຫາວິທະຍາໄລແຫ່ງຊາດ ( ມຊ ) ໄດ້ຮັບການສ້າງຕັ້ງປີ 1996 ມາຮອດປັດຈຸບັນແມ່ນຄົບຮອບ 24 ປີ ມຊ ໃນເບື້ອງຕົ້ນມະຫາວິທະຍາໄລແຫ່ງຊາດ ມີພຽງແຕ່ 7 – 8 ຄະນະວິຊາ ແຕ່ມາຮອດປັດຈຸບັນມີເຖິງ 13 ຄະນະວິຊາ. ນອກຈາກນີ້ ມະຫາວິທະຍາໄລແຫ່ງຊາດຍັງໄດ້ມີ 2 ສະຖາບັນຫຼັກຄື ສະຖາບັນລາວ – ຍີ່ປຸ່ນ ແລະ ສະຖາບັນຂົງຈື ທີ່ໄດ້ຮັບການພັດທະນາຂຶ້ນຢູ່ໃນມະຫາວິທະຍາໄລແຫ່ງຊາດ. ວິໄສທັດຂອງ ມຊ ແມ່ນພັດທະນາຄູ – ອາຈານ ຜູ້ທີ່ມີ ຄວາມຮູ້ຄວາມສາມາດ ໂດຍສະເພາະຜູ້ທີ່ຈະມາສິດສອນໄດ້ກໍຕ້ອງແມ່ນລະດັບປະລິນຍາໂທ, ປະລິນຍາເອກ ຫຼື ເປັນຊ່ຽວຊານເຖິງຈະສອນໄດ້ ມາຮອດໄລຍະນີ້ ມຊ ໄດ້ມີການປະຕິບັດການສ້າງຄູ – ອາຈານໄດ້ຫຼາຍສົມຄວນ. ໃນປັດຈຸຸບັນທາງ ມຊ ໄດ້ຄ່ອຍລົບລ້າງລະບົບອະນຸປະລິນຍາ, ຊັ້ນສູງ ແລະ ກໍກຽມທີ່ຈະໂຈະສອງຄະນະວິຊາທີ່ມີຫຼັກສູດຊັ້ນສູງ. ມຊ ໄດ້ສຸມໃສ່ຫຼັກສູດປະລິນຍາຕີ, ...

Read More »

ຄວາມຄືບໜ້າຫຼ້າສຸດ..! ໃນການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟລາວ-ຈີນ …..

ກອງປະຊຸມຄົບຄະນະ ຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຄັ້ງທີ 9 ຈັດຂຶ້ນທີ່ກະຊວງໂຍທາທີການ ແລະ ຂົນສົ່ງ ໃນຕອນເຊົ້າວັນທີ 25 ພະຈິກ 2020 ໂດຍການເປັນປະທານຂອງ ທ່ານ ປອ. ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານ ອົງການກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ຫົວໜ້າຄະນະຊີນໍາໂຄງການກໍ່ສ້າງທາງລົດໄຟລາວຈີນ ເຂົ້າຮ່ວມມີ ທ່ານ ປອ. ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ທັງເປັນຮອງຫົວໜ້າຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ (ຜູ້ປະຈໍາການ) ມີບັນດາທ່ານ ຮອງລັດຖະມົນຕີ ຮອງເຈົ້າແຂວງທີ່ແລວທາງລົດໄຟຜ່ານ ຕາງໜ້າອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ . ທ່ານ ຈັນຕຸລາ ພະນະລາສີ ກົວໜ້າຄະນະຄຸ້ມຄອງ ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໄດ້ລາຍງານຄວາມຄືບໜ້າຂອງການກໍ່ສ້າງທາງລົດໄຟລາວ-ຈີນຄວາມຄືບໜ້າພົ້ນເດັ່ນການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຊຶ່ງຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການ ຊ່ວງທີ 1 (409 ກິໂລແມັດ) ມາຮອດວັນທີ 31 ຕຸລາ ປີ 2020 ປະຕິບັດສໍາເລັດ 94,15% ...

Read More »

ສະ​ຫາຍ​ ພັນ​ຄຳ ວິ​ພາ​ວັນ ເນັ້ນໃຫ້ຄະນະພັກ ສສກ ຍົກສູງຄຸນນະພາບການສຶກສາ….

ສະຫາຍ ພັນຄຳ ວິພາວັນ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ, ຮອງ​ປະ​ທານ​ປະ​ເທດ​ແຫ່ງສ​ປ​ປ ລາວ ໄດ້ເນັ້ນໜັກໃຫ້ຄະນະບໍລິຫານງານພັກກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ຊຸດໃໝ່ (ສະໄໝທີ IX) ເອົາໃຈໃສ່ 5 ບັນຫາຫຼັກ ເພື່ອຍົກສູງຄຸນນະພາບການສຶກສາ ແລະ ກິລາ ໃຫ້ກ້າວທຽບທັນກັບພາກພື້ນ ແລະ ສາກົນ ສາມາດຮັບ​ປະ​ກັນ​ໃຫ້​ປະ​ເທດ​ຊາດ ​ມີ​​​ສະ​ຖຽນ​ລະ​ພາບ​ໝັ້ນ​ຄົງທາງ​ດ້ານ​ການ​ເມືອງ-ປ້ອງ​ກັນ​ຊ​າດ, ມັ່ງຄັ່ງ, ຮັ່ງມີ, ເຂັ້ມ​ແຂງ ແລະ ຜາສຸກ. ພິທີໂອ້ລົມໄດ້ມີຂຶ້ນ ໃນຕອນເຊົ້າວັນທີ 25 ພະຈິກ 2020 ທີ່ສະໂມສອນຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ, ໂດຍໃຫ້ກຽດຮັບຟັງມີ ສະຫາຍ ນາງ ແສງເດືອນ ຫຼ້າທະບູນ ກຳ​ມະ​ການ​ສູນ​ກາງ​ພັກ, ເລຂາຄະນະພັກຊຸດເກົ່າ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ສຶກ​ສາ​ທິ​ການ ແລະ ​ກິ​ລາ ແລະ ສະ​ຫາຍ ​ຮສ.ປອ ພຸດ ສິມ​ມາ​ລາ​ວົງ ເລ​ຂາ​ຄະ​ນະ​ບໍ​ລິ​ຫານ​ງານ​ພັກ​ກະ​ຊວ​ງ​ສຶກ​ສາ​ທິ​ການ ແລະ​ ກິ​ລາ​ ຊຸດໃໝ່, ຮອງລັດຖະມົນຕີ ...

Read More »

ສະຫາຍ ຮສ ປອ ພຸດ ສິມມາລາວົງ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກກະຊວງ ສສກ ຊຸດໃໝ່……..

ສະຫາຍ ຮອງສາດສະດາຈານ ປະລິນຍາເອກ ພຸດ ສິມມາລາວົງ ແລະ ສະຫາຍນາງ ຂັນທະລີ ສິຣິພົງພັນ ໄດ້ຮັບເລືອກຕັ້ງໃຫ້ເປັນເລຂາ ແລະ ຮອງເລຂາ ຄະນະບໍລິຫານງານພັກ ກະຊວງສຶກສາທິການ ແລະ ກິລາ ໃນກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ຄັ້ງທີ IX. ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ຄັ້ງທີ IX ໄດ້ດຳເນີນມາເປັນມື້ທີສອງ ໃນຕອນເຊົ້າມື້ນີ້ (25 ພະຈິກ) ຫຼັງຈາກໄຂຂຶ້ນຢ່າງເປັນທາງການ ມື້ວານນີ້ ທີ່ຫ້ອງປະຊຸມ ມະຫາວິທະຍາໄລແຫ່ງຊາດ ໂດຍໄດ້ມີການປະກາດຜົນການເລືອກຕັ້ງ ຄະນະບໍລິຫານງານພັກກະຊວງ ຊຸດໃໝ່ ເຊິ່ງມີລາຍລະອຽດດັ່ງນີ້: *ຄະນະປະຈຳພັກກະຊວງ:1. ສຫ ຮສ ປອ ພຸດ ສິມມາລາວົງ 2. ສຫ ນາງ ຂັນທະລີ ສິຣິພົງພັນ3. ສຫ ປອ ນາງ ສີສຸກ ວົງວິຈິດ 4. ສຫ ປອ ບຸນປັນ ...

Read More »

ປະດັບຫຼຽນ ແລະ ມອບໃບຍ້ອງຍໍ ຕໍ່ຜູ້ທີ່ເຮັດວຽກງານສິດທິເດັກ….

ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະເດັກຈັດພິທີປະດັບຫລຽນ ແລະ ມອບໃບຍ້ອງຍໍໃຫ້ກົມກອງລວມໝູ່ທີ່ມີຜົົນງານການເຄື່ອນໄຫວ ແລະ ເຮັດວຽກສິດທິເດັກຢູ່ ລາວ ນັບແຕ່ 1989 ຫາ 2019 ຄົບ 30 ປີ ໃນຕອນເຊົ້າວັນທີ 25 ພະຈິກ 2020, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວ, ຮອງປະທານຜູ້ປະຈຳການຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະເດັກ ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຮອງປະທານອົງການ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າອົງການ ສປຊ, ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ, ອົງການຈັດຕັ້ງທາງສັງຄົມປະຈຳລາວ ແລະນ້ອງນ້ອຍນັກຮຽນເຂົ້າຮ່ວມ. ໃນພິທີ ທ່ານ ນາງບັນດິດ ປະທຸມວັນ, ຮອງປະທານຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ໄດ້ຍົກໃຫ້ເຫັນຜົນງານການເຄື່ອນໄຫວວຽກສິດທິເດັກຢູ່ລາວ ຕະຫລອດໄລຍະ 30 ປີ ໃນຖານະທີ່ເປັນລັດພາຄີຕໍ່ສົນທິສັນຍາ ວ່າດ້ວຍສິດທິເດັກ ແລະ ສອງອານຸສັນຍາເພີ່ມເຕີມ ລັດຖະບານລາວສາມາດຍາດມາໄດ້ຜົນສຳເລັດຫຼາຍດ້ານເປັນຕົ້ນ: ໄດ້ມີນະໂຍບາຍ, ກົດໝາຍ, ແຜນງານ, ...

Read More »

ເມືອງຄູນ ປະຕິສັງຂອນ ແລະ ສ້າງແຫຼ່ງທ່ອງທ່ຽວທາງປະຫວັດສາດ ຫຼາຍແຫ່ງ….

ຊຽງຂວາງແມ່ນໜຶ່ງໃນບັນດາແຂວງພາກເໜືອຂອງລາວທີ່ມີດິນຟ້າອາກາດເຢັນສະບາຍຕະຫຼອດປີ; ພາຍໃຕ້ໂຄງການລາວທ່ຽວລາວນີ້,. ແຂວງຊຽງຂວາງພວດເລັ່ງການຟື້ນຟູແຫຼ່ງທ່ອງທ່ຽວທາງດ້ານການປະຕິສັງຂອນວັດວາອາຮາມທີ່ເກົ່າແກ່ທີ່ຖືກສົງຄາມທຳລາຍ ແລະ ສ້າງຂຶ້ນໃໝ່ຈຳນວນໜຶ່ງໃນເຂດປະຫວັດສາດເມືອງເກົ່າອັນຍາວນານຂອງອະດີດຣາຊະທານີເມືອງພວນ ກໍ່ຄືເມືອງຄູນໃນປັດຈຸບັນ. ເມືອງຄູນໃນປະຫວັດສາດແມ່ນນະຄອນຊຽງຂວາງຂອງອານາຈັກພວນໃນຣາຊະການຂອງພະເຈົ້າລ້ານຊ້າງຄຳກອງໃນ ປີ 1372, ພະອົງໄດ້ນຳເອົາພະພຸດທະສາດສະໜາ ແລະ ພະພຸດທະຮູບທອງ 1 ອົງ, ຈາກເມືອງຫົງສາວະດີ ແລະ ເຄື່ອງຄໍ້າຂອງຄູນ ຂອງພີ່ນ້ອງຊາວພວນມາສະຖິດໄວ້ໃນດິນແດນແຫ່ງນີ້ຈົນໄດ້ສັນຍານາມວ່າເມືອງຄູນຈົນຮອດທຸກວັນນີ້. ໃນປີ 1990 ພະນະທ່ານ ພູມີ ວົງວິຈິດ ຜູ້ນຳທີ່ແສນເຄົາລົບຂອງຊາວຊຽງຊວາງ ເວົ້າສະເພາະ ເວົ້າລວມກໍຄືຊາວລາວທັງມວນພ້ອມດ້ວຍພະອາຈານຈາລຸຸນກຳມະການໃນຄະນະອົງການພຸດທະສາດສະໜາສູນກາງ (ອພສ) ແລະ ພະອາຈານ ເມກ ໄດ້ລະດົມແຫຼ່ງທຶນຈາກຜູ້ມີຈິດໃຈໃສສັດທາທັງຫຼາຍໄປສົມທົບກັບອຳນາດການປົກຄອງແຂວງຊຽງຂວາງ ແລະ ອຳນາດການປົກຄອງເມືອງຄູນ ກໍຄືປະຊາຊົນແຂວງຊຽງຂວາງໄດ້ປະຕິສັງຂອນ ພັດທະສິມມາພະພຸດທະຮູບອົງຕື້ຢູ່ວັດສີພົມ ເມືອງຄູນເປັນແຫຼ່ງທຳອິດຂອງແຂວງຊຽງຂວາງຄືນໃໝ່ ແລະ ສຳເລັດໃນປີ1992, ຕໍ່ມາໃນປີ 2015 ໄດ້ປະຕິສັງຂອນຫໍລວມ 12 ຫໍຫຼັກເມືອງຄືນໃໝ່, ໃນປີ 2018 ໄດ້ຮັບທຶນຈາກອົງການມໍລະດົກໂລກ, ອົງການສຶກສາ ແລະ ວິທະຍາສາດສະຫະປະຊາຊາດ (UNESCO) ປະຕິສັງຂອນພະທາດຝຸ່ນ ແລະ ແທ່ນພັດທະສິມມາວັດເພຍວັດໃນເມືອງຄູນຄືນໃໝ່. ໃນຮູບພະທາດຫຼວງນີ້ ກໍເໝືອນດັ່ງທາດຫຼວງຢູ່ນະຄອນຫຼວງວຽງຈັນ ມີ 30 ປາຣະມີທາດນ້ອຍລຽນລ້ອມຢູ່ຊອນລອນ, ສ່ວນທັງສີ່ດດ້ານກໍ່ມີປະຕູເຂົ້າທີ່ມີມຸກຫຼັງຄາປະດັບຢ່າງສວຍງາມສະດຸດຕາ.ປັດຈຸບັນນີ້, ທາງຄະນະຟື້ນຟູ ...

Read More »

Elon Musk ເປັນບຸກຄົນທີ່ລໍ່າລວຍອັນດັບ 2 ຂອງໂລກ ດ້ວຍມູນຄ່າພາຍໃນປີດຽວສູງເຖິງ……….

Elon Musk ຜູ້ກໍ່ຕັ້ງ Tesla ແຊງໜ້າ Bill Gates ຜູ້ຮ່ວມກໍ່ຕັ້ງ Microsoft ຈົນກາຍເປັນບຸກຄົນທີ່ລໍ່າລວຍທີ່ສຸດ ເປັນອັບດັບ 2 ຂອງໂລກຕາມດັດສະນີ Bloomberg Billionaires Index Musk ອາຍຸ 49 ປີ ມີມູນຄ່າສຸດທິເພີ່ມ 100,​3 ພັນລ້ານໂດລາໃນປີ 2020 ຊຶ່ງຫຼາຍກວ່າບຸກຄົນອື່ນໆ ໃນການຈັດອັນດັບບຸກຄົນທີ່ລໍ່າລວຍທີ່ສຸດ 500 ອັນດັບທຳອິດຂອງໂລກຂອງ Bloomberg ລາຍງານຈາກ Bloomberg News ໃນການເພີ່ມຄັ້ງຫຼ້າສຸດມູນຄ່າສຸດທິຂອງ Musk ເພີ່ມຂຶ້ນ 7,​2 ພັນລ້ານໂດລາກ້າວຂຶ້ນທີ 127,​9 ພັນລ້ານໂດລາ. ການເພີ່ມຂຶ້ນຂອງດັດສະນີຈາກບຸກຄົນທີ່ລໍ່າລວຍທີ່ສຸດອັນດັບທີ 35 ໃນເດືອນ ມັງກອນ ເປັນຜົນມາຈາກ Tesla ຊຶ່ງມີມູນຄ່າຕະຫຼາດເກືອບ 500 ພັນລ້ານໂດລາ ປະມານ 3 ໃນ 4 ຂອງມູນຄ່າສຸດທິຂອງ Musk ປະກອບດ້ວຍຫຸ້ນຂອງ Tesla. Musk ຍັງເປັນຮອງຈາກ Jeff Bezos ...

Read More »