ໃນວັນທີ 14 ທັນວາ 2020, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນ ເພື່ອຊຸກຍູ້, ກວດກາ ແລະ ຕິດຕາມການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງໃນປີ 2020 ແລະ ໃຫ້ທິດຊີ້ນຳໃນການວາງທິດທາງຈຸດສຸມສຳລັບ ປີ 2021 ແນ່ໃສ່ເຮັດໃຫ້ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ.

ການມາເຄື່ອນໄຫວເຮັດວຽກໃນຄັ້ງນີ້, ຈະເປັນການກະຕຸກຊຸກຍູ້ ໃຫ້ການນໍາພັກ-ລັດ, ພະນັກ ງານ-ລັດຖະກອນ ຕະຫລອດຮອດພໍ່ແມ່ປະຊາຊົນແຂວງຄຳມ່ວນ ສືບຕໍ່ປະກອບສ່ວນອັນສຳຄັນ ເຂົ້າໃນຂະບວນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄື ຂອງຄຳມ່ວນ ໃຫ້ສຳເລັດ ແລະ ບັນລຸຕາມຄາດໝາຍທີ່ວາງໄວ້.
ພ້ອມນັ້ນ, ກໍຈະເປັນເຂັມຊີ້ທິດເຍືອງທາງ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງໃນຕໍ່ໜ້າ ໃນການເສີມຂະຫຍາຍຈຸດດີ, ແກ້ໄຂບັນດາຄົງຄ້າງ ແລະ ເອົາຊະນະສິ່ງທ້າທາຍຄວາມຫຍຸ້ງຍາກຕ່າງໆ ເພື່ອຮັບປະກັນເຮັດໃຫ້ການພັດທະນາ ມີການຂະຫຍາຍຕົວໃນຈັງຫວະທີ່ດີ ແລະ ຕໍ່ເນື່ອງ.

ການມາຢ້ຽມຢາມເຄື່ອນໄຫວອັນສໍາຄັນໃນຄັ້ງນີ້, ຍັງສະແດງໃຫ້ເຫັນເຖິງຄວາມເປັນຫ່ວງເປັນໃຍຂອງການນຳພັກ ແລະ ລັດ ທີ່ມີຕໍ່ທ້ອງຖິ່ນຕ່າງໆ ໂດຍສະເພາະແມ່ນແຂວງຄຳມ່ວນ.ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ເນັ້ນໃຫ້ການນໍາຂອງແຂວງຄໍາມ່ວນ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ໃຫ້ສືບຕໍ່ເອົາໃຈໃສ່ຕໍ່ວຽກງານປ້ອງກັນຄວາມສະຫງົບ, ວຽກງານປ້ອງກັນ, ຕ້ານ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍບໍ່ໃຫ້ຖືເບົາ, ການເຝົ້າລະວັງພະຍາດລະ ບາດຕາມລະດູການ, ລວມທັງການຕິດຕາມເຝົ້າລະວັງໄພທຳມະຊາດຕ່າງໆ ທີ່ອາດຈະເກີດຂຶ້ນໃນຕໍ່ໜ້າແລະ ໃຫ້ເອົາໃຈໃສ່ສືບຕໍ່ຊຸກຍູ້ ແລະ ພັດທະນາເສດຖະກິດ ໃຫ້ມີການຂະຫຍາຍຕົວດ້ວຍຄຸນນະພາບທີ່ດີຂຶ້ນ ແລະ ມີຄວາມສົມດູນ ຕາມທ່າແຮງບົ່ມຊ້ອນຂອງແຂວງຢ່າງແຂງແຮງ, ປະຕິບັດນະໂຍບາຍການຫັນເປັນອຸດສາຫະກຳທີ່ທັນສະໄໝ ຕິດພັນກັບການປຸງແຕ່ງ ແລະ ການຜະລິດສິນຄ້າ, ລວມທັງສຸມໃສ່ການພັດທະນາກະສິກຳ ຕາມທິດການຫັນເປັນກະສິກຳສະອາດ ແລະ ເປັນມິດກັບສິ່ງແວດລ້ອມ.

ພ້ອມນັ້ນ, ກໍໃຫ້ເອົາໃຈໃສ່ ຕໍ່ວຽກງານການພັດທະນາຊັບພະຍາກອນມະນຸດ ເພາະເປັນກຸນແຈສຳຄັນໃນການພັດທະນາໃນໄລຍະໃໝ່ ແລະ ເປັນປັດໄຈຕັດສິນ ໃນການພັດທະນາເສດຖະກິດ-ສັງຄົມ, ການພັດທະນາຊົນນະບົດ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ດີຂຶ້ນ. ຄຽງຄູ່ກັນນັ້ນ, ກໍໃຫ້ເອົາໃຈໃສ່ຂົນຂວາຍ ແລະ ດຶງດູດການລົງທຶນ ຈາກອົງການຈັດຕັ້ງສາກົນ ແລະ ປະເທດເພື່ອນມິດ, ລວມທັງພາຍໃນໃຫ້ຫລາຍຂຶ້ນ ເພື່ອມາເປັນອີກທ່າແຮງ ໃນການພັດທະນາ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ.ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ລະບຸວ່າ: ໝົດປີ 2020 ແຂວງຈະຍູ້ແຮງການພັດທະນາເສດຖະກິດ ໃຫ້ຂະຫຍາຍຕົວຢູ່ໃນລະດັບ 6,76%, ລວມຍອດຜະລິດຕະພັນພາຍໃນໃຫ້ບັນລຸ 9.028 ຕື້ກີບ ແລະ ລາຍໄດ້ສະເລ່ຍຕໍ່ຫົວຄົນແມ່ນ 2.343 ໂດລາສະ ຫະລັດ. ຜ່ານການປະຕິບັດຕົວຈິງ ໃນໄລຍະ 11 ເດືອນ ຜ່ານມາ ເສດຖະກິດຂະຫຍາຍຕົວຢູ່ໃນລະດັບ 4,45%, ລວມຍອດຜະລິດຕະພັນພາຍໃນບັນລຸ 8.476 ຕື້ກີບ ແລະ ສະເລ່ຍລາຍຮັບຕໍ່ຫົວຄົນໄດ້ 2.199 ໂດລາສະຫະລັດ.

ໃນປີ 2020, ແຂວງຄຳມ່ວນ ໄດ້ຮັບການອະນຸມັດໂຄງການລົງທຶນຂອງລັດ ຕາມທີ່ສະພາໄດ້ຮັບຮອງ ມີທັງໝົດ 332 ໂຄງການ, ລວມມູນຄ່າ 250 ຕື້ກີບ (ໃນນັ້ນ ທຶນພາຍໃນ 83,14 ຕື້ກີບ ແລະ ສ່ວນທີ່ເຫລືອແມ່ນທຶນຕ່າງປະເທດ), ເຊິ່ງມາຮອດປັດຈຸບັນ ສາມາດຈັດຕັ້ງປະຕິບັດໄດ້ 223 ໂຄງການ ຫລື ເທົ່າກັບ 74% ຂອງທຶນອະນຸມັດທັງໝົດ. ຂະນະດຽວກັນ, ຍັງມີໂຄງການທີ່ນອນໃນແຜນການລົງທຶນຂອງກະຊວງກະສິ ກຳ ແລະ ປ່າໄມ້ ທີ່ປະຕິບັດຢູ່ແຂວງດັ່ງກ່າວອີກ 28 ໂຄງການ, ມູນຄ່າທັງໝົດ 5.671 ຕື້ກີບ ແລະ ສາມາດຈັດຕັ້ງປະຕິບັດໄດ້ 18 ໂຄງການ ຫລື ເທົ່າກັບ 52% ຂອງແຜນການ. ຄຽງຄູ່ກັນນັ້ນ, ການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດ ຖ້າທຽບໃສ່ໄລຍະດຽວກັນໃນຊຸມປີຜ່ານມາ ແມ່ນມີລັກສະນະຄົງຕົວ, ເຊິ່ງ 11 ເດືອນຜາມານີ້ ທັງກິດຈະການສຳປະທານ ແລະ ກິດຈະການທົ່ວໄປ ມີທັງໝົດ 78 ໂຄງການ ລວມມູນຄ່າ 22.440 ຕື້ກີບ.

ໃນປີ 2020, ແຂວງໄດ້ຮັບຕົວເລກສູ້ຊົນເກັບລາຍຮັບທັງໝົດ 674,82 ຕື້ກີບ ແລະ ຜ່ານການຈັດຕັ້ງປະຕິບັດຕົວຈິງມາຮອດວັນທີ 10 ທັນວາ 2020 ປະຕິບັດໄດ້ 567,62 ຕື້ກີບ ເທົ່າກັບ 84,11% ຂອງແຜນການປີ, ໃນນີ້ ພູດສູນກາງປະຕິບັດໄດ້ 83,97% ແລະ ພູດທ້ອງຖິ່ນ 84,37%, ສ່ວນດ້ານລາຍຈ່າຍຕາມແຜນດັດແກ້ 524,52 ຕື້ກີບ ແມ່ນປະຕິບັດໄດ້ເທົ່າກັບ 85,55% ຂອງແຜນການ.ໂອກາດດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ມອບເງິນສົດ ຈຳນວນ 100 ລ້ານກີບ ໃຫ້ແຂວງຄຳມ່ວນ, ເຊິ່ງໃຫ້ກຽດຕາງໜ້າຮັບໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ເພື່ອເປັນກອງທຶນພັດທະນາ ເພື່ອນຳໃຊ້ເຂົ້າໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າພາຍໃນແຂວງຄຳມ່ວນ ໃຫ້ມີຊີວິດນັບມື້ນັບດີຂຶ້ນເທື່ອລະກ້າວ.
ແຫຼ່ງຂໍ້ມູນ: ຂປລ