ຂ່າວ ພາຍໃນປະເທດ

ອົງການ FAO ມອບອຸປະກອນ ແລະ ເຄື່ອງ ໃຊ້ທີ່ຈຳເປັນ ແກ່ລາວ ເພື່ອຕອບໂຕ້ໂຄວິດ-19

ອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ (UN FAO) ໄດ້ມອບອຸປະກອນ ແລະ ເຄື່ອງໃຊ້ທີ່ຈຳເປັນ ເພື່ອຕອບໂຕ້ພະຍາດໂຄວິດ-19 ມູນຄ່າ ປະມານ 370 ລ້ານກີບ (37.810 ໂດລາສະຫະລັດ) ປະກອບມີ ຕູ້ເກັບຕົວຢ່າງ, ຊຸດນໍ້າຢາ ແລະ ເຄື່ອງໃຊ້ເພື່ອກວດຫາພະຍາດໂຄວິດ-19 ໃຫ້ແກ່ສູນວິເຄາະ ແລະ ລະບາດວິທະຍາ ຂອງກົມຄວບຄຸມພະຍາດຕິດຕໍ່, ກະ ຊວງສາທາລະນະສຸກ ແລະ ໂຮງໝໍ ຫລື ແຂວງຕາມຄວາມຕ້ອງການ. ພິທີມອບ-ຮັບເຄື່ອງໃນຄັ້ງນີ້, ໄດ້ຈັດຂຶ້ນໃນວັນທີ 12 ກໍລະກົດ 2012 ທີ່ນະຄອນຫລວງວຽງຈັນ, ຕາງໜ້າມອບໂດຍ ທ່ານ ນາຊາ ຮາຢັດ ຜູ້ຕາງໜ້າຂອງອົງການ FAO ປະຈຳ ສປປ ລາວ ແລະ ຕາງໜ້າຮັບໂດຍ ທ່ານ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງ ສາທາລະນະສຸກ ພ້ອມດ້ວຍພະນັກງານທັງສອງຝ່າຍເຂົ້າຮ່ວມ. ທ່ານ ນາຊາ ຮາຢັດ ໄດ້ກ່າວວ່າ: ...

Read More »

ສະພາ ສະເໜີຮ່າງມະຕິ ວ່າດ້ວຍການພິຈາລະນາ ເເຜນພັດທະນາພະລັງງານໄຟຟ້າ, ແຮ່ທາດເເຫ່ງຊາດ

ໃນວັນທີ 12 ກໍລະກົດ 2021 ສະພາແຫ່ງຊາດ ໄດ້ຈັດຕັ້ງສໍາມະນາເປີດກວ້າງ ເພື່ອປຶກສາຫາລື ແລະ ປະກອບຄໍາເຫັນຕໍ່ເນື້ອໃນຮ່າງມະຕິ ຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການພິຈາລະນາ ແຜນພັດທະນາພະລັງງານໄຟຟ້າ ແລະ ແຮ່ທາດ ເເຫ່ງຊາດ, ໂຄງການສໍາປະທານ ພັດທະນາໄຟຟ້າ, ບໍ່ແຮ່ ແລະ ໂຄງລ່າງພື້ນຖານ ເພື່ອຮັບປະກັນເຮັດໃຫ້ເນື້ອໃນຂອງຮ່າງມະຕິດັ່ງ ກ່າວ ມີຄວາມອຸດົມສົມບູນ, ຄົບຖ້ວນ, ຊັດເຈນ ແລະ ເປັນເອກະພາບກັບບັນດາຂະແໜງການກ່ຽວຂ້ອງ ກ່ອນນຳເຂົ້າພິຈາລະນາ ແລະ ຮັບຮອງ ໃນກອງປະຊຸມຄະນະປະຈຳສະພາແຫ່ງຊາດ, ໂດຍມີ ທ່ານ ລິນຄໍາ ດວງສະຫວັນ ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມສະພາແຫ່ງຊາດ, ພ້ອມດ້ວຍຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ ຈາກກະຊວງທີ່ກ່ຽວຂ້ອງ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ມະນິໂສ ຊາມຸນຕີ ຮອງປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ໄດ້ສະເໜີຫຍໍ້ ກ່ຽວກັບການສ້າງຮ່າງມະຕິດັ່ງກ່າວ, ໂດຍທ່ານ ໄດ້ຍົກໃຫ້ເຫັນເຫດຜົນ ແລະ ຄວາມຈຳເປັນຂອງການສ້າງຮ່າງມະຕິດັ່ງກ່າວ, ເຊິ່ງເປັນການຜັນຂະຫຍາຍບັນດາມາດຕາຂອງກົດໝາຍ ...

Read More »

ສະວິດເຊີແລນ ໃຫ້ການຊ່ວຍເຫລືອດ້ານສະບຽງອາຫານ ໃຫ້ແກ່ແຮງງານລາວ ຢູ່ສູນຈຳກັດບໍລິເວນ

ໃນວັນທີ 12 ກໍລະກົດ 2021 ທີ່ກະຊວງສາທາລະນະສຸກ, ອົງການເພື່ອການພັດທະ ນາ ແລະ ຮ່ວມມືສະວິດເຊີແລນ ມອບການຊ່ວຍເຫລືອດ້ານສະບຽງອາຫານ ມູນຄ່າເກືອບ 790.000 ໂດລາສະຫະລັດ ໃຫ້ແກ່ບັນດາສູນຈຳກັດບໍລິເວນ ໃນ 6 ແຂວງ ຄື ນະຄອນຫລວງວຽງຈັນ, ແຂວງວຽງຈັນ, ໄຊຍະບູລີ, ບໍ່ແກ້ວ, ສະຫວັນນະເຂດ ແລະ ຈຳປາສັກ. ການມອບການຊ່ວຍເຫລືອໃນຄັ້ງນີ້, ຈະຊ່ວຍໃຫ້ອົງການອາຫານໂລກ ແລະ ຄູ່ຮ່ວມຈັດຕັ້ງປະຕິບັດ ເພື່ອສືບຕໍ່ສະໜອງອາຫານທີ່ມີໂພຊະນາການ 3 ຄາບໃນແຕ່ລະມື້ ໃຫ້ແກ່ແຮງງານປະມານ 8.000 ຄົນ ທີ່ເດີນທາງມາຈາກປະເທດເພື່ອນບ້ານ ກັບຄືນສູ່ບ້ານເຮືອນຂອງເຂົາເຈົ້າ, ເຊິ່ງຈະສາມາດສະໜອງອາຫານຫລາຍກວ່າ 335.000 ຄາບອາຫານ ໃນໄລຍະເວລາປະມານ 2 ເດືອນເຄິ່ງ. ຕາງໜ້າລົງນາມຄັ້ງນີ້, ໂດຍທ່ານ ຈອນ ຟລັງຊົວ ຄິວໂນດ ຜູ້ອຳນວຍການພາກພື້ນແມ່ນໍ້າຂອງ, ອົງການເພື່ອການພັດທະນາ ແລະ ຮ່ວມມີ ສະວິດເຊີແລນ ແລະ ທ່ານ ດຣ. ບຸນແຟງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ...

Read More »

ນະຄອນຫຼວງວຽງຈັນ ສູ້ຊົນພັດທະນາຕົວໂຄງລ່າງ

ປີ 2021 ນີ້, ນະຄອນຫຼວງວຽງຈັນ ຈະສູ້ຊົນຟື້ນຟູເສັ້ນທາງສາຍຫຼັກ ແລະ ເສັ້ນ ທາງສາຍແຈກ ຈໍານວນ 9 ເສັ້ນ ມີລວງຍາວ 23 ກິໂລແມັດ ແກ້ໄຂຈຸດທີ່ມີການສັນຈອນແອອັດຕາມທ້ອງຖະໜົນ ໂດຍການປັບປຸງເປີດກວ້າງ ແລະ ຂະຫຍາຍວົງວຽນຖະໜົນຄູວຽງ (ແຕ່ວົງວຽນຄອມເຊັນເຕີ ຫາ ວົງວຽນ 5 ເມສາ), ໜ້າໂຮງກາຍຍະສິນ ແລະ ຫ້າແຍກສະຫວ່າງ ຮ່ວມກັບອົງການ JICA. ສູ້ຊົນໃຫ້ໂຄງການກໍ່ສ້າງ ແລະ ພັດທະນາແຄມຂອງໄລຍະ II ແຕ່ຫຼັກ 3 ເມືອງສີສັດຕະນາກ ຫາ ບ້ານຫາດດອກແກ້ວ ເມືອງຫາດຊາຍຟອງ ໃຫ້ໄດ້ເລີ່ມຕົ້ນລົງມືຈັດຕັ້ງປະຕິບັດ. – ລົງເຜີຍແຜ່ ແລະ ຝຶກອົບຮົມລະບຽບຄຸ້ມຄອງການປຸກສ້າງໃຫ້ຫ້ອງການໂຍທາທິການ ແລະ ຂົນສົ່ງ 5 ເມືອງໃນ. ສືບຕໍ່ຈັດຕັ້ງປະຕິບັດວຽກງານຄຸ້ມຄອງການປຸກສ້າງທີ່ຕິດພັນກັບການຈັດສັນຄວາມເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງເຊັ່ນ: ມ້າງເທີບ -ເງີບ ທີ່ກວມເຂດສະຫງວນຂອງທາງ, ຕັດປ້າຍໂຄສະນາ, ກອງທຶນ, ກອງຊາຍ, ການຂາຍເຄື່ອງຕາມແຄມທາງໃນ 3 ເສັ້ນທາງຫຼັກຄື: ຖະໜົນໄກສອນ ...

Read More »

ແຂວງຈໍາປາສັກ ໄດ້ຮັບອຸປະກອນການແພດ ຈາກນະຄອນຊົງຊິ້ງ ແລະ ນະຄອນໜານໜິງ ສປ ຈີນ

ແຫລ່ງຂ່າວຈາກແຂວງຈຳປາສັກ ໃຫ້ຮູ້ວ່າ: ວັນທີ 5 ກໍລະກົດ ຜ່ານມາ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈໍາປາສັກ, ພ້ອມດ້ວຍຄະນະສະເພາະກິດສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງໄດ້ ຮັບການຊ່ວຍເຫລືອດ້ານອຸປະກອນການແພດ ຈາກນະຄອນຊົງຊິ້ງ ແລະ ນະຄອນໜານໜິງ ສປ ຈີນ ລວມມູນຄ່າທັງໝົດ 2 ຕື້ກວ່າກີບ ເພື່ອປະກອບສ່ວນເຂົ້າໃນວຽກງານການຕ້ານ ແລະ ສະກັດກັ້ນ ການແຜ່ລະບາດພະຍາດໂຄວິດ-19. ໃນນັ້ນ, ນະຄອນຊົງຊິ້ງ ໄດ້ມອບ ຜ້າອັດປາກ-ດັງ ຈຳນວນ 200.000 ອັນ ແລະ ຊຸດປ້ອງກັນການຕິດເຊື້ອ ຫລື ຊຸດ PPE ຈໍານວນ 10.000 ຊຸດ ແລະ ນະຄອນໜານໜິງ ມອບຜ້າອັດປາກ-ດັງ ຈໍານວນ 10.000 ອັນ ແລະ ແວ່ນຕາ 200 ອັນ.ໂອກາດນີ້, ທ່ານ ວິໄລວົງ ບຸດດາຄຳ ໄດ້ຕາງໜ້າໃຫ້ອົງຄະນະພັກ, ອົງການປົກຄອງ ແລະ ...

Read More »

ກອງປະຊຸມລັດຖະບານຊຸດທີ IX ເປີດກວ້າງຄັ້ງທີ I ປີ 2021

ກອງປະຊຸມລັດຖະບານຊຸດທີ IX ເປີດກວ້າງຄັ້ງທີ I ປີ 2021 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 6-8 ກໍລະກົດ 2021 ນີ້, ຜ່ານລະບົບທາງໄກ, ໃຫ້ກຽດເປັນປະທານໂດຍ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ, ມີສະມາຊິກລັດຖະບານ, ຜູ້ຕາງໜ້າອົງການຂອງພັກ, ສະພາແຫ່ງຊາດ, ອົງການນິຕິບັນຍັດ, ຕຸລາການ, ສູນກາງແນວລາວສ້າງຊາດ, ບັນດາເຈົ້າແຂວງ ໃນຂອບເຂດທົ່ວປະເທດ, ເຈົ້າຄອງນະຄອນຫລວງວຽງຈັນ ແລະ ບັນດາອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມ.ກອງປະຊຸມໃນຄັ້ງນີ້, ໄດ້ພ້ອມກັນຕີລາຄາສະພາບການ, ຄົ້ນຄວ້າ, ປຶກສາຫາລື ແລະ ປະກອບ ຄໍາເຫັນໃສ່ຫລາຍບັນຫາທີ່ສໍາຄັນ ເປັນຕົ້ນ, ສ້າງຄວາມເປັນເອກະພາບ ຕໍ່ການສະຫລຸບຕີລາຄາການຈັດ ຕັ້ງປະຕິບັດວຽກງານ ຂອງລັດຖະບານ 6 ເດືອນ ຕົ້ນປີ ແລະ ທິດທາງວຽກຈຸດສຸມ 6 ເດືອນ ທ້າຍປີ 2021, ພ້ອມທັງສະຫລຸບສະພາບພົ້ນເດັ່ນ ເດືອນມິຖຸນາ ແລະ ແຜນວຽກຈຸດສຸມ ເດືອນກໍລະກົດ 2021. ພ້ອມນັ້ນ ຍັງໄດ້ສະຫລຸບຕີລາຄາຜົນການຈັດຕັ້ງປະຕິບັດ ມາດຕະການປ້ອງກັນ, ຄວບຄຸມ ແລະ ...

Read More »

ຫວຽດນາມ-ລາວ ເພີ່ມທະວີຮ່ວມມື ໃນຂົງເຂດຖະແຫລງຂ່າວ

ຕາມຂ່າວສານ ຫວຽດນາມ, ເມື່ອບໍ່ດົນມານີ້, ໃນໂອກາດເດີນທາງ ໄປຢ້ຽມຢາມ ມີດຕະພາບຢ່າງເປັນ ທາງການຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານ ສູນກາງພັກ, ປະທານປະເທດ ສປປລາວ ຕາມຄຳເຊື້ອເຊີນຂອງ ທ່ານ ຫງວຽນຝຸຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ແລະ ທ່ານ ຫງວຽນຊວັນຟຸກ ປະທານປະເທດ ຫວຽດນາມ. ຜູ້ນຳສອງປະເທດ ໄດ້ເຂົ້າຮ່ວມ ເປັນສັກຂິພະຍານ ໃນພິທີລົງນາມ ເອກະສານ ຮ່ວມມື ຫລາຍສະບັບ. ໂດຍສະເພາະການຮ່ວມມື ດ້ານສິລະປະ ວັດທະນາທຳ ແລະ ການທ່ອງທ່ຽວ ລະຫວ່າງ ກະຊວງ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ກັບ ກະຊວງຖະແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ ໃນໄລຍະ 2021-2025; ແຜນການຮ່ວມມຶ ໃນຂົງເຂດຖະແຫລງຂ່າວ ລະຫວ່າງ ກະຊວງຖະແຫລງຫວຽດນາມ ແລະ ກະຊວງຖະແຫລງຂ່າວ

Read More »

ຄະນະປະຈໍາສະພາແຫ່ງຊາດ ປຶກສາຫາລືບັນຫາສຳຄັນຂອງຊາດ

ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈໍາເດືອນມິຖຸນາ 2021 ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 1-2 ກໍ​ລະ​ກົດ​ນີ້ ທີ່​ຫ້ອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ (ຫຼັກ 6) ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ. ກອງ​ປະ​ຊຸມ​ຄັ້ງ​ນີ້ ເພື່ອປຶກສາຫາລື ແລະ ພິຈາລະນາຫຼາຍບັນຫາສຳຄັນຂອງຊາດ ຄື: ຮັບ​ຟັງ​ການ​ລາຍ​ງານການກະກຽມກອງປະຊຸມຮ່ວມ ລະຫວ່າງຄະນະປະຈໍາສະພາແຫ່ງຊາດ ກັບຄະນະລັດຖະບານ, ຄົ້ນຄວ້າການກໍານົດຫົວຂໍ້ແຜນການຕິດຕາມກວດກາ ຂອງຄະນະປະຈໍາສະພາແຫ່ງຊາດປະຈໍາ ປີ 2021, ການກະກຽມ ແລະ ດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 1 ຂອງສະພາແຫ່ງຊາດຊຸດທີ IX, ການຊີ້ນໍາ, ພິຈາລະນາ ແລະ ຕົກລົງຂອງຄະນະປະຈໍາສະພາແຫ່ງຊາດໃນໄລຍະຜ່ານມາ, ລາຍງານກ່ຽວກັບການກໍ່ສ້າງຫໍສະພາແຫ່ງຊາດຫຼັງໃໝ່, ລາຍງານຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນຂັ້ນແຂວງ ຊຸດທີ II, ກອງປະຊຸມທາງໄກລະຫວ່າງກໍາມາທິການວຽກງານສະມາຊິກສະພາແຫ່ງຊາດ ແລະ ຄະນະ ສສຊ ປະຈໍາເຂດເລືອກຕັ້ງ (ການຄົ້ນຄວ້າ ກົງຈັກເສນາທິການຂອງສະພາປະຊາຊົນຂັ້ນແຂວງ ຊຸດທີ II), ແຜນການລົງເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX ແລະ ແຜນການເຄື່ອນໄຫວ ລົງປະກາດການສ້າງຕັ້ງຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທົ່ວປະເທດ, ພິຈາລະນາຮັບຮອງເອົາຮ່າງມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາລວມ ...

Read More »

ລັດຖະມົນຕີ ກະຊວງການຕ່າງປະເທດ ລາວ-ຫວຽດນາມ ພົບປະຫາລືກັນ ທີ່ນະຄອນຫລວງຮ່າໂນ້ຍ

ສະຫາຍ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຢ້ຽມຢາມພົບປະ ກັບ ສະຫາຍ ບຸ່ຍ ແທັງ ເຊີນ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ທີ່ກະຊວງການຕ່າງປະເທດ ສສ ຫວຽດນາມ ນະຄອນຫລວງຮ່າໂນ້ຍ, ເນື່ອງໃນໂອກາດທີ່ ສະຫາຍ ລັດຖະມົນຕີ ກະຊວງການຕ່າງປະເທດລາວ ຕິດຕາມ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ ລະຫວ່າງ ວັນທີ 28-29 ມິຖຸນາ 2021. ໃນໂອກາດນີ້, ສະຫາຍ ບຸ່ຍ ແທັງ ເຊີນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ມີໂອກາດພົບປະ ກັບ ສະຫາຍ ...

Read More »

ຮຽກຮ້ອງໃຫ້ທຸກຄົນປະຕິບັດມາດຕະການປ້ອງກັນ ໂຄວິດ ໃຫ້ເຂັ້ມງວດຫລາຍຂຶ້ນກວ່າເກົ່າ

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ໄດ້ຮຽກຮ້ອງມາຍັງທຸກຄົນ ແລະ ທຸກພາກສ່ວນໃນສັງຄົມ ຈົ່ງຮ່ວມແຮງຮ່ວມໃຈກັນຈັດຕັ້ງປະຕິ ບັດມາດຕະການຕ່າງໆ ທີ່ລັດຖະບານ ກໍຄື ຄະນະສະເພາະກິດວາງອອກ ໃຫ້ເຂັ້ມງວດ ແລະ ເດັດຂາດ ຫລາຍຂຶ້ນກວ່າເກົ່າ ໂດຍສະເພາະ ການຫ້າມຈັດງານລ້ຽງສັງສັນ, ຊຸມແຊວທຸກຮູບແບບ ຢູ່ທຸກສະຖານທີ່ ເພື່ອຫລຸດຜ່ອນການຕິດເຊື້ອ ແລະ ແຜ່ເຊື້ອພະຍາດໂຄວິດ-19. ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ, ຮອງຫົວໜ້າຄະນະສະເພາະກິດ, ຜູ້ປະ ຈຳການ, ຫົວໜ້າກອງເລຂາຄະນະສະເພາະກິດ ກ່າວໃນພິທີຖະແຫລງຂ່າວ ໃນວັນທີ 29 ມິຖຸນາ 2021 ນີ້ ວ່າ: ພວກເຮົາຍັງມີຄວາມສ່ຽງໃນການຕິດເຊື້ອ ເນື່ອງຈາກວ່າມີສາຍເຫດການແຜ່ລະບາດໃນຊຸມຊົມເຊັ່ນ: ການປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກ ຍັງບໍ່ທັນເຂັ້ມງວດເທົ່າທີ່ຄວນ, ຍັງມີກໍລະນີການຈຳກັດບໍລິເວນບໍ່ທັນເຄັ່ງຄັດ, ຍັງມີການຊຸມແຊວ ແລະ ແຮງງານທີ່ກັບມາແຕ່ຕ່າງປະເທດຍັງເພີ່ມຂຶ້ນ. ສະນັ້ນ, ຂໍໃຫ້ຈົ່ງຮ່ວມແຮງຮ່ວມໃຈກັນຈັດຕັ້ງປະຕິບັດມາດຕະການຕ່າງໆ ທີ່ລັດຖະບານ ກໍຄືຄະນະສະເພາະກິດວາງອອກ ໃຫ້ເຂັ້ມງວດ ແລະ ເດັດຂາດ, ເຊັ່ນດຽວກັບບັນດາຜູ້ປະກອບການ ກໍຕ້ອງມີຄວາມຮັບຜິດຊອບຕໍ່ສັງຄົມ, ບໍ່ໃຫ້ລະເມີດ ຫລື ມີການລັກເປີດບໍລິການ, ...

Read More »