ຫສນຍ ລະນຶກວັນສາກົນຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ………..

ໃນວັນທີ 16 ທັນວາ 2020, ທີ່ຫ້ອງວ່າການສຳນັກງານນາຍົກ (ຫສນຍ) ໄດ້ຈັດພິທີລະນຶກວັນສາກົນ ຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ ແລະ ສະຫລຸບການເຄື່ອນໄຫວປະຈໍາປີ 2020 ຂອງຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ຂອງຫ້ອງວ່າການສຳ ນັກງານນາຍົກ ໂດຍການເປັນປະທານຂອງ ທ່ານ ຄຳລາວັນ ຈັນທະລາວັນ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກ, ມີບັນດາຫົວໜ້າກົມ, ຮອງກົມ ແລະ ພະນັກງານ-ລັດຖະກອນ ຫສນຍ ເຂົ້າຮ່ວມ.

Image may contain: 2 people, flower, plant and indoor

ໃນໂອກາດດັ່ງກ່າວ, ທ່ານ ຄຳລາວັນ ຈັນທະລາວັນ ໄດ້ກ່າວວ່າ: ອີງຕາມສະຖິຕິ ຢູ່ ສປປ ລາວ ແມ່ຍິງທີ່ຖືກຄວາມຮຸນແຮງຈາກຜົວ ຫລື ຄູ່ຮ່ວມຊີວິດ ໃນຊ້ວງຊີວິດຂອງແມ່ຍິງທີ່ມີຄູ່ຮ່ວມຊີວິດ: ທາງດ້ານຮ່າງກາຍ ແມ່ນມີເຖິງ 11,6%; ຄວາມຮຸນແຮງທາງເພດ 7,2%, ອັດຕາຄວາມຮຸນແຮງທາງເພດໃນກຸ່ມໄວໜຸ່ມ ອາຍຸລະຫວ່າງ 15-19 ປີ 12,9%; ຄວາມຮຸນແຮງທາງດ້ານຈິດໃຈ ຫລື ປະເພດຄວາມຮຸນແຮງທີ່ແມ່ຍິງພົບພໍ້ເປັນປົກກະຕິ ທາງດ້ານຈິດໃຈແມ່ນ 26,2%; ການໃຊ້ຄວາມຮຸນແຮງທາງດ້ານຮ່າງກາຍ ແລະ ທາງເພດກວມເຖິງ 15,3%; ການໃຊ້ຄວມຮຸນແຮງເຊິ່ງຜູ້ກະທໍາ ບໍໍ່ແມ່ນຄູ່ຮັກແຕ່ອາຍຸ 15 ປີ ທາງຮ່າງກາຍກວມອັດຕາ 4,2%; ທາງເພດ 5,3%. ໃນໂລກແມ່ຍິງທີ່ມີອາຍຸ 15-49 ປີ ຖືກຄວາມຮຸນແຮງທາງເພດ ແລະ ທາງຮ່າງກາຍ ຈາກຄູ່ຮ່ວມຊີວິດຂອງຕົນ ໃນໄລຍະ 12 ເດືອນຜ່ານມາ ມີເຖິງ 243.000.000 ຄົນ.

Image may contain: 3 people, crowd and indoor

ເຫັນໄດ້ແນວນັ້ນ ວົງຄະນາຍາດສາກົນ ແລະ ສປປ ລາວ ຈຶ່ງໄດ້ເອົາໃຈໃສ່ອອກບັນດານະໂຍບາຍ ແລະ ກົດໝາຍ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ເປັນຕົ້ນ ວາລະ 2030 ເພື່ອການພັດທະນາແບບຍືນຍົງ, ສົນທິສັນຍາວ່າດ້ວຍການລຶບລ້າງທຸກຮູບການຈໍາແນກຕໍ່ແມ່ຍິງ, ຖະແຫລງການ ແລະ ແຜນປະຕິບັດງານປັກກິ່ງ, ຖະແຫລງການລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ, ຖະແຫລງການອາຊຽນ ການປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກ.

Image may contain: one or more people and indoor

ນອກຈາກນີ້, ປີ 2020 ກໍເປັນປີມ້ວນທ້າຍ ໃນການຈັດຕັ້ງປະຕິບັດແຜນດໍາເນີນງານແຫ່ງຊາດເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກ 2014-2020 ແລະ ຍັງມີເຫດການທີ່ພາໃຫ້ເກີດຜົນກະທົບຢ່າງໃຫຍ່ຫລວງໃນໂລກ ອີກບັນຫາໜຶ່ງ ທີ່ສຳຄັນໃນປັດຈຸບັນ ແມ່ນການແຜ່ລະບາດຂອງພະຍາດ COVID-19 ໄດ້ສົ່ງຜົນກະ ທົບຕໍ່ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ແລະ ການໃຫ້ບໍລິການແກ່ຜູ້ຖືກເຄາະຮ້າຍ ເປັນຕົ້ນ ມີການໂທເຂົ້າສາຍດ່ວນ ແລະ ຂໍການຊ່ວຍເຫລືອຈາກຕໍາຫລວດຫລາຍຂຶ້ນ ແລະ ຍັງໄດ້ເຂົ້າໃຊ້ບໍລິ ການໃນຂະແໜງສາທາລະນະສຸກເພີ່ມຂຶ້ນ.ທ່ານ ຄຳລາວັນ ຈັນທະລາວັນ ກ່າວຕື່ມວ່າ: ຄວາມຮຸນແຮງຕໍ່ແມ່ຍິງ ເກີດຂຶ້ນໄດ້ທຸກເມື່ອທຸກເວລາ, ໃນທຸກສະຖານທີ່ ໂດຍບໍ່ຈໍາແນກຊັ້ນວັນນະ, ເຊື້ອຊາດ, ສາສະໜາ, ວັດທະນະທໍາ, ຖານະໃນສັງຄົມ, ລະດັບການສຶກສາ ແລະ ແຜ່ລາມໄປໃນຂອບເຂດທົ່ວໂລກ, ຄວາມຮຸນແຮງຕໍ່ແມ່ຍິງ ແມ່ນການສະແດງເຖິງການພົວພັນ ທີ່ບໍ່ເທົ່າທຽມກັນທາງດ້ານອໍານາດ ລະຫວ່າງແມ່ຍິງ ແລະ ຜູ້ຊາຍ, ຊຶ່ງປະຫວັດສາດປະໄວ້ທີ່ນໍາໄປເຖິງຜູ້ຊາຍມີການຄອບງໍາ ແລະ ຈໍາແນກຕໍ່ແມ່ຍິງ ຊຶ່ງເປັນການກີດ ຂວາງແມ່ຍິງ ບໍ່ໃຫ້ມີຄວາມກ້າວໜ້າຢ່າງເຕັມສ່ວນ.

ແຫຼ່ງຂໍ້ມູນ: ຂປລ

Comments