ສ້າງຄວາມເຂັ້ມແຂງການຄຸ້ມຄອງ ໄມ້ສົ້ນເຂົ້າ-ສົ້ນອອກ ພາຍໃນໂຮງງານ……

ກົມອຸດສາຫະກຳ ແລະ ຫັດຖະກຳ ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຄຳມ່ວນ ຈັດຝຶກອົບຮົມ ສ້າງຄວາມເຂັ້ມແຂງດ້ານການຄຸ້ມຄອງ ແລະ ຕິດຕາມໄມ້ສົ້ນເຂົ້າ ແລະ ສົ້ນອອກ ຢູ່ພະແນກອຸດສາຫະກຳ ແລະ ການຄ້າແຂວງຄຳມ່ວນ.

Image may contain: 6 people, indoor

ໃນວັນທີ 15 ທັນວາ 2020 ເພື່ອສ້າງຄວາມເຂັ້ມແຂງໃນການຄຸ້ມຄອງ ແລະ ຕິດຕາມກວດກາໄມ້ ໃຫ້ແກ່ບຸກຄະລາກອນພະແນກອຸດສາຫະກຳ ແລະ ການຄ້າແຂວງ, ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ແລະ ຜູ້ປະກອບການໂຮງງານປຸງແຕ່ງໄມ້ພາຍໃນແຂວງ ເພື່ອນຳບົດຮຽນດັ່ງກ່າວໄປຈັດຕັ້ງປະຕິບັດໃຫ້ມີປະສິດທິພາບສູງ.

ຊຸດອົບຮົມຄັ້ງນີ້, ໄດ້ສະເໜີຂໍ້ຕົກລົງຂອງກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 0777/ອຄ.ກອຫ ລົງວັນທີ 25 ສິງຫາ 2020 ວ່າດ້ວຍການຄຸ້ມຄອງ, ຕິດຕາມໄມ້ສົ້ນເຂົ້າ ແລະ ສົ້ນອອກ ໂດຍຂໍ້ຕົກລົງແມ່ນໄດ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ຕິດຕາມ ແລະ ກວດກາ ໄມ້ສົ້ນເຂົ້າ ແລະ ສົ້ນອອກ ຂອງຜູ້ດຳເນີນທຸລະກິດໄມ້ ເພື່ອຄຸ້ມຄອງການນຳໃຊ້ໄມ້ຢ່າງມີປະສິດທິຜົນ ແລະ ຖືກຕ້ອງຕາມລະບຽບກົດໝາຍ ແນໃສ່ສົ່ງເສີມການຊົມໃຊ້ຊັບພະຍາກອນໄມ້ໃຫ້ມີຄວາມຍືນຍົງ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຕາມທິດຫັນເປັນອຸດສາຫະກຳທັນສະໄໝ ແລະ ຍືນຍົງ.

Image may contain: 3 people

ພ້ອມນັ້ນຍັງໄດ້ນຳສະເໜີກ່ຽວກັບບົດຮຽນໃນການຄຸ້ມຄອງຕ່ອງໂສ້ການສະໜອງໄມ້, ຕິດຕາມ, ກວດກາໄມ້ສົ້ນເຂົ້າ ແລະ ສົ້ນອອກພາຍໃນໂຮງງານປຸງແຕ່ງໄມ້ທີ່ແຂວງອັດຕະປື ແລະ ບົດຮຽນໃນການຄຸ້ມຄອງຢູ່ແຂວງຄຳມ່ວນ.

Image may contain: 4 people, people sitting and indoor

ເຂົ້າຮ່ວມໃນພິທີຄັ້ງນີ້, ມີ ທ່ານ ຄຳນ້ອຍ ຈັນເພັງໄຊ ຮອງຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ, ທ່ານ ວັນທອນ ບຸດສົມພັນ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງຄຳມ່ວນ, ພ້ອມດ້ວຍບັນດາກົມ, ຕາງໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື, ຕົວແທນຈາກສະຫະພາບເອີຣົບ, ຕົວແທນຈາກບັນດາອົງການກ່ຽວຂ້ອງ, ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ຕະຫລອດເຖິງຜູ້ປະກອບການໂຮງງານປຸງແຕ່ງໄມ້ເຂົ້າຮ່ວມ.

ແຫຼ່ງຂໍ້ມູນ: ແຂວງຄຳມ່ວນ

Comments