ຮອງນາຍົກ ລົງຢ້ຽມຢາມຈຸດກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5……..

ໃນວັນທີ 15 ທັນວາ 2020, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະ ແລະ ການນຳແຂວງບໍລິຄຳໄຊ ລົງຢ້ຽມຢາມພື້ນທີ່ຈຸດທີ່ຈະສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ເຊິ່ງເຊື່ອມຕໍ່ ລະຫວ່າງ ແຂວງບໍລິຄຳໄຊ ສປປ ລາວ ແລະ ແຂວງບຶງການປະເທດໄທ.

Image may contain: 4 people, people standing, tree and outdoor

ທັງນີ້, ກໍເພື່ອຕິດຕາມຄວາມຄືບໜ້າ ແລະ ການຈັດຕັ້ງປະຕິບັດວຽກງານຕ່າງໆ. ອີງຕາມການລາຍງານຈາກເຈົ້າໜ້າທີ່ ທີ່ກ່ຽວຂ້ອງແຈ້ງໃຫ້ຮູ້ວ່າ: ມາຮອດວັນທີ 30 ພະຈິກ 2020 ໄດ້ສຳເລັດການເຊັນສັນຍາ ກ່ຽວກັບໜ້າວຽກຕ່າງໆ ເປັນຕົ້ນແມ່ນສັນຍາການກໍ່ສ້າງຂົວ, ເຊິ່ງຄວາມຍາວທັງໝົດ 535 ແມັດ, ມູນຄ່າ 379 ລ້ານກວ່າບາດ, ໂດຍຈະໃຊ້ເວລາໃນການກໍ່ສ້າງ 24 ເດືອນໃຫ້ສຳເລັດ ແລະ ຄາດວ່າຈະເລີ່ມລົງມືກໍ່ສ້າງໃນວັນທີ 1 ມັງກອນ 2021.

Image may contain: 5 people, people standing, outdoor and nature

ວຽກການກໍ່ສ້າງຂົວດັ່ງກ່າວ ແມ່ນຮັບເໝົາໂດຍຝ່າຍໄທ. ພ້ອມນັ້ນ, ກໍໄດ້ສຳເລັດການເຊັນສັນຍາການກໍ່ສ້າງທາງເຂົ້າຂົວ ທີ່ມີຄວາມຍາວທັງໝົດ 2.860 ແມັດ ແລະ ອາຄານດ່ານ, ມູນຄ່າ 773 ລ້ານກວ່າບາດ, ໂດຍຈະໃຊ້ເວລາໃນການກໍ່ສ້າງໃຫ້ສຳເລັດໃນໄລຍະເວລາ 30 ເດືອນ.

Image may contain: 1 person, standing, tree, hat, sky, outdoor and nature

ສຳລັບການກໍ່ສ້າງທາງເຂົ້າຂົວ ແລະ ອາຄານດ່ານ ແມ່ນຮັບເໝົາໂດຍບໍລິສັດຈາກປະເທດໄທ ຮ່ວມກັບບໍລິສັດຂອງລາວ, ເຊິ່ງປັດຈຸບັນ ໄດ້ເລີ່ມລົງມືບຸກເບີກສະຖານທີ່ກໍ່ສ້າງດັ່ງກ່າວແລ້ວ ໂດຍໄດ້ເລີ່ມມາແຕ່ວັນທີ 9 ທັນວາ 2020. ນອກຈາກນັ້ນ, ກໍໄດ້ສຳເລັດການເຊັນສັນຍາການຮັບຮອງເອົາ ບໍລິສັດທີ່ປຶກສາເຂົ້າຄຸ້ມຄອງການກໍ່ສ້າງໂຄງການດັ່ງກ່າວ ໂດຍແມ່ນບໍລິສັດຈາກປະເທດໄທ.

ແຫຼ່ງຂໍ້ມູນ: ຂປລ

Comments