ຮອງປະທານປະເທດ ເຄື່ອນໄຫວເຮັດວຽກ ຢູ່ແຂວງໄຊສົມບູນ………

ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ, ຫົວໜ້າຄະນະຊີ້ນຳພັດທະນາເຂດຈຸດສຸມໃຈກາງ ແຂວງໄຊສົມບູນ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊສົມ ບູນ ໃນວັນທີ 15 ທັນວາ 2020 ໄດ້ພົບປະໂອ້ລົມກັບບັດດາການນຳແຂວງ ໂດຍ ທ່ານ ພອຍຄຳ ຮຸ່ງບຸນຍວງ ຮອງເຈົ້າແຂວງໄຊສົມບູນ ໄດ້ລາຍງານວຽກງານພົ້ນເດັ່ນ ທີ່ແຂວງໄຊສົມບູນ ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ເປັນຕົ້ນ ແມ່ນຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງ ຄັ້ງທີ I, ງານປະກວດນາງສາວອາພອນເພດ ປະຈຳປີ 2020, ງານເທດສະການອາຫານ, ງານແຂ່ງຂັນກິລາພື້ນເມືອງງົວຊົນເກັ່ງ, ງົວຊົນງາມ ແລະ ກິລາຕີໝາກຂ່າງ ປະຈຳປີ 2020 ແລະ ວຽກງານທີ່ພົ້ນເດັ່ນອື່ນໆ ອີກຈຳນວນໜຶ່ງ.

Image may contain: 1 person, sitting, water and outdoor

ໂອກາດດັ່ງກ່າວ, ທ່ານຮອງປະທານປະເທດ ໄດ້ມີຄຳເຫັນໂອ້ລົມຕໍ່ຄະນະພັກ-ອົງການປົກຄອງ ແຂວງໄຊສົມບູນ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດອັນເປັນພື້ນຖານຫລາຍຢ່າງ ທີ່ການນຳແຂວງໄຊສົມບູນ ໄດ້ຜ່ານຜ່າທຸກຄວາມຫຍຸ້ງຍາກຍາດມາໄດ້ ໃນໄລຍະຜ່ານມາ.

Image may contain: 2 people, people sitting and table

ພ້ອມທັງໄດ້ເນັ້ນໜັກໃຫ້ການນຳແຂວງ ຈົ່ງສືບຕໍ່ຊີ້ນຳ-ນຳພາ ພັດທະນາເສດຖະກິດ-ສັງຄົມ ຂອງແຂວງໄຊສົມບູນ ໃຫ້ມີບາດກ້າວເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານສະມາຊິກພັກ, ທະຫານ, ຕຳຫລວດ ຕະຫລອດຮອດປະຊາຊົນບັນດາເຜົ່າ ທຸກຊັ້ນຄົນໃນສັງຄົມ ໄດ້ກຳແໜ້ນເຊື່ອມຊຶມຕໍ່ແນວທາງຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດ ຢ່າງເລິກເຊິ່ງ ໄປຄຽງຄູ່ກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ,

Image may contain: 4 people, people standing and outdoor

ພ້ອມກັນຕີຖອຍທຸກໜໍ່ແໜງ ທີ່ກໍ່ໃຫ້ເກີດປະກົດການຫຍໍ້ທໍ້ໃຫ້ທັນການ ເພື່ອຮັບປະກັນຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ຢ່າງໜັກແໜ້ນ, ພ້ອມກັນສ້າງສາພັດທະນາ ແຂວງໄຊສົມບູນ ໃຫ້ຈະເລີນກ້າວໜ້າ ແລະ ຫລຸດພົ້ນອອກຈາກຄວາມທຸກຍາກ ເທື່ອລະກ້າວ.

ແຫຼ່ງຂໍ້ມູນ: ຂປລ

Comments